ຜັນຂະຫຍາຍໜ້າທີ່ຈຸດສຸມໃນປີ 2026, ຄະນະປະຕິບັດງານຂອງກະຊວງການຕ່າງປະເທດ ໄດ້ມີການເຮັດວຽກຮ່ວມກັບ ທ່ານຫງວຽນລົກຮ່າ, ຮອງປະທານປະຈຳ ຄະນະກຳມະການປົກຄອງນະຄອນ ໂຮ່ຈີມິນ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າຈາກ ຫ້ອງວ່າການຄະນະກຳມະການປົກຄອງນະຄອນ, ພະແນກການຕ່າງປະເທດ, ສະຫະພັນບັນດາອົງການມິດຕະພາບ, ຄະນະຄຸ້ມຄອງເຂດເຕັກໂນໂລຊີສູງ ແລະ ສະຖາບັນຄົ້ນຄວ້າການພັດທະນານະຄອນ.
![]() |
| ຄະນະປະຕິບັດງານຂອງກະຊວງການຕ່າງປະເທດ ເຮັດວຽກຮ່ວມກັບ ທ່ານຫງວຽນລົກຮ່າ, ຮອງປະທານປະຈຳ ຄະນະກຳມະການປົກຄອງນະຄອນ ໂຮ່ຈີມິນ. (ພາບ: ໜັງສືພິມ ໂລກ ແລະ ຫວຽດນາມ) |
ກ່າວຄຳປາໄສໃນການເຮັດວຽກ, ທ່ານນາງເລທິທູຮັ່ງ, ຮອງລັດຖະມົນຕີ ໄດ້ເນັ້ນໜັກວ່າ ວຽກງານຕໍ່ກັບຊາວ ຫວຽດນາມ ຢູ່ຕ່າງປະເທດ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງວຽກງານການຕ່າງປະເທດ, ທັງແມ່ນໜ້າທີ່ລວມຂອງທັງລະບົບການເມືອງ. ຕາມທ່ານຮອງລັດຖະມົນຕີແລ້ວ, ວຽກງານນີ້ພວມໄດ້ຮັບການຜັນຂະຫຍາຍໃນຫຼາຍເງື່ອນໄຂທີ່ສະດວກ, ດ້ວຍຄວາມເອົາໃຈໃສ່ ແລະ ການຊີ້ນຳຮອບດ້ານຈາກພັກ ແລະ ລັດ, ພ້ອມກັບລະບົບນະໂຍບາຍທີ່ນັບມື້ນັບຄົບຖ້ວນ ແລະ ສອດຄ່ອງກັບຕົວຈິງ.
ທີ່ໜ້າສົນໃຈແມ່ນ, ຊຸມຊົນຊາວ ຫວຽດນາມ ຢູ່ຕ່າງປະເທດ ທີ່ມີເກືອບ 6,5 ລ້ານຄົນ ແມ່ນນັບມື້ນັບມີຄວາມຜູກພັນກັບບ້ານເກີດເມືອງນອນ, ຕັ້ງໜ້າຕອບສະໜອງບັນດາແຜນນະໂຍບາຍ ແລະ ນະໂຍບາຍໃຫຍ່ຂອງປະເທດຊາດ ແລະ ມີຄວາມພາກພູມໃຈຕໍ່ກັບບັນດາຜົນສຳເລັດທີ່ບັນລຸໄດ້ ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່. ນີ້ແມ່ນພື້ນຖານອັນສຳຄັນ ເພື່ອສືບຕໍ່ເສີມຂະຫຍາຍແຫຼ່ງພະລັງຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ຕ່າງປະເທດ ໃນໄລຍະການພັດທະນາໃໝ່.
ທ່ານຮອງລັດຖະມົນຕີ ໄດ້ຕີລາຄາສູງຕໍ່ບັນດາໝາກຜົນທີ່ນະຄອນ ໂຮ່ຈີມິນ ບັນລຸໄດ້ ໃນການເຊື່ອມຕໍ່ ແລະ ດຶງດູດແຫຼ່ງພະລັງຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ຕ່າງປະເທດ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ການລົງທຶນ, ເງິນທຶນສົ່ງກັບ (kiều hối), ວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ. ໃນສະພາບການທີ່ນະຄອນພວມເປີດກວ້າງຂະຫຍາຍຕົວ ພາຍຫຼັງການຈັດສັນກົງຈັກບໍລິຫານໃໝ່, ທ່ານຮອງລັດຖະມົນຕີ ເໜີໃຫ້ສອງຝ່າຍສືບຕໍ່ປະສານງານຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ ເພື່ອເປີດກວ້າງບັນດາແຫຼ່ງພະລັງຂອງຊາວ ຫວຽດນາມ ຢູ່ຕ່າງປະເທດ, ປະກອບສ່ວນເຂົ້າໃນການພັດທະນາຂອງນະຄອນ ແລະ ຂອງທົ່ວປະເທດ.
ທາງດ້ານທ້ອງຖິ່ນ, ທ່ານຫງວຽນລົກຮ່າ ຢືນຢັນວ່າ, ຄຽງຂ້າງກັບກຳລັງແຮງພາຍໃນແລ້ວ, ນະຄອນ ໂຮ່ຈີມິນ ຍາມໃດກໍ່ໄດ້ຮັບການປະກອບສ່ວນຢ່າງແທດຕົວຈິງ ແລະ ດ້ວຍສຸດຈິດສຸດໃຈ ຈາກຊຸມຊົນຊາວ ຫວຽດນາມ ຢູ່ຕ່າງປະເທດ, ໂດຍສະເພາະແມ່ນພໍ່ແມ່ພີ່ນ້ອງປະມານ 3 ລ້ານຄົນ ທີ່ມີການພົວພັນກັບນະຄອນ. ນີ້ແມ່ນແຫຼ່ງພະລັງອັນສຳຄັນ ທີ່ຊ່ວຍໃຫ້ນະຄອນຮັກສາບົດບາດເປັນຫົວຈັກລາກແກ່ທາງດ້ານເສດຖະກິດຂອງທົ່ວປະເທດ.
ທ່ານໄດ້ສະແດງຄວາມເຊື່ອໝັ້ນວ່າ ການເພີ່ມທະວີການປະສານງານກັບກະຊວງການຕ່າງປະເທດ ຈະປະກອບສ່ວນເຮັດໃຫ້ການຮ່ວມມືກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນກວ່າເກົ່າ, ຜ່ານນັ້ນກໍ່ຊ່ວຍຊຸກຍູ້ໃຫ້ນະຄອນ ໂຮ່ຈີມິນ ພັດທະນາເປັນຕົວເມືອງອັດສະລິຍະ, ເປັນສູນກາງການເງິນ - ເສດຖະກິດ - ວິທະຍາສາດເຕັກໂນໂລຊີ ຂອງພາກພື້ນ, ທັງແມ່ນຈຸດເຕົ້າໂຮມທາງດ້ານສະຕິປັນຍາ ແລະ ນ້ຳໃຈຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ທົ່ວໂລກ.
ໃນການເຮັດວຽກ, ສອງຝ່າຍໄດ້ຕີລາຄາສາຍພົວພັນການປະສານງານໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ, ໂດຍສະເພາະແມ່ນໃນການເຊື່ອມຕໍ່, ຊ່ວຍເຫຼືອ ແລະ ປຸກລະດົມຊຸມຊົນຫັນມາຫາບ້ານເກີດເມືອງນອນ. ເມື່ອສິ້ນສຸດແຜນງານ, ຜູ້ຕາງໜ້າຂອງສອງອົງການ ໄດ້ລົງນາມໃນບົດບັນທຶກແຜນງານການປະສານງານ ໄລຍະ 2026-2028 ລະຫວ່າງ ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ) ແລະ ຫ້ອງວ່າການຄະນະກຳມະການປົກຄອງນະຄອນ ໂຮ່ຈີມິນ.
![]() |
| ພິທີເຊັນບົດບັນທຶກແຜນງານການປະສານງານ ລະຫວ່າງ ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ກັບ ຫ້ອງວ່າການຄະນະກຳມະການປົກຄອງນະຄອນ ໂຮ່ຈີມິນ ໄລຍະ 2026-2028. (ພາບ: ໜັງສືພິມ ໂລກ ແລະ ຫວຽດນາມ) |
ຕາມເນື້ອໃນການລົງນາມ, ສອງຝ່າຍຈະເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຄົ້ນຄວ້າ ແລະ ສະເໜີປັບປຸງກົນໄກ, ນະໂຍບາຍໃຫ້ສົມບູນແບບ; ປະສານງານຈັດຕັ້ງບັນດາເຫດການໃຫຍ່ທີ່ສະຫງວນໃຫ້ແກ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ຕ່າງປະເທດ; ພ້ອມທັງຫັນປ່ຽນຮູບແບບການປຸກລະດົມໃຫ້ມີຄວາມຫຼາກຫຼາຍ, ດຶງດູດບັນດານັກທຸລະກິດ, ປັນຍາຊົນ, ນັກວິທະຍາສາດຊາວ ຫວຽດນາມ ຢູ່ຕ່າງປະເທດ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ, ເຂົ້າຮ່ວມການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ, ຄະນະກໍ່ໄດ້ເຮັດວຽກຮ່ວມກັບຜູ້ຕາງໜ້າບາງພະແນກການ, ຂະແໜງການ ແລະ ຜູ້ຊ່ຽວຊານ, ປັນຍາຊົນຊາວ ຫວຽດນາມ ຢູ່ຕ່າງປະເທດ ຢູ່ສູນການປະຕິວັດອຸດສາຫະກຳຄັ້ງທີສີ່ (C4IR) ນະຄອນ ໂຮ່ຈີມິນ. ຢູ່ທີ່ນີ້, ບັນດາຜູ້ແທນຊາວ ຫວຽດນາມ ຢູ່ຕ່າງປະເທດ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ບັນດາການຕັດສິນໃຈຍຸດທະສາດຂອງ ຫວຽດນາມ, ພ້ອມທັງມີຄວາມມຸ່ງມາດປາດຖະໜາທີ່ຈະໄດ້ເຂົ້າຮ່ວມຢ່າງເລິກເຊິ່ງກວ່າເກົ່າ ເຂົ້າໃນຂະບວນການພັດທະນາຂອງນະຄອນ ແລະ ຂອງປະເທດຊາດ.
ທ່ານຫງວຽນຈຸງກຽນ, ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ຢູ່ຕ່າງປະເທດ ຕີລາຄາວ່າ, ພາຍຫຼັງເປີດກວ້າງຂະຫຍາຍຕົວ, ນະຄອນ ໂຮ່ຈີມິນ ແມ່ນມີທ່າແຮງບົ່ມຊ້ອນອັນໃຫຍ່ຫຼວງເພື່ອບຸກທະລຸ, ເຊິ່ງມາກັບຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງ ໃນການເສີມຂະຫຍາຍແຫຼ່ງພະລັງຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ຕ່າງປະເທດ. ທ່ານໄດ້ຈົດຮັບບັນດາການປະກອບສ່ວນອັນພົ້ນເດັ່ນ ຂອງຊຸມຊົນຊາວ ຫວຽດນາມ ຢູ່ຕ່າງປະເທດ ບໍ່ພຽງແຕ່ແມ່ນດ້ານເງິນທຶນສົ່ງກັບເທົ່ານັ້ນ ແຕ່ຍັງແມ່ນດ້ານສະຕິປັນຍາ, ໂດຍສະເພາະແມ່ນໃນຂົງເຂດວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ.
ພ້ອມກັນນັ້ນ, ທ່ານໃຫ້ຮູ້ວ່າ ຄະນະກຳມະການຈະສັງລວມບັນດາຄຳສະເໜີຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ຕ່າງປະເທດ ທີ່ກ່ຽວຂ້ອງເຖິງການປັບປຸງກົນໄກ, ນະໂຍບາຍ, ການປົກປ້ອງຊັບສິນທາງປັນຍາ, ການຊຸກຍູ້ການຫັນເປັນສີຂຽວ, ການປະຕິຮູບລະບຽບການເຂົ້າ-ອອກເມືອງ, ການພັກເຊົາ… ເພື່ອລາຍງານໃຫ້ບັນດາອົງການທີ່ມີທ່າແຮງພິຈາລະນາ ແລະ ແກ້ໄຂ.
ຫົວໜ້າຄະນະກຳມະການ ກໍ່ໄດ້ສະແດງຄວາມມຸ່ງມາດປາດຖະໜາໃຫ້ທີມງານປັນຍາຊົນ, ນັກທຸລະກິດຊາວ ຫວຽດນາມ ຢູ່ຕ່າງປະເທດ ສືບຕໍ່ເສີມຂະຫຍາຍເອກະລັກວັດທະນະທຳຂອງຊາດ ເຂົ້າໃນບັນດາການເຄື່ອນໄຫວລົງທຶນ, ທຸລະກິດ, ຜ່ານນັ້ນກໍ່ປະກອບສ່ວນຍົກສູງພາບພົດ ແລະ ເຄື່ອງໝາຍການຄ້າ ຫວຽດນາມ ຢູ່ໃນເວທີສາກົນ.
| ໃນໂອກາດນີ້, ຄະນະປະຕິບັດງານໄດ້ເຮັດວຽກຮ່ວມກັບ ສະມາຄົມນັກທຸລະກິດ ຫວຽດນາມ ຢູ່ຕ່າງປະເທດ, ແຈ້ງຂໍ້ມູນກ່ຽວກັບ ຄຳສັ່ງສະບັບເລກທີ 11/CT-TTg ລົງວັນທີ 3 ເມສາ 2026 ຂອງນາຍົກລັດຖະມົນຕີ ກ່ຽວກັບການລະດົມຊາວ ຫວຽດນາມ ຢູ່ຕ່າງປະເທດ ເຂົ້າຮ່ວມການໂຄສະນາ, ຈຳໜ່າຍສິນຄ້າ ຫວຽດນາມ ແລະ ພັດທະນາບັນດາຊ່ອງທາງການກະຈາຍສິນຄ້າຢູ່ຕ່າງປະເທດ ໄລຍະ 2026-2030. ຄະນະໄດ້ສະເໜີໃຫ້ສະມາຄົມ ສືບຕໍ່ເສີມຂະຫຍາຍບົດບາດການເຊື່ອມຕໍ່ນັກທຸລະກິດຊາວ ຫວຽດນາມ ຢູ່ຕ່າງປະເທດ ກັບບັນດາທ້ອງຖິ່ນພາຍໃນປະເທດ, ຊຸກຍູ້ການລົງທຶນ, ການຄ້າ, ປະກອບສ່ວນເປີດກວ້າງຕະຫຼາດ ແລະ ຍົກສູງຖານະບົດບາດສິນຄ້າ ຫວຽດນາມ ຢູ່ໃນເວທີສາກົນ. ຢູ່ທີ່ນີ້, ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ຢູ່ຕ່າງປະເທດ ໄດ້ມອບໃບຢັ້ງຢືນຊົມເຊີຍໃຫ້ແກ່ ທ່ານນາງຟຸ່ງກິມວີ, ນັກທຸລະກິດຊາວ ຫວຽດນາມ ຢູ່ ການາດາ, ຮອງປະທານສະມາຄົມນັກທຸລະກິດ ຫວຽດນາມ ຢູ່ຕ່າງປະເທດ, ເພື່ອຈົດຮັບບັນດາການປະກອບສ່ວນຢ່າງຕັ້ງໜ້າໃນການເຄື່ອນໄຫວວຽກງານຊຸມຊົນ. |
| ນະຄອນ ໂຮ່ຈິມິນ ເຊີດຊູການປະກອບສ່ວນຂອງບັນດານັກປັນຍາຊົນຫວຽດນາມ ຢູ່ຕ່າງປະເທດ ຍສໝ - ວັນທີ 9 ພະຈິກ, ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີຍ້ອງຍໍບັນດານັກຊ່ຽວຊານປັນຍາຊົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຍ້ອນບັນດາປະກອບສ່ວນຄວາມຄິດເຫັນ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວກໍ່ສ້າງ, ພັດທະນານະຄອນ. |
| ຈັດຕັ້ງ “ວັນຫວຽດນາມ ຢູ່ຕ່າງປະເທດ 2024” ທີ່ ບຣາຊິນ ແລະຊາອຸດິ ອາຣາເບຍ ຍສໝ - ວັນທີ 6 ພະຈິກ, ທີ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຂ່າວກ່ຽວກັບການຈັດລາຍການ “ວັນຫວຽດນາມ ຢູ່ຕ່າງປະເທດ 2024”. |

