ໃນບັນຍາກາດຂອງການຢ້ຽມຢາມທີ່ຫວຽດນາມ, ວັນທີ 5 ມັງກອນ 2024, ຄະນະຜູ້ແທນ ສະພາແຫ່ງຊາດລາວ ນໍາໂດຍທ່ານຮອງປະທານ ສະພາແຫ່ງຊາດ ຈະເລີີນ ເຢຍປາວເຮີ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງຮຽນມິດຕະພາບ T78.
ຍສໝ - ລັດຖະມົນຕີ 2 ທ່ານ ມີການແລກປ່ຽນຢ່າງກ້ວາງຂວາງ ແລະ ແທດຈິງ, ສຸມໃສ່ກວດກາຄືນບັນດາເນື້ອໃນການຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ແລະ ການກະກຽມໃຫ້ແກ່ການເຄື່ອນໄຫວວຽກງານການຕ່າງປະເທດຂັ້ນສູງລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.
ຍສໝ - ເສັ້ນທາງທິດຕາເວັນຕົກຂອງສາຍພູຫຼວງ (ເຈື່ອງເຊີນ) ຢູ່ລາວ ໄດ້ກາຍເປັນສັນຍາລັກແຫ່ງການພົວພັນຮ່ວມມືຍຸດທະສາດ ຫວຽດນາມ - ລາວ, ນ້ຳໃຈມິດຕະພາບພິເສດ ລະຫວ່າງ ກອງທັບ ແລະ ປະຊາຊົນສອງປະເທດ. ບັນດາຮ່ອງຮອຍປະຫວັດສາດຢູ່ຖະໜົນສາຍນີ້ ສົມຄວນທີ່ຈະໄດ້ຮັບສາຍານາມເປັນຮ່ອງຮອຍປະຫວັດສາດແຫ່ງຊາດລາວ.
ຍສໝ - ໃນອາຍຸ 94 ປີ, ທ່ານ ດ່າວວັນຕ້ຽນ (ຢູ່ຮ່ອມຮ່ວາບິ່ງ 6, ຖະໜົນ ມິ່ງຄ່າຍ, ຮ່າໂນ້ຍ), ອະດີດຊ່ຽວຊານການທະຫານຫວຽດນາມ ຢູ່ລາວ ໃນໄລຍະສົງຄາມທີ່ໂຫດຮ້າຍ ກໍ່ຍັງຮັກສາບັນດາຂອງທີ່ລະນຶກທີ່ເຕັມໄປດ້ວຍນໍ້າໃຈມິດຕະພາບ ລະຫວ່າງ ສອງປະເທດ, ຕູ້ໃນຫ້ອງຮັບແຂກຂອງທ່ານ ດ່າວວັນຕ້ຽນ ເຕັມໄປດ້ວຍຂອງທີ່ລະນືກ ທີ່ປ່ຽນສີໄປຕາມການເວລາເຊັ່ນ: ມີດແຫຼມ - ຂອງຂວັນຈາກເພື່ອນທະຫານລາວ; ການ້ຳທີ່ເຮັດຈາກປອກລູກປືນ; ຈອກເຫລົ້າທີ່ເຮັດຈາກຕົ້ນໄມ້ປ່ອງ ຂອງຄົນລາວມອບໃຫ້ ໃນປີ 1969; ໜ້າຍິງຂອງຜູ້ນຳໜ້າທະຫານໃນສົງຄາມຕໍ່ຕ້ານຝຣັ່ງໃນລາວ ໃນຕົ້ນຊຸມປີ 1900...
ຍສໝ - ຄະນະຊາວໜຸ່ມປະຊາຊົນປະຕິວັດ ສປປ.ລາວ ຍາມໃດກໍ່ເອົາໃຈໃສ່ສຶກສາອົບຮົມຊາວໜຸ່ມລາວ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ເຖິງມູນເຊື້ອຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ແລະ ລາວ-ຫວຽດນາມ.
ຍສໝ - ການເຄື່ອນໄຫວແທດຈິງ ແລະ ມີຄວາມໝາຍໄດ້ປະກອບສ່ວນຍົກສູງຄວາມຮັບຮູ້ດ້ານກົດໝາຍໃຫ້ປະຊາຊົນສອງຝັ່ງຊາຍແດນຫວຽດນາມ - ລາວ; ຮັດແໜ້ນສາຍພົວພັນສາມັກຄີ, ມິດຕະພາບລະຫວ່າງບັນດາກຳລັງປະກອບອາວຸດ ແລະ ປະຊາຊົນຢູ່ເຂດຊາຍແດນ.
ຍສໝ - ປະຕິບັດແຜນການຮ່ວມມື 2023 ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະລາວ, ທ່ານພົນໂທ ເລືອງເກື່ອງ ສີລິວົງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເປັນຫົວໜ້າຄະນະ. ຄະນະຜູ້ແທນຂັ້ນສູງດ້ານການເມືອງຂອງກອງທັບປະຊາຊົນລາວ ໄດ້ເດີນທາງມາຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 25-28 ກັນຍາ 2023.
ຍສໝ - ຕອນບ່າຍວັນທີ 24 ກັນຍາ, ຢູ່ເຂດພູດອຍ ເວີນແຄງ (ບິ່ງດິງ), ຄະນະຊາວໜຸ່ມແຂວງ ບິ່ງດິ່ງ ໄດ້ຈັດຕັ້ງງານບຸນວັດທະນະທໍາ ແລະ ກິລາຊາວໜຸ່ມ ຫວຽດນາມ - ລາວ ດ້ວຍການເຂົ້າຮ່ວມຂອງສະມາຊິກສະຫະພັນ, ຊາວໜຸ່ມ, ນັກສຶກສາ ຫວຽດນາມ ແລະ ລາວ ຈຳນວນກວ່າ 250 ຄົນ.
ຍສໝ - ສຳລັບບັນດາແຂວງຊາຍແດນເວົ້າລວມ, ແຂວງກອນຕູມ ເວົ້າສະເພາະ ແມ່ນຈັດຕັ້ງປະຕິບັດວຽກງານການທູດປະຊາຊົນໄດ້ເປັນຢ່າງດີ ບໍ່ພຽງແຕ່ສ້າງເປັນກຳລັງແຮງສັງລວມໃຫ້ແກ່ວຽກງານການຕ່າງປະເທດຂອງແຂວງເທົົ່ານັ້ນ, ຫາກຍັງໄດ້ປະກອບສ່ວນສຳຄັນໃນການປັບປຸງ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງນໍ້າໃຈຂອງປະຊາຊົນໃນການປົກປັກຮັກສາເສັ້ນຊາຍແດນແຫ່ງຊາດຢ່າງໜັກແໜ້ນນຳອີກ.
ຍສໝ - ວັນທີ 19 ກັນຍາ, ທ່ານ ຟານວັນມ້າຍ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບ ທ່ານ ປອ ສອນທະນູ ທຳມະວົງ, ກຳມະການສູນກາງພັກ, ຫົວສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ບັນດິດ ໂຊກທັດ (Sok Touch), ຫົວໜ້າສະຖາບັນບັນດິດ ລາຊະອານາຈັກ ກຳປູເຈຍ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ.
ຍສໝ - ທ່ານປະທານສະມາຄົມມິດຕະພາບລາວ-ຫວຽດນາມ ໃຫ້ຮູ້ວ່າ: ຕ້ອງກໍ່ສ້າງກົນໄກພິເສດເພື່ອໃຫ້ການຮ່ວມມືລະຫວ່າງຫວຽດນາມ - ລາວ ໄດ້ຮັບການຜັນຂະຫຍາຍຢ່າງວ່ອງໄວ ແລະ ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ປະຊາຊົນສອງປະເທດ.
ຍສໝ - ໃນວັນທີ 1 ກັນຍາ, ຄ້າຍທະຫານຊາຍແດນ ຫງອກເລີມ, ກອງບັນຊາການທະຫານຊາຍແດນແຂວງເງະອານ (ຫວຽດນາມ) ແລະກອງຮ້ອຍຊາຍແດນ 252, ກອງບັນຊາການທະຫານແຂວງບໍລິຄໍາໄຊ (ລາວ) ໄດ້ສົມທົບກັນຈັດຕັ້ງການລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນ.
ຍສໝ - ຂ້າພະເຈົ້າຊື່ ສົມຫວັງ ນິນທະວົງ, ເບີໂທລະສັບ: 008562099901208. ໃນເມື່ອກ່ອນ, ຂ້າພະເຈົ້າແມ່ນທີ່ປືກສາຝ່າຍເສດຖະກິດ ແລະ ການຄ້າ, ສະຖານທູດ ສປປ.ລາວ ປະຈຳ ສສ.ຫວຽດນາມ ອາຍຸການ 2016 – 2010, ອະດີດຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າລາວ.
ຍສໝ - ຕອນບ່າຍວັນທີ 17 ກໍລະກົດ, ຢູ່ຫາດຊາຍທະເລ ໝີເຄ, ຕາແສງ ຕິ້ງເຄ, ນະຄອນ ກ໋ວາງຫງາຍ ໄດ້ດຳເນີນໂຄງການ Friendship Night ພົບປະແລກປ່ຽນນັກສຶກສາ ອາເມລິກາ - ຫວຽດນາມ - ລາວ.
ຍສໝ - ສອງອົງການ ຈະຜັນຂະຫຍາຍການປະຕິບັດ “ບົດບັນທຶກຊ່ວຍຈຳວ່າດ້ວຍການສ້າງ, ນຳໃຊ້ໂທລະສັບສາຍດ່ວນ ລະຫວ່າງ ກະຊວງປ້ອງກັນປະເທດສອງປະເທດ.
ຍສໝ - ທີ່ການພົບປະທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 10 ພຶດສະພາ ກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບອົກຂອບໃຈ ຫວຽດນາມ ທີ່ໄດ້ໜູນຊ່ວຍ ແລະ ຮ່ວມມືກັບ ລາວ ຢ່າງມີປະສິດທິຜົນໃນການພັດທະນາເສດຖະກິດ - ສັງຄົມ.
ຍສໝ - ໂດຍແບ່ງປັນທີ່ການຕ້ອນຮັບ, ທ່ານ ມາຍຊວັນແທັງ ຜູ້ຮັກສາການຫົວໜ້າກົມໃຫຍ່ພາສີອາກອນ ຫວຽດນາມ ໃຫ້ຮູ້ວ່າ ປີ 2022 ຂະແໜງພາສີ ຫວຽດນາມ ໄດ້ຍູ້ແຮງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງພາສີອາກອນ ໃນນັ້ນໄດ້ຜັນຂະຫຍາຍໃບບິນເອເລັກໂນຕິກໃນຂອບເຂດທົ່ວປະເທດ.
ຍສໝ - ເຂົ້າຮ່ວມພິທີມີທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ຜູ້ຕາງໜ້າການນຳກະຊວງສຶກສາ ແລະ ກິລາ ລາວ, ຜູ້ຕາງໜ້າບັນດາອົງການທີ່ກ່ຽວຂ້ອງຂອງລາວ, ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ນະຄອນຫຼວງ ວຽງຈັນ, ບັນດາພະນັກງານ, ຄູສອນ, ນັກຊ່ຽວຊານໄດ້ ແລະ ພວມສິດສອນພ້ອມກັບນັກຮຽນ ແລະ ອະດີດນັກຮຽນຂອງໂຮງຮຽນເປັນຈຳນວນຫຼາຍ.
ຍສໝ - ໃນລະຫວ່າງວັນທີ 14 – 19 ມີນາຢູ່ໂຮງລະຄອນ ລາມເຊີນ, ນະຄອນແທງຮວາ ຈະດຳເນີນ Gala ກາຍຍະສິນສາກົນ ຫວຽດນາມ - ລາວ ໂດຍໂຮງຮຽນສິລະປະ ກາຍຍະສິນ ຫວຽດນາມ ຈັດຂຶ້ນ.
ຍສໝ - ວັນທີ 24 ກຸມພາ, ຢູ່ນະຄອນເຫ້ວ, ກົມກວດກາປ່າໄມ້ ຫວຽດນາມ ສົມທົບກັບກົມກວດກາປ່າໄມ້ ລາວ ຈັດຕັ້ງກອງປະຊຸມສະຫຼຸບການຕີລາຄາໝາກຜົນການປະຕິບັດບົດບັນທຶກຊ່ວຍຈຳລະຫວ່າງສອງຝ່າຍໃນໄລຍະ 2017 – 2022 ແລະ ປຶກສາຫາລືບັນດາການເຄື່ອນໄຫວສົມທົບກັນໄລຍະ 2023 – 2028.