ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ ຫວຽດ​ນາມ - ລາວ ນັບ​ມື້​ນັບ​ພັດ​ທະ​ນາ

16:08 | 14/03/2024

ຍສໝ - ວັນ​ທີ 14 ມີນານີ້, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານນາງ ເຈື່ອງທິມາຍ ກໍາມະການ​ກົມການ​ເມືອງ, ​ຜູ້ປະຈຳ​ຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນ​ກາງພັກກອມມູນິດ ຫວຽດນາມ​ ​ໄດ້ຕ້ອນຮັບ​ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສາທາລະນະ​ລັດ ປະຊາທິປະ​ໄຕ ປະ​ຊາ​ຊົນ​ລາວ ​ ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດທີ່ຮັບໜ້າທີ່ປະຕິບັດງານຢູ່ ຫວຽດນາມ.

ຮອງປະທານສະພາແຫ່ງຊາດລາວ: ໂຮງຮຽນມດຕະພາບ78 ປະ​ຕິ​ບັດ​ພາລະກຳ​ເຜີຍ​ແຜ່​ສາຍ​ພົວ​ພັນ​ແບບ​ພິ​ເສດ​ ຫວຽດ​ນາມ - ລາວ ເຖິງ​ລຸ້ນ​ໜຸ່ມໄດ້​ເປັນ​ຢ່າງ​ດີ ຮອງປະທານສະພາແຫ່ງຊາດລາວ: ໂຮງຮຽນມດຕະພາບ78 ປະ​ຕິ​ບັດ​ພາລະກຳ​ເຜີຍ​ແຜ່​ສາຍ​ພົວ​ພັນ​ແບບ​ພິ​ເສດ​ ຫວຽດ​ນາມ - ລາວ ເຖິງ​ລຸ້ນ​ໜຸ່ມໄດ້​ເປັນ​ຢ່າງ​ດີ
ເພີ່ມ​ທະ​ວີ​ການພົວ​ພັນ​​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ຮັດ​ແໜ້ນ​ສາຍ​ພົວພັນ​ມິດ​ຕະ​ພາບ ລະ​ຫວ່າງ​ ໄວ​ໜຸ່ມ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການພົວ​ພັນ​​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ຮັດ​ແໜ້ນ​ສາຍ​ພົວພັນ​ມິດ​ຕະ​ພາບ ລະ​ຫວ່າງ​ ໄວ​ໜຸ່ມ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ທ່ານນາງ ຄຳເພົາ ເອີນທະວັນ ​ໄດ້ສະແດງຄວາມຂອບອົກຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່ທ່ານຜູ້ປະຈຳ​ຄະນະເລຂາທິການ ນາງ ເຈື່ອງທິມາຍ ທີ່​ໄດ້​ຕ້ອນຮັບ ​ແລະ ຄວາມຮັບແພງອັນສະໜິດສະໜົມຕໍ່ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ; ແລະ​ກໍໄດ້​ສົ່ງ​ຄຳຢ້ຽມຢາມຖາມຂ່າວຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ​ ລາວ ເຖີງ​ຄະນະ​ປະຈຳ​ຄະນະ​ເລຂາທິການ ​ແລະ ການ​ນຳ​ຂັ້ນ​ສູງ ​ຫວຽດນາມ.

ທ່ານນ່າງ​​ເອກ​ອັກຄະ​ລັດຖະທູດ ໄດ້ສະແດງຄວາມຊົມ​ເຊີຍ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ, ສຳຄັນ, ຮອບດ້ານ​ໃນ​ທຸກ​ຂົງ​ເຂດ​ທີ່​ປະຊາຊົນ​ ຫວຽດນາມ ບັນລຸ​ໄດ້; ໄດ້ສະແດງຄວາມເຊື່ອໝັ້ນວ່າ ໂດຍການນຳຂອງພັກກອມມູນິດ ຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ນຳໜ້າ, ປະຊາຊົນ ຫວຽດນາມ ຈະສືບຕໍ່ຍາດ​ເອົາໄດ້ບັນດາຜົນງານໃໝ່, ໃຫຍ່ຫຼວງກວ່າອີກ ໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປະຕິບັດໄຊຊະນະມະຕິກອງປະຊຸມໃຫຍ່ຄັ້ງ​ທີ XIII ຂອງ​ພັກ, ບັນລຸ​ເປົ້າ​ໝາຍ​ມາຮອດປີ 2030 ເປັນປະ​ເທດພວມ​ພັດທະນາ, ​ອຸດສາຫະກຳ​ທັນ​ສະ​ໄໝ, ມີ​ລາຍຮັບ​ສູງ​, ອດ​ປີ 2045 ກາຍ​ເປັນ​ປະ​ເທດ​ພັດທະນາ, ​ມີລາຍຮັບ​ສູງ.

ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ ຫວຽດ​ນາມ - ລາວ ນັບ​ມື້​ນັບ​ພັດ​ທະ​ນາ

ທ່ານນ່າງເຈື່ອງທິມາຍ - ​ຜູ້ປະຈຳ​ຄະນະເລຂາທິການ ໄດ້​ຕ້ອນຮັບທ່ານນ່າງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ລາວ ປະຈຳ​ ຫວຽດນາມ ​ຄຳ​ປາວ ​ເອີນ​ທະ​ແວງ. ພາບ: ເຟືອງຮວ່າ/TTXVN

ທ່ານນາງ ​ຄຳ​ປາວ ​ເອີນ​ທະ​ແວງ ໄດ້ສະແດງຄວາມປິຕິຊົມຊື່ນກ່ຽວກັບສາຍພົວພັນສາມັກຄີແບບພິເສດ ລາວ-ຫວຽດນາມ ບໍ່ຢຸດຢັ້ງໄດ້ຮັບການປັບປຸງ ແລະ ພັດທະນາ, ໄດ້ສະແດງຄວາມຂອບ​ອົກ​ຂອບ​ໃຈ​ບັນດາ​ການ​ສະນັບສະໜູນ, ໜູນ​ຊ່ວຍອັນ​ໃຫຍ່​ຫຼວງ, ມີຜົນ, ທັນ​ການ​ທີ່​ ຫວຽດນາມ ​ໄດ້​ມອບ​ໃຫ້​ແກ່ ​ລາວ​ ມາ​ຮອດ​ປະຈຸ​ບັນ; ພ້ອມ​ກັນ​ນັ້ນ ຢືນຢັນວ່າ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ ເພື່ອປັບປຸງ ແລະ ເພີ່ມທະວີສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ-ຫວຽດນາມ ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ໂດຍສະແດງຄວາມຊົມເຊີຍທ່ານນາງ ຄຳ​ປາວ ​ເອີນ​ທະ​ແວງ ໄດ້ຮັບການແຕ່ງຕັ້ງຈາກພັກ, ລັດ ລາວ ເປັນເອກອັກຄະລັດ ຖະທູດຜູ້ມີອຳນາດເຕັມປະຈຳ ຫວຽດນາມ, ທ່ານຜູ້ປະຈຳ​ຄະນະເລຂາທິການ ເຈື່ອງທິມາຍ ເຊື່ອ​ໝັ້ນ​ວ່າດ້ວຍ​ຄວາມ​ຮັກ​ແພງ, ສະໜິດສະໜົມ​ກັບ​ປະ​ເທດ, ປະຊາຊົນ ຫວຽດນາມ ​ແລະ ປະສົບ​ການນຳພາ​ດ້ານ​ການ​ຕ່າງປະເທດ, ທ່ານ​ເອກ​ອັກຄະ​ລັດຖະທູດ ຈະ​ປະຕິບັດ​ສຳ​ເລັດ​ບັນດາ​ໜ້າ​ທີ່​ທີ່​ພັກ, ລັດ ​ແລະ ປະຊາຊົນ​ ລາວ ມີ່ມອບ​ໝາຍ​ໃຫ້ຢ່າງ​ດີ​ເດັ່ນ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມພູນຄູນສ້າງນ້ຳໃຈ ໃຫ້ເແກ່ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ເລິກ​ເຊິ່ງ.

ໂດຍຕີ​ລາຄາ​ສູງ​ບົດບາດ​ສຳຄັນ​ຂອງ​ສະຖານທູດ​ ລາວ ປະຈຳ ຫວຽດນາມ, ທ່ານນ່າງເຈື່ອງທິມາຍ - ​​ຜູ້ປະຈຳ​ຄະນະເລຂາທິການ ຫວັງ​ວ່າ​ສະຖານທູດ​ຈະ​ສືບ​ຕໍ່​ເປັນ​ຂົວ​ຕໍ່​ຊ່ວຍ​ໃຫ້​ບັນດາ​ກະຊວງ, ຄະນະ, ຂະແໜງການ, ອົງຄະນະ​ ແລະ ທ້ອງ​ຖິ່ນ​ຂອງ 2 ປະ​ເທດ ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ແບ່ງປັນປະສົບການ, ຊ່ວຍເຫຼືອເຊິ່ງກັນແລະກັນພັດທະນາ.

​ໂດຍ​ສະ​ເໜີ​ບາງ​ຂໍ້​ມູນ​ຂ່າວສານ​ທົ່ວ​ໄປ​ກ່ຽວ​ກັບ​ສະພາບ​ການ​ຢູ່​ ຫວຽດນາມ, ​ໃນ​ນັ້ນ ມີ​ວຽກ​ງານ​ກໍ່ສ້າງ​ພັກ, ທ່ານ​ຜູ້ປະຈຳ​ຄະນະເລຂາທິການ ເຈື່ອງທິມາຍ ໄດ້ສະແດງຄວາມ​ຊົມ​ເຊີຍ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ, ສຳຄັນ​ທີ່​ພີ່ນ້ອງ​ຊາວ ​ລາວ ​ບັນລຸ​ໄດ້; ກໍໄດ້ສະແດງຄວາມເຊື່ອ​ໝັ້ນ​ວ່າ ໂດຍການນຳພາຂອງ​ພັກ​ປະຊາຊົນ​ປະຕິວັດ ​ລາວ, ປະຊາຊົນ​ ລາວ ຈະ​ປະຕິບັດໄຊຊະນະະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ພັກ​ທຸກ​ຂັ້ນ​ກ້າວ​ໄປ​ສູ່​ກອງ​ປະຊຸມ​ໃຫຍ່ພັກທົ່ວປະເທດ​ຄັ້ງ​ທີ XII ຢ່າງມີຜັນສຳເລັດ, ສຳເລັດພາລະສຳຄັນ, ບົດບາດ​ຂອງ​ປະທານ​ອາ​ຊຽນ, ປະທານ AIPA ໃນປີ 2024, ປະກອບສ່ວນຍົກສູງທີ່ຕັ້ງອງ ລາວ ໃນພາກພື້ນ ແລະ ໃນໂລກ.

ທ່ານ​ຜູ້ປະຈຳ​ຄະນະເລຂາທິການ ເຈື່ອງທິມາຍ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການໜຸ່ມຊ່ວຍ, ສະນັບສະໜູນ​ອັນ​ລ້ຳ​ຄ່າ​ທີ່​ພັກ, ລັດ, ປະຊາຊົນ​ ລາວ ​ໄດ້​ມອບ​ໃຫ້​ ຫວຽດນາມ ​ມາ​ຮອດ​ປະຈຸ​ບັນ ແລະ ຢືນຢັນ​ວ່າ ຫວຽດນາມ ຈະພ້ອມກັບ ລາວ ຮັກສາ ​ແລະ ບໍ່ຢຸດຢັ້ງເພີ່ມພູນຄູນສ້າງນ້ຳໃຈໃຫ້ແກ່ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ ນັບມື້ນັບພັດທະນາ​ຢ່າງ​ເລິກ​ເຊິ່ງ, ແທດ​ຈິງ, ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ ​ແລະ ສົ່ງ​ຕໍ່​ໃຫ້​ຄົນ​ລຸ້ນຫຼັງ.

ທ່ານ​ຜູ້ປະຈຳ​ຄະນະເລຂາທິການ ເຈື່ອງທິມາຍ ໄດ້​ສົ່ງ​ຄຳຢ້ຽມຢາມຖາມຂ່າວອັນສະໜິດຊິດເຊື້ອ ແລະ ບັນດາຄຳອວຍພອນທີ່ດີທີ່ສຸດມາ​ຍັງ​ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ ລາວ.

ມິງດຶກ

ເຫດການ
302 Found

Found

The document has moved here.