ກອງ​ປະ​ຊຸມປຶກ​ສາ​ຫາ​ລື​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ລາວ ຄັ້ງ​ທີ 10

06:13 | 22/11/2023

ຍສໝ - ລັດຖະມົນຕີ 2 ທ່ານ ມີ​ການ​ແລກປ່ຽນ​ຢ່າງ​ກ້ວາງ​ຂວາງ ​ແລະ ​ແທດ​ຈິງ, ສຸມ​ໃສ່​ກວດກາ​ຄືນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ການ​ກະກຽມ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ຂັ້ນ​ສູງ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ຄົງຄາ ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ຄົງຄາ
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ G20: ອິນ​ເດຍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຮັກ​ສາ​ສັນ​ຕິ​ພາບ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ G20: ອິນ​ເດຍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຮັກ​ສາ​ສັນ​ຕິ​ພາບ

ໂດຍປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງກະຊວງການຕ່າງປະເທດສອງປະເທດ ແລະ ຕາມຄຳເຊີນຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ພວມມີການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 21 – 23 ພະຈິກ.

ໃນຕອນເຊົ້າວັນທີ 22 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 10 ຢູ່ ຮ່າໂນ້ຍ.

ກອງ​ປະ​ຊຸມປຶກ​ສາ​ຫາ​ລື​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ລາວ ຄັ້ງ​ທີ 10

ກອງ​ປະ​ຊຸມປຶກ​ສາ​ຫາ​ລື​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ລາວ ຄັ້ງ​ທີ 10

ດຖະມົນຕີ 2 ທ່ານ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງກະຊວງການຕ່າງປະເທດສອງປະເທດນັບມື້ນັບໄດ້ຮັບການຊຸກຍູ້ບົນພື້ນຖານສັນຍາຮ່ວມມືລະຫວ່າງກະຊວງການຕ່າງປະເທດ 2 ປະເທດໄລຍະ 2021 – 2025; ເຫັນດີສືບຕໍ່ຮັກສາ ແລະ ຊຸກຍູ້ບັນດາກົນໄກຮ່ວມມືແຕ່ລະໄລຍະລະຫວ່າງ 2 ກະຊວງເຊັ່ນ: ແຜນງານເພີ່ມທະວີການຮ່ວມມືທາງດ້ານການທູດ ແລະ ເສດຖະກິດໃນໄລຍະ 2020 – 2025; ໂຄງ​ການ​ຮ່ວມ​ມື​ຝຶກ​ອົບ​ຮົມ ແລະ ຊຸກ​ຍູ້​ໃຫ້​ພະ​ນັກ​ງານ​ທີ່​ເຮັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ບັນ​ດາ​ກະ​ຊວງ, ສາ​ຂາ ແລະ ທ້ອງ​ຖິ່ນ​ຂອງ​ລາວ; ວຽກ​ງານ​ຄົ້ນຄວ້າ​ຍຸດ​ທະ​ສາດ... ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ແຕ່ລະ​ປະ​ເທດ, ​ແລະ ຢືນຢັນ​ຈະ​ສືບ​ຕໍ່​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແລກປ່ຽນ​ທັດສະນະ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ.

ໃນກອງປະຊຸມປືກສາຫາລື, ລັດຖະມົນຕີສອງທ່ານໄດ້ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ສຸມໃສ່ສຳຫຼວດກວດຄືນເນື້ອໃນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ເຫັນດີສືບຕໍ່ຮັກສາ ແລະ ຍູ້ແຮງບັນດາກົນໄກຮ່ວມມືປະຈຳໄລຍະລະຫວ່າງສອງກະຊວງໃນໄລຍະຈະມາເຖິງ. ສອງຝ່າຍແຈ້ງໃຫ້ກັນຊາບກ່ຽວກັບນະໂຍບາຍພົວພັນຕ່າງປະເທດຂອງແຕ່ລະປະເທດ, ພ້ອມທັງຢັ້ງຢືນຈະສືບຕໍ່ເປັນເຈົ້າການແບ່ງປັນຂໍ້ມູນ, ແລກປ່ຽນທັດສະນະ ແລະ ສົມທົບຫຼັກໝັ້ນໃນທຸກຊ່ອງທາງ ແລະ ທຸກຂັ້ນ, ປະກອບສ່ວນຍົກສູງບົດບາດທີ່ຕັ້ງບົນເວທີສາກົນຂອງແຕ່ລະປະເທດ. ສອງຝ່າຍເຫັນດີສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນ ອາຊຽນ ແລະ ບັນດາກົນໄກຮ່ວມມືອະນຸກຳມະການແມ່ນ້ຳຂອງ; ສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບບັນດາບັນຫາຍຸດທະສາດຢູ່ພາກພື້ນ, ໃນນັ້ນ ມີບັນຫາທະເລຕາເວັນອອກ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຕີລາຄາສູງການກະກຽມໃຫ້ແກ່ປີປະທານ ອາຊຽນ 2024 ຢ່າງເປັນເຈົ້າການຂອງລາວ ແລະ ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືໜູນຊ່ວຍ ລາວ ປະຕິບັດໜ້າທີ່ສຳຄັນນີ້ຢ່າງສຳເລັດຜົນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.