ບັນດາຂອງທີ່ລະນຶກ “ເລົ່າ​ເລື່ອງ” ນໍ້າໃຈ​ມິດ​ຕະ​ພາບ ​ຫວຽດ​ນາມ - ລາວ

11:46 | 19/10/2023

ຍສໝ - ໃນອາຍຸ 94 ປີ, ທ່ານ ດ່າວວັນຕ້ຽນ (ຢູ່ຮ່ອມຮ່ວາບິ່ງ 6, ຖະໜົນ ມິ່ງຄ່າຍ, ຮ່າໂນ້ຍ), ອະດີດຊ່ຽວຊານການທະຫານຫວຽດນາມ ຢູ່ລາວ ໃນໄລຍະສົງຄາມທີ່ໂຫດຮ້າຍ ກໍ່ຍັງຮັກສາບັນດາຂອງທີ່ລະນຶກທີ່ເຕັມໄປດ້ວຍນໍ້າໃຈມິດຕະພາບ ລະຫວ່າງ ສອງ​ປະ​ເທດ, ຕູ້​ໃນ​ຫ້ອງ​ຮັບ​ແຂກ​ຂອງ​ທ່ານ ດ່າວວັນຕ້ຽນ ​ ​ເຕັມ​ໄປ​ດ້ວຍຂອງ​ທີ່ລະນືກ ​ທີ່​ປ່ຽນສີໄປຕາມການເວລາເຊັ່ນ: ມີດແຫຼມ - ຂອງ​ຂວັນ​ຈາກ​ເພື່ອນ​ທະຫານ​ລາວ; ການ້ຳທີ່ເຮັດຈາກປອກລູກປືນ; ຈອກເຫລົ້າທີ່ເຮັດຈາກຕົ້ນໄມ້ປ່ອງ ຂອງຄົນລາວມອບໃຫ້ ໃນປີ 1969; ໜ້າຍິງຂອງຜູ້ນຳໜ້າທະຫານໃນສົງຄາມຕໍ່ຕ້ານຝຣັ່ງໃນລາວ ໃນຕົ້ນຊຸມປີ 1900...

ຫຼຽນ​ກາທີ່ລະ​ນຶກ​ຂອງ​ນ້ຳ​ໃຈ​ມິດ​ຕະ​ພາບ
ສະ​ຖານ​ທີ່​ບຳ​ລຸງສ້າງ​ບັນ​ດາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ ແລະ ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ

ບັນດາຂອງທີ່ລະນຶກ “ເລົ່າ​ເລື່ອງ” ນໍ້າໃຈ​ມິດ​ຕະ​ພາບ ​ຫວຽດ​ນາມ - ລາວ

ໃນອາຍຸ 94 ປີ, ທ່ານ ດ່າວວັນຕ້ຽນ (ຢູ່ຮ່ອມຮ່ວາບິ່ງ 6, ຖະໜົນ ມິ່ງຄ່າຍ, ຮ່າໂນ້ຍ), ອະດີດຊ່ຽວຊານການທະຫານຫວຽດນາມ ຢູ່ລາວ ໃນໄລຍະສົງຄາມທີ່ໂຫດຮ້າຍ ກໍ່ຍັງຮັກສາບັນດາຂອງທີ່ລະນຶກທີ່ເຕັມໄປດ້ວຍນໍ້າໃຈມິດຕະພາບ ລະຫວ່າງ ສອງ​ປະ​ເທດ, ຕູ້​ໃນ​ຫ້ອງ​ຮັບ​ແຂກ​ຂອງ​ທ່ານ ດ່າວວັນຕ້ຽນ ​ ​ເຕັມ​ໄປ​ດ້ວຍຂອງ​ທີ່ລະນືກ ​ທີ່​ປ່ຽນສີໄປຕາມການເວລາເຊັ່ນ: ມີດແຫຼມ - ຂອງ​ຂວັນ​ຈາກ​ເພື່ອນ​ທະຫານ​ລາວ; ການ້ຳທີ່ເຮັດຈາກປອກລູກປືນ; ຈອກເຫລົ້າທີ່ເຮັດຈາກຕົ້ນໄມ້ປ່ອງ ຂອງຄົນລາວມອບໃຫ້ ໃນປີ 1969; ໜ້າຍິງຂອງຜູ້ນຳໜ້າທະຫານໃນສົງຄາມຕໍ່ຕ້ານຝຣັ່ງໃນລາວ ໃນຕົ້ນຊຸມປີ 1900..ມາ

​ມີດ​ໃນກໍາ​ມື, ທ່ານຕ້ຽນ ​ກ່າວ​ວ່າ ມີດ​ນີ້​ໄດ້​ຢູ່ກັບ​ລາວມາ​​ເປັນ​ເວລາ 54 ປີແລ້ວ, ນັບ​ແຕ່​ປີ​ທີ່​ລາວ​ໄປ​ເຮັດ​ວຽກ​ຢູ່​ເຂດ​ສັດຕູ​ ​ວຽງ​ຈັນ ຈົນ​ເຖິງຕອນກັບເມືອ​ປະເທດ. ມີດຍາວປະມານ 35 ຊມ, ເຮັດດ້ວຍເຫຼັກກ້າ ຈາກແໜບລົດໃຫຍ່ ພີ່ນ້ອງຊົນເຜົ່າລາວສູງ ເອົາມາຈາກພາຫະນະຂອງສັດຕູ. ຢູ່ເທິງຕົວຂອງມີດມີຮູບແກະສະຫຼັກ, ດ້ານໜຶ່ງມີຮູບດວງຕາເວັນ, ອີກດ້ານໜຶ່ງ ມີດອກໄມ້ 3 ກີບ. ດ້າມມີດມີ​​ຮອຍ​ແຕກ, ມີດ​ຍັງ​ຍັງຢູ່ສະພາບເດີມ. ມາພ້ອມກັບມີດ​ຍັງມີຟັກ​ທີ່​ເຮັດ​ດ້ວຍ​ໄມ້​.

ບັນດາຂອງທີ່ລະນຶກ “ເລົ່າ​ເລື່ອງ” ນໍ້າໃຈ​ມິດ​ຕະ​ພາບ ​ຫວຽດ​ນາມ - ລາວ
ທ່ານ ດ່າວວັນຕ້ຽນ (ຜູ້ທີ່ສອງ, ແຕ່ຟາກຊ້າຍ) ທີ່ພິທີມອບລາງວັນການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ”. (ພາບ: ເຈືອງຮຸງ)

ທ່ານເລົ່າວ່າ: ປີ 1969, ຂ້າພະເຈົ້າໄດ້ໄປປະຕິບັດວຽກງານໃນໄລຍະຍາວ ຢູ່ເຂດສັດຕູ ວຽງຈັນ. ເພື່ອຮັກສາເປັນຄວາມລັບ, ຂ້າພະເຈົ້າຕ້ອງ "ປອມເປັນຄົນລາວ" ທຸກສິ່ງທຸກຢ່າງ ຕັ້ງແຕ່ກະເປົ໋າ, ເຄື່ອງນຸ່ງ, ຫມວກ, ເກີບ ... ຈົນເຖິງພາສາ. ສະເພາະມີດແມ່ນທະຫານ​ຫວຽດນາມ ​ຢາຍ​ໃຫ້​. ມີດງາມຫຼາຍ, ຍາວປະມານ 30 ຊັງຕີແມັດ, ມີຟັກທີ່ເຮັດດ້ວຍຫນັງ, ແຕ່ມັນບໍ່ຄືກັບມີດຂອງລາວ, ເບິ່ງແລ້ວຮູ້ເລີຍວ່າມັນບໍ່ມີປະໂຫຍດ, ພຽງແຕ່ໄວ້ປ້ອງກັນຕົນເອງ, ຍາມໃດຂ້າພະເຈົ້າກໍ່ຕ້ອງໄດ້ເຊື່ອງມັນໄວ້.

ໃນເວລານັ້ນ, ຜູ້ນໍາພາທາງໃຫ້ພວກເຮົາແມ່ນພໍ່ອານ. ​ພໍ່ແມ່ນຜູ້ເປັນ​ຂົວ​​ຕໍ່​ລະຫວ່າງທາງທິດຕາ​ເວັນ​ອອກ​ ແລະ​ ຕາ​ເວັນ​ຕົກ ວຽງ​ຈັນ, ​ເປັນຜູ້ຕິດພັນກັບບັນດາເຂດ ​ລາວລຸ່ມ, ລາວ​ເທິງ, ລາວ​ສູງ.

ເມື່ອເຫັນວ່າມີດທີ່ຂ້າພະເຈົ້າໃຊ້ເຮັດໃຫ້ເສຍລັບງ່າຍ, ພໍ່ອານເວົ້າວ່າ ຈະຊອກມີດຂອງລາວໃຫ້ຂ້າພະເຈົ້າ. ລາວ​ພາ​ຂ້າພະເຈົ້າໄປ​ພົບ​ ສຸ​ລິນ, ຜູ້​ຮັບຜິດຊອບ​ກອງ​ບັນຊາ​ການ​ພາຍ​ໃນ ວຽງ​ຈັນ. ສຸລິນ ມີມີດສອງດວງ, ມິດທັງສອງແມ່ນຕີໂດຍຄົນລາວສູງ. ສຸລິນໃຫ້ຂ້າພະເຈົ້າເລືອກມີດ. ຂ້າພະເຈົ້າໄດ້ເລືອກມີດຂະຫນາດນ້ອຍ. ຕອນ​ນັ້ນ, ສຸລິນ ຢາກໄດ້ງ້າວ ​ເພື່ອ​ໃຊ້​ໃນ​ການ​ຕໍ່ສູ້​ສັດຕູ ​ຄືແບບດັກກົງ, ສະນັ້ນ ຂ້າພະ​ເຈົ້າຈຶ່ງ​ມອບ​ມີດ​ທີ່​ນຳ​ມາ​ຈາກ​ຫວຽດນາມ​ໃຫ້​ລາວ. ສຸລິນ ມັກ​ມັນຫຼາຍ ​ແລະ ​ໄດ້​ບອກ​ພວກ​ເຮົາ ​ຮັກ​ສາ​ມີດ​ຂອງ​ກັນ​ແລະ​ກັນ​ເປັນ​ທີ່​ລະ​ນຶກ. ສຸລິນ ແລະຂ້າພະເຈົ້າ ພຽງແຕ່ມີການພົວພັນເຮັດວຽກໃນລະຍະເວລາໜ້ອຍໜື່ງຕອນຢູ່ໃນເຂດຂອງສັດຕູເທົ່ານັ້ນ, ພວກເຮົາມີຄວາມຊົງຈໍາຫຼາຍຢ່າງ, ແຕ່ຫນ້າເສຍດາຍ, ພວກເຮົາໄດ້ແຍກກັນມາເປັນເວລາຫຼາຍກວ່າ 50 ປີ.

ທ່ານຕ້້ຽນ​ ເອີ້ນ​ມີດ​ລາວ ​ທີ່ຄົນ​ລາວ ​ປ່ຽນ​ໃຫ້​ລາວ ​ເປັນ​ມີດ​ທົ່ວ​ໄປ​ທີ່​ສາມາດ​ນຳ​ໃຊ້​ໄດ້​ຫຼາຍ​ຢ່າງ​ເຊັ່ນ: ຖາງ​ໄຮ່​ເພື່ອ​ຊ່ວຍ​ປະຊາຊົນ, ​ຜ່າ​ໄມ້​ໄຜ່ຈັກສານ; ຕັດໄມ້ໄຜ່ເພື່ອເຮັດເຂົ້າຫຼາມ; ຕັດຄັນເບັດ​ຕຶກປາ​​ປະໄວ້ຕະຫຼອດ​ຄືນ, ຄົວປາ, ຕັດ​ເຈ້ຍ ​ແລະ​ໃບໄມ້.

ປີ 1970, ທ່ານ​ຕ້ຽນ​ ​ໄດ້​ອອກ​ຈາກ​ ​ວຽງ​ຈັນ ​ກັບ​ຄືນ​ປະ​ເທດ​ຫວຽດນາມ, ​ໂດຍ​ຖື​ມີດໃສ່​ໃນ​ກະ​ເປົ໋າໄປນຳ. ຄອບຄົວຂອງລາວມັກມີດນີ້ ເພາະວ່າມັນສາມາດເຮັດໄດ້ທຸກຢ່າງ. ຕໍ່ມາ, ເມື່ອເຄື່ອງໃຊ້ນັບມື້ນັບອຸດົມສົມບູນ, ມີດບໍ່ຄ່ອຍຈະໃຊ້ຫຼາຍ, ລາວຈຶ່ງເກັບຮັກສາໄວ້ເປັນທີ່ລະນຶກ.

ບັນດາຂອງທີ່ລະນຶກ “ເລົ່າ​ເລື່ອງ” ນໍ້າໃຈ​ມິດ​ຕະ​ພາບ ​ຫວຽດ​ນາມ - ລາວ

ທ່ານ​ ຕ້ຽນ ​ໄດ້​ແນະ​ນຳ​ການ​ນຳ​ໃຊ້​ໜ້າຍິງ. (ພາບ: Thu Ha)

ພ້ອມ​ກັບ​ມີດແລ້ວ, ທ່ານ ​ຕ້ຽນ ​ຍັງ​ແຂວນ ​ໜ້າຍິງ ໄວ້ຢູ່​ໃນ​ຫ້ອງ​ຮັບ​ແຂກ. ນີ້​ແມ່ນ​ໜ້າຍິງ ​ຂອງ​ທ່ານ​ແກ້ວ - ຜູ້ນຳໜ້າທະຫານ​ໃນ​ສົງຄາມ​ ຕໍ່ຕ້ານ​ຝຣັ່ງ​ໃນ​ລາວ​ໃນ​ຕົ້ນ​ຊຸມ​ປີ 1900. ຄຳ​ແສນ ​ວົງ​ໜໍ່ແກ້ວ - ຫລານ​ຊາຍ​ຂອງ​ທ່ານ​ແກ້ວ ທັງ​ເປັນ​ສະຫາຍ ​ແລະ​ເພື່ອນ​ສະໜິດ​ຂອງ​ທ່ານ ຕ້ຽນ ​ໄດ້​ມອບ ​ໜ້າຍິງ ​ໃຫ້​ລາວ​ໃນ​ປີ 2009.

ຕາມຄໍາເວົ້າຂອງ ຄໍາແສນ: ໃນທ້າຍປີ 1890 ແລະ ຕົ້ນປີ 1900, ປະຊາຊົນລາວ ບັນດາເຜົ່າ ໄດ້ເປັນຮ່ວມສຳພັນນຳກັນ ຕໍ່ຕ້ານຝຣັ່ງ. ການ​ລຸກ​ຮື​ຂຶ້ນ​ຂອງ​ທ່ານ ​ແກ້ວ ​ແລະ ກົມມະດຳ ​ ​ແມ່ນປະຊາຊົນ​ເຂດ​ພູສູງ​ ແລະ ປະຊາຊົນ​ເຂດ​ຊາຍ​ແດນ ຫວຽດນາມ - ລາວ ຕອງສະໜອງຕາມ. ອາວຸດ​ທີ່​ປະຊາຊົນໃຊ້​ໃນ​ເວລາ​ນັ້ນ ​ແມ່ນ​ໜ້າ, ທະນູ, ຫອກ, ດັກ... ຂໍ້​ດີ​ຂອງມັນ ​ແມ່ນ​ຢູ່​ໃນ​ປາຍໜ້າທີ່ເປັນຜິດ. ຖ້າຖຶກຍິງ ສັດຕູກໍ່ຍາກທີ່ລອດຊີວິດ.

ຄອບຄົວຂອງ ຄຳແສນ ໄດ້ຮັກສາໜ້າຍິງ ຂອງທ່ານ ແກ້ວ. ມື້ຫນຶ່ງລາວບອກກັບເພື່ອນຂອງລາວວ່າ: "ພວກເຮົາເປັນອ້າຍນ້ອງທີ່ເປັນຕາຍຮ່ວມກັນ, ຂ້າພະເຈົ້າກໍ່ຢາກມອບໜ້າຍິງໃຫ້ແຕ່ລະຄອບຄົວເກັບຮັກສາໄວ້ໜື່ງອັນເພື່ອເປັນທີ່ລະນຶກ".

ເມື່ອ​ໄດ້​ຮັບ​ໜ້າຍິງ, ທ່ານ​ ຕ້ຽນ ຮູ້ສຶກ​ປະທັບໃຈ, ບໍ່​ຄາດ​ວ່າ​ເພື່ອນຈະ​ມອບ​ຂອງ​ຂວັນ​ທີ່​ລ້ຳຄ່າ​ນີ້ໃຫ້​ລາວ. ໜ້າຍິງ ຍັງຄົງສະພາບເດີມ ຍັງມີໄລ ແລະ ສາຍຢູ່. ທ່ານ ​ຄຳ​ແສ​ນ ເວົ້າວ່າ ທ່ານ ​ຕ້ຽນ​ ໄດ້​ຖອດ​​​ໜ້າ​ໄມ້​ອອກແລ້ວຫໍ່​ຜ້າ ນຳໄປ​ຂຶ້ນ​ຍົນ.

ເມື່ອເອົາໜ້າຍິງ​ໄປ​ຫວຽດ​ນາມ, ລາວ​ໄດ້​ແຂວນ​​ໄວ້​ໃນ​ຫ້ອງເຮັດວຽກຂອງ​ລາວ. ປີ 2015 ທ່ານ ​ຄຳ​ແສ​ນ ​ໄດ້​ເຖິງ​ແກ່​ມໍລະນະ​ກຳ, ທ່ານ​ຕ້ຽນ ​ກໍ່​ຄິດ​ເຫັນແຕ່ໜ້າຍິງນັ້ນ.

ທ່ານກ່າວວ່າ: “ຂ້າພະເຈົ້າຢາກມອບມັນຄືນໃຫ້ກັບລູກຊາຍ ຄຳແສນ ເພື່ອໃຫ້ຫຼານນໍາໄປໄວ້ໃນຫໍພິພິທະພັນ ທີ່ນະຄອນຫຼວງວຽງຈັນ ຫຼື ສາລະວັນ ເພື່ອລະນຶກເຖິງຍຸກປະຫວັດສາດຂອງລາວ ທີ່ບໍ່ອາດຫຼົງລືມໄດ້.

​ສຳລັບທ່ານ ຕ້ຽນ ແລ້ວ, ບັນດາຂອງທີ່ລະນຶກຂ້າງເທິງນັ້ນ ແມ່ນຊັບສົມບັດອັນລ້ຳຄ່າ, ຢ້ອນຄືນມູນເຊື້ອອັນລ້ຳຄ່າຂອງເພິ່ນ ແລະ ລູກຫລານ ກ່ຽວກັບຊີວິດໃນໄລຍະໜຶ່ງທີ່ “ເມັດເກືອກັດແບ່ງເຄິ່ງ, ຜັກຫັກເຄິ່ງແບ່ງກັນກິນ” ຂອງທະຫານ ແລະປະຊາຊົນສອງປະເທດ ຫວຽດນາມ ແລະລາວ.

ໃນ​ບັ້ນການ​ປະ​ກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ” ​ໂດຍ​ວາລະສານ​ຍຸສະໄໝ (ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ) ສົມທົບ​ກັບ​ສະຖານທູດ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ປະຈຳ ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ​ໄດ້​ຈັດ​​ໃນ​ປີ 2022. ຄະນະ​ຈັດ​ຕັ້ງ​ໄດ້​ຮັບ​ບົດ​ປະພັນບົດຂຽນ, ບົດເວົ້າ ຈໍານວນ 6.215 ສະບັບ ທີີ່ກ່ຽວພັນ​ກັບນໍ້າໃຈ​ມິດຕະພາບ​ຫວຽດນາມ - ລາວ.

ບັນດາຂອງທີ່ລະນຶກ“ເລົ່າເລື່ອງ” ​ເປັນ​ພຽງ​ວັດຖຸທີ່​ລຽບ​ງ່າຍ, ບໍ່​ມີ​ຄຸນຄ່າ​ທາງ​ດ້ານ​ວັດຖຸ​, ​ແຕ່​ມີ​ຄຸນຄ່າ​ທາງ​ຈິດໃຈ​ອັນ​ສູງ​ສົ່ງ​ຂອງ​ມິດຕະພາບ, ຄວາມ​ຮັກ​ແພງ​ລະຫວ່າງຄູ-ນັກຮຽນ ​ແລະ ຄວາມ​ຮັກ​ແພງ​ໃນ​ຄອບຄົວ, ຄວາມ​ສາມັກຄີ... ຂອງ​ສອງ​ປະ​ເທດ​ອ້າຍ​ນ້ອງທີ່​ໄດ້ຜ່ານຮ້ອນຜ່ານໜາວນຳກັນ.

ອານຸໄຊ ສະຫວັດ

ເຫດການ