ການ​ພົບປະ​ແລກ​ປ່ຽນ​ນັກ​ສຶກ​ສາ ອາ​ເມ​ລິ​ກາ - ຫວຽດ​ນາມ - ລາວ ຢູ່ກ໋​ວາງຫງາຍ

00:00 | 21/07/2023

ຍສໝ - ຕອນບ່າຍວັນທີ 17 ກໍລະກົດ, ຢູ່ຫາດຊາຍທະເລ ໝີເຄ, ຕາແສງ ຕິ້ງເຄ, ນະຄອນ ກ໋ວາງຫງາຍ ໄດ້ດຳເນີນໂຄງການ Friendship Night ພົບປະແລກປ່ຽນນັກສຶກສາ ອາເມລິກາ - ຫວຽດນາມ - ລາວ.

ນີ້ແມ່ນເຫດການພົບປະແລກປ່ຽນວັດທະນະທຳທຳອິດໃນບໍລິເວນແຂວງໂດຍມີການເຂົ້າຮ່ວມຂອງນັກຮຽນ, ນັກສຶກສາສາມປະເທດດັງກ່າວ, ເຮັດໃຫ້ການເຄື່ອນໄຫວການທູດປະຊາຊົນຂອງແຂວງອຸດົມສົມບູນກ່ວາເກົ່າ, ສ້າງສະໜາມລະຫຼິ້ນພົບປະແລກປ່ຽນສາກົນ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ, ຄວາມສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ.

ການ​ພົບປະ​ແລກ​ປ່ຽນ​ນັກ​ສຶກ​ສາ ອາ​ເມ​ລິ​ກາ - ຫວຽດ​ນາມ - ລາວ ຢູ່ກ໋​ວາງຫງາຍ
ໂຄງການ ພົວປະແລກປ່ຽນນັກສຶກສາ ອາເມລິກາ - ຫວຽດນາມ - ລາວ (ພາບ: baoquangngai.vn)

ໂຄງການມີສາມການເຄື່ອນໄຫວຫຼັກລວມມີ: ການລະຫຼິ້ນລວມໝູ່ຢູ່ກາງແຈ້ງ teambuilding, ແນະນຳອາຫານການກິນຊົນຊາດຂອງແຕ່ລະປະເທດ ແລະ ໂຄງການ Gala Friendship Night. ເນື່ອງໃນໂອກາດນີ້, ບັນດານັກຮຽນ, ນັກສຶກສາ ອາເມລິກາ ຍັງໄດ້ເຂົ້າຮ່ວມໂຄງການກໍ່ສ້າງເຮືອນຢູ່ໃຫ້ແກ່ຄົນທຸກຍາກ, ສອນພາສາອັງກິດໃຫ້ແກ່ນັກຮຽນປະຖົມ, ມອບຂອບຂວັນໃຫ້ແກ່ນັກຮຽນທຸກຍາກ…

ຢູ່ໂຄງການຄະນະຈັດຕັ້ງໄດ້ມອບລົດຖີບ 5 ຄັນໃຫ້ແກ່ນັກຮຽນທຸກຍາກຜ່ານຜ່າຄວາມຫຍຸ້ງຍາກຢູ່ ຕາແສງ ຕິງກີ, ນະຄອນກ໋ວາງຫງາຍ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.