ແຂວງກອນຕູມ: ການທູດປະຊາຊົນປະກອບສ່ວນເຊື່ອມຕໍ່ສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ - ລາວ - ກຳປູເຈຍ | |
ການພົວພັນຫວຽດນາມ - ຈີນ: ມິດຕະພາບ, ການຮ່ວມມື ແລະ ຂຶ້ນສູ່ລະດັບສູງໃໝ່ |
ການເດີນທາງໄປສຳຫຼວດວັດຖຸບູຮານຕາມເສັ້ນທາງຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ
ເສັ້ນທາງທິດຕາເວັນຕົກຂອງສາຍພູຫຼວງ (ເຈື່ອງເຊີນ) ຢູ່ລາວ ໄດ້ກາຍເປັນສັນຍາລັກແຫ່ງການພົວພັນຮ່ວມມືຍຸດທະສາດ ຫວຽດນາມ - ລາວ, ຂອງນ້ຳໃຈມິດຕະພາບພິເສດ ລະຫວ່າງ ກອງທັບ ແລະ ປະຊາຊົນສອງປະເທດ. ບັນດາຮ່ອງຮອຍປະຫວັດສາດຢູ່ຖະໜົນສາຍນີ້ ສົມຄວນທີ່ຈະໄດ້ຮັບສາຍານາມເປັນຮ່ອງຮອຍປະຫວັດສາດແຫ່ງຊາດລາວ.
ກັບຈາກການໄປສຳຫຼວດຮ່ອງຮອຍປະຫວັດສາດຢູ່ຖະໜົນເຈື່ອງເຊີນ ຕາເວັນຕົກ ຂອງ 7 ແຂວງພາກກາງ ແລະ ໃຕ້ຂອງລາວ ໂດຍກະຊວງປ້ອງກັນປະເທດ ຈັດຂຶ້ນໃນຊຸມວັນທ້າຍເດືອນມີນາ ແລະ ຕົ້ນເດືອນເມສາ 2023, ທ່ານພັນເອກ ຫວູຈິ່ງເຕື່ອງ, ຫົວໜ້າກົມປະຫວັດສາດ, ສະມາຄົມມູນເຊື້ອ ເຈື່ອງເຊີນ-ເສັ້ນທາງໂຮ່ຈີມິນ ຫວຽດນາມ ໄດ້ແຈ້ງຢ່າງພາກພູມໃຈກ່ຽວກັບໝາກຜົນຂອງການໄປສຳຫຼວດດັ່ງກ່າວ.
ຄະນະສຳຫຼວດໄດ້ຖ່າຍຮູບຢູ່ໜ້າປະຕູຖ້ຳຄໍ K5 ໃນລະຫວ່າງ ການເດີນທາງໄປປະຕິບັດງານ ໃນທ້າຍເດືອນມີນາ ແລະ ຕົ້ນເດືອນເມສາ 2023. (ພາບ: ຫວູຈິ່ງເຕື່ອງ) |
ທ່ານກ່າວວ່າ ໃນກາໄປຄັ້ງນີ້, ຄະນະປະຕິບັດງານໄດ້ລົງສຳຫຼວດພື້ນທີ່ຕົວຈິງ, ເກັບກຳຂໍ້ມູນ ແລະ ເອກະສານເພື່ອກະກຽມເອກະສານວິທະຍາສາດ ເພື່ອຍື່ນສະເໜີໃຫ້ລັດຖະບານລາວ ອອກຂໍ້ຕົກລົງຮັບຮອງເອົາເສັ້ນທາງໂຮ່ຈີມິນ ຢູ່ລາວ ເປັນອະນຸສອນສະຖານແຫ່ງຊາດລາວ-ມໍລະດົກຂອງນໍ້າໃຈຄວາມສາມັກຄີຕໍ່ສູ້ ລາວ-ຫວຽດນາມ.
“ກະຊວງປ້ອງກັນປະເທດຂອງລາວ ກໍ່ໄດ້ເຂົ້າຮ່ວມການສຳຫຼວດພ້ອມກັບຄະນະ, ໃນໄລຍະ 3 ວັນທໍາອິດ, ພວກຂ້າພະເຈົ້າເລີ່ມຈາກເມືອງ ຫຼັກ20 (ແຂວງ ຄຳມ່ວນ, ປະເທດລາວ) ແລ້ວກັບຄືນສູ່ເສັ້ນທາງເລກທີ 12, ສຳຫຼວດ 4 ແຍກຫຼັງຄັງ, ຈຸດແສນພັນ, ຜ່ານທາງບ້ານແບ່ງ, ຄະນະໄດ້ສຳຫຼວດທາງ 3 ແຍກ ແລ້ວສືບຕໍ່ໄປເສັ້ນທາງເລກ 20 ເພື່ອສໍາຫຼວດກຸ່ມຈຸດ ATP / ອັດຕະປື, ແຕ່ຍ້ອນເງື່ອນໄຂພາວະວິໄສ ດັ່ງນັ້ນພວກເຮົາຈຶ່ງໄປຮອດຈາລາ, ຫ່າງຈາກພູລາຍິກ 10 ກິໂລແມັດ ແລ້ວກັບຄືນມາ. ຄະນະສືບຕໍ່ໄປຕາມເສັ້ນທາງເລກທີ 18 ເພື່ອເຂົ້າໄປໃກ້ສາງນໍ້າມັນ K5 ຢູ່ບ້ານເກາະ, ຢູ່ທີ່ນີ້ ພວກເຮົາປະກົດເຫັນວ່າ ຢູ່ໃນຖໍ້າຫີນ ສາງນໍ້າມັນ K5 ມີແຜ່ນສິລານັກຮົບວິລະຊົນ. ເນື່ອງຈາກເສັ້ນທາງດັ່ງກ່າວບໍ່ດີ, ລົດໃຫຍ່ຕືນແຕກສອງ 2 ຄັ້ງ, ຢາງສໍາຮອງກໍ່ໝົດ, ດັ່ງນັ້ນ ຄະນະຕ້ອງໄດ້ລໍຖ້າຢູ່ກາງທາງເປັນຫຼາຍຊົ່ວໂມງ ເພື່ອລໍຖ້າລົດຕ່າງຢາງລົດມາ.
ຈຸດຖັດໄປແມ່ນກິ່ວວັງມູ, ສາງໃຫຍ່ທີ່ເຂດນາຮີ ແລະ ອຸມົງກອງບັນຊາການ 559 ທີ່ຕີນພູ ພູຄາຕອນ (ເຂດເສັ້ນທາງເລກ 9 ແຂວງສະຫວັນນະເຂດ). ພວກເຮົາກໍ່ດຳເນີນການລົງສຳຫຼວດຢູ່ໃຕ້ດິນທ່າໂຂງ, ຂົວບ້ານດົງ, ເສັ້ນທາງ 129A ເມຶອງນອງ, ເຂດຮອ່ງຮອຍປະຫວັດສາດ ແຂວງສະຫວັນນະເຂດ ແລະ ບັນດາແຂວງພາກໃຕ້ຂອງລາວ ເຊັ່ນ: ແຂວງສາລະວັນ, ເຊກອງ...
ທ່ານ ເຕື່ອງ ເລົ່າວ່າ: ຫຼັງຈາກ 18 ມື້, 16 ກຸ່ມຮ່ອງຮອຍປະຫວັດສາດ ແມ່ນໄດ້ຖືກສໍາຫຼວດ. ແຕ່ລະບ່ອນລ້ວນແຕ່ໄດ້ຢັ້ງຢືນທີ່ຕັ້ງ, ໝາຍໃນແຜນທີ່ ແຜນວາດສໍາຫຼວດ, ຂຶ້ນກັບທ້ອງຖິ່ນໃດ, ສະພາບປະຊາກອນ, ບັນທຶນໄວ້ໃນຮູບພາບ ແລະ ໄດ້ສຳພາດຜູ້ຢູ່ໃນເຫດການ...”,
ບັນດາເອກະສານດັ່ງກ່າວໂດຍຄະນະສຳຫຼວດກະຊວງປ້ອງກັນປະເທດ ຫວຽດນາມ - ລາວ ໄດ້ຢັ້ງຢືນ, ຈາກນັ້ນ, ບົນພື້ນຖານການອະທິບາຍພັນລະນາຮ່ອງຮອຍປະຫວັດສາດ, ຄະນະສຳຫຼວດຫວຽດນາມ ຈະເຮັດສຳເລັດບັນດາເອກະສານ. ກະຊວງປ້ອງກັນປະເທດຫວຽດນາມ ຈະຍື່ນສະເໜີຕໍ່ການນຳພັກ ແລະ ລັດຂອງ ຫວຽດນາມ ເພື່ອປຶກສາຫາລືກ່ຽວກັບການຮັບຮອງເອົາບັນດາປູຊະນີຍະສະຖານເສັ້ນທາງໂຮ່ຈິມິນ ທາງທິດຕາເວັນຕົກ ເຈືອງເຊີນ ເປັນມໍລະດົກປະຫວັດສາດແຫ່ງຊາດລາວ.
ນີ້ບໍ່ແມ່ນເທື່ອທຳອິດທີ່ຝ່າຍຫວຽດນາມ ໄດ້ຈັດຕັ້ງຄະນະສຳຫຼວດບັນດາຮ່ອງຮອຍຢູ່ຖະໜົນ ເຈື່ອງເຊີນ ທາງທິດຕາເວັນຕົກ. ກ່ອນໜ້ານີ້, ສະມາຄົມມູນເຊື້ອ ເຈືອງເຊີນ-ເສັ້ນທາງ ໂຮ່ຈີມິນ ຫວຽດນາມ ກໍ່ໄດ້ໄປສຳຫຼວດຫຼາຍຄັ້ງແລ້ວ ຢູ່ບັນດາແຂວງສະຫວັນນະເຂດ, ສາລະວັນ, ອັດຕະປື (ລາວ)...
ທ່ານພັນເອກ ຫວູຈິ່ງເຕື່ອງ ມອບເອກະສານຮ່ອງຮອຍປະຫວັດສາດທາງທິດຕາເວັນຕົກສາຍພູຫຼວງ ເຈືອງເຊີນ ໃຫ້ແກ່ພະແນກການຕ່າງປະເທດ ແຂວງສະຫວັນນະເຂດ ປີ 2013. (ຮູບພາບໂດຍ: ວູ້ຈິງເຈືອງ) |
ຕາມສະມາຄົມມູນເຊື້ອ ເຈືອງເຊີນ-ເສັ້ນທາງ ໂຮ່ຈີມິນ ແລ້ວ, ເສັ້ນທາງ ເຈື່ອງເຊີນ ທາງທິດຕາເວັນຕົກ ແມ່ນເສັ້ນທາງທີ່ສຳຄັນທີ່ສຸດຂອງກອງທັບ ຫວຽດນາມ ແລະ ລາວ ໃນສົງຄາມຕ້ານອາເມລິກາ ເພື່ອກອບກູ້ປະເທດຊາດ ແລະ ໄດ້ກາຍເປັນສັນຍາລັກແຫ່ງນ້ຳໃຈມິດຕະພາບແບບພິເສດ, ສາຍພົວພັນຮ່ວມມືຍຸດທະສາດ ຫວຽດນາມ - ລາວ. ລະບົບຮ່ອງຮອຍຕາມເສັ້ນທາງດັ່ງກ່າວ ໄດ້ມີຢູ່ທົ່ວ 7 ແຂວງພາກກາງ ແລະ ໃຕ້ຂອງລາວ. ຜ່ານໄປຫລາຍປີ ບັນດາຮ່ອງຮອຍປະຫວັດສາດໄດ້ຄ່ອຍໆຈາງຫາຍໄປຈາກພື້ນດິນ, ນັບທັງຈິດສໍານຶກ ຂອງລຸ້ນຄົນລຸ້ນໃຫມ່. ໂຊກດີທີ່ມາຮອດປະຈຸບັນ ຍັງມີຮ່ອງຮອຍຖະໜົນ ເຈືອງເຊີນ ທາງທິດຕາເວັນຕົກ ທີ່ປະຊາຊົນ ແລະ ລັດຖະບານລາວ ຮັກສາໄວ້.
ສະມາຄົມໄດ້ສົມທົບກັບອຳນາດການປົກຄອງຂອງບັນດາແຂວງ, ເມືອງຂອງລາວ ກ່ຽວກັບການອະນຸລັກຮັກສາຮ່ອງຮອຍປະຫວັດສາດ ເຈືອງເຊີນ, ພ້ອມກັນນັ້ນ ກໍ່ໄດ້ສົ່ງສານຢ່າງເປັນທາງການເຖິງບັນດາອົງການລັດ ຂອງຫວຽດນາມ ແລະ ສະຖານທູດ ຫວຽດນາມ ປະຈຳ ລາວ ເພື່ອບັນລຸໄດ້ຕາມຄວາມປາຖະຫນາຂອງສະມາຄົມ. ບັນດາການນຳພັກ ແລະ ລັດ ລາວ ແລະ ຫວຽດນາມ ລ້ວນແຕ່ສະໜັບສະໜູນຢ່າງເປັນເອກະພາບ.
ໂດຍເປັນທີ່ຮູ້ກັນວ່າ: ປະຈຸບັນເອກະສານວິທະຍາສາດ ດ້ວຍສອງພາສາ ໂດຍຄະນະເຮັດວຽກກະຊວງປ້ອງກັນປະເທດຫວຽດນາມ ໄດ້ສ້າງສຳເລັດ ແລະ ສົ່ງໃຫ້ກະຊວງປ້ອງກັນປະເທດ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ເພື່ອຄົ້ນຄວ້າ, ເປັນພື້ນຖານເພື່ອໃຫ້ລັດຖະບານຂອງປະເທດລາວ ອອກຂໍ້ຕົກລົງ ຈັດລາຍຊື່ເສັ້ນທາງໂຮ່ຈິມິນ ຢູ່ດິນແດນປະເທດລາວ ເປັນຮ່ອງຮອຍປະຫວັດສາດແຫ່ງຊາດລາວ.
ດ້ວຍຄວາມເຫັນດີເຫັນພ້ອມ ແລະ ການສະໜັບສະໜູນຂອງພັກປະຊາຊົນປະຕິວັດລາວ, ວັນທີ 14 ມິຖຸນາ 1961, ຫວຽດນາມ ໄດ້ເປີດເສັ້ນທາງໂຮ່ຈິມິນ ໄປຍັງ ເຈືອງເຊີນ ທາງທິດຕາເວັນຕົກ ທີ່ໃນປະຫວັດສາດເອີ້ນວ່າ: “ປີ້ນໄປສູ່ທາງທິດຕາເວັນຕົກສາຍພູຫຼວງ ( ເຈືອງເຊີນ)”. ເສັ້ນທາງຕາເວັນຕົກ ເຈືອງເຊີນ ປະກອບມີ: ເສັ້ນທາງຂົນສົ່ງທາງບົກ, ເສັ້ນທາງຂົນສົ່ງທາງນ້ຳ, ເສັ້ນທາງສາຍຂໍ້ມູນຂ່າວສານ, ເສັ້ນທາງທໍ່ສົ່ງນ້ຳມັນ...
ຕາມເອກະສານຂອງຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ເສັ້ນທາງເຈືອງເຊີນ ທາງທິດຕາເວັນຕົກ ມີຄວາມຍາວປະມານ 20.000 ກິໂລແມັດ, ຜ່ານ 7 ແຂວງຂອງລາວຄື: ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ເຊກອງ, ສາລະວັນ ແລະ ອັດຕະປື.
ເສັ້ນທາງດັ່ງກ່າວໄດ້ຮັບໃຊ້ການຂົນສົ່ງສະບຽງອາຫານ, ອາວຸດ, ລູກປືນເກືອບ 1,2 ລ້ານໂຕນ, ຮັບໃຊ້ໃຫ້ແກ່ສະໜາມຮົບຂອງ 3 ປະເທດອິນດູຈີນ (ໃນນັ້ນ 580,000 ໂຕນຮັບໃຊ້ສະໜາມຮົບຂອງລາວ ແລະ ກໍາປູເຈຍ).
ເສັ້ນທາງ ເຈືອງເຊີນ ທາງທິດຕາເວັນຕົກ ໄດ້ຮັບຄວາມເສຍຫາຍຈາກການໂຈມຕີຂອງສັດຕູ 11.135 ບັ້ນຮົບ, ລະເບີດກ່າວ 3 ລ້ານໂຕນ, ເຮັດໃຫ້ມີຜູ້ເສຍຊີວິດ 19.800 ຄົນ, ບາດເຈັບ 40.000 ຄົນ, ພາຫະນະ 14.540 ຄັນ ຖືກທຳລາຍ, ປືນໃຫຍ່ 703 ລຳຖືກເສຍຫາຍ, ເນື້ອທີ່ນາ, ສວນຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍ 90.000 ເຮັກຕາ.
ອານຸໄຊ ສະຫວັດ