ຍສໝ - ຕອນບ່າຍວັນທີ 22 ກັນຍານີ້ຕາມເວລາທ້ອງຖິ່ນ, ຢູ່ສຳນັກງານຄະນະປະຈຳອົງການປະຈຳສະຫະປະຊາຊາດ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ມີການພົບປະຢ່າງສະໜິດສະໜົມກັບເພື່ອນອາເມລິກາ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືລະດັບສູງຂອງ ສ. ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 78.
ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 78 ຢູ່ອາເມລິກາ, ຕອນບ່າຍວັນທີ 20 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຍດນາມ ຟ້າມມິງຈີ໋ງ ໄດ້ມີການຕ້ອນຮັບການນຳຂອງບັນດາກຸ່ມບໍລິສັດເສດຖະກິດແຖວໜ້າຂອງອາເມລິກາ.
ຍສໝ - ທັນທີທີ່ເດີນທາງໄປເຖິງນະຄອນ San Francisco, ລັດCalifornia, ສະຫະລັດອາເມລິກາ, ເພື່ອເຂົ້າຮ່ວມກອງປະຊຸມລະດັບສູງສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 78 ແລະ ມີການເຄື່ອນໄຫວສອງຝ່າຍຢູ່ສະຫະລັດອາເມລິກາ, ໃນຕອນແລງຂອງວັນທີ 17 ກັນຍາ (ເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະເຈລະຈາກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ ອາເມລິກາ.
ຍສໝ - CAEXPO ແລະ CABIS ຄັ້ງທີ 20 ປີນີ້ ມີຫົວຂໍ້ “ພ້ອມກັນສ້າງຊາຍຄາລວມ, ປະຊາຄົມຮ່ວມຊາຕະກຳ ທີ່ມຸ່ງໄປເຖິງອະນາຄົດ - ຊຸກຍູ້ຂໍ້ລິເລີ່ມ ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງພັດທະນາທີ່ມີຄຸນນະພາບສູງ ແລະ ສ້າງສູນເຕີບໂຕເສດຖະກິດ”.
ຍສໝ - ຕອນບ່າຍວັນທີ 29 ສິງຫາ, ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ສິງກະໂປ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 27-29 ສິງຫາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ.
ຍສໝ - ຕອນເຊົ້າວັນທີ 14 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ເຮັດວຽກກັບລັດວິສາຫະກິດໃນຂອບເຂດທົ່ວໂລກ ກ່ຽວກັບການຊຸກຍູ້, ການຜະລິດດຳເນີນທຸລະກິດ ແລະ ການລົງທຶນພັດທະນາ.
ຍສໝ - ວັນທີ 4 ກັນຍາ 2023, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢູ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງເຊີນ ໄດ້ໃຫ້ການຕ້ອນຮັບທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF).
ຍສໝ - ລັດຖະບານ ໄດ້ດຳເນີນກອງປະຊຸມ ປະຈຳເດືອນ ກໍລະກົດ 2023 ດ້ວຍຫົວເລື່ອງສ້າງກົດໝາຍ ເພື່ອປຶກສາຫາລືຫຼາຍເນື້ອໃນສຳຄັນ, ໃນນັ້ນ ມີການລາຍງານ, ສະເໜີແນະການນຳໃຊ້ອັດຕາພາສີອາກອນພື້ນຖານທົ່ວໂລກ ແລະ ຮ່າງມະຕິຂອງສະພາແຫ່ງຊາດ ວ່າດ້ວຍການປະຕິບັດທົດລອງບາງກົນໄກ, ນະໂຍບາຍແກ້ໄຂຂໍ້ຕິດຂັດໃນກົດໝາຍບາງສະບັບທີ່ກ່ຽວຂ້ອງເຖິງການລົງທຶນບັນດາກິດຈະກຳຄົມມະນາຄົມທາງບົກ.
ຍສໝ - ຕອນບ່າຍວັນທີ 20 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ພ້ອມດ້ວຍພັນລະນາ ເຊິ່ງພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 20 – 21 ກໍລະກົດ. ພິທີຕ້ອນຮັບຖືກຈັດຂຶ້ນຢ່າງສົມກຽດ ຕາມພິທີການສະຫງວນໃຫ້ແກ້ຜູ້ນຳໜ້າລັດຖະບານຕ່າງປະເທດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ຍສໝ - ລັດຖະບານ, ນາຍົກລັດຖະມົນຕີ ໄດ້ຊີ້ນຳຢ່າງຂ້ຽວຊາດ, ພ້ອມກັບທ້ອງຖິ່ນ, ວິສາຫະກິດເພື່ອແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ຕະຫຼາດອະສັງຫາລິມະຊັບ.
ນາຍົກລັດຖະມົນຕີ ຫວຽດນາມ ກໍ່ໄດ້ສະເໜີໃຫ້ບັນດາອົງການ ກວດຄືນບັນດານະໂຍບາຍພວມນຳໃຊ້ ເພື່ອປັບປຸງ, ເພີ່ມເຕີມບົນຈິດໃຈ ໜູນຊ່ວຍເດັກນ້ອຍຫຼາຍທີ່ສຸດ ແລະ ພະນັກງານຢູ່ສູນ ກ່ຽວກັບເງື່ອນໄຂເບິ່ງແຍງດູແລ, ດຳເນີນຊີວິດ, ການສິດສອນ.
ຍສໝ - ຕອນເຊົ້າວັນທີ 27 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມວາລະກອງປະຊຸມເວທີປາໄສເສດຖະກິດໂລກ ປີ 2023, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລື ດ້ວຍຫົວຂໍ້ “ຮັບມືກັບບັນດາສິ່ງທ້າທາຍ: ເລີ່ມຟື້ນຟູການເຕີບໂຕໃນສະພາບການເສດຖະກິດມີຄວາມຫຍຸ້ງຍາກ”.
ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ຕ້ອງຍູ້ແຮງການປະຕິຮູບບໍລິຫານ, ເພີ່ມທະວີການຈັດແບ່ງຂັ້ນ, ຈັດແບ່ງສິດອຳນາດ, ສ້າງກົງຈັກການຈັດຕັ້ງລັດໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ, ສືບຕໍ່ເປັນຈຸດສຸມ, ບຸກທະລຸຍຸດທະສາດໃນການສ້າງລັດແຫ່ງກົດໝາຍ ສັງຄົມນິຍົມ ຢູ່ ຫວຽດນາມ ໃນໄລຍະໃໝ່.
ຍສໝ- ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ມາເລເຊຍ ໄດ້ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 20 - 21 ກໍລະກົດ.
ຍສໝ - ຕອນເຊົ້າວັນທີ 11 ພຶດສະພາ, ຢູ່ເມືອງ Labuan Bajo, ປະເທດ ອິນໂດເນເຊຍ, ສືບຕໍ່ດຳເນີນໂຄງການດຳເນີນງານຂອງກອງປະຊຸມສຸດຍອດສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຄັ້ງທີ 42, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ການນຳບັນດາປະເທດອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມແຄບເພື່ອປຶກສາຫາລືກັບສາກົນ ແລະ. ບັນຫາພາກພື້ນ.
ຍສໝ - ເຂົ້າຮ່ວມກອງປະຊຸມມີທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ; ບັນດາລັດຖະມົນຕີ, ຫົວໜ້າບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ; ປະທານຄະນະກຳມະການປະຊາຊົນແຂວງ, ນະຄອນ; ຜູ້ຕາງໜ້າບັນດາອົງການຈັດຕັ້ງ, ສະມາຄົມ, ວິສາຫະກິດລົງທຶນທຸລະກິດທ່ອງທ່ຽວ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ; ຜູ້ຊ່ຽວຊານດ້ານເສດຖະກິດ.
ຕາມສຳນັກຂ່າວສານຫວຽດນາມ ໃນຕອນເຊົ້າວັນທີ 27 ກຸມພາ ທີ່ນະຄອນເຈນີວາແລ້ວ, ໃນໂອກາດເຂົ້າຮ່ວມກອງປະຊຸມລະດັບສູງຄັ້ງທີ 52 ຂອງສະພາສິດທິມະນຸດສະຫະປະຊາຊາດ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres,
ຍສໝ - ວັນທີ 22 ກຸມພາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຕ້ອນຮັບທ່ານ Simon Harford, ຜູ້ອຳນວຍການກອງທຶນສະຫະພັນພະລັງງານທົ່ວໂລກເພື່ອມະນຸດ ແລະ ໜ່ວຍໂລກ (GEAPP).
ຍສໝ - ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງປະເທດສືບຕໍ່ຜັນຂະຫຍາຍກົນໄກປຶກສາຫາລືດ້ານການເມືອງ ລະຫວ່າງສອງກະຊວງການຕ່າງປະເທດ, ຮັກສາການສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາອົງການສາກົນ ແລະ ເວທີປາໄສຫຼາຍຝ່າຍ, ປະກອບສ່ວນຕັ້ງໜ້າເຂົ້າໃນການແກ້ໄຂບັນດາບັນຫາໃນພາກພື້ນ ແລະ ທົ່ວໂລກ.
ຍສໝ - ທ່ານ Tow Heng Tan, ຮອງປະທານສະພາບໍລິຫານ, ຜູ້ອຳນວຍການ ບໍລິສັດ Sembcorp Industries ສະໜອງມາດຕະການຫັນປ່ຽນພະລັງງານ ແລະ ພັດທະນາຕົວເມືອງໃນທົ່ວໂລກ, ໂດຍໃຫ້ຮູ້ວ່າ ກຸ່ມບໍລິສັດມີແຜນການເປີດ ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ຕື່ມອີກ ຢູ່ແຂວງ ລ້າງເຊີນ, ເງະອານ.