ພັນ​ລະ​ຍາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ແລະ ລາວ ລົງຕົວຈິງເປັນຊ່າງຢູ່​ໝູ່​ບ້ານຜ້າໄຫມ ນາມກາວ, ແຂວງ ໄທ​ບິ່ງ.

13:15 | 06/01/2024

ຍສໝ - ພັນລະຍາຂອງນາຍົກລັດຖະມົນຕີ ຫວຽດນາມ, ທ່ານນາງ ເລທິບິກເຈີນ ແລະພັນລະຍາຂອງນາຍົກລັດຖະມົນຕີລາວ, ທ່ານ ນາງ ວັນດາລາ ສີພັນດອນ ໄດ້ໄປຢ້ຽມຢາມບ້ານເດັກ SOS ແຂວງ ໄທບິ່ງ, ຢ້ຽມຢາມໝູ່ບ້ານຜ້າໄໝ ນາມກາວ (ໄທບິ່ງ) ແລະ ລົງຕົວຈິງເປັນຊ່າງຢູ່​ໝູ່​ບ້ານຜ້າໄໝ.

ກອງ​ປະ​ຊຸມປຶກ​ສາ​ຫາ​ລື​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ລາວ ຄັ້ງ​ທີ 10 ກອງ​ປະ​ຊຸມປຶກ​ສາ​ຫາ​ລື​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ລາວ ຄັ້ງ​ທີ 10
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຕ້ອນ​ຮັບ​ທ່ານ​ຫົວ​ໜ້າ​ຂະ​ແໜງ​ເສດ​ຖະ​ກິດ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຕ້ອນ​ຮັບ​ທ່ານ​ຫົວ​ໜ້າ​ຂະ​ແໜງ​ເສດ​ຖະ​ກິດ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ
ພັນ​ລະ​ຍາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ແລະ ລາວ ລົງຕົວຈິງເປັນຊ່າງຢູ່​ໝູ່​ບ້ານຜ້າໄຫມ ນາມກາວ, ແຂວງ ໄທ​ບິ່ງ.

ຕອນ​ບ່າຍ​ວັນ​ທີ 6 ມັງກອນ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາງ ເລທິບິກເຈີນ, ​ພັນ​ລະ​ຍາ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ​ນາງ ວັນ​ດາ​ລາ ສີ​ພັນ​ດອນ, ພັນ​ລະ​ຍາ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ ໄດ້​ໄປ​ຢ້ຽມ​ຢາມ​ບ້ານ​ເດັກ SOS ແຂວງ ໄທ​ບິ່ງ, ຢ້ຽມ​ຢາມ​ໝູ່​ບ້ານຜ້າໄໝ ນາມກາວ. ​ພ້ອມ​ກັບ​ພັນ​ລະ​ຍາ​ສອງ​ທ່ານ ​ມີ​ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ໄທ​ບິ່ງ ຫງວຽນ​ຄັກເທິນ, ທ່ານຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ນາງ ເຈີ່ນ​ທິບິກ​ຮັ່ງ.

ພັນ​ລະ​ຍາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ແລະ ລາວ ລົງຕົວຈິງເປັນຊ່າງຢູ່​ໝູ່​ບ້ານຜ້າໄຫມ ນາມກາວ, ແຂວງ ໄທ​ບິ່ງ.

ເມື່ອ​ພັນລະຍາ​ສອງ​ທ່ານ​ໄປ​ຮອດ​ບ້ານ​ເດັກ SOS ​ໄທ​ບິ່ງ, ​ເດັກນ້ອຍ​​ຫຼາຍຄົນ​ໄດ້​ແລ່ນ​ອອກ​ມາ​ເພື່ອ​ຕ້ອນຮັບ ​ແລະ ຢາກ​ຈັບ​ມື​ຖ່າຍຮູບ​ກັບພັນລະຍາສອງທ່ານ.

ພັນ​ລະ​ຍາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ແລະ ລາວ ລົງຕົວຈິງເປັນຊ່າງຢູ່​ໝູ່​ບ້ານຜ້າໄຫມ ນາມກາວ, ແຂວງ ໄທ​ບິ່ງ.

ແນະນໍາບ້ານເດັກ SOS ໄທບິ່ງ, ທ່ານຫົວໜ້າ ຫງວຽນວັນເຕິນ ໃຫ້ຮູ້ວ່າ: ໝູ່ບ້ານໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2013, ໄດ້ເບິ່ງແຍງລ້ຽງດູເດັກນ້ອຍ 218 ຄົນ ທີ່ພວມດຳລົງຊີວິດ, ຮໍ່າຮຽນໃນໝູ່ບ້ານ ແລະ ລ້ຽງດູນອກ​ຊຸມ​ຊົນ ​320 ຄົນ, ໃນນັ້ນ ມີບາງຄົນກໍໄດ້ໄປຮຽນຢູ່ມະຫາວິທະຍາໄລ ແລະ ສ້າງຄອບຄົວແລ້ວ. ບ້ານເດັກ SOS ໄທບິ່ງ ບໍ່ພຽງແຕ່ແມ່ນສະຖານທີ່ທີ່ນຳຄວາມຮັກແພງພິເສດມາໃຫ້ເດັກນ້ອຍເທົ່ານັ້ນ, ຫາກຍັງໄດ້ຮັບໂອກາດໄປໂຮງຮຽນເພື່ອສາມາດເຊື່ອມໂຍງເຂົ້າກັບຊີວິດ.

ພັນ​ລະ​ຍາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ແລະ ລາວ ລົງຕົວຈິງເປັນຊ່າງຢູ່​ໝູ່​ບ້ານຜ້າໄຫມ ນາມກາວ, ແຂວງ ໄທ​ບິ່ງ.

​ໃນ​ຫຼາຍ​ປີ​ທີ່​ດຳລົງ​ຊີວິດ​ຢູ່​ພາຍ​ໃຕ້​ຊາຄາ​ດຽວ​ກັນ, ດ້ວຍ​ຄວາມ​ຮັກ, ຄວາມ​ສາມັກຄີ ​ແລະ ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ​ເຂົາ​ເຈົ້າ​ໄດ້​ກາຍ​ເປັນ​ຄອບຄົວດຽວກັນ ​ແລະ ຖື​ເປັນສາຍ​ເລືອດດຽວກັນ​ຂອງ​ຕົນ. ແມ່ໆ ແລະ ປ້າໆ ແມ່ນຜູ້ທີ່ເຮັດໃຫ້ຫົວໃຈນ້ອຍໆອົບອຸ່ນ, ຊ່ວຍໃຫ້ພວກເຂົາມີຄວາມເຂັ້ມແຂງເພື່ອບືນຕົວຂຶ້ນໃນຊີວິດ.

ພັນ​ລະ​ຍາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ແລະ ລາວ ລົງຕົວຈິງເປັນຊ່າງຢູ່​ໝູ່​ບ້ານຜ້າໄຫມ ນາມກາວ, ແຂວງ ໄທ​ບິ່ງ.

ມາ​ຢ້ຽມ​ຢາມ​ຄອບ​ຄົວ​ທີ່​ມີ​ແມ່ 1 ​ຄົນ ແລະ ​ລູກ 7 ຄົນ​ໃນ​ບ້ານ, ​​ພັນ​ລະ​ຍາສອງທ່ານ ​​ໄດ້ຢື້ຢາມຖາມຂ່າວ​, ໃຫ້​ກໍາ​ລັງ​ໃຈ​ແມ່ ​ແລະ ​ລູກໆ. ພັນ​ລະ​ຍາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ 2 ທ່ານ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຄວາມ​ເອົາ​ໃຈ​ໃສ່, ຄວາມ​ມາ​ນະ​ພະ​ຍາ​ຍາມ, ຄວາມ​ຮັກ​ແພງ​ຂອງ​ແມ່​ທີ່​ມີ​ຕໍ່​ລູກໆ, ພ້ອມ​ທັງ​ຫວັງ​ວ່າ​ ລູກ​ໆຈະ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ຮ່ຳ​ຮຽນ ແລະ ໃນ​ຊີ​ວິດ. ພິ​ເສດ, ທັງສອງ​ທ່ານ​​ຫວັງ​ວ່າ​ ລູກ​ຫຼານ​ຈະ​ຈາລຶກຄວາມ​ຮັກ​ແພງ ​ແລະ ການເບິ່ງແຍງ​ຂອງ​ບັນດາແມ່, ປ້າ ​ແລະ ຄະນະ​ການນຳບ້ານເດັກ SOS.

ພັນ​ລະ​ຍາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ແລະ ລາວ ລົງຕົວຈິງເປັນຊ່າງຢູ່​ໝູ່​ບ້ານຜ້າໄຫມ ນາມກາວ, ແຂວງ ໄທ​ບິ່ງ.

ຢູ່​ບ້ານເດັກ SOS, ​​ພັນ​ລະ​ຍາສອງທ່ານ ​​ໄດ້ມອບ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ​ໃຫ້​ແກ່ເດັກນ້ອຍ. ພັນ​ລະ​ຍາສອງທ່ານ ຫວັງ​ວ່າ​ພະນັກງານ, ລັດຖະກອນ​ຂອງ​ບ້ານ​ເດັກຈະ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ໃນ​ການ​ເບິ່ງ​ແຍງ​ດູ​ແລ ​ລ້ຽງ​ດູ​ລູກ​ຫຼານ​ທີ່​ມີ​ສະພາບ​ພິ​ເສດ. ຄຽງຄູ່ກັບການດູແລທາງດ້ານວັດຖຸ, ພວກເຮົາຈໍາເປັນຕ້ອງໄດ້ເອົາໃຈໃສ່ຢ່າງໃກ້ຊິດກັບການດູແລຈິດໃຈ ແລະ ການໃຫ້ຄວາມສົນໃຈ.

ພັນ​ລະ​ຍາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ແລະ ລາວ ລົງຕົວຈິງເປັນຊ່າງຢູ່​ໝູ່​ບ້ານຜ້າໄຫມ ນາມກາວ, ແຂວງ ໄທ​ບິ່ງ.

ທ່ານ​ນາງ ​ເລທິບິກເຈີນ ແລະ ທ່ານ​ນາງ ວັນ​ດາ​ລາ ສີ​ພັນ​ດອນ ໄດ້​ໄປ​ຢ້ຽມ​ຢາມ​ໝູບ້ານ​ຜ້າ​ໄໝ ນາມກາວ (ເມືອງ ກ໋ຽນເຊື່ອງ).

ພັນ​ລະ​ຍາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ແລະ ລາວ ລົງຕົວຈິງເປັນຊ່າງຢູ່​ໝູ່​ບ້ານຜ້າໄຫມ ນາມກາວ, ແຂວງ ໄທ​ບິ່ງ.

ນັບ​ແຕ່​ຕົ້ນ​ບ້ານ, ຄົນ​ງານ​ຜ້າ​ໄໝ, ​ເດັກນ້ອຍ​ໃນ​ໝູ່​ບ້ານ ​ແລະ ປະຊາຊົນ​ໄດ້​ເຕົ້າ​ໂຮມ​ກັນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ເພື່ອ​ຕ້ອນຮັບ​ສອງ​ທ່ານ​ນາງ ​ແລະ ຄະນະ.

ພັນ​ລະ​ຍາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ແລະ ລາວ ລົງຕົວຈິງເປັນຊ່າງຢູ່​ໝູ່​ບ້ານຜ້າໄຫມ ນາມກາວ, ແຂວງ ໄທ​ບິ່ງ.

ສອງ​ທ່ານ​ນາງ​ໄດ້​ຮັບຟັງການ​ແນະນຳ​ບ້ານ​​ຜ້າ​ໄໝ ນາມກາວ. ຕາມ​ການ​ແນະນຳ​ຢູ່​ໝູ່​ບ້ານ, ໃນ​ທ້າຍ​ສະຕະວັດ​ທີ 16, ມີຄົນຕະກຸນ ຫງວຽນ​ຊວນ ​ໄດ້​ກັບ​ຄືນ​ເມືອ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ​ ເບິດບາດ - ​ເຊີນ​ໄຕ ​ເພື່ອ​ຮຽນ​​ຕັດຫຍິບ. ຕໍ່​ມາ, ລາວ​ໄດ້​ກັບ​ຄືນ​ໄປ​ສອນ​ລູກ​ຫຼານ​ປູກ​ມອນ, ລ້ຽງມ້ອນ, ເຂັນຝ້າຍ... ນັບ​ແຕ່​ນັ້ນ​ມາ, ການ​ທໍ​ຜ້າ​ໄດ້​ກາຍ​ເປັນ​ອາຊີບ​ພື້ນ​ເມືອງ​ຢູ່​ໝູ່​ບ້ານ​ກາວ​ບັດ, ຕາ​ແສງ ນາມກາວ. ​ໃນ​ຕົ້ນ​ສະຕະວັດ​ທີ 20, ສັງຄົມ ​ອານ​ນາມ ມີຄວາມເປັນທັນສະໄໝ, ການ​ຄ້າຂາຍ​ພັດທະນາ, ອາຊີບ​ຂອງ​ໝູ່​ບ້ານ​ນັບ​ມື້​ນັບ​ພັດທະນາ. ນາມກ່າວ ໄດ້ມີອາຊີບການຖັກແສ່ວເພີ່ມອີກ.

ພັນ​ລະ​ຍາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ແລະ ລາວ ລົງຕົວຈິງເປັນຊ່າງຢູ່​ໝູ່​ບ້ານຜ້າໄຫມ ນາມກາວ, ແຂວງ ໄທ​ບິ່ງ.

ພາຍຫຼັງປີ 1954, ອາຊີບຫັດຖະກຳຂອງໝູ່ບ້ານໄດ້ພັດທະນາເປັນສະຫະກອນຫັດຖະກຳ ນາມກາວ. ຜ່ານຫຼາຍໄລຍະປະຫວັດສາດ, ມາ​ຮອດ​ປະຈຸ​ບັນ, ອາຊີບ​ຫັດຖະກຳ​ຂອງ​ໝູ່​ບ້ານ​ໄດ້​ມີ​ບັນດາ​ຜົນງານ​ດ້ານ​ເສດຖະກິດ, ວັດທະນະທຳ​ທີ່​ມີ​ຄຸນຄ່າ​ສູງ. ປະຈຸ​ບັນ, ສະຫະກອນຜ້າໄຫມ ນາມກາວ ມີ​ນັກ​ສິລະ​ປະ​ກອນ (ຊ່າງ) 200 ກວ່າຄົນ, ເນື້ອ​ທີ່​ວັດ​ຖຸ​ດິບ 1.000 ​ເຮັກຕາ, ລາຍ​ຮັບ​ແຕ່ລະ​ປີ​ນັບ​ສິບ​ຕື້​ດົ່ງ, ນຳ​ມາ​ເຊິ່ງລາຍ​ຮັບ​ທີ່​ໝັ້ນຄົງ​ໃຫ້​ແກ່​ປະຊາຊົນ ​ໃນ​ຂະນະ​ທີ່​ຍັງ​ຄົງ​ຮັກສາ​ເອກະລັກ​ຂອງ​ໝູ່​ບ້ານ​ອາຊີບ​ຫັດຖະກຳ​ທີ່​ໄດ້​ຜ່ານ 5 ສະຕະວັດ.

ພັນ​ລະ​ຍາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ແລະ ລາວ ລົງຕົວຈິງເປັນຊ່າງຢູ່​ໝູ່​ບ້ານຜ້າໄຫມ ນາມກາວ, ແຂວງ ໄທ​ບິ່ງ.

ພາຍຫຼັງ​ໄດ້​ຮັບ​ຟັງ​ການ​ແນະນຳ​ອາຊີບ​ເຮັດ​ຜ້າ​ໄໝ​ຂອງ​ໝູ່​ບ້ານ​ຜ້າ​ໄໝ​ ນາມກາວ ແລ້ວຍ່າງ​ຜ່ານ​ຮ່ອມ​ນ້ອຍໆ​ຂອງ​ບ້ານ, ສອງ​ທ່ານ​ໄດ້​ໄປ​ຢາມ​ເຮືອນ​ບູຮານ​ທີ່​ມີ​ອາຍຸ​ກວ່າ 100 ປີ, ​ໄດ້​ຟັງ​ການຂັບແຈວ, ຊິມເຂົ້າໜົມ ໄກ໋ ​ແລະ ພິ​ເສດ​ແມ່ນລົງຕົວຈິງໃນການເປັນຊ່າງຢູ່​ໝູ່​ບ້ານຜ້າໄໝ.

ພັນ​ລະ​ຍາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ແລະ ລາວ ລົງຕົວຈິງເປັນຊ່າງຢູ່​ໝູ່​ບ້ານຜ້າໄຫມ ນາມກາວ, ແຂວງ ໄທ​ບິ່ງ.


ສອງ​ທ່ານໄດ້​ຮັບ​ຟັງ​ການ​ແນະນຳ​ຂະ​ບວນການ​ເຮັດ​ຜ້າ​ໄໝ ​ນາມກາວ ​ແລະ ​ໄດ້​ມີ​ການ​ເຂົ້າຮ່ວມເຮັດຕົວຈິງໃນຂະ​ບວນການ​ຜະລິດ​ເປັນ​ຜ້າ​ໄໝ.

ພັນ​ລະ​ຍາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ແລະ ລາວ ລົງຕົວຈິງເປັນຊ່າງຢູ່​ໝູ່​ບ້ານຜ້າໄຫມ ນາມກາວ, ແຂວງ ໄທ​ບິ່ງ.

ໃນບັນຍາກາດທີ່ຄຶກຄັກດ້ວຍສຽງຮ້ອງເພງ, ສຽງຫົວ ແລະ ສຽງເຂັນຝ້າຍ, ດຶງໄໝ, ຕີກອງ, ພ້ອມກັບການແນະນຳຂອງນັກສິລະປະການ, ບາງຄົນປີນີ້ມີອາຍຸຮອດ 95 ປີ, ທັງສອງທ່ານໄດ້ເຊື່ອມຕົວເປັນນັກສິລະປະການໝູ່ບ້ານ​ຜ້າ​ໄໝ​ ນາມກາວ ເມື່ອ​ພ້ອມກັນເຂັນຝ້າຍ, ດຶງໄໝ, ຕີກອງ...

ພັນ​ລະ​ຍາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ແລະ ລາວ ລົງຕົວຈິງເປັນຊ່າງຢູ່​ໝູ່​ບ້ານຜ້າໄຫມ ນາມກາວ, ແຂວງ ໄທ​ບິ່ງ.

ມາ​ຢ້ຽມ​ຢາມ​ໝູ່​ບ້ານ​ຜ້າ​ໄໝ​ ນາມກາວ, ສອງ​ທ່ານໄດ້​ໄປ​ຢ້ຽມ​ຢາມ​ຄອບ​ຄົວ​ທີ່​ເຮັດ​​ຜ້າ​ໄໝ​ພື້ນ​ເມືອງຈຳນວນໜຶ່ງ ແລະ ຢ້ຽມ​ຢາມ​ສະ​ຫະ​ກອນ​ຜ້າ​ໄໝ ນາມກາວ.

ພັນ​ລະ​ຍາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ແລະ ລາວ ລົງຕົວຈິງເປັນຊ່າງຢູ່​ໝູ່​ບ້ານຜ້າໄຫມ ນາມກາວ, ແຂວງ ໄທ​ບິ່ງ.

ການ​ຢ້ຽມຢາມ​ຂອງ​ສອງ​ທ່ານ​ໄດ້​ສ້າງ​ກຳລັງໃຈ​ໃຫ້​ບັນດາ​ນັກ​ສິລະ​ປະ​ຫັດຖະກຳ​ຂອງ​ໝູ່​ບ້ານ​ສືບ​ຕໍ່​ພັດທະນາຕື່ມອີກ ​ແລະ ນຳ​ຜ້າ​ໄໝ​ ນາມ​ກາວ​ ໄປ​ສູ່​ໂລກ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.