ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ອົງ​ການ​ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF)

15:00 | 06/09/2023

ຍສໝ - ວັນ​ທີ 4 ກັນຍາ 2023, ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 43 ​ແລະ ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ກ່ຽວຂ້ອງ​ຢູ່​ນະຄອນຫຼວງ​ຈາ​ກາ​ຕາ, ປະ​ເທດ​ອິນ​ໂດ​ເນ​ເຊຍ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິງ​ເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານນາງ Kristalina Georgieva ຜູ້ອຳນວຍການ​ໃຫຍ່​ກອງ​ທຶນ​ເງິນຕາ​ສາກົນ (IMF).

IMF: ຄາດ​ຄະ​ເນ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ລາວ ບັນ​ລຸ 4% ໃນ​ປີ 2023 IMF: ຄາດ​ຄະ​ເນ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ລາວ ບັນ​ລຸ 4% ໃນ​ປີ 2023
ການສະເໜີ IMF ຮ່ວມເດີນທາງກັບ ຫວຽດນາມ ເພື່ອປະຕິບັດເປົ້າໝາຍກາຍເປັນປະເທດພວມພັດທະນາທີ່ມີພື້ນອຸດສາຫະກຳທັນສະໄໝ ການສະເໜີ IMF ຮ່ວມເດີນທາງກັບ ຫວຽດນາມ ເພື່ອປະຕິບັດເປົ້າໝາຍກາຍເປັນປະເທດພວມພັດທະນາທີ່ມີພື້ນອຸດສາຫະກຳທັນສະໄໝ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ກຽມພ້ອມທີ່ຈະພ້ອມກັບ IMF ຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ຊຸກຍູ້ການຟື້ນຟູເສດຖະກິດ, ປະຕິບັດນະໂຍບາຍເງິນຕາຢ່າງມີໄຫວພິບ, ມີປະສິດທິຜົນ...

ທີ່ການພົບປະ, ທ່ານນາງ Kristanila Georgieva ເນັ້ນໜັກວ່າ: ການເຕີບໂຕດ້ານບວກຂອງເສດຖະກິດ ອາຊຽນ ເວົ້າລວມ ແລະ ເສດຖະກິດ ຫວຽດນາມ ເວົ້າສະເພາະ ໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການເຕີບໂຕແບບຍືນຍົງຂອງເສດຖະກິດໂລກໃນໄລຍະທີ່ຜ່ານມາ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ອົງ​ການ​ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF)

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ອົງ​ການ​ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF)

ຫວຽດນາມ ສືບຕໍ່ຮັກສາເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັກສາທ່າເຕີບໂຕເປັນປົກກະຕິ - ສິ່ງດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກທີ່ການຕ້ອນຮັບທ່ານນາງ Kristalina Georgieva, ຜູ້ອຳນວຍການຝ່າຍບໍລິຫານກອງທຶນເງິນຕາສາກົນ (IMF) ໃນຕອນບ່າຍວັນທີ 4 ກັນຍາ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ກຽມພ້ອມທີ່ຈະພ້ອມກັບ IMF ຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ຊຸກຍູ້ການຟື້ນຟູເສດຖະກິດ, ປະຕິບັດນະໂຍບາຍເງິນຕາຢ່າງມີໄຫວພິບ, ມີປະສິດທິຜົນ; ນະໂຍບາຍປີການເງິນມີຈຸດສຸມ; ຊຸກຍູ້ການລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນຂົງເຂດພາກລັດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາ IMF ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການໃຫ້ຄຳປຶກສາ, ວາງແຜນນະໂຍບາຍ ແລະ ໜູນຊ່ວຍດ້ານເຕັກນິກ ເພື່ອໃຫ້ ຫວຽດນາມ ບັນລຸໄດ້ບັນດາເປົ້າໝາຍພັດທະນາທີ່ໄດ້ວາງອອກໃນໄລຍະຈະມາເຖິງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາງ ຜູ້ອຳນວຍການຝ່າຍບໍລິຫານກອງທຶນເງິນຕາສາກົນ (IMF) Kristalina Georgieva ເຫັນດີເປັນເອກະພາບຄວນມີບັນດາມາດຕະການຮອບດ້ານທັງດ້ານການເມືອງ, ເສດຖະກິດ, ຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ແບ່ງປັນທັດສະນະບັນດາປະເທດຄວນຮ່ວມແຮງຮ່ວມໃຈຊອກຫາກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ, ໃນນັ້ນມີການເຕີບໂຕສີຂຽວ, ເສດຖະກິດໝູນວຽນ…

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.