ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຟ້າມມີງຈິ໊ງ ໄດ້​ພົບ​ປະ​ກັບ​ເພື່ອນ​ມິດ​ອາ​ເມ​ລິ​ກາ

00:00 | 23/09/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 22 ກັນຍາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ຢູ່​ສຳນັກງານ​ຄະນະ​ປະຈຳ​ອົງການ​ປະຈຳ​ສະຫະ​ປະຊາ​ຊາດ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ມີ​ການ​ພົບ​ປະ​ຢ່າງ​ສະໜິດສະໜົມ​ກັບ​ເພື່ອນ​ອາ​ເມ​ລິ​ກາ ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື​ລະດັບ​ສູງ​ຂອງ ສ. ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 78.

ຫວຽດນາມ ຖື​ເປັນ​ສຳຄັນ​ການ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ນະຄອນ New York, ​ແມ່ນ​ສູນ​ການ​ຄ້າ ​ແລະ ການ​ເງິນ​ແຖວ​ໜ້າ​ຂອງ​ໂລກ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ນະຄອນ New York, ​ແມ່ນ​ສູນ​ການ​ຄ້າ ​ແລະ ການ​ເງິນ​ແຖວ​ໜ້າ​ຂອງ​ໂລກ
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍທິແອັງຊັວນ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ ອາ​ຊຽນ ຄັ້ງ​ທີ 16 ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍທິແອັງຊັວນ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ ອາ​ຊຽນ ຄັ້ງ​ທີ 16

ເນື່ອງໃນໂອກາດເດີນທາງໄປເຂົ້າຮ່ວມສັບປະດາຂັ້ນສູງ ຊຸດທີ 78 ສະມັດຊາສະຫະປະຊາຊາດ, ຕອນບ່າຍວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນນິວຢອກ, ອາເມລິກາ, ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບເພື່ອນມິດອາເມລິກາ.

ເຂົ້າຮ່ວມການພົບປະກັບເພື່ອນມິດ ເຊິ່ງຍາມໃດເຂົາເຈົ້າກໍ່ສະໜິດຕິດພັນ ແລະສະໜັບສະໜູນຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ມີຄວາມມານະພະຍາຍາມຫຼາຍຢ່າງໃນການຮຳບາດສົງຄາມ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຊຸກຍູ້ຂັ້ນຕອນສ້າງ ແລະປັບປຸງ, ພັດທະນາການພົວພັນຫວຽດນາມ-ອາເມລິກາ ໃນຫຼາຍປີຜ່ານມາ ໃຫ້ເປັນປົກກະຕິ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຟ້າມມີງຈິ໊ງ  ໄດ້​ພົບ​ປະ​ກັບ​ເພື່ອນ​ມິດ​ອາ​ເມ​ລິ​ກາ

ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ການພົບປະ. (ພາບ: TTXVN)

ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ສະເໜີໃຫ້ເພື່ອນມິດອາເມລິກາ ສືບຕໍ່ສ້າງກຳລັງໜູນ, ສ້າງແຮງບັນດານໃຈໃຫ້ລຸ້ນໜຸ່ມ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງໃຫ້ແກ່ການພົວພັນຫວຽດນາມ-ອາເມລິກາ ບົນເນື້ອໃນຈິດໃຈເຄົາລົບນັບຖືລະບອບລະບຽບການ, ເຄົາລົບເອກະລາດ, ອະທິປະໄຕຂອງກັນໃຫ້ຄືດັ່ງຄຳປາດຖະໜາຂອງອາເມລິກາ ທີ່ມີຕໍ່ຫວຽດນາມ ນັ້ນແມ່ນ “ເຂັ້ມແຂງ, ເປັນເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ວັດທະນາຖາວອນ” ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາໃນໂລກ; ສົມທົບກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ນໍ້າໃຈມິດຕະພາບ, ຄວາມເຄົາລົບນັບຖືເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ.

ບັນດາຜູ້ແທນອາເມລິກາ ປາດຖະໜາ ແລະເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າອີກໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ. ຫຼາຍຄຳເຫັນໄດ້ຢັ້ງຢືນເຖິງຄວາມຕັດສິນໃຈມີການກະທຳ, ມີແຜນການຢ່າງລະອຽດເພື່ອປະກອບສ່ວນຜັນຂະຫຍາຍຂອບເຂດການພົວພັນຮ່ວມມືໃໝ່ໃຫ້ບັນລຸໝາກຜົນແທ້ຈິງ.

ຮຸ່ງເຊົ້າຂອງວັນທີ 23 ກັນຍາ, ເຮືອບິນພິເສດນຳສົ່ງທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ແລະຄະນະຜູ້ແທນຫວຽດນາມ ໄດ້ອອກຈາກສະໜາມບິນສາກົນ John F. Kennedy, ນະຄອນນິວຢອກ, ສິ້ນສຸດການປະຕິບັດງານເຂົ້າຮ່ວມສັບປະດາຂັ້ນສູງ ຊຸດທີ 78 ສະມັດຊາສະຫະປະຊາຊາດ ແລະການເຄື່ອນໄຫວສອງຝ່າຍຢູ່ອາເມລິກາ, ເດີນທາງໄປຢ້ຽມຢາມປະເທດ ບຣາຊິນ ຢ່າງເປັນທາງການຕາມຄໍາເຊີນຂອງທ່ານ Lula da Silva ປະທານາທິບໍດີບຣາຊິນ, ແຕ່ວັນທີ 23-26 ກັນຍາ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.