WEF: ຫວຽດນາມ​ສະ​ເໜີ​ຊອກ​ຫາ​ວິທີ​ແກ້​ໄຂ​ຄວາມ​ຂັດ​ແຍ່ງກັນ, ສ້າງຄວາມ​ສະດວກ​ໃຫ້​ແກ່​ການ​ລົງທຶນ ​ແລະ ພັດທະນາ

00:00 | 28/07/2023

ຍສໝ - ຕອນເຊົ້າວັນທີ 27 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມວາລະກອງປະຊຸມເວທີປາໄສເສດຖະກິດໂລກ ປີ 2023, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລື ດ້ວຍຫົວຂໍ້ “ຮັບມືກັບບັນດາສິ່ງທ້າທາຍ: ເລີ່ມຟື້ນຟູການເຕີບໂຕໃນສະພາບການເສດຖະກິດມີຄວາມຫຍຸ້ງຍາກ”.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຈີນ ເພື່ອເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ (WEF) ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຈີນ ເພື່ອເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ (WEF)
ກອງປະຊຸມ WEF ປີ 2023: ຊຸກຍູ້ການຮ່ວມມືໃນໂລກທີ່ຖືກຈັດແບ່ງ ກອງປະຊຸມ WEF ປີ 2023: ຊຸກຍູ້ການຮ່ວມມືໃນໂລກທີ່ຖືກຈັດແບ່ງ

ຕອນເຊົ້າວັນທີ 27 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມວາລະກອງປະຊຸມເວທີປາໄສເສດຖະກິດໂລກ ປີ 2023, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລື ດ້ວຍຫົວຂໍ້ “ຮັບມືກັບບັນດາສິ່ງທ້າທາຍ: ເລີ່ມຟື້ນຟູການເຕີບໂຕໃນສະພາບການເສດຖະກິດມີຄວາມຫຍຸ້ງຍາກ”.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ແຈ້ງ “ບັນດາສິ່ງທ້າທາຍທີ່ກີດຂວາງການເຕີບໂຕຂອງເສດຖະກິດໂລກ ແລະ ຫວຽດນາມ. ນັ້ນແມ່ນໄພເງິນເຟີ້, ຜົນຮ້າຍທີ່ຕາມມາພາຍຫຼັງໂລກລະບາດໂຄວິດ - 19, ການແກ້ງແຍ້ງຍຸດທະສາດ, ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ໂລກລະບາດທີ່ສັບສົນ, ຍາກທີ່ຈະຄາດເດົາໄດ້. ເພື່ອຮັບມືກັບບັນດາສິ່ງທ້າທາຍດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍົກອອກວິທີການສຳຜັດ ແລະ ແຜນນະໂຍບາຍສຳຄັນຈຳນວນໜຶ່ງ:

WEF: ຫວຽດນາມ​ສະ​ເໜີ​ຊອກ​ຫາ​ວິທີ​ແກ້​ໄຂ​ຄວາມ​ຂັດ​ແຍ່ງກັນ, ສ້າງຄວາມ​ສະດວກ​ໃຫ້​ແກ່​ການ​ລົງທຶນ ​ແລະ ພັດທະນາ

“ທົ່ວໂລກພວກເຮົາຕ້ອງມີຄວາມສາມັກຄີ, ຊຸກຍູ້ການຫັນເປັນຫຼາຍຝ່າຍ, ຍົກສູງປະຊາຊົນ, ຖືປະຊາຊົນທັງເປັນເຈົ້າກຳ ທັງເປັນໃຈກາງ, ທັງເປັນແຫຼ່ງກຳລັງແຮງ, ທັງເປັນກຳລັງໜູນເພື່ອແກ້ໄຂຄວາມຫຍຸ້ງຍາກດັ່ງກ່າວ. ຟື້ນຟູການຜະລິດດຳເນີນທຸລະກິດໂດຍໄວ, ສ້າງວຽກເຮັດງານທຳ, ຍູ້ແຮງດ້ານການຄ້າ ແລະ ການລົງທຶນ; ຕ້ອງກະຕຸ້ນກຳລັງໜູນການເຕີບໂຕໃໝ່ ເປັນຕົ້ນແມ່ນການຫັນເປັນດີຈີຕອນ, ການເຕີບໂຕສີຂຽວ, ເສດຖະກິດໝູນວຽນ, ລົບລ້າງຮົ້ວກີດຂວາງ, ລົບລ້າງລັດທິອາລັກຂາການຄ້າ, ຕ້ານລັດທິຊາດນິຍົມ, ພິເສດແມ່ນບຸລິມະສິດໃຫ້ບັນດາປະເທດທຸກຍາກ, ບັນດາປະເທດພວມພັດທະນາ. ນອກຈາກນັ້ນ, ຕ້ອງມີນະໂຍບາຍ, ມາດຕະການທີ່ເໝາະສົມເພື່ອຊຸກຍູ້ການສະໜອງ ແລະ ຄວາມຕ້ອງການຂອງທົ່ວໂລກ, ຊອກຫາມາດຕະການແກ້ໄຂບັນດາການປະທະກັນ, ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ກັບພາກເອກະຊົນ ເພື່ອສ້າງແຫຼ່ງກຳລັງ, ສ້າງຄວາມສະດວກໃຫ້ແກ່ບັນດາວິສາຫະກິດລົງທຶນ ແລະ ພັດທະນາ.”

ພາຍຫຼັງວາລະປຶກສາຫລື, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີໄຂກອງປະຊຸມປະຈຳປີ ບັນດາຜູ້ນຳໜ້າ ຄັ້ງທີ 14 ຂອງ WEF ຢູ່ນະຄອນ ທຽນຊິນ, ປະເທດ ຈີນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.