ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຕ້ອນ​ຮັບ​ທ່ານ​ຫົວ​ໜ້າ​ຂະ​ແໜງ​ເສດ​ຖະ​ກິດ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ

12:37 | 27/10/2023

ຍສໝ - ຕອນບ່າຍວັນທີ 25 ຕຸລາ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Emily Blanchard ຫົວໜ້າຂະແໜງເສດຖະກິດ ກະຊວງການຕ່າງປະເທດ ອາເມລິກາ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຟ້າມມີງຈິ໊ງ  ໄດ້​ພົບ​ປະ​ກັບ​ເພື່ອນ​ມິດ​ອາ​ເມ​ລິ​ກາ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຟ້າມມີງຈິ໊ງ ໄດ້​ພົບ​ປະ​ກັບ​ເພື່ອນ​ມິດ​ອາ​ເມ​ລິ​ກາ
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດນາມ ຕ້ອນຮັບ​​ວິ​ສາ​ຫະ​ກິດແຖວໜ້າຂອງ​ອາ​ເມລິ​ກາ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດນາມ ຕ້ອນຮັບ​​ວິ​ສາ​ຫະ​ກິດແຖວໜ້າຂອງ​ອາ​ເມລິ​ກາ​

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີວ່າ ໃນໄລໄລຈະມາເຖິງ, ສອງຝ່າຍຈະສືບຕໍ່ຜັນຂະຫຍາຍ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ເປັນອັນລະອຽດ ແລະ ພັດທະນາຢ່າງແທດຈິງ. ທ່ານກໍສະເໜີໃຫ້ ອາເມລິກາ ສຳເລັດວິວັດການພິຈາລະນາຮັບຮອງເອົາຂໍ້ກຳນົດກົດລະບຽບເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ ແລະ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ສິນຄ້າ ຫວຽດນາມ ໄດ້ນຳເຂົ້າຕະຫຼາດ ອາເມລິກາ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຕ້ອນ​ຮັບ​ທ່ານ​ຫົວ​ໜ້າ​ຂະ​ແໜງ​ເສດ​ຖະ​ກິດ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານປະທານ, ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Marriott (ອາເມລິກາ) Anthony Capuano ຢູ່ຫ້ອງວ່າການລັດຖະບານ (ພາບ: TTXVN)

ທ່ານນາງ Emily Blanchard ຫົວໜ້າຂະແໜງເສດຖະກິດກະຊວງການຕ່າງປະເທດ ອາເມລິກາ ເຫັນດີເປັນຢ່າງສູງຕໍ່ຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ຈະ ສືບຕໍ່ຫັນຂອບເຂດການຮ່ວມມືໃໝ່ລະຫວ່າງສອງປະເທດເປັນລະອຽດ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນ. ທ່ານນາງເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ດຶງດູດຄວາມສົນໃຈຂອງບັນດານັກລົງທຶນ ອາເມລິກາ. ທ່ານນາງກໍສະແດງຄວາມພ້ອມທີ່ຈະແລກປ່ຽນບົດຮຽນ, ປະສົບການກ່ຽວກັບນະໂຍບາຍເສດຖະກິດ ກໍຄື ວິທີສົມທົບເພື່ອຮັບມືກັບການເໜັງຕີງຂອງເສດຖະກິດທົ່ວໂລກ ກັບ ຫວຽດນາມ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ຕ້ອນຮັບທ່ານປະທານ, ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Marriott (ອາເມລິກາ)Anthony Capuano ຢູ່ຫ້ອງວ່າການລັດຖະບານ ເຊັ່ນດຽວກັນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.