ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ ເດືອນ​ກໍ​ລະ​ກົດ ​ກ່ຽວ​ກັບຫົວເລື່ອງ ສ້າງ​ກົດ​ໝາຍ

11:13 | 28/08/2023

ຍສໝ - ລັດຖະບານ ໄດ້ດຳເນີນກອງປະຊຸມ ປະຈຳເດືອນ ກໍລະກົດ 2023 ດ້ວຍຫົວເລື່ອງສ້າງກົດໝາຍ ເພື່ອປຶກສາຫາລືຫຼາຍເນື້ອໃນສຳຄັນ, ໃນນັ້ນ ມີການລາຍງານ, ສະເໜີແນະການນຳໃຊ້ອັດຕາພາສີອາກອນພື້ນຖານທົ່ວໂລກ ແລະ ຮ່າງມະຕິຂອງສະພາແຫ່ງຊາດ ວ່າດ້ວຍການປະຕິບັດທົດລອງບາງກົນໄກ, ນະໂຍບາຍແກ້ໄຂຂໍ້ຕິດຂັດໃນກົດໝາຍບາງສະບັບທີ່ກ່ຽວຂ້ອງເຖິງການລົງທຶນບັນດາກິດຈະກຳຄົມມະນາຄົມທາງບົກ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ ເດືອນ​ກໍ​ລະ​ກົດ ​ກ່ຽວ​ກັບຫົວເລື່ອງ ສ້າງ​ກົດ​ໝາຍ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ:VGP)

ວັນທີ 26 ກໍລະກົດ, ຢູ່ສຳນັກງານລັດຖະບານ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ລັດຖະບານ ໄດ້ດຳເນີນກອງປະຊຸມ ປະຈຳເດືອນ ກໍລະກົດ 2023 ດ້ວຍຫົວເລື່ອງສ້າງກົດໝາຍ ເພື່ອປຶກສາຫາລືຫຼາຍເນື້ອໃນສຳຄັນ, ໃນນັ້ນ ມີການລາຍງານ, ສະເໜີແນະການນຳໃຊ້ອັດຕາພາສີອາກອນພື້ນຖານທົ່ວໂລກ ແລະ ຮ່າງມະຕິຂອງສະພາແຫ່ງຊາດ ວ່າດ້ວຍການປະຕິບັດທົດລອງບາງກົນໄກ, ນະໂຍບາຍແກ້ໄຂຂໍ້ຕິດຂັດໃນກົດໝາຍບາງສະບັບທີ່ກ່ຽວຂ້ອງເຖິງການລົງທຶນບັນດາກິດຈະກຳຄົມມະນາຄົມທາງບົກ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ໄລຍະຜ່ານມາ, ສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ໄດ້ປະກາດໃຊ້ມະຕິຫຼາຍສະບັບ ແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນວິວັດທະນາການພັດທະນາ, ແກ້ໄຂບັນດາບັນຫາເກີດຂຶ້ນໃໝ່, ຊຶ່ງບໍ່ເຄີຍມີມາກ່ອນ… ດັ່ງນັ້ນ, ລະບົບກົດໝາຍນັບມື້ນັບສົມບູນກວ່າເກົ່າ. ເຖິງຢ່າງໃດກໍຕາມ, ລະບົບກົດໝາຍຍັງມີຂໍ້ຈຳກັດຫຼາຍຢ່າງ, ຕ້ອງສຳຫຼວດກວດຄືນຢ່າງຮີບດ່ວນ ແລະ ສ້າງໃຫ້ສົມບູນແບບ ເພື່ອແກ້ໄຂບັນຫາຊັບພະຍາກອນມະນຸດ, ຊຸກຍູ້ການພັດທະນາ. ຕາມວາລະແລ້ວ, ໃນກອງປະຊຸມນີ້, ລັດຖະບານ ຈະພິຈາລະນາ, ປະກອບຄຳເຫັນໃສ່: ການສະເໜີກ່ຽວກັບການສ້າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ (ສະບັບປັບປຸງ); ການສະເໜີກ່ຽວກັບການສ້າງກົດໝາຍວ່າດ້ວຍອາກອນຈຳໜ່າຍພິເສດ (ສະບັບປັບປຸງ); ການສະເໜີການສ້າງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປະມູນຊັບສິນ; ຮ່າງກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ); ລາຍງານ, ສະເໜີການນຳໃຊ້ອັດຕາພາສີພືິ້ນຖານທົ່ວໂລກ; ລາຍງານ, ສະເໜີກ່ຽວກັບກົນໄກ, ນະໂຍບາຍໜູນຊ່ວຍນັກລົງທຶນ….

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.