ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນລຶວກວາງ ມີ​ການ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ António Guterres

16:23 | 28/02/2023

ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ ໃນຕອນ​ເຊົ້າ​ວັນ​ທີ 27 ກຸມພາ ທີ່​ນະຄອນ​ເຈ​ນີວາ​ແລ້ວ, ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລະດັບ​ສູງ​ຄັ້ງ​ທີ 52 ຂອງ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ເຈິ່ນລຶວກວາງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Antonio Guterres,

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຢືນ​ຢັນ​ການຊ່ວຍເຫຼືອ​ຫວຽດ​ນາມ ໃນ​ການ​ຊຸກ​ຍູ້ການຫັນ​ປ່ຽນ​ພະ​ລັງ​ງານ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຢືນ​ຢັນ​ການຊ່ວຍເຫຼືອ​ຫວຽດ​ນາມ ໃນ​ການ​ຊຸກ​ຍູ້ການຫັນ​ປ່ຽນ​ພະ​ລັງ​ງານ
ຫວຽດນາມພ້ອມປະກອບສ່ວນໃຫ້ແກ່ການເຄື່ອນໄຫວຊ່ວຍໜູນທາງດ້ານມະນຸດສະທຳຂອງສະຫະປະຊາຊາດຕໍ່ກັບຢູເຄຣນ ຫວຽດນາມພ້ອມປະກອບສ່ວນໃຫ້ແກ່ການເຄື່ອນໄຫວຊ່ວຍໜູນທາງດ້ານມະນຸດສະທຳຂອງສະຫະປະຊາຊາດຕໍ່ກັບຢູເຄຣນ

ທີ່ການພົບປະກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres , ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນລັດທິຫຼາຍຝ່າຍ ແລະ ບົດບາດເປັນໃຈກາງຂອງ ສປຊ ໃນການຄຸ້ມຄອງທົ່ວໂລກ ແລະ ໃນການປະສານງານບັນດາຄວາມມານະພະຍາຍາມເພື່ອແນໃສ່ແກ້ໄຂສິ່ງທ້າທາຍລວມ.

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 52 ສະພາສິດທິມະນຸດ ສປຊ ຢູ່ເຊີແນວ ປະເທດສະວິດ, ວັນທີ 27 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ມີການພົບປະກັບທ່ານເລຂາທິການໃຫຍ່ ສປຊ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ປ້ອງກັນປະເທດ ສ.ອຽກລັງ, ບັນດາລັດຖະມົນຕີການຕ່າງປະເທດ ຂອງເວເນຊູເອລາ ແລະ ນອກແວ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນລຶວກວາງ ມີ​ການ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ António Guterres

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນລຶວກວາງ ມີ​ການ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ António Guterres

ທີ່ການພົບປະກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres , ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນລັດທິຫຼາຍຝ່າຍ ແລະ ບົດບາດເປັນໃຈກາງຂອງ ສປຊ ໃນການຄຸ້ມຄອງທົ່ວໂລກ ແລະ ໃນການປະສານງານບັນດາຄວາມມານະພະຍາຍາມເພື່ອແນໃສ່ແກ້ໄຂສິ່ງທ້າທາຍລວມ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍສືບຕໍ່ຍູ້ແຮງການຮ່ວມມື. ສ່ວນທ່ານເລຂາທິການໃຫຍ່ ສປຊ Antonio Guterres ຢັ້ງຢືນວ່າຈະສືບຕໍ່ມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືອັນດີງາມລະຫວ່າງ ສປຊ ແລະ ຫວຽດນາມ.

ທີ່ການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ປ້ອງກັນຊາດ ສ.ອຽກລັງ Micheal Martin,ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ສະເໜີສອງຝ່າຍຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ. ສ່ວນທ່ານ Micheal Martin ຢັ້ງຢືນວ່າ ນະຄອນ Dublin ມີຄວາມຫວັງຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃຫ້ຫຼາຍກ່ວາອີກ ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ.

ແລະກໍ່ໃນການພົບປະກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ເວເນຊູເອລາ Yvan Gil Pinto, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ສະເໜີໃຫ້ສອງຝ່າຍຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ສືບຕໍ່ຮັກສາບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.