ເວທີປາໄສທະເລ ອາຊຽນ ຄັ້ງທີ 12 ແລະ ເວທີປາໄສທະເລ ອາຊຽນ ເປີດກ້ວາງຄັ້ງທີ 10 | |
ກອງປະຊຸມສະພາປະທານສານ ບັນດາປະເທດ ອາຊຽນ ແມ່ນອົງການດ້ານການເມືອງ ສຳຄັນຂອງ ອາຊຽນ |
ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ໄດ້ດຳເນີນຢູ່ເທດສະບານ Labuan Bajo ຂອງ Indonesia, ຕອນເຊົ້າວັນທີ 11 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບການນຳບັນດາປະເທດ ໄດ້ເຂົ້າຮ່ວມກອງປະຊຸມວົງແຄບ ເພື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ.
![]() |
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ອາຊຽນ ຕ້ອງປັບປຸງຄວາມສາມັກຄີ ແລະ ເປັນເອກະພາບ, ຍົກສູງຈິດໃຈເອກະລາດ, ເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍຢ່າງແຮງບົດບາດໃຈກາງ, ຮັກສາຄວາມດຸ່ນດ່ຽງຍຸດທະສາດໃນການພົວພັນກັບບັນດາຄູ່ຮ່ວມມື, ສ້າງ ແລະ ຊຸກຍູ້ວັດທະນະທຳ ສົນທະນາ, ຮ່ວມມືປຶກສາຫາລື, ສ້າງຄວາມໄວ້ເນື້ອເຊື່ອໃຈ. ອາຊຽນ ຕ້ອງຮັກສາຫຼັກໝັ້ນ, ຫຼັກການໃນບັນດາບັນຫາທີ່ກ່ຽວຂ້ອງໂດຍກົງ ເຖິງສະພາບແວດລ້ອມແຫ່ງຄວາມໝັ້ນຄົງໃນການພັດທະນາທີ່ໄດ້ລະບຸໄວ້ໃນເອກະສານພື້ນຖານ.
ໂດຍຢັ້ງຢືນຄືນໃໝ່ຫຼັກໝັ້ນ, ຫຼັກການຂອງ ອາຊຽນ ກ່ຽວກັບບັນດາບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ທັງແມ່ນຜົນປະໂຫຍດ, ທັງແມ່ນຄວາມຮັບຜິດຊອບຂອງທຸກປະເທດ.
ຄຳຮຸ່ງ