ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ໃຫ້​ການ​ຕ້ອນ​ຮັບ ຜູ້ອຳນວຍການກອງທຶນສະຫະພັນພະລັງງານທົ່ວໂລກເພື່ອມະນຸດ ແລະ ໜ່ວຍໂລກ (GEAPP)

08:46 | 24/02/2023

ຍ​ສ​ໝ - ວັນທີ 22 ກຸມພາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຕ້ອນຮັບທ່ານ Simon Harford, ຜູ້ອຳນວຍການກອງທຶນສະຫະພັນພະລັງງານທົ່ວໂລກເພື່ອມະນຸດ ແລະ ໜ່ວຍໂລກ (GEAPP).

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ  El Salvador ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ El Salvador
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ​ແຖວ​ໜ້າ ສິງ​ກະ​ໂປ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ​ແຖວ​ໜ້າ ສິງ​ກະ​ໂປ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຕ້ອນຮັບທ່ານ Simon Harford, ຜູ້ອຳນວຍການກອງທຶນ  (GEAPP)
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຕ້ອນຮັບທ່ານ Simon Harford, ຜູ້ອຳນວຍການກອງທຶນ (GEAPP) (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ດ້ວຍການເຂົ້າຮ່ວມຂໍ້ຕົກລົງຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງສະເໝີພາບ (JETP), ຫວຽດນາມ ປາດຖະໜາຢາກໄດ້ຮັບຄຳປຶກສາ, ໜູນຊ່ວຍດ້ານເຕັກນິກຂອງບັນດາຄູ່ຮ່ວມມືສາກົນໃນວິວັດການຜັນຂະຫຍາຍຂໍ້ຕົກລົງ; ສະເໜີໃຫ້ຄູ່ຮ່ວມມືສາກົນ, ໃນນັ້ນມີ GEAPP, ສືບຕໍ່ໃຫ້ຄຳປືກສາ, ໜູນຊ່ວຍ ຫວຽດນາມ ສ້າງບັນດານະໂຍບາຍ, ສະພາບແວດລ້ອມນິຕິກຳທີ່ສະດວກໃຫ້ແກ່ການລົງທຶນ, ການປະມູນ, ສິນເຊື່ອ, ພັດທະນາຕະຫຼາດພະລັງງານຜະລິດຄືນໃໝ່… ນະ​ໂຍ​ບາຍ​ຂຽວ, ຊຸກ​ຍູ້​ການ​ສ້າງ​ຕະຫຼາດໃບ​ຢັ້ງ​ຢຶນ​ກາກບອນ ເພື່ອ​ຍູ້​ໄວ​ການ​ຫັນ​ປ່ຽນ​ພະ​ລັງ​ງານ, ຫັນ​ປ່ຽນ​ສີ​ຂຽວ, ຄື​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ການ​ປ່ອຍ​ທາດ​ພິດ​ລົງ 0 ແລະ JETP

ຕາມ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລ້ວ, ບັນ​ດາ​ສຳ​ຄັນ​ທີ່​ສຸດ​ໃນ​ປັ​ຈ​ດຸ​ບົນ​ແມ່ນ​ຕ້ອງ​ມີ​ບັນ​ດາ​ບາດ​ກ້າວ, ກົນ​ໄກ​ສະ​ແດງ​ໃຫ້​ເຫັນ​ເຈັດ​ຈຳ​ນົງ, ຄຳ​ໝັ້ນ​ສັນ​ຍາ​ໃນ JETP ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ເຕັກ​ໂນ​ໂລ​ຢີ, ການ​ເງິນ, ການ​ຄຸ້ມ​ຄອງ…ໃຫ້​ແກ່​ບັນ​ດາ​ໂຄງ​ການ​ຫັນ​ປ່ຽນ​ພະ​ລັງ​ງານ, ບໍ່​ຈຳ​ແນກ​ປະ​ເທດ​ພັດ​ທະ​ນາ ແລະ ປະ​ເທດ​ພວມ​ພັດ​ທະ​ນາ. ຕໍ່​ໜ້າ​ຄວາມ​ຮ​ຽກ​ຮ້ອງ​ຕ້ອງ​ການ​ມີ​ໂຄງ​ການ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່​ຕອບ​ສະ​ໜອງ​ມາດ​ຖານ​ຜູ້​ອຸ​ປະ​ຖຳ​ເງິນ​ທຶນ, ຜົນ​ປະ​ໂຫຍດ​ຂອງວິ​ສາ​ຫະ​ກິດ​ລົງ​ທຶນ​ດ້ວຍ​ລະ​ດັບ​ຄ່າ​ໄຟ​ຟ້າ ຢູ່ ຫວຽດ​ນາມ.

ສຳລັບບັນດາໂຄງການຫັນປ່ຽນພະລັງງານໃນຂອບເຂດ JETP. ຈາກນັ້ນ, ປະກອບສ່ວນປະຕິບັດເປົ້າໝາຍປ່ອຍອາຍພິດເຮືອນແກ້ວລົງເປັນສູນ, ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນພາກພື້ນ ແລະ ໃນທົ່ວໂລກ.

ສ່ວນ​ທ່ານ Simon Harford, ຜູ້ອຳນວຍການກອງທຶນສະຫະພັນພະລັງງານທົ່ວໂລກເພື່ອມະນຸດ ແລະ ໜ່ວຍໂລກ ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ເນື້ອ​ໃນ​ການ​ເຮັດ​ວຽກ​ກັບ​ບາງ​ກະ​ຊວງ, ຂະ​ແໜງ​ການ, ຄູ່​ຮ່ວມ​ມື​ຂອງ ຫວຽດ​ນາມ, ກຳ​ນົດ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຢ່າງ​ລະ​ອຽດ​ໃນ​ວິ​ວັດ​ການຜັນ​ຂະ​ຫຍາຍ jetp, ຫັນ​ຂົງ​ເຂດ​ພະ​ລັງ​ງານເປັນ​ທັນ​ສະ​ໄໝ, ສ້າງ​ເຄືອ​ຂ່າຍ​ສົ່ງ​ໄຟ​ຟ້າ​ແບບ​ສ​ມາດ…

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.