ຍສໝ - ສາມາດເຫັນໄດ້ວ່າ, ພາຍຫຼັງ 4 ປີແຫ່ງການປະຕິບັດ, ຜົນປະໂຫຍດທີ່ຈະແຈ້ງທີ່ສຸດເຊິ່ງສັນຍາ EVFTA ນຳມາໃຫ້ນັ້ນແມ່ນໄດ້ຊຸກຍູ້ການສົ່ງອອກຂອງຫວຽດນາມ ໄປຍັງເອີລົບ, ເພີ່ມຂຶ້ນຈາກ 35 ຕື້ເອີໂຣໃນປີ 2019 ມາເປັນ 48 ກວ່າຕື້ເອີໂຣ ໃນປີ 2023. ການເຕີບໂຕໄດ້ສະແດງໃຫ້ເຫັນຢ່າງຊັດເຈນ.
ຍສໝ - ທ່ານ Satvinder Singh ຮອງເລຂາທິການໃຫຍ່ປະຊາຄົມເສດຖະກິດ ອາຊຽນ (AEC) ໃຫ້ຮູ້ວ່າ: ອາຊຽນ ພວມກ້າວໄປສູ່ການກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ຂອງໂລກໃນປີ 2030 ຈາກອັນດັບທີ 5 ໃນປະຈຸບັນ, ດ້ວຍສະພາບແວດລ້ອມດ້ານເສດຖະກິດມະຫາພາກທີ່ກ້າວໜ້າ ແລະ ສຳຄັນ. GDP ໄດ້ເພີ່ມຂຶ້ນ 51% ບັນລຸ 3.800 ຕື້ USD ໃນປີ 2023 ເມື່ອທຽບໃສ່ 2.500 ຕື້ USD ໃນປີ 2015.
ຍສໝ - ນີ້ແມ່ນຄັ້ງທຳອິດທີ່ສະມາຄົມທຸລະກິດໜຸ່ມຮ່າໂນ້ຍ (HanoiBA) ຈັດໂຄງການສົ່ງເສີມການຄ້າ - ການລົງທຶນຢູ່ລາວ.
ຍສໝ - ຫວຽດນາມ - ອິນເດຍ ໜູນຊ່ວຍ ແລະ ຊຸກຍູ້ການເຄື່ອນໄຫວໂອ້ລົມສົນທະນາ, ເຊື່ອມຕໍ່ການລົງທຶນ, ສ້າງເງື່ອນໄຂໃຫ້ວິສາຫະກິດຂອງ 2 ຝ່າຍເປີດກວ້າງການຮ່ວມມື, ລົງທຶນ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນ; ຍູ້ແຮງ ແລະ ຜັນຂະຫຍາຍບັນດາມາດຕະການຢ່າງມີປະສິດທິຜົນ ເພື່ອແນໃສ່ປະຕິບັດສຳເລັດຈຸດໝາຍວົງເງິນການຄ້າ 2 ຝ່າຍບັນລຸ 20 ຕື້ USD ໃນໄລຍະຈະມາເຖິງ.
ຍສໝ - ໃນ 3 ປີຜ່ານມາ, ວົງເງິນການຄ້າລະຫວ່າງຫວຽດນາມ - ລາວ ເຕີບໂຕຢ່າງເປັນປົກກະຕິ ແລະບັນລຸໄດ້ເປົ້າໝາຍກວ່າ 1 ຕື້ໂດລາສະຫະລັດ.
ຍສໝ - ຄຽງຄູ່ກັບທ່າອ່ຽງຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ການຄ້າເອເລັກໂຕນິກກໍ່ແມ່ນປັດໄຈສຳຄັນທີ່ສົ່ງຜົນສະທ້ອນເຖິງຊີວິດ, ສັງຄົມ ແລະ ໂຄງປະກອບຂອງພື້ນຖານເສດຖະກິດຢ່າງຫຼວງຫຼາຍ.
ຍສໝ - ນັບແຕ່ວັນທີ 11-13 ກໍລະກົດ 2024, ທ່ານນາງ ຟານທິຖັ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ, ໄດ້ຮ່ວມເດີນທາງພ້ອມກັບທ່ານປະທານປະເທດ ໂຕເລິມ ໄປຢ້ຽມຢາມທາງລັດຖະກິດ ສປປ ລາວ ແລະ ລາຊະອານາຈັກ ກຳປູເຈຍ.
ຍສໝ - ການສ້າງເຂດເສດຖະກິດການຄ້າາຂ້າມຊາຍແດນລວມ ລາວບາວ - ແດນສະຫວັນ ໃຫ້ຄຳໝັ້ນສັນຍາວ່າ ຈະເປັນກະແສລົມໃໝ່, ຈຸດໝາຍປາຍທາງໃໝ່ທີ່ຟົດຟື້ນໃນສາຍແລວເສດຖະກິດຕາເວັນຕົກຕາເວັນອອກ.
ຍສໝ - ໃນຕອນຮຸ່ງເຊົ້າຂອງວັນທີ 10 ມິຖຸນາ, ທີ່ສູນການຄ້າ ຊາປາ ຂອງ ຫວຽດນາມ ຢູ່ນະຄອນຫຼວງ Prague, ສາທາລະນະລັດ ເຊັກໂກ ໄດ້ເກີດເຫດໄຟໄໝ້ຮ້ານຂາຍອາຫານ ແລະ ສິນຄ້າບໍລິໂພກ. ໂຊກດີທີ່ໄຟໄດ້ຖືກຄວບຄຸມຢ່າງທັນການ. ສະຖານທູດ ຫວຽດນາມ ປະຈຳ ສາທາລະນະລັດ ເຊັກໂກ ໄດ້ລົງສະຖານທີ່ເກີດເຫດ ເພື່ອຈະໄປຢ້ຽມຢາມປະຊາຊົນພ້ອມທັງຫນູນຊ່ວຍຄົວເຮືອນທີ່ເສຍຫາຍໃນທັນທີ.
ຍສໝ - ວັນທີ 14 ພຶດສະພາ, ຜູ້ຕາງໜ້າສະມາຄົມມິດຕະພາບ ໂປໂລຍ - ຫວຽດນາມ ອະນາຄົດ ໂດຍທ່ານສາດສະດາຈານ Tadeusz Iwinski, ປະທານສະມາຄົມເປັນນຳໜ້າ ໄດ້ໄປສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ເພື່ອຢ້ຽມຢາມ, ແບ່ງປັນ, ລະດົມໃຈປະຊາຊົນ ຫວຽດນາມ ທີ່ຖືກຜົນກະທົບຈາກເຫດໄຟໄໝ້ສູນການຄ້າ Marywilska 44.
ຍສໝ - ໄຟໄໝ້ສູນການຄ້າແຫ່ງ 44 Marywilska (Warsaw, ປະເທດໂປແລນ) ທີ່ເກີດຂຶ້ນໃນວັນທີ 12 ພຶດສະພາ ໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງ, ສົ່ງຜົນສະທ້ອນເຖິງວິສາຫະກິດ ແລະ ຊີວິດການເປັນຢູ່ຂອງປະຊາຄົມຊາວ ຫວຽດນາມ ຢູ່ ໂປໂລຍ. ຕອນບ່າຍວັນທີ 13 ພຶດສະພາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສົ່ງຈົດໝາຍອວຍພອນເຖິງຍາດຕິພີ່ນ້ອງ.
ຍສໝ - ຕອນເຊົ້າວັນທີ 17 ເມສາ, ທີ່ສູນວັດທະນະທຳ ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ດຳເນີນວັນບຸນວັດທະນະທຳ-ເຊື່ອມຕໍ່ການຄ້າ ໂດຍສະມາຄົມຕິດຕໍ່ພົວພັນກັບຄົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ສົມທົບກັບສະມາຄົມວິສາຫະກິດ ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ຈັດຕັ້ງ.
ຍສໝ - ວັນທີ 25 ມີນາ, ຄະນະກໍາມະການລັດຫວຽດນາມ ຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ) ແລະ ສະມາຄົມນັກທຸລະກິດຫວຽດນາມ ການາດາ (VCBA) ໄດ້ສົມທົບກັນຈັດຕັ້ງ “ເວທີປາໄສວິສາຫະກິດ: ເພີ່ມທະວີການພົວພັນດ້ານເສດຖະກິດ ຫວຽດນາມ - ການາດາ ໃນຂອບເຂດ CPTPP”.
ຍສໝ - ໃນເວລາ 15 ປີມໍ່ໆມານີ້, ການແລກປ່ຽນການຄ້າລະຫວ່າງກຸ່ມຕະຫຼາດລວມ ອາເມລິກາໃຕ້ (Mercosur) ແລະສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ພັດທະນາຢ່າງກ້າວກະໂດດຂັ້ນ, ບາງປະເທດສະມາຊິກຂອງອາຊຽນ ໄດ້ກາຍເປັນຄູ່ຮ່ວມມືສຳຄັນຂອງ Mercosur ແລະຫວຽດນາມ ແມ່ນຕົວຢ່າງທີ່ພົ້ນເດັ່ນ.
ຍສໝ - ທ່ານເອກອັກຄະລັດຖະທູດ ມາຍຕຽນຢຸງ ໄດ້ຢືນຢັນຄຳໝັ້ນສັນຍາຂອງຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ເຊີແນວ ກ່ຽວກັບເລື່ອງ ສືບຕໍ່ສົມທົບກັນຢ່າງຕັ້ງໜ້າ, ແໜ້ນແຟ້ນກັບຄະນະເລຂາທິການ WTO ແລະ ບັນດາສະມາຊິກ WTO ອື່ນ ເພື່ອປະຕິບັດບັນດາໝາກຜົນຂອງກອງປະຊຸມລັດຖະມົນຕີ WTO ຄັ້ງທີ 13 (MC13) ຢ່າງຄົບຖ້ວນ, ບັນລຸປະສິດທິຜົນໃນໄລຍະຈະມາເຖິງ.
ຍສໝ - ຫວຽດນາມ ໄດ້ກາຍເປັນສູນກາງດ້ານການຄ້າ ແລະ ນະວັດຕະກຳຂອງພາກພື້ນ, ນິວຊີແລນສາມາດຮຽນຮູ້ຫຼາຍຢ່າງຈາກປະສົບການ ແລະ ຄວາມຮູ້ວິຊາສະເພາະຂອງ ຫວຽດນາມ.
ຍສໝ - ວົງເງິນການຄ້າ ຫວຽດນາມ-ລາວ ໃນເດືອນມັງກອນປີນີ້ ໄດ້ເພີ່ມຂຶ້ນຢ່າງແຮງ, ຮອດ 75,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ບັນລຸໄດ້ 174,4 ລ້ານ ; ໃນນັ້ນ, ການສົ່ງອອກຂອງ ຫວຽດນາມ ໄປ ລາວ ບັນລຸໄດ້ 56,8 ລ້ານ USD.
ຍສໝ - ທ່ານລັດຖະມົນຕີກະຊວງເສດຖະກິດ ແລະ ອຸດສາຫະກຳ ບຸນກາຣີ ໄດ້ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ ໃນຫຼາຍຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ ແລະ ການລົງທຶນ, ເພື່ອແນໃສ່ເພີ່ມທະວີວົງເງິນການຄ້າລະຫວ່າງ 2 ປະເທດ.
ຍສໝ - ວັນທີ 21 ກຸມພານີ້, ສື່ມວນຊົນທ້ອງຖິ່ນລາຍງານວ່າ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ໄດ້ພົບປະກັບທ່ານ Andrey Rudenko ລັດຖະມົນຕີກະຊວງການຕ່າງປະເທດ ສະຫະພັນລັດເຊຍ ຢູ່ນະຄອນຫຼວງວຽງຈັນ, ໃນນັ້ນ, ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດໃຫ້ເໝາະສົມກັບຄວາມສາມາດບົ່ມຊ້ອນຂອງສາຍພົວພັນທີ່ເປັນມູນເຊື້ອ.
ຍສໝ - ຕາມຂໍ້ມູນຂອງກົມໃຫຍ່ສະຖິຕິ ໄດ້ປະກາດໃນຕອນເຊົ້າວັນທີ 29 ພະຈິກນີ້, ແຕ່ຕົ້ນປີຮອດວັນທີ 15 ພະຈິກ 2023, ຍອດມູນຄ່າການນຳເຂົ້າ ແລະ ສົ່ງອອກໃນເບື້ອງຕົ້ນບັນລຸ 587,68 ຕື້ USD, ຫຼຸດລົງ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນການສົ່ງອອກຫຼຸດລົງ 6,4%; ການນໍາເຂົ້າຫຼຸດລົງ 11,7%; ຍອດມູນຄ່າການຄ້າສິນຄ້າເກີນດຸນແມ່ນ 24,44 ຕື້ USD.