ສະມາຄົມທຸລະກິດໜຸ່ມຮ່າໂນ້ຍ ຈັດການສົ່ງເສີມການຄ້າ ແລະການລົງທຶນຢູ່ລາວ

10:01 | 06/08/2024

ຍສໝ - ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ສະມາຄົມ​ທຸລະກິດ​ໜຸ່ມ​ຮ່າ​ໂນ້ຍ (HanoiBA) ຈັດ​ໂຄງການສົ່ງ​ເສີມ​ການ​ຄ້າ ​- ການ​ລົງທຶນ​ຢູ່​ລາວ.

ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ: ເປັນຂົວເຊື່ອມຕໍ່ອັນໜັກແໜ້ນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ: ເປັນຂົວເຊື່ອມຕໍ່ອັນໜັກແໜ້ນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ
ທ່ານ ເລຫງອກດິ້ງ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ອີກສະໄໝໜຶ່ງ ທ່ານ ເລຫງອກດິ້ງ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ອີກສະໄໝໜຶ່ງ
Tọa đàm Xúc tiến thương mại và đầu tư Doanh nghiệp Việt Nam - Lào do HanoiBA tổ chức tại Lào ກອງປະຊຸມພົບປະແລກປ່ຽນສົ່ງເສີມການຄ້າ ແລະການລົງທຶນຂອງທຸລະກິດໜຸ່ມ ລາວ - ຫວຽດນາມ  ຈັດໂດຍ HANOIBA ໃນປະເທດລາວ

ກອງປະຊຸມສໍາມະນາສົ່ງເສີມການຄ້າ ແລະການລົງທຶນຂອງທຸລະກິດໜຸ່ມ ຫວຽດນາມ - ລາວ ຈັດໂດຍ HANOIBA ທີ່ປະເທດລາວ

ກອງ​ປະ​ຊຸມສໍາມະນາສົ່ງເສີມການຄ້າ ແລະ​ການ​ລົງ​ທຶນ ທຸລະກິດ ​ຫວຽດ​ນາມ - ລາວ ເຊິ່ງຈັດໂດຍ HanoiBA ທີ່​ນະ​ຄອນຫຼວງວຽງ​ຈັນ (ລາວ) ມີຜູ້​ແທນ HANOIBA ເຂົ້າ​ຮ່ວມ 50 ຄົນ ແລະຜູ້​ແທນຈາກ​ສະ​ມາ​ຄົມ​ທຸລະກິດ​ຫວຽດ​ນາມ ຢູ່ AVILA 30 ຄົນ.

ທີ່ກອງ​ປະ​ຊຸມສໍາມະນາ, ບັນດານັກວິທະຍາກອນ ແລະຜູ້ແທນໄດ້ແລກປ່ຽນບັນດາຂໍ້ມູນກ່ຽວກັບສະພາບຕົວຈິງ, ກາລະໂອກາດລົງທຶນດຳເນີນທຸລະກິດຂອງທຸລະກິດ ຫວຽດນາມ ຢູ່ລາວ, ເປີດກວ້າງໂອກາດໃຫ້ກັບນັກທຸລະກິດໜຸ່ມ ຮ່າໂນ້ຍ ສາມາດລົງທຶນ, ຮ່ວມມື ແລະພັດທະນາຕະຫຼາດຢູ່ທີ່ນີ້.

ໃນຕອນທ້າຍຂອງກອງ​ປະ​ຊຸມສໍາມະນາ, ພາຍໃຕ້ການເປັນພະຍານຂອງທີ່​ປຶກສາ​ຝ່າຍເສດຖະກິດ​ຫວຽດນາມ ປະຈຳ​ລາວ, ຜູ້ປະຈຳ​ການ HANOIBA ​ແລະ AVILA, ການ​ນຳ 2 ສະມາຄົມ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື, ​ເປັນ​ຂີດ​ໝາຍ​ການ​ພົວພັນທີ່ສະໜິດສະໜົມ, ສະໜັບສະໜູນ​ເຊິ່ງກັນ ​ແລະກັນໃນອະນາຄົດ.

HANOIBA và AVILA ký ghi nhớ hợp tác HanoiBA ແລະ AVILA ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມື

HanoiBA ແລະ AVILA ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມື

ກໍ່ໃນ​ການ​ເຄື່ອນ​ໄຫວ​ຢູ່​ປະ​ເທດ​ລາວ, ຄະນະ​ຜູ້​ແທນ​ HanoiBA ​ໄດ້​ໄປ​ຢ້ຽມຢາມ ​ແລະ ເຂົ້າຢ້ຽມຂໍ່ານັບ​ສະຖານທູດ​ຫວຽດນາມ ປະຈຳ​ລາວ, ​ເຮັດ​ວຽກ​ກັບ​ກຸ່ມ​ບໍລິສັດ Unitel (Viettel ປະຈຳ ລາວ), ຢ້ຽມຢາມ​ບໍ່​ແຮ່ຂອງ Cavico Lao Mining.

​ຂໍ້​ມູນ​ຈາກ​ HanoiBA, ​ໃນ 6 ​ເດືອນ​ຕົ້ນ​ປີ, HanoiBA ​ໄດ້​ໃຊ້​ງົບປະມານ 861 ຕື້​ດົ່ງ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ພາຍ​ໃນກຸ່ມ, ພັດທະນາ ​ແລະຮັບ​ສະມາຊິກ​ໃໝ່ 75 ຄົນ, ​ໄດ້​ສ້າງ​ຕັ້ງ​ຄະນະ​​ປະ​ເມີນ​ສະມາຊິກ​ປະຈຳ​ອາທິດຫຼາຍ​ກ່ວາ 35 ຄົນ, ພັດທະນາສະ​ໂມ​ສອນ​ຕື່ມ 3 ແຫ່ງ ແລະ ເຮືອນ 1 ຫຼັງ”.

ຄຽງຂ້າງກັນ​ນັ້ນ, HanoiBA ກໍ່ຜັນຂະຫຍາຍ​ຫຼາຍ​ການເຄື່ອນໄຫວເພື່ອແນໃສ່​ພັດທະນາ​ການຈັດຕັ້ງສະມາຄົມ, ສ້າງ​​ພາບພົດ ​ແລະຍົກ​ລະດັບຖານະບົດບາດ, ​ເຊັ່ນ:ວັນບຸນເຊື່ອມຕໍ່, CEO Mentoring day, ລະດູບານໃໝ່ເຕົ້າໂຮ, HanoiBA show, ​ລາຍການ ກາເຟເຊົ້າພ້ອມກັບ HanoiBA.

ຕາມ​ແຜນການ, HanoiBA ຈະສືບ​ຕໍ່​ຊຸກຍູ້ສົ່ງເສີມ​ການ​ຄ້າ​ລະຫວ່າງ​ບັນດາວິສາຫະກິດ​ພາຍ​ໃນກຸ່ມ, ນອກກຸ່ມ, ຕອບສະໜອງ​ບັນດາຄວາມ​ຕ້ອງການ​ດ້ານ​ການຊື້ຂາຍ​ຂອງ​ສະມາຊິກ, ພັດທະນາ​ການ​ສົ່ງ​ເສີມ​ການ​ຄ້າ​ບົນພື້ນຖານ​​ດີ​ຈີ​ຕອນ.

ພ້ອມ​ກັນ​ນັ້ນ ກໍ່ສືບ​ຕໍ່​ຈັດ​ຕັ້ງ CEO Exchange ​ແລະ CEO Mentoring ​ເພື່ອ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ​ແບ່ງປັນ​ຄວາມ​ຮູ້​ດ້ານ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ. ​ໃນ​ເຄິ່ງຕົ້ນປີ, HanoiBA ​ໄດ້​ຈັດ​ຕັ້ງ​ໂຄງການ “CEO MASTER - ​ໃຫ້​ຄຳ​ປຶກສາ​ດ້ານ​ການ​ຄຸ້ມ​ຄອງ ​ແລະ​ແກ້​ໄຂ​ທຶນ​ຮອນ​ໃຫ້​ແກ່ວິສາຫະກິດ, ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງວິສາຫະກິດຫຼາຍກວ່າ 130 ແຫ່ງທີ່ເປັນສະມາຊິກ, ສະມາຊິກ​ສະ​ໂມ​ສອນ​ທີ່ຂຶ້ນກັບ HanoiBA.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.