ຍສໝ - ຕອນເຊົ້າວັນທີ 15 ກັນຍາ, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມປະຈຳ ລາວໄດ້ປຸກລະດົມການບໍລິຈາກເງິນ ເພື່ອສະໜັບສະໜູນ ປະຊາຊົນລາວບັນດາແຂວງພາກກາງ ແລະ ພາກໃຕ້ທີ່ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ ໃນຕົ້ນເດືອນກັນຍາ.
ຍສໝ - ຮອງປະທານຄະນະກຳມະການປະຊາຊົນແຂວງ ທ່ານນາງ ເລ ຫງັອກ ຮວາ ໄດ້ສະແດງຄວາມຄາດຫວັງວ່າ ກອງປະຊຸມສ່ອງແສງ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ລະຫວ່າງ 8 ແຂວງຂອງຫວຽດນາມ - ລາວ ຄັ້ງທີ 19 ປີ 2019 ຈະດຳເນີນໄປດ້ວຍຄວາມສຳເລັດ, ເປັນຂີດໝາຍ ແຫ່ງການພັດທະນາໃໝ່ ໃນການປະສານສົມທົບກັນເພື່ອປ້ອງກັນ ແລະ ຕ້ານຢາເສບຕິດ ລະຫວ່າງ ຫວຽດນາມ ແລະ ລາວ.
ຍສໝ - ຕອນຄໍ່າວັນທີ 14 ກັນຍາ, ຢູ່ນະຄອນວິງ, ແຂວງເງະອານ, ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງສານປະຊະຊົນຫວຽດນາມ (13-9-1945/13-9-2019), ສານປະຊາຊົນສູງສຸດຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງສານປະຊະຊົນຫວຽດນາມ ແລະ ລາຍການພົບປະແລກປ່ຽນສິລະປະລະຫວ່າງສານປະຊາຊົນສອງປະເທດຫວຽດນາມ-ລາວ.
ຍສໝ - ຕອນບ່າຍວັນທີ 13 ກັນຍາ, ຄະນະຜູ້ແທນແຂວງສະຫວັນນະເຂດ (ສປປລາວ) ໄດ້ມີການພົບປະແລກປ່ຽນ, ຖອດຖອນບົດຮຽນກ່ຽວກັບ ວຽກງານປະຕິຮູບດ້ານການບໍລິຫານ ໃນແຂວງຮ່າຕິ້ງ
ຍສໝ - ວັນທີ14 ເດືອນກັນຍາ, ຄະນະຜູ້ແທນຂອງສານປະຊາຊົນສູງສຸດ ປະເທດຫວຽດນາມ ແລະ ລາວ ໄດ້ມາວາງທູບອາໄລຫາ ປະທານໂຮ່ຈີມິນ ຢູ ບ້ານກີມລຽນ, ເມືອງນາມດານ, ແຂວງ ເຫງະອານ.
ຍສໝ - ຕອນເຊົ້າວັນທີ 13 ກັນຍາ, ຢູ່ແຂວງເງ້ອານ, ດ້ວຍບັນຍາກາດເບີກບານມ່ວນຊື່ນ ເພື່ອສະເຫຼີມສະຫຼອງ 74 ປີແຫ່ງວັນປະເພນີ ສານປະຊາຊົນ ສສ. ຫວຽດນາມ (13 ກັນຍາ 1945 - 13 ກັນຍາ 2019), ສານປະຊາຊົນສອງປະເທດຫວຽດນາມ ແລະ ລາວໄດ້ເປີດງານແລກປ່ຽນກິລາຮ່ວມກັນ ລະຫວ່າງສອງລະບົບສານ.
ກອງປະຊຸມປຶກສາຫາລືກ່ຽວກັບການປະເມີນການຊ່ວຍເຫຼືອຈາກສາກົນ ເພື່ອຟື້ນຟູໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປຶ ຈັດຂຶ້ນໃນອາທິດແລ້ວນີ້ ທີ່ ກະຊວງການຕ່າງປະເທດ ເປັນປະທານຂອງທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ມີຮອງລັດຖະມົນຕີຈາກກະຊວງ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ວັນທີ 11 ເດືອນກັນຍາ, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງສູນກາງ ໄດ້ຈັດຕັ້ງກອງປະຊຸມເພື່ອຜັນຂະຫຍາຍແຜນການຈັດຕັ້ງບັນດາຫ້ອງຄົ້ນຄ້ວາ, ແລກປ່ຽນບັນຫາສະເພາະກັບພະນັກງານຂອງພັກປະຊາຊົນປະຕິວັດລາວ. ສະຫາຍ ມາຍວັນຈິ້ງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງ, ຫົວໜ້າຄະນະກຳກັບໄດ້ເປັນປະທານກອງປະຊຸມ.
ຍສໝ - ໃນຕອນເຊົ້າວັນທີ 12 ກັນຍາ 1919, ຢູ່ເທດສະບານລາວບາວ, ເມືອງເຮືອງຫວ໋າ, ຄະນະປະຕິບັດງານພິເສດແຂວງກວ້າງຈິ ແລະ ແຂວງສະຫວັນນະເຂດ (ສປປ ລາວ) ໄດ້ຈັດກອງປະຊຸມພົບປະຜັນຂະຫຍາຍປະຕິບັດໜ້າທີ່ຄົ້ນຫາ , ຂຸດຄົ້ນອັດຖິນັກຮົບນິລະນາມ ທີ່ເປັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍຊີວິດ ຢູ່ສະໜາມຮົບລາວເພື່ອນຳກັບຄືນປະເທດຫວຽດນາມ ໃນລະດູແລ້ງ 2019 - 2020. ເຂົ້າຮ່ວມກອງປະຊຸມພົບປະ ຝ່າຍ ແຂວງສະຫວັນນະເຂດ ປະກອບມີ ທ່ານ ຄຳພູນ ໄຂຄຳພິທູນ ຮອງເຈົ້າແຂວງ ແລະ ເປັນປະທານຄະນະປະຕິບັດງານ ພິເສດແຂວງສະຫວັນນະເຂດ ພ້ອມຄະນະ.ຝ່າຍແຂວງກວ້າງຈິ, ມີຮອງປະທານຄະນະ ກຳມະການປະຊາຊົນແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງ ຮ່ວາງ ນາມ ແລະ ບັນດາການນຳ ພະແນກການ ແລະ ອົງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ໃນຂອບເຂດການຢ້ຽມຢາມ, ວັນທີ 12 ກັນຍາ, ຢູ່ແຂວງເງ້ອານ, ທ່ານ ຫງວຽນຮ່ວາບິ່ງ, ເລຂາທິການ ຄະນະສູນກາງພັກ, ຫົວໜ້າສານສານປະຊາຊົນສູງສຸດ ຫວຽດນາມ ໄດ້ມີການພົບປະກັບ ທ່ານຜາແສງດາຣາ, ຫົວໜ້າສານສານປະຊາຊົນສູງສຸດ ລາວ.
ຍສໝ - ຈັດຕັ້ງປະຕິບັດຕາມແຜນການ-ການຮ່ວມມື ປີ 2019 ລະຫວ່າງ ກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ໂດຍຕອບສະ ໜອງ ຕາມການເຊື້ອເຊີນຂອງ ທ່ານພົນຈັດຕະວາ ສີພັນ ພຸດທະວົງ, ຫົວ ໜ້າກົມໃຫຍ່ ເສນາທິການ ທະຫານປະຊາຊົນລາວ, ທ່ານພົນໂທ ຮ່ວາງ ຊົນ ຈ໋ຽນ, ກຳມະການສູນກາງພັກ, ກຳມະການທະຫານສູນກາງ, ກອງບັນຊາການທະຫານຊາຍແດນ ໄດ້ນຳ ພາຄະນະຜູ້ແທນຂັ້ນສູງກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນຫຼວງວຽງຈັນ, ສປປ ລາວ, ແຕ່ວັນທີ 11 ຫາ 13 ກັນຍາ.
ຍສໝ - ວັນທີ 11 ກັນຍາ 2019, ຢູ່ສຳນັກງານກະຊວງປ້ອງກັນປະເທດລາວ ຢູ່ ນະຄອນຫຼວງວຽງຈັນ, ທ່ານພົນຕີຮ່ວາງຊວັນຈ໊ຽນ, ຜູ້ບັນຊາການທະຫານຊາຍແດນຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນຫວຽດນາມມີການພົບປະເຈລະຈາກັບຄະນະຜູ້ແທນກົມທະຫານຊາຍແດນລາວໂດຍທ່ານພົນຈັດຕາວາ ສີພັນ ພຸດທະວົງ ຫົວໜ້າກົມເປັນຫົວໜ້າຄະນະ.
ຍສໝ - ກອງປະຊຸມສາມຝ່າຍຂັ້ນລັດຖະມົນຕີລະຫວ່າງ 3 ປະເທດຫວຽດນາມ-ກຳປູເຈຍ-ລາວກ່ຽວກັບການຮ່ວມມືສະກັດກັ້ນ, ຕ້ານຢາເສບຕິດຄັ້ງທີ 18, ກອງປະຊຸມໄດ້ປິດລົງໃນວັນທີ 12 ກັນຍາ.
ຍສໝ - ທີ່ກອງປະຊຸມພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນ, ເຫັນດີເປັນເອກະພາບຕໍ່ການຕີລາຄາໝາກຜົນວຽກງານສົມທົບກັນໃນໄລຍະຜ່ານມາ ແລະ ບາງເນື້ອໃນໃນວຽກງານສົມທົບ, ຄຸ້ມຄອງຊາຍແດນໃນໄລຍະຈະມາເຖິງ.
ໂດຍຕັ້ງທັບຢູ່ບໍລິເວນເຂດຫ່າງໄກສອກຫຼີກ, ຂາດເຂີນເງື່ອນໄຂທາງດ້ານວັດຖຸ ແລະ ຈິດໃຈ, ແຕ່ບັນດາທະຫານຊາຍແດນຢູ່ຄ້າຍທະຫານຊາຍແດນໝີ໊ລີ໊, ທະຫານຊາຍແດນແຂວງເງະອານ ຍາມໃດກໍ່ໃກ້ຊິດຕິດແທດກັບບ້ານ, ຮ່ວມເດີນທາງກັບພໍ່ແມ່ປະຊາຊົນ. ບໍ່ພຽງແຕ່ສ້າງວິລະກຳໃນການສູ້ຮົບຕ້ານ ແລະ ສະກັດກັ້ນອາດຊະຍາກໍາຢາເສບຕິດເທົ່ານັ້ນ, ຫາກພວກອ້າຍຍັງໄດ້ຊ່ວຍປະຊາຊົນໃນບ້ານຢູ່ເຂດຊາຍແດນຫວຽດນາມ-ລາວ ສ້າງຊີວິດການເປັນຢູ່ໃໝ່ອີກດ້ວຍ.
ທ່ານ ພວງປະຣິສັກ ປຣະວົງວຽງຄຳ ຮອງລັດ ຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວໃນກອງປະຊຸມສຳມະນາ ແລກປ່ຽນບົດຮຽນ ໃນການພັດທະນາ ແລະ ສະໜັບສະໜູນຮູບແບບ ການສົ່ງເສີມເຕັກໂນໂລຊີ ການຜະລິດພືດຜັກ ໃຫ້ຊາວກະສິ ກອນຂະໜາດນ້ອຍ ເພື່ອສະໜັບສະໜູນ ການຜະລິດພືດຜັກຕະຫລອດປີ ໃຫ້ມີຄວາມປອດໄພ ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ນະຄອນຫລວງວຽງຈັນ ໃນວັນທີ 11 ກັນຍາ 2019.
ໂດຍຕອບສະໜອງຕາມຄຳເຊີນ ຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ ເດີນທາງໄປຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 12-13 ກັນຍາ 2019 ເພື່ອຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ເສີມຂະຫຍາຍການຮ່ວມມື ລະຫວ່າງ ລາວ ແລະ ກຳປູເຈຍ.
ຍສໝ - ໃນຕອນເຊົ້າຂອງວັນທີ 10 ກັນຍາ 2019, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງສູນກາງໄດ້ຈັດຕັ້ງ ບັນດາຊຸດຄົ້ນຄວ້າ, ແລກປ່ຽນຫົວເລື່ອງສະເພາະກັບພະນັກງານຂອງພັກປະຊາຊົນປະຕິວັດລາວ.
ສະຫະພາບ ເອຣົບ (ອີຢູ) ໄດ້ເພີ່ມທຶນ 5 ລ້ານເອີໂຣ ຫລື 48 ຕື້ກວ່າກີບ ໃນການສະໜັບສະໜູນ ໂຄງການ ເຊື່ອມໂຍງ ພາກພື້ນອາຊຽນ ແລະ ການຊ່ວຍເຫລືອ ດ້ານການຄ້າ ທີ່ກ່ຽວຂ້ອງກັບ ສປປ ລາວ (ARISE Plus-ສປປ ລາວ) ໂດຍສຸມໃສ່ ຜູ້ປະກອບການ ຂະໜາດນ້ອຍ ແລະ ຂະໜາດກາງ ເພື່ອແນໃສ່ ສົ່ງເສີມການກະຕຸ້ນ ທາງດ້ານ ເສດຖະກິດລວມ, ສ້າງຄວາມສາມາດ ໃນການສົ່ງອອກ ແລະ ການສ້າງວຽກເຮັດງານທຳ ທັງເປັນການ ສ້າງຄວາມຕ້ານທານ ກັບການປ່ຽນແປງ ຂອງດິນຟ້າອາກາດ ໃນ ສປ ປ ລາວ. ໂຄງການດັ່ງກ່າວ ຈະຈັດຕັ້ງປະຕິບັດ ເປັນໄລຍະ 4 ປີຂ້າງໜ້າ ໂດຍກະຊວງ ອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ສູນການຄ້າສາກົນ.
ຍສໝ - ວັນທີ 9 ກັນຍາ, ທີ່ກອງ 871 (ກົມໃຫຍ່ການເມືອງ), ວາລະສານທົ່ວປວງຊົນປ້ອງກັນຊາດຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມວິຊາການ ໃຫ້ແກ່ຄະນະພະນັກງານວາລະສານປ້ອງກັນຊາດກອງທັບປະຊາຊົນລາວ.