ເພີ່ມທະວີການຮ່ວມມືດ້ານຍຸຕິທຳລະຫວ່າງ ສານປະຊາຊົນຫວຽດນາມ ແລະ ລາວ

15:56 | 13/09/2019

ຍສໝ - ໃນຂອບເຂດການຢ້ຽມຢາມ, ວັນທີ 12 ກັນຍາ, ຢູ່ແຂວງເງ້ອານ, ທ່ານ ຫງວຽນຮ່ວາບິ່ງ, ເລຂາທິການ ຄະນະສູນກາງພັກ, ຫົວໜ້າສານສານປະຊາຊົນສູງສຸດ ຫວຽດນາມ ໄດ້ມີການພົບປະກັບ ທ່ານຜາແສງດາຣາ, ຫົວໜ້າສານສານປະຊາຊົນສູງສຸດ ລາວ.

ໃນການພົບປະເຈລະຈາ ລະຫວ່າງຫົວໜ້າສານສານປະຊາຊົນສູງສຸດ ຫວຽດນາມ ແລະ ທ່ານຜາແສງດາຣາ, ຫົວໜ້າສານສານປະຊາຊົນສູງສຸດ ລາວ, ສອງຝ່າຍໄດ້ທົບທວນຄືນຜົນການຮ່ວມມືທີ່ດີລະຫວ່າງສານປະຊາຊົນສອງປະເທດໃນຊຸມປີຜ່ານມາ. ຕາມນັ້ນແລ້ວ, ແຕ່ປີ 2011 ເຖິງປະຈຸບັນ, ສານປະຊາຊົນສູງສຸດ ຫວຽດນາມ ໄດ້ສົ່ງຄະນະຜູ້ແທນໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ຈຳນວນ 8 ຄະນະ, ໃນນັ້ນ, ໃນເດືອນສິງຫາ 2018, ຄະນະຜູ້ແທນ ສານປະຊາຊົນສູງສຸດ ຫວຽດນາມ ນຳ ໂດຍທ່ານຫົວໜ້າສານສານປະຊາຊົນ ຫງວຽນຮ່ວາບິ່ງ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບ ສານປະຊາຊົນລາວເພື່ອສົ່ງເສີມເນື້ອໃນຂອງການຮ່ວມມືດ້ານຍຸຕິທຳ.

ເພີ່ມທະວີການຮ່ວມມືດ້ານຍຸຕິທຳລະຫວ່າງ ສານປະຊາຊົນຫວຽດນາມ ແລະ ລາວ

ທັດສະນີຍະພາບ ກອງປະຊຸມ. ພາບ: (congly.vn)

ທ່ານຫົວໜ້າສານສານປະຊາຊົນ ຫງວຽນຮ່ວາບິ່ງ ໄດ້ຢືນຢັນວ່າ ສາຍພົວພັນລະຫວ່າງອ້າຍນ້ອງ ຫວຽດນາມ ແລະ ລາວໄດ້ຮັບການສ້າງຕັ້ງ ແລະ ພັດທະນາມາແຕ່ດົນນານ. ໃນໄລຍະທີ່ປະຊາຊົນສອງປະເທດຕໍ່ສູ້ເພື່ອເອກະລາດ, ເອກະພາບ, ການພົວພັນແບບດັ້ງເດີມລະຫວ່າງປະຊາຊົນສອງຊາດຫວຽດນາມ - ລາວໄດ້ມີການປ່ຽນແປງໃໝ່ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ສອງຝ່າຍຢືນຢັນສືບຕໍ່ປະຕິບັດບັນດາເນື້ອໃນ ທີ່ໄດ້ຕົກລົງໄວ້ໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງສານຂອງສອງປະເທດໄດ້ລົງນາມໃນປີ 2008 ດ້ວຍບັນດາເນື້ອໃນຕົ້ນຕໍຂອງການຝຶກຊ້ອມ ພະນັກງານ, ນັກຄົ້ນຄ້ວາ; ແລກປ່ຽນປະສົບການລະຫວ່າງຜູ້ພິພາກສາ ແລະ ພະນັກງານສານຂອງສອງປະເທດ.

ເພື່ອສະໜັບສະໜູນ ການພັດທະນາກຳລັງຄົນ ສຳລັບສານປະຊາຊົນລາວ, ແຕ່ປີ 2005 ເຖິງປັດຈຸບັນ, ສານປະຊາຊົນສູງສຸດ ຫວຽດນາມ ໄດ້ໃຫ້ທຶນ ແລະ ຈັດຕັ້ງການຝຶກອົບຮົມໄລຍະສັ້ນ ແລະ ກາງໃຫ້ແກ່ຜູ້ພິພາກສາ ແລະ ພະນັກງານສານປະຊາຊົນລາວ ທີ່ໄປຮຽນຢູ່ປະເທດຫວຽດນາມ ກ່ຽວກັບຫົວຂໍ້: ບົດບາດ, ໜ້າທີ່ ແລະ ສິດອຳນາດຂອງຜູ້ພິພາກສາ; ຄົ້ນຄ້ວາກ່ຽວກັບການປະຕິບັດການແກ້ໄຂຂໍ້ຂັດແຍ່ງທາງແພ່ງ, ທຸລະກິດການຄ້າ, ແຮງງານ, ຄະດີອາຍາ, ການບໍລິຫານ…

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຄຳຜາແສງດາລາ, ຫົວໜ້າສານສານປະຊາຊົນສູງສຸດ ລາວ ໄດ້ຂອບໃຈການຕ້ອນຮັບອັນອົບອຸ່ນ ແລະ ຈິງໃຈ ຂອງຫົວໜ້າສານສານປະຊາຊົນສູງສຸດຫວຽດນາມ ແລະ ໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງສານປະຊາຊົນສອງປະເທດໃນໄລຍະທີ່ຜ່ານມາ.

ທ່ານ ຄຳຜາແສງດາລາ ຢືນຢັນວ່າ, ສອງຝ່າຍສືບຕໍ່ປະຕິບັດບັນດາເນື້ອໃນທີ່ໄດ້ຕົກລົງກັນໄວ້ໃນບົດບັນທຶກຊ່ວຍຈຳ ການຮ່ວມມືລະຫວ່າງສານປະຊາຊົນສອງປະເທດ. ພ້ອມກັນນັ້ນ, ສານຂອງສອງປະເທດສືບຕໍ່ເພີ່ມທະວີການແລກປ່ຽນຄະນະເຮັດວຽກ, ຈັດຕັ້ງການຝືກອົບຮົມດ້ານວິຊາຊີບໄລຍະສັ້ນໃຫ້ແກ່ຜູ້ພິພາກສາ ແລະ ສານປະຊາຊົນລາວ ເພື່ອແລກປ່ຽນປະສົບການໃນວຽກງານຕັດສິນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.