ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ

04:44 | 13/09/2019

ໂດຍຕອບສະໜອງຕາມຄຳເຊີນ ຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ ເດີນທາງໄປຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 12-13 ກັນຍາ 2019 ເພື່ອຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ເສີມຂະຫຍາຍການຮ່ວມມື ລະຫວ່າງ ລາວ ແລະ ກຳປູເຈຍ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ.(ພາບ:ຂປລ)


ຄະນະຜູ້ແທນຂັ້ນສູງຂອງລາວ, ນຳໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເດີນ ທາງເຖິງນະຄອນຫລວງພະນົມເປັນ ໃນວັນທີ 12 ກັນຍາ 2019 ແລະໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ​ສົມ​ກຽດ ໂດຍ​ມີ ສົມເດັດ ເຕໂຈ ຮຸນ ແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ທີ່ ຫໍສັນຕິພາບ. ຫລັງຈາກສຳເລັດພິທີຕ້ອນຮັບຢ່າງເປັນທາງການ, ສົມເດັດ ນາຍົກລັດຖະມົນຕີ ຮຸນ ແຊນ, ພ້ອມດ້ວຍການນຳຂັ້ນສູງຂອງກຳປູເຈຍ ໄດ້ດຳເນີນການພົບປະສອງຝ່າຍກັບ ທ່ານນາຍົກ ລັດຖະມົນຕີ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະຊາຊົນກຳປູເຈຍ ໂດຍສະເພາະແມ່ນ ສົມເດັດ ນາຍົກລັດຖະມົນຕີ ຮຸນ ແຊນ, ເຊິ່ງເປັນການຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ຄັ້ງທີ 2 ໃນຕຳແໜ່ງນາຍົກລັດຖະມົນຕີ, ອັນມີຄວາມໝາຍສໍາຄັນທີ່ສຸດ ຕໍ່ການເສີມຂະຫຍາຍສາຍພົວພັນສອງຝ່າຍ ລາວ-ກຳປູເຈຍ ໃນຖານະເປັນເພື່ອນມິດສະໜິດສະໜົມ, ເປັນບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ່ວເມືອງດອງ ມາແຕ່ບູຮານນະການ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ຂອງການເລືອກຕັ້ງສະພາທ້ອງຖິ່ນຂັ້ນນະຄອນຫລວງ, ແຂວງ,​ ນະຄອນ ແລະ ເມືອງ ໃນເດືອນພຶດສະພາ 2019 ຜ່ານມາ, ເຊິ່ງສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຄວາມສັດທາຂອງປະຊາຊົນກໍາປູເຈຍ ຕໍ່ພັກປະຊາຊົນກໍາປູເຈຍ ໂດຍລວມ ແລະ ໂດຍສະເພາະ ຕໍ່ການຊີ້ນໍານໍາພາຂອງ ສົມເດັດ ນາຍົກລັດຖະມົນຕີ ຮຸນ ແຊນ ຕະຫລອດໄລຍະຜ່ານມາ ທີ່ໄດ້ນໍາຄວາມສີວິໄລຈະເລີນກ້າວໜ້າມາສູ່ປະເທດຊາດ ໃຫ້ທົ່ວປະເທດມີສະຖຽນລະພາບດ້ານການເມືອງ,ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ,ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນເປັນກ້າວໆແລະບົດບາດອິດທິພົນຊື່ສຽງຂອງກໍາປູເຈຍ ນັບມື້ນັບໄດ້ຮັບການ ຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ນອກນີ້, ໃນການພົບປະສອງຝ່າຍໄດ້ຮ່ວມກັນທົບທວນຄືນການຈັດຕັ້ງປະຕິບັດ ບັນດາເອກະສານຮ່ວມມືສອງຝ່າຍ ກໍ່ຄືການຕົກລົງຂອງການນຳຂັ້ນສູງສອງປະເທດ ໃນທຸກໆດ້ານ ຕະຫລອດໄລຍະຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ, ເປັນຕົ້ນແມ່ນການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານຊາຍແດນ; ການຮ່ວມມືດ້ານເສດຖະກິດ, ການຄ້າ,​ ການລົງທຶນ, ໂຍທາທິການ ແລະ ຂົນສົ່ງ, ພະລັງງານ, ກະສິກຳ ແລະ ການປະມົງ, ການຮ່ວມມືດ້ານສັງຄົມ-ວັດທະນະທຳ, ສຶກສາ ແລະ ກິລາ, ແຮງງານ ແລະ ສະຫວັດດີການສັງຄົມ, ວັດທະນະທຳ ແລະ ທ່ອງທ່ຽວ, ສາທາລະນະສຸກ ຕະຫລອດຮອດ ການພົວພັນຮ່ວມມືໃນລະດັບທ້ອງຖິ່ນ, ແຂວງແຮກ ສ່ຽວ ກໍ່ຄື ການຮ່ວມມືໃນກອບພາກພື້ນ ແລະ ອານຸພາກພື້ນ. ສອງຝ່າຍໄດ້ແລກປ່ຽນຄໍາຄິດ ຄໍາເຫັນແບບກົງໄປກົງມາ, ຈິງໃຈ ແລະ ເປັນເອກະພາບກັນສູງ ໂດຍສອງນາຍົກລັດຖະມົນຕີ ໄດ້ຊີ້ນຳບັນດາຂະ ແໜງການທີ່ກ່ຽວຂ້ອງ ຈົ່ງເອົາໃຈໃສ່ ຮ່ວມກັນຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ທີ່ສອງຝ່າຍໄດ້ມີຮ່ວມກັນ ກໍ່ຄືການຕົກລົງຂັ້ນສູງ ຂອງການນຳສອງປະເທດ ໃຫ້ປາກົດຜົນເປັນຈິງ, ແກ້ໄຂບັນຫາການກຳນົດ ຊາຍແດນທີ່ຍັງຄົງຄ້າງໃຫ້ສຳເລັດ ຢ່າງສົມບູນໂດຍໄວ ແລະ ສືບຕໍ່ຮັກສາກົນໄກການພົບປະ ແລະ ປະສານງານກັນໃນແຕ່ລະລະດັບ ເພື່ອຊຸກຍູ້ໃຫ້ການ ຮ່ວມມືໃນແຕ່ລະດ້ານ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດຕິພາບ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ.(ພາບ:ຂປລ)

ໃນໂອກາດຢ້ຽມຢາມຄັ້ງນີ້, ສອງນາຍົກລັດຖະມົນຕີໄດ້ຮ່ວມລົງນາມ ແລະ ເປັນສັກຂີພິຍານໃນການລົງນາມ ເອກະສານຮ່ວມມືສອງຝ່າຍ ຈຳນວນ 06 ສະບັບ ຄື: ຖະແຫລງການຮ່ວມ ລະຫວ່າງ ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ກັບ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ; ສັນຍາວ່າດ້ວຍການຮ່ວມມື ຂະແໜງພະລັງງານໄຟຟ້າ (ປັບປຸງປ່ຽນແທນສະບັບທີ່ໄດ້ລົງນາມໃນປີ 1999); ສັນຍາຊື້ຂາຍສະໜອງໄຟຟ້າ 500 MW ແບບລະບົບສູ່ລະບົບ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ລັດວິສາຫະກິດໄຟຟ້າກຳປູເຈຍ; ສັນຍາຊື້ຂາຍໄຟຟ້າໂຄງການ ໄຟຟ້າຖ່ານຫີນກະລຶມ ເພື່ອຂາຍໄຟຟ້າໃຫ້ກັບລັດວິສາຫະກິດໄຟຟ້າກຳປູເຈຍ; ສັນຍາຊື້ຂາຍໄຟຟ້າໂຄງການ ໄຟຟ້າຖ່ານຫີນລະມານ ເພື່ອຂາຍໄຟຟ້າໃຫ້ກັບ ລັດວິສາຫະກິດໄຟຟ້າກຳປູເຈຍ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານ.

ພາຍຫລັງສຳເລັດ ການພົບປະທາງການ ແລະ ພິທີລົງນາມ ສອງນາຍົກລັດຖະມົນຕີ ໄດ້ຖະແຫລງຂ່າວຮ່ວມ ຊຶ່ງທັງສອງຝ່າຍໄດ້ຢືນຢັນຄືນ ເຖິງຄວາມມຸ້ງໝັ້ນ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດ ຕະພາບ, ຄວາມສາມັກຄີຊ່ວຍເຫລືອຊຶ່ງກັນ ແລະ ກັນ ຖານບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ່ວເມືອງດອງ ທີ່ເປັນມູນເຊື້ອອັນດີງາມ ມາແຕ່ດົນນານ ລະຫວ່າງສອງປະເທດ ກໍຄື ສອງລັດຖະບານ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ບົນພື້ນຖານເຄົາລົບອະທິປະໄຕ, ຄວາມສະເໝີພາບ,​ ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ. ພິເສດໃນໂອກາດການຢ້ຽມຢາມຄັ້ງນີ້ ສອງຝ່າຍຍັງໄດ້ຕົກລົງຍົກ ລະດັບການພົວພັນສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ; ສອງຝ່າຍເຫັນດີໃຫ້ບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດຕາມເນື້ອໃນສັນຍາ, ຂໍ້ຕົກລົງຕ່າງໆ ທີ່ສອງຝ່າຍໄດ້ເຊັນກັນ ກໍ່ຄື ການຕົກລົງຂອງການນຳຂັ້ນສູງສອງປະເທດ ໃຫ້ນັບມື້ແຕກດອກອອກຜົນຫລາຍຂຶ້ນ ໂດຍຜ່ານກົນໄກການຮ່ວມມືສອງຝ່າຍຄື: ຄະນະກໍາມະການຮ່ວມມືວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ (JC), ກໍ່ຄືກົນໄກຮ່ວມມືອື່ນໆ; ສອງຝ່າຍໄດ້ເປັນເອກະພາບກັນ ແລະ ຢືນຢັນວ່າ ບໍລິເວນ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ ເປັນບໍລິເວນຄົງຄ້າງ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ, ດັ່ງນັ້ນຈຶ່ງໄດ້ເຫັນດີ ເປັນເອກະພາບກັນວ່າໄລຍະທີ່ກຳລັງສືບຕໍ່ແກ້ໄຂນີ້ແມ່ນ: 1. ບໍ່ໃຫ້ມີກຳລັງທະຫານຢູ່ໃນບໍລິເວນນີ້ 2. ບໍ່ໃຫ້ມີປະຊາຊົນອາໄສຢູ່ ຫລື ດໍາເນີນກິດຈະກໍາໃດໆ ຢູ່ບໍລິເວນດັ່ງກ່າວ ແລະ 3. ໃຫ້ມີການກວດກາ ຮ່ວມກັນ ທັງທາງບົກ, ທາງນໍ້າ ແລະ ທາງອາກາດ. ການກວດກາຮ່ວມສອງຝ່າຍ ແມ່ນສາມາດກວດກາ ໂດຍການໃຊ້ກຳລັງຄົນ ຫລື ການໃຊ້ເຮືອບິນບໍ່ມີຄົນຂັບ (Drone). ສອງຝ່າຍເຫັນດີໃຫ້ຮັກສາ ສະຖານະພາບເດີມ ບໍລິເວນຊາຍແດນທີ່ຍັງຄົງຄ້າງ ໂດຍປາສະຈາກສິ່ງປຸກສ້າງຕ່າງໆ ທີ່ພາໃຫ້ມີການ ປ່ຽນແປງ ສະພາບບໍລິເວນດັ່ງກ່າວ ຈົນກວ່າສອງຝ່າຍ ຈະສຳເລັດການສຳຫລວດ ແລະ ປັກຫລັກໝາຍຊາຍແດນໃຫ້ສຳເລັດ; ສອງຝ່າຍ ເຫັນດີຕົກລົງກັນຮ່າງສົນທິສັນຍາ ວ່າດ້ວຍການກຳນົດເສັ້ນຊາຍແດນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ຣາຊະອານາຈັກກຳປູເຈຍ ໃນບໍລິເວນທີ່ທັງສອງຝ່າຍ ໄດ້ສໍາຫລວດ ແລະ ໄດ້ຕົກລົງເອກະພາບກັນແລ້ວໃນ 86% ຂອງແລວເຂດຊາຍແດນ ລະຫວ່າງ ສອງປະເທດ ເພື່ອດໍາເນີນການປັກຫລັກ ໝາຍຊາຍແດນໃຫ້ສຳເລັດໂດຍໄວ. ພາຍຫລັງສຳເລັດ ສົນທິສັນຍາແລ້ວ ສອງຝ່າຍເປັນເອກະພາບກັນ ຈະດຳເນີນການປັກຫລັກໝາຍຖີ່ ແລະ ຍົກລະດັບຫລັກໝາຍຊາຍແດນ ທີ່ມີຢູ່ແລ້ວນັ້ນໃຫ້ໄດ້ມາດຕະຖານ ແລະ ມີຄວາມແຂງແກ່ນຕື່ມ. ສໍາລັບບໍລິເວນຊາຍແດນ ທີ່ຄົງຄ້າງມິດຕະພາບ ທັງສອງຝ່າຍເຫັນດີ ຈະສືບຕໍ່ປຶກສາຫາລື ເພື່ອຊອກຊ່ອງທາງແກ້ໄຂ ຮ່ວມກັນຕໍ່ໄປໃຫ້ສໍາເລັດໂດຍສົມບູນ.

ໃນຕອນຄໍ່າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງລາວ ໄດ້ເຂົ້າຮ່ວມງານລ້ຽງອາຫານຄໍ່າ ຈັດເປັນກຽດໂດຍ ສົມເດັດ ນາຍົກລັດຖະມົນຕີ ເຕໂຈ ຮຸນແຊນ ຊຶ່ງມີການເຂົ້າຮ່ວມ ຂອງການນຳຂັ້ນສູງຂອງກຳປູເຈຍ, ທີ່ຫໍສັນຕິພາບ.

ໃນໂອກາດຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊາຍ ຊຸມ, ປະທານສະພາສູງ ແລະ ຮັກສາການປະມຸກລັດ ແລະ ສົມເດັດ ເຮັງ ຊໍາຣິນ, ປະທານສະພາແຫ່ງຊາດ ກຳປູເຈຍ; ແລະ ໄດ້ວາງພວງມາລາ ທີ່ ອານຸສາວະລີເອກະລາດ ແລະ ອານຸສາວະລີ ເຈົ້າໂນໂຣດົມສີຫານຸ.

ໃນວັນທີ 13 ກັນຍາ 2019, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວ ໄດ້ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ, ສຳເລັດການຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ດ້ວຍຜົນສຳເລັດສູງ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.