ສາກົນ ຊ່ວຍເຫລືອປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ

06:30 | 16/09/2019

ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ປະ​ເມີນ​ການ​ຊ່ວຍ­ເຫຼືອ​ຈາກ​ສາ­ກົນ ເພື່ອ​ຟື້ນ​ຟູ​ໄພ­ພິ­ບັດ​ຢູ່​ເມືອງ​ສະໜາມ​ໄຊ ແຂວງ​ອັດ​ຕະ​ປຶ ຈັດ​ຂຶ້ນ​ໃນອາທິດແລ້ວນີ້ ທີ່​ ກະ­ຊວງ​ການ​ຕ່າງ­ປະ­ເທດ ເປັນ​ປະ­ທານ​ຂອງ​ທ່ານ​ນາງ ຄຳ​ເພົາ ເອີນ​ທະ​ວັນ ຮອງ​ລັດ­ຖະ­ມົນ­ຕີ​ກະຊວງ​ການ​ຕ່າງ­ປະ­ເທດ ມີ​ຮອງ​ລັດ­ຖະ­ມົນ­ຕີ​ຈາກ​ກະ­ຊວງ ຜູ້­ຕາງ­ໜ້າ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ໄດ້​ຮັບ​ຟັງ​ລາຍ​ງານ​ຈາກ​ພາກ­ສ່ວນ​ຕ່າງໆ​ຂອງ​ລັດ ກ່ຽວ​ກັບ​ສະ­ພາບ​ຄວາມ​ຄືບ​ໜ້າ​ໃນ​ການ​ແກ້​ໄຂ ແລະ ຟື້ນ​ຟູ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະຊາ­ຊົນ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ເຫດ­ການ​ໄພ­ພິ­ບັດ​ໃນ 1 ປີ­ຜ່ານ­ມາ​ຢູ່​ເມືອງ​ສະ­ໜາມ​ໄຊ ໂດຍ​ສະ­ເພາະ​ການ​ຟື້ນ​ຟູ​ສະ­ພາບ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະຊາ­ຊົນ ກໍ​ຄື​ການ​ກໍ່­ສ້າງ ແລະ ສ້ອມ­ແປງ​ພື້ນ­ຖານ​ໂຄງ​ລ່າງ​ຕ່າງໆ​ໃນ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ ມາ​ຮອດ​ປັດ­ຈຸ­ບັນ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ພື້ນ­ຖານ ປະຊາ­ຊົນ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ທັງ​ໝົດ​ໄດ້​ຍົກ­ຍ້າຍ​ເຂົ້າ​ພັກ​ເຊົາ​ຢູ່​ເຮືອນ​ພັກ­ຊົ່ວ­ຄາວ​ທີ່​ທາງ​ການ​ຈັດ​ສັນ​ໃຫ້ ໄດ້​ຮັບ​ການ​ສະ­ໜອງ​ເຂົ້າ​ກິນ ເງິນ​ອຸດ​ໜູນ ການ​ບໍ­ລິ­ການ​ດ້ານ​ສາ­ທາ­ລະ­ນະ​ສຸກ ແລະ ອື່ນໆ ສຳ­ລັບ​ວຽກ​ງານ​ຈຸດ​ສຸມ​ໃນ​ສະ­ເພາະ​ໜ້າ​ຈະ​ສືບ­ຕໍ່​ການ​ສ້າງ​ເຮືອນ​ຢູ່​ຖາ­ວອນ ຟື້ນ​ຟູ​ພື້ນ­ຖານ​ໂຄງ​ລ່າງ ແລະ ພື້ນ­ຖານ​ການ​ຜະ­ລິດ​ເພື່ອ​ຊຸກ­ຍູ້​ປະ­ຊາ­ຊົນ​ຫັນ​ເຂົ້າ​ສູ່​ການ​ຜະ­ລິດ​ໂດຍ​ໄວ ແນ­ໃສ່​ເລັ່ງ​ລັດ​ປົວ­ແປງ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ໃຫ້​ເຂົ້າ​ສູ່​ສະ­ພາບ​ປົກ­ກະ­ຕິ.

ສາກົນ ຊ່ວຍເຫລືອປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ

ສູນປະສານງານຊ່ວຍເຫລືອ ດ້ານມະນຸດສະທຳອາຊຽນ ມອບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ.(ພາບ:ຂປລ)

ພ້ອມ​ນັ້ນ ຍັງ​ໄດ້​ຮັບ​ຟັງ​ລາຍ​ງານ​ສະ­ພາບ​ການ​ຊ່ວຍ­ເຫຼືອ​ຈາກ​ສາ­ກົນ ເຊິ່ງ​ເລີ່ມ​ຫຼັງ​ຈາກ​ເກີດ​ເຫດ​ໄພ­ພິ­ບັດ​ຈົນ​ຮອດ​ປັດ­ຈຸ­ບັນ ໂດຍ​ສະ­ເພາະ​ການ​ຊ່ວຍເຫຼືອ​ຈາກ​ບັນ­ດາ​ປະ­ເທດ​ເພື່ອນ​ມິດ​ຕ່າງໆ ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ຈາກ​ຄົນ​ເຊື້ອ​ຊາດ​ລາວ​ທີ່­ຢູ່​ຕ່າງ­ປະ­ເທດ​ຈາກ​ພາກ​ເອ­ກະ​ຊົນ ແລະ ສັງ­ຄົມ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ໄດ້​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ ແລະ ມີ​ຄຸນ­ຄ່າ ເຂົ້າ​ໃນ​ການ​ຟຶ້ນ​ຟູ​ສະ­ພາບ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຢູ່​ເມືອງ​ສະ­ໜາມ​ໄຊ ມາ​ຮອດ​ປັດ­ຈຸ­ບັນ ການ​ຊ່ວຍ­ເຫຼືອ​ຈາກ​ສາ­ກົນ ເຊິ່ງ​ແຈ້ງ​ຜ່ານ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ຈາກ​ບັນ­ດາ​ປະ­ເທດ​ເພື່ອນ​ມິດ 54 ປະ­ເທດ ອົງ­ການ ສປຊ ແລະ ອົງ­ການ​ເຄືອ​ຄ່າຍ ສປຊ 12 ອົງ­ການ ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ລະ­ຫວ່າງ​ລັດ­ຖະ­ບານ 28 ອົງ­ການ ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ທີ່​ບໍ່​ສັງ­ກັດ​ລັດ­ຖະ­ບານ ແລະ ມູນ​ນິ­ທິ 38 ອົງ­ການ ຈາກ​ຄົນ​ເຊື້ອ​ຊາດ​ລາວ​ທີ່​ອາ­ໄສ​ຢູ່​ຕ່າງ­ປະ­ເທດ 73 ພາກ­ສ່ວນ​ຈາກ​ພາກ​ເອ­ກະ​ຊົນ ແລະ ສັງ­ຄົມ ຈາກ​ຕ່າງປະເທດ 74 ພາກ­ສ່ວນ ມີ​ເຄື່ອງ​ຊ່ວຍ­ເຫຼືອ​ເປັນ​ມູນ​ຄ່າ ແລະ​ເງິນ ລວມ​ທັງ​ໝົດ 26 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 228 ຕື້​ກີບ ໂດຍ​ມອບ​ໃຫ້​ຄະ­ນະ​ຄຸ້ມ​ຄອງ​ໄພ­ພິ­ບັດ​ແຫ່ງ​ຊາດ​ເປັນ​ຜູ້​ຈັດ​ຕັ້ງ​ປະ­ຕິ­ບັດ ນອກ​ນີ້ ພາກ­ສ່ວນ​ດັ່ງ­ກ່າວ​ຍັງ​ໄດ້​ສືບ­ຕໍ່​ໃຫ້­ການ​ເຫຼືອ​ໂດຍ​ກົງ​ໃຫ້​ແກ່​ບັນ­ດາ​ຂະ­ແໜງ­ການ​ກ່ຽວ­ຂ້ອງ​ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຟື້ນ​ຟູ​ທັງ​ໄລ­ຍະ​ສັ້ນ ກາງ ແລະ ໄລ­ຍະ​ຍາວ​ຕື່ມ​ອີກ.

ໃນວັນທີ 12 ກັນຍາ 2019 ທີ່ນະຄອນຫລວງວຽງຈັນ, ສູນປະສານງານຊ່ວຍເຫລືອດ້ານມະນຸດສະທຳອາຊຽນ (ອາຮາເຊັນເຕີ) ປະຈຳ ຢູ່ອິນໂດເນເຊຍ ໄດ້ນຳເຄື່ອງແຮສຸກເສີນສຳລັບ ຊ່ວຍເຫລືອໄພພິບັດຂອງອາຊຽນ ຢູ່ປະເທດມາເລເຊຍ ມາມອບໃຫ້ ສປປ ລາວ ເພື່ອນຳໄປຊ່ວຍເຫລືອປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດ ນ້ຳຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ.

ສາກົນ ຊ່ວຍເຫລືອປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ

ເຄື່ອງຊ່ວຍເຫລືອດັ່ງກ່າວປະກອບ ມີ: ເຄື່ອງໃຊ້ຄົວເຮືອນຈຳນວນ 330 ແກັດ, ເຄື່ອງສຸຂະອາໄມ 2.596 ແກັດ, ເຄື່ອງເຮືອນຄົວ 1.144 ແກັດ, ມຸ້ງ 1.400 ດາງ ແລະ ກະຕຸກນ້ຳແບບພັບໄດ້ຈຳນວນ 1.400 ຕຸກ. (ພາບ:ຂປລ)

ເຄື່ອງຊ່ວຍເຫລືອດັ່ງກ່າວປະກອບ ມີ: ເຄື່ອງໃຊ້ຄົວເຮືອນຈຳນວນ 330 ແກັດ, ເຄື່ອງສຸຂະອາໄມ 2.596 ແກັດ, ເຄື່ອງເຮືອນຄົວ 1.144 ແກັດ, ມຸ້ງ 1.400 ດາງ ແລະ ກະຕຸກນ້ຳແບບພັບໄດ້ຈຳນວນ 1.400 ຕຸກ.ເຄື່ອງດັ່ງກ່າວ, ມາຮອດສະໜາມບິນສາກົນວັດໄຕ ດ້ວຍເຮືອນບິນກອງທັບອາກາດ ມາເລເຊຍ ໃນເວລາ 13:00 ໂມງ, ເຊິ່ງຕາງໜ້າກ່າວມອບໂດຍ ທ່ານ ນາງ ອາເດລີນາ ກາເມວ (Adelina Kamal) ຫົວໜ້າສູນປະສານງານຊ່ວຍເຫລືອ ດ້ານມະນຸດສະທຳອາຊຽນ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍ ທ່ານ ວິໄລພົງ ສີສົມຫວັງ ວ່າການຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ສຳລັບເຄື່ອງຊ່ວຍເຫລືອ ແມ່ນຈະໄດ້ນຳໄປມອບໃຫ້ບັນດາແຂວງ ທີ່ໄດ້ຮັບຜົນກະທົບ ເຊິ່ງປະກອບມີ: ແຂວງຄໍາມ່ວນ (ເຄື່ອງໃຊ້ຄົວເຮືອນຈຳນວນ 40 ແກັດ, ເຄື່ອງສຸຂະອາໄມ 320 ແກັດ, ເຄື່ອງເຮືອນຄົວ 100 ແກັດ, ມຸ້ງ 150 ດາງ ແລະ ກະຕຸກນ້ຳແບບພັບໄດ້ 150 ຕຸກ), ແຂວງສະຫວັນນະເຂດ (ເຄື່ອງໃຊ້ຄົວເຮືອນຈຳນວນ 70 ແກັດ, ເຄື່ອງສຸຂະອາໄມ 545 ແກັດ, ເຄື່ອງເຮືອນຄົວ 134 ແກັດ, ມຸ້ງ 350 ດາງ ແລະ ກະຕຸກນ້ຳແບບພັບໄດ້ 300 ຕຸກ), ແຂວງສາລະວັນ (ເຄື່ອງໃຊ້ຄົວເຮືອນຈຳນວນ 70 ແກັດ, ເຄື່ອງສຸຂະອາໄມ 545 ແກັດ, ເຄື່ອງເຮືອນຄົວ 300 ແກັດ, ມຸ້ງ 300 ດາງ ແລະ ກະຕຸກນ້ຳແບບພັບໄດ້ 300 ຕຸກ), ແຂວງເຊກອງ (ເຄື່ອງໃຊ້ຄົວເຮືອນຈຳນວນ 40 ແກັດ, ເຄື່ອງສຸຂະອາໄມ 320 ແກັດ, ເຄື່ອງເຮືອນຄົວ 160 ແກັດ, ມຸ້ງ 150 ດາງ ແລະ ກະຕຸກນ້ຳແບບພັບໄດ້ 200 ຕຸກ), ແຂວງຈຳປາສັກ (ເຄື່ອງໃຊ້ຄົວເຮືອນຈຳນວນ 70 ແກັດ, ເຄື່ອງສຸຂະອາໄມ 546 ແກັດ, ເຄື່ອງເຮືອນຄົວ 300 ແກັດ, ມຸ້ງ 300 ດາງ ແລະ ກະຕຸກນ້ຳແບບພັບໄດ້ 300 ຕຸກ) ແລະ ແຂວງອັດຕະປື (ເຄື່ອງໃຊ້ຄົວເຮືອນຈຳນວນ 40 ແກັດ, ເຄື່ອງສຸຂະອາໄມ 320 ແກັດ, ເຄື່ອງເຮືອນຄົວ 150 ແກັດ, ມຸ້ງ 150 ດາງ ແລະ ກະຕຸກນ້ຳແບບພັບໄດ້ 150 ຕຸກ).

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.