ການພົບປະເຈລະຈາ ເພື່ອປະສານງານ ແລະ ຄຸ້ມຄອງຊາຍແດນລະຫວ່າງຊາຍແດນລາວ - ຫວຽດນາມ

06:45 | 13/09/2019

ຍສໝ - ທີ່ກອງປະຊຸມພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນ, ເຫັນດີເປັນເອກະພາບຕໍ່ການຕີລາຄາໝາກຜົນວຽກງານສົມທົບກັນໃນໄລຍະຜ່ານມາ ແລະ ບາງເນື້ອໃນໃນວຽກງານສົມທົບ, ຄຸ້ມຄອງຊາຍແດນໃນໄລຍະຈະມາເຖິງ.

ວັນທີ 11 ກັນຍາ, ຢູ່ສຳນັກງານກະຊວງປ້ອງກັນປະເທດລາວຢູ່ນະຄອນຫຼວງວຽງຈັນ, ທ່ານພົນຕີຮ່ວາງຊວັນຈ໊ຽນ, ຜູ້ບັນຊາການທະຫານຊາຍແດນຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນຫວຽດນາມມີການພົບປະເຈລະຈາກັບຄະນະຜູ້ແທນກົມທະຫານຊາຍແດນລາວໂດຍທ່ານພົນຈັດຕາວາ ສີພັນ ພຸດທະວົງ ຫົວໜ້າກົມເປັນຫົວໜ້າຄະນະ.

ການພົບປະເຈລະຈາ ເພື່ອປະສານງານ ແລະ ຄຸ້ມຄອງຊາຍແດນລະຫວ່າງຊາຍແດນລາວ - ຫວຽດນາມ

ທ່ານພົນຕີຮ່ວາງຊວັນຈ໊ຽນ ຜູ້ບັນຊາການທະຫານຊາຍແດນຫວຽດນາມມອບເງິນຈຳນວນ 90 ລ້າຍກີບ ໃຫ້ກະຊວງປ້ອງກັນປະເທດລາວ (ພາບ: nhandan.vn)

ທີ່ກອງປະຊຸມພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນ, ເຫັນດີເປັນເອກະພາບຕໍ່ການຕີລາຄາໝາກຜົນວຽກງານສົມທົບກັນໃນໄລຍະຜ່ານມາ ແລະ ບາງເນື້ອໃນໃນວຽກງານສົມທົບ, ຄຸ້ມຄອງຊາຍແດນໃນໄລຍະຈະມາເຖິງ.

ຕາມນັ້ນແລ້ວ, ສອງຝ່າຍສືບຕໍໍ່ຊີ້ນຳບັນດາອົງການ, ກົມກອງປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມືຊາຍແດນລະຫວ່າງສອງຝ່າຍໃຫ້ມີປະສິດທິຜົນ; ຕັ້ງໜ້າໂຄສະນາ, ສຶກສາອົບຮົມປະຊາຊົນຢູ່ເຂດຊາຍແດນ 2 ປະເທດກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງເສັ້ນຊາຍແດນແລະ ຫຼັກໝາຍຊາຍແດນ.

ເນື່ອງໃນໂອກາດນີ້, ທ່ານພົນຕີຮ່ວາງຊວັນຈ໊ຽນ ຕາງໜ້າຄະນະມອບເງິນຈຳນວນ 90 ລ້າຍກີບ ໃຫ້ກະຊວງປ້ອງກັນປະເທດລາວເພື່ອຊ່ວຍເຫຼືອປະຊາຊົນຢູ່ທາງແຂວງພາກກາງ ແລະ ພາກໃຕ້ລາວແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດແລະ ມີການດຳລົງຊີວິດເປັນປົກກະຕິໂດຍໄວ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ