ກອງປະຊຸມພົບປະ ຜັນຂະຫຍາຍປະຕິບັດໜ້າທີ່ຄົ້ນຫາ, ຂຸດຄົ້ນອັດຖິນັກຮົບນິລະນາມ ຢູ່ ສປປ ລາວ ສົກປີ 2019-2020

06:00 | 14/09/2019

ຍສໝ - ໃນຕອນເຊົ້າວັນທີ 12 ກັນຍາ 1919, ຢູ່ເທດສະບານລາວບາວ, ເມືອງເຮືອງຫວ໋າ, ຄະນະປະຕິບັດງານພິເສດແຂວງກວ້າງຈິ ແລະ ແຂວງສະຫວັນນະເຂດ (ສປປ ລາວ) ໄດ້ຈັດກອງປະຊຸມພົບປະຜັນຂະຫຍາຍປະຕິບັດໜ້າທີ່ຄົ້ນຫາ , ຂຸດຄົ້ນອັດຖິນັກຮົບນິລະນາມ ທີ່ເປັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍຊີວິດ ຢູ່ສະໜາມຮົບລາວເພື່ອນຳກັບຄືນປະເທດຫວຽດນາມ ໃນລະດູແລ້ງ 2019 - 2020. ເຂົ້າຮ່ວມກອງປະຊຸມພົບປະ ຝ່າຍ ແຂວງສະຫວັນນະເຂດ ປະກອບມີ ທ່ານ ຄຳພູນ ໄຂຄຳພິທູນ ຮອງເຈົ້າແຂວງ ແລະ ເປັນປະທານຄະນະປະຕິບັດງານ ພິເສດແຂວງສະຫວັນນະເຂດ ພ້ອມຄະນະ.ຝ່າຍແຂວງກວ້າງຈິ, ມີຮອງປະທານຄະນະ ກຳມະການປະຊາຊົນແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງ ຮ່ວາງ ນາມ ແລະ ບັນດາການນຳ ພະແນກການ ແລະ ອົງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມພົບປະ ຜັນຂະຫຍາຍປະຕິບັດໜ້າທີ່ຄົ້ນຫາ, ຂຸດຄົ້ນອັດຖິນັກຮົບນິລະນາມ ຢູ່ ສປປ ລາວ ສົກປີ 2019-2020

ຄະນະປະຕິບັດງານພິເສດຂອງແຂວງກວ້າງຈິ ແລະ ແຂວງສະຫວັນນະເຂດ ໄດ້ເຊັນລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບ ການຮ່ວມມື ໃນການສຳຫຼວດ ແລະ ຄົ້ນຫາຊາກສົບອັດຖິ ນັກຮົບອາສາສະໝັກຫວຽດນາມທີ່ເສຍສະຫຼະ ຢູ່ລາວເພື່ອນຳກັບຄືນປະເທດ ໃນລະດູແລ້ງ 2019 - 2020. (ພາບ:baoquangtri.vn)

ກ່າວຄຳເຫັນທີ່ກອງປະຊຸມ, ຮອງປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງ ຮວ່າງ ນາມ ໄດ້ເນັ້ນໜັກວ່າ: ໃນຊຸມປີຜ່ານມາ, ຍ້ອນໄດ້ຮັບຄວາມເອົາໃຈໃສ່, ການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງຄະນະປະຕິບັດງານພິເສດຂອງສອງແຂວງກວ້າງຈິ - ສະຫວັນນະເຂດ , ການຊ່ວຍເຫຼືອຂອງອຳນາດການປົກຄອງ, ກຳ ລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ, ວຽກງານສຳຫຼວດ, ຊອກຫາ ແລະ ຂຸດຄົ້ນອັດຖິນັກຮົບນິລະນາມທີ່ເປັນທະຫານອາສາສະໝັດ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດ ຢູ່ ສປປ ລາວ ກັບຄືນປະເທດດ້ວຍຄວາມສະດວກ.

ໃນລະດູແລ້ງ ປີ 2018 - 2019, ກອງຮ້ອຍ 584 ຂື້ນກັບກະຊວງກອງບັນຊາການທະຫານແຂວງກວ້າງຈິ ໄດ້ເດີນທາງມາແຂວງສະຫວັນນະເຂດ ເພື່ອສຳຫຼວດ, ຄົ້ນຫາ ແລະ ຂຸດຄົ້ນທ້ອນໂຮມອັດຖິນັກຮົບນິລະນາມໄດ້ຈຳນວນ 26 ອັດຖິ, ພ້ອມດຽວກັນນັ້ນ, ກໍ່ໄດ້ຈັດຕັ້ງພິທີມອບ - ຮັບ ແລະ ່ສົ່ງສະການ ຢູ່ທີ່ສຸສານນັກຮົບວິລະຊົນແຫ່ງຊາດທາງເລກ 9. ຄຽງຄູ່ກັນນັ້ນ, ກໍ່ໄດ້ຮັບຂໍ້ມູນ, ການສຳຫຼວດໃນປັດຈຸບັນຍັງມີອັດຖິນັກຮົບວິລະຊົນຈຳນວນ 15 ອັດຖິ ທີ່ຍັງບໍ່ທັນໄດ້ຂຸດຄົ້ນ ແລະ ທ້ອນໂຮມ ຢູ່ ໃນສອງເມືອງ.ສະນັ້ນ, ວຽກງານການປະສານສົມທົບ, ເປັນເອກະພາບ ກ່ຽວກັບມາດຕະການ, ວຽກງານການຊີ້ນຳ ຂອງທັງສອງຝ່າຍ ຕ້ອງໄດ້ຮັບການຜັນຂະຫຍາຍ.

ທ່ານ ຄຳພູນ ໄຂຄຳພິທູນ ຮອງເຈົ້າແຂວງ, ປະທານຄະນະກຳມະການປະຕິບັດງານພິເສດແຂວງສະຫວັນນະເຂດ, ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຍາມໃດກໍ່ມອບຄວາມຮັກແພງພິເສດຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ເອົາໃຈໃສ່ໃນການສະໜັບສະໜູນ, ຊ່ວຍເຫຼືອປະຊາຊົນລາວໃນສົງຄາມປ້ອງກັນຊາດ ແລະ ໃນໄລຍະສ້າງສາປະເທດຊາດ, ພິເສດແມ່ນມອບນໍ້າໃຈອັນສັກສິດຕໍ່ກັບທະຫານອາສາສະໝັກ, ຊ່ຽວຊານຫວຽດນາມທີ່ເສຍຊີວິດໃນສົງຄາມ ລາວ.ສະນັ້ນ, ການສະໜັບສະໜູນໃນການຊອກຫາ ແລະ ຂຸດຄົ້ນທ້ອນໂຮມອັດຖິ ພາຍໃນເມືອງ ແມ່ນ ໜຶ່ງໃນໜ້າທີ່ຂອງອຳນາດການປົກຄອງ ແລະ ປະຊາຊົນລາວບັນດາເຜົ່າພາຍໃນແຂວງສະຫວັນນະເຂດ.ໃນອານາຄົດ, ຄະນະປະຕິບັດງານພິເສດຂອງແຂວງສະຫວັນນະເຂດ ຈະສືບຕໍ່ເພີ່ມທະວີການປະສານງານເພື່ອເຮັດໃຫ້ການສຳຫຼວດ ແລະ ຂຸດຄົ້ນທ້ອນໂຮມໄດ້ດີກວ່າເກົ່າ.

ທີ່ກອງປະຊຸມພົບປະ, ທັງສອງຝ່າຍໄດ້ປຶກສາຫາລືເພື່ອເປັນເອກະພາບກັນໃນແຜນການປະສານງານ ແລະ ຊີ້ນຳ ການຈັດຕັ້ງປະຕິບັດວຽກງານ ສຳຫຼວດຢ່າງມີປະສິດທິຜົນ, ຊອກຫາ ແລະ ເຕົ້າໂຮມອັດຖິນັກຮົບນິລະນາມ ໃນລະດູແລ້ງ 2019 - 2020. ທັງສອງຝ່າຍໄດ້ ເຫັນດີເປັນເອກະພາບປະສານສົມທົບໃນການຊີ້ນຳ, ຈັດຕັ້ງປະຕິບັດມາດຕະການທີ່ເໝາະສົມ, ໄກ້ສິດຕິດຕາມສະຖານະການ ເພື່ອເລັ່ງການດຳເນີນງານ, ເພື່ອແນໃສ່ເຮັດສຳເລັດພາລະກິດໃນການທ້ອນໂຮມ, ສອດຄ່ອງກັບນະໂຍບາຍຂອງລັດຖະບານສອງປະເທດ.ເພີ່ມທະວີການຊີ້ນຳໃຫ້ອຳນາດການປົກຄອງແລະ ກຳລັງປະກອບອາວຸດທຸກຂັ້ນ, ຈັດຕັ້ງປະຕິບັດເປັນຢ່າງດີໃນວຽກງານໂຄສະນາເຜີຍແຜ່ ແລະ ປຸກລະດົມປະຊາຊົນ, ເຖົ້າແກ່ແນວໂຮມ, ນາຍບ້ານ, ພະຍານທີ່ໃຫ້ຂໍ້ມູນ ແລະ ຜູ້ນຳທາງໃຫ້ໜ່ວຍງານທ້ອນໂຮມປະຕິບັດໜ້າທີ່.

ການປະສານສົມທົບກັນໃຫ້ເປັນຢ່າງດີໃນການແກ້ໄຂບັນຫາກ່ຽວກັບການພົວພັນ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ;ເຄົາລົບຮີດຄອງປະເພນີ ຂອງປະຊາຊົນໃນພື້ນທີ່-ທີ່ລົງເຮັດວຽກ.ຊີ້ນຳແຕ່ຂັ້ນແຂວງ ຮອດອຳນາດການປົກຄອງທ້ອງຖິ່ນ, ກຳລັງປະກອບອາວຸດປະສານສົມທົບກັນຢ່າງແໜ້ນແຟ້ນ ກັບ ກອງຮ້ອຍ 584 ກວດກາແຫຼ່ງຂໍ້ມູນ,ສະພາບຂອງຫຼຸມສົບຂອງນັກຮົບນິລະນາມ, ເພື່ອສົມທົບກັນຄົ້ນຫາ ແລະ ທ້ອນໂຮມ ກັບການທົບທວນຄືນຂໍ້ສະຫຼຸບຂອງທ້ອງຖິ່ນ, ເຮັດສຳເລັດໜ້າທີ່ໃນການເຕົ້າໂຮມອັດຖິນັກຮົບນິລະນາມ ຈາກບ້ານ, ກຸ່ມບ້ານ ຮອດເມືອງ ໂດຍພື້ນຖານ.ຝ່າຍແຂວງສະຫວັນນະເຂດ ຈະຊ່ວຍເຫຼືອສະໜັບສະໜູນສົ່ງເຈົ້າໜ້າທີ່ທ້ອງຖິ່ນທີ່ຄຸ້ນເຄີຍກັບພື້ນທີ່ ແລະ ຮູ້ພາສາຫວຽດ ເພື່ອຊ່ວຍໜ່ວຍງານທ້ອນໂຮມປະຕິບັດໜ້າທີ່ໄດ້ເປັນຢ່າງດີ.ກ່ຽວກັບໄລຍະເວລາປະຕິບັດ ໃນລະດູແລ້ງ 2019 - 2020, ຄາດວ່າຈະເລີ່ມຕົ້ນເດືອນຕຸລາ 2019 ເຖິງເດືອນພຶດສະພາ ປີ 2020;ພື້ນທີ່ຂອງການເຄື່ອນໄຫວຄົ້ນຫາ, ທ້ອນໂຮມ ປະກອບມີບັນດາເມືອງ: ອາດສະພອນ, ພະລານໄຊ, ອາດສະພັງທອງ, ເຊໂປນ, ວິລະບູລີ, ທ່າປາງທອງ ແລະ ບັນດາເມືອງທີ່ໄດ້ສະຫຼຸບພື້ນທີ່ແລ້ວ ແລະ ຍັງມີຂໍ້ມູນຂອງອັດຖິນັກຮົບນິລະນາມ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.