ຊຸມຊົນຊາວຫວຽດນາມ ອາໄສຢູ່ລາວ ຊ່ວຍເຫຼືອປະຊາຊົນທ້ອງຖິ່ນຜ່ານຜ່າ ໄພທຳມະຊາດ

12:03 | 16/09/2019

ຍສໝ - ຕອນເຊົ້າວັນທີ 15 ກັນຍາ, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມປະຈຳ ລາວໄດ້ປຸກລະດົມການບໍລິຈາກເງິນ ເພື່ອສະໜັບສະໜູນ ປະຊາຊົນລາວບັນດາແຂວງພາກກາງ ແລະ ພາກໃຕ້ທີ່ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ ໃນຕົ້ນເດືອນກັນຍາ.

ເຂົ້າຮ່ວມງານບໍລິຈາກ ມີຊາວຫວຽດນາມອາໄສຢູ່ລາວເປັນຈຳນວນຫຼວງຫຼາຍ ທີ່ດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ, ບັນດາວິສາຫະກິດຫວຽດນາມພວມ ດຳເນີນທຸລະກິດຢູ່ລາວ ແລະ ພະນັກງານສະຖານທູດ, ບັນດາອົງການຕ່າງໆຄຽງຂ້າງສະຖານທູດ ຢູ່ລາວ.

ຊຸມຊົນຊາວຫວຽດນາມ ອາໄສຢູ່ລາວ ຊ່ວຍເຫຼືອປະຊາຊົນທ້ອງຖິ່ນຜ່ານຜ່າ ໄພທຳມະຊາດ

ທັດສະນີຍະພາບ ງານບໍລິຈາກ. (ພາບ: TTXVN)

ກ່າວຄຳເຫັນທີ່ງານບໍລິຈາກ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ ລາວ ທ່ານ ຫງວຽນ ບ໋າ ຮູ່ງ ໄດ້ຕີລາຄາສູງການສະໜັບສະໜູນ ຢ່າງສຸດອົກສຸດໃຈຂອງປະຊາຄົມຊາວຫວຽດນາມທີ່ອາໄສ ແລະ ດຳເນີນທຸລະກິດ ຢູ່ ລາວ ສຳລັບຄວາມຫຍຸ້ງຍາກຂອງປະຊາຊົນພາກໃຕ້ ແລະ ພາກກາງຂອງລາວຖືກຮັບຜົນກະທົບຢ່າງໜັກ ໃນໄລຍະນ້ຳຖ້ວມຫວ່າງແລ້ວນີ້; ຢັ້ງຢືນວ່ານີ້ແມ່ນວຽກງານທີ່ບໍ່ພຽງແຕ່ສະແດງເຖິງຮີດຄອງປະເພນີແຫ່ງຄວາມສາມັກຄີ, ຄວາມຮັກແພງເຊິ່ງກັນແລະກັນ ທີ່ດີຂອງປະຊາຊົນຫວຽດນາມເທົ່ານັ້ນ, ແຕ່ຍັງສະແດງເຖິງຈິດໃຈ "ແບ່ງທຸກແບ່ງສຸກ”, “ເຂົ້ົ້ົ້າເມັດຫັກຜັກເສັ້ນໜຶ່ງກໍ່ແບ່ງກັນກິນ” ຢ່າງມູນເຊື້ອໃນສາຍພົວພັນແບບພິເສດລະຫວ່າງລາວ - ຫວຽດນາມ.

ຊຸມຊົນຊາວຫວຽດນາມ ອາໄສຢູ່ລາວ ຊ່ວຍເຫຼືອປະຊາຊົນທ້ອງຖິ່ນຜ່ານຜ່າ ໄພທຳມະຊາດ

ກອງບັນຊາການທະຫານເຂດ 11 ໄດ້ມອບເງິນ 100 ລ້ານກີບ ໃຫ້ ປະຊາຊົນລາວທີ່ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ. (ພາບ: nhandan.vn)

ທ່ານເອກອັກຄະລັດຖະທູດຫວັງວ່າ ຊຸມຊົນຊາວຫວຽດນາມທີ່ອາໄສ ແລະ ດຳເນີນທຸລະກິດຢູ່ລາວ ສືບຕໍ່ຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີອັນດີງາມນີ້, ຮ່ວມແຮງຮ່ວມໃຈຊ່ວຍເຫລືອ, ປະກອບສ່ວນໃນການຊ່ວຍເຫຼືອປະຊາຊົນລາວບໍ່ພຽງແຕ່ເອົາຊະນະຜົນຮ້າຍຂອງໄພທຳມະຊາດເທົ່ານັ້ນ, ແຕ່ຍັງ ເຮັດໃຫ້ໝັ້ນຄົງຊີວິດສະຖຽນລະພາບ ແລະ ສ້າງປະເທດລາວໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ; ຢືນຢັນວ່າສະຖານທູດຈະໂອນເງິນທັງໝົດທີ່ໄດ້ຮັບໃນມື້ນີ້ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວ ເພື່ອໃຫ້ກະຊວງໂອນໄປຫາບັນດາຄອບຄົວຊາວລາວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.

ຂະບວນການບໍລິຈາກເງິນ ເພື່ອສະໜັບສະໜູນ ປະຊາຊົນລາວ ທີ່ປະສົບໄພພິບັດທາງທຳມະຊາດ ໄດ້ຮັບການສະໜັບສະໜູນ ຢ່າງແຮງຈາກປະຊາຄົມຊາວຫວຽດນາມທີ່ດຳລົງຊີວິດ ແລະ ເຮັດທຸລະກິດຢູ່ນະຄອນຫຼວງວຽງຈັນ; ຂອງບັນດາພະນັກງານສະຖານທູດ ແລະ ບັນດາອົງການຕາງໜ້າ ຂອງຫວຽດນາມຢູ່ລາວ, ກໍ່ຄືບັນດາວິສາຫະກິດຫວຽດນາມທີ່ ດຳເນີນທຸລະກິດຢູ່ລາວ. ຮອດເວລາ 12 ໂມງຂອງວັນທີ 15 ກັນຍາ, ພາຍຫຼັງເປີດໃຊ້ພຽງ 3 ຊົ່ວໂມງ, ຈຳນວນເງິນທີ່ລະດົມໄດ້ບັນລຸ 184 ລ້ານກວ່າກີບ (ຫຼາຍກ່ວາ 20.000 ໂດລາສະຫະລັດ) ແລະ 4,755 ໂດລາ, ໃນນັ້ນມີພຽງກອງບັນຊາການທະຫານເຂດ 11, ຫົວໜ່ວຍ ທີ່ກຳລັງກໍ່ສ້າງໂຄງການ “ກໍ່ສ້າງສຳນັກງານໃຫຍ່ສະພາແຫ່ງຊາດໃໝ່ ຂອງລາວ” ໄດ້ມອບເງິນ 100 ລ້ານກີບ (ຫຼາຍກວ່າ 11,000 ໂດລາສະຫະລັດ).

ໃນຕົ້ນເດືອນກັນຍາ, ຍ້ອນຜົນກະທົບຈາກລົມພາຍຸ ໄດ້ເລີ່ມຕົ້ົ້ນຈາກປະເທດຫວຽດນາມ ເຮັດໃຫ້ມີຝົນຕົກໜັກ, ບັນດາແຂວງພາກໃຕ້ ແລະ ພາກກາງຂອງລາວໄດ້ຖືກນ້ຳຖ້ວມເປັນບໍລິເວນກວ້າງ, ສ້າງຄວາມເສຍຫາຍຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊົນທ້ອງຖິ່ນ. ອີງຕາມການລາຍງານເບື້ອງຕົ້ນຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວ, ໄພນໍ້າຖ້ວມໄດ້ເຮັດໃຫ້ 14 ຄົນເສຍຊີວິດ, ສົ່ງຜົນກະທົບຕໍ່ຊີວິດຂອງປະຊາຊົນຫຼາຍກວ່າ 175,000 ຄົວເຮືອນໃນ 1,400 ບ້ານຂອງ 43 ເມືອງໃນທົ່ວ 6 ແຂວງ, ສ້າງຄວາມເສຍຫາຍໃຫ້ແກ່ຕົ້ນເຂົ້າ 150,000 ເຮັກຕາ, ທັນຍາຫານ 251 ເຮັກຕາ, ໜອງປາ 3.266 ໜອງ; ສ້າງຄວາມເສຍຫາຍໃຫ້ຫລາຍຂົວ, ຖະໜົນຫົນທາງ, ບ້ານເຮືອນ... ມາຮອດປັດຈຸບັນ, ການຄົມມະນາຄົມລະຫວ່າງບັນດາທ້ອງຖິ່ນ ຍັງມີການແບ່ງແຍກຍ້ອນດິນເຈື່ອນພັງ ແລະ ຖະໜົນຫົນທາງທີ່ຖືກທຳລາຍ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.