ຜັນຂະຫຍາຍແຜນການໃນການຄົ້ນຄວ້າ, ແລກປ່ຽນບັນຫາສະເພາະກັບພະນັກງານຂອງພັກປະຊາຊົນປະຕິວັດລາວ

10:27 | 14/09/2019

ຍສໝ - ວັນທີ 11 ເດືອນກັນຍາ, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງສູນກາງ ໄດ້ຈັດຕັ້ງກອງປະຊຸມເພື່ອຜັນຂະຫຍາຍແຜນການຈັດຕັ້ງບັນດາຫ້ອງຄົ້ນຄ້ວາ, ແລກປ່ຽນບັນຫາສະເພາະກັບພະນັກງານຂອງພັກປະຊາຊົນປະຕິວັດລາວ. ສະຫາຍ ມາຍວັນຈິ້ງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງ, ຫົວໜ້າຄະນະກຳກັບໄດ້ເປັນປະທານກອງປະຊຸມ.

ເຂົ້າຮ່ວມກອງປະຊຸມມີບັນດາສະມາຊິກຄະນະກຳກັບ, ຫົວໜ່ວຍຊ່ວຍງານ ແລະ ຕົວແທນຂອງບັນດາພະນັກງານ, ຫົວໜ່ວຍທີ່ກ່ຽວຂ້ອງ.

ຜັນຂະຫຍາຍແຜນການ ເລກທີ 15-KH/TW ວັນທີ່ 25 ເດືອນມີນາປີ 2019 ຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການດຳເນີນຂໍ້ຕົກລົງກັນຊັ້ນສູງຫວຽດນາມ-ລາວ ປີ2019, ຄະນະຈັດຕັ້ງສູນກາງຊີ້ນຳ ໄດ້ສົມທົບ ກັບຄະນະສູນກາງການຕ່າງປະເທດ ແລະ ບັນດາສຳນັກງານທີ່ກ່ຽວຂ້ອງໄດ້ຈັດຕັ້ງບັນດາຫ້ອງຄົ້ນຄ້ວາ, ແລກປ່ຽນບັນຫາສະເພາະກັບພະນັກງານຂອງພັກປະຊາຊົນປະຕິວັດລາວຢູ່ຫວຽດນາມ.

ຜັນຂະຫຍາຍແຜນການໃນການຄົ້ນຄວ້າ, ແລກປ່ຽນບັນຫາສະເພາະກັບພະນັກງານຂອງພັກປະຊາຊົນປະຕິວັດລາວ

ສະຫາຍ ມາຍວັນຈິ້ງ ໄດ້ກ່າວຄຳປາໄສ ໃນກອງປະຊຸມ. (ພາບ: xaydungdang.org.vn)

ຫ້ອງຮຽນເພື່ອແນະນຳ,ແລກປ່ຽນບັາດາບັນຫາໃໝ່ກ່ຽວກັບທິດສະດີແລະພຶດຕິກຳວຽກງານໄດ້ຕັ້ງແຕ່ກ່ອນກ່ຽວກັບພັກກອມມູນີນິດຫວຽດນາມໃນການວາງກຳນົດນະໂຍບາຍກໍຄືການຊິ້ນຳຜັດຂະຫຍາຍ, ຫັນເປັນມະຕິຂອງກອງປະຊຸມໃຫຍ່ທີ XII ລະອຽດແລະບັນດາມະຕິສູນກາງທີ 4,5,6,7 ແລະ 8 ຂອງຄະນະບໍລິຫານງານສູນກາງເພື່ອຄົ້ນຄວ້າທາບທາມໝູນໃຊ້ເຂົ້າເງື່ອນໄຂຢ່າງລະອຽດຂອງລາວໃນສະພາບປັດຈຸບັນ.

ເນີ້ອໃນຄົ້ນຄວ້າ,ແລກປ່ຽນກັບພະນັກງານຂອງພັກປະຊາຊົນປະຕິວັດລາວປະກອບສ່ວນ 14 ບັນຫາສະເພາະ, ສ່ວນຫຼາຍກ່ຽວຂ້ອງເຖິງປະສົບການໃນການສ້າງສາພັກກອມມູນິດຫວຽດນາມແລະພັກກຳອຳນາດໃນສະພາບການໃໝ່. ປະສົບການໃນປະຕິຮູບການບໍລິຫານປະເທດຊາດ; ວຽກງານກະກຽມກອງປະຊຸມໃຫຍ່ອົງຄະນະພັກບັນດາຊັ້ນຂອງພັກກອມມູນິດຫວຽດນາມ;ທັກສະນຳພາບໍລິຫານ; ບັນດາບັນຫາກ່ຽວກັບວິທະຍາສາດແລະເທກໂນລໂຊີ... ບັນດາສຳມະນາກອນກໍ່ຈະໄດ້ໄປຄົ້ນຄວ້າຕົວຈິ່ງຢູ່ບາງແຂວງ, ຕົວເມືອງໃນປະເທດ.

ກ່າວຊີ້ນຳກອງປະຊຸມ, ສະຫາຍ ມາຍວັນຈິ້ງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງ, ຫົວໜ້າຄະນະກຳກັບຫ້ອງຕີລາຄາສູງການກະກ່ຽມຂອງສຳນັກງານ,ຫົວໜ່ວຍ. ໃນໄລຍະທີ່ຈະມາເຖີງ, ເພື່ອຈັດຕັ້ງຫ້ອງຮຽນ, ສະຫາຍ ມາຍວັນຈິ້ງ ນຳສະເໝີ ສຳເລັດວຽກງານຮຽບຮຽງ, ພິມບັນດາວິຊາສະເພາະຢ່າງວອງໄວແລະແປເປັນພາສາລາວ; ສ້າງສາລາຍການຮຳ່ຮຽນຢ່າງລະອຽດ, ຈັດວາງຄູອາຈານຮັບປະກັນຄຸນນະພາບ; ກະກຽມສະຖານທີ່ຮຳ່ຮຽນ,ບ່ອນກີນດື່ມ, ພັກຜ່ອນແລະພາຫະນະຮັບສົ່ງຄະນະ; ຕິດຕໍ່ກັບອົງຄະນະພັກທ້ອງຖີ່ນເພື່ອຮັບໃຊ້ຄະນະໄປຄົ້ນຄວ້າແລະໄປທັດສະນະຕົວຈິ່ງ; ຮັບປະກັນຄວາມປອດໄພໃຫ້ຄະນະໃນເວລາຮ່ຳຮຽນຢູ່ຫວຽດນາມ.

ຕາມລາຍການ, ຄະນະພະນັກງານຂອງພັກປະຊາຊົນປະຕິວັດລາວມາຫວຽດນາຮຳ່ຮຽນເທື່ອນີ້ມີຈຳນວນ 110 ສຳມະນາກອນ, ແບ່ງເປັນ 4 ຫ້ອງ, ຫ້ອງທຳອິດຈະເກີດຂຶ້ນແຕ່ວັນທີ6ກັນຍາຮອດວັນທີ 29 ກັນຍາປີ 2019.

(ລິນຈີ)

ເຫດການ
302 Found

Found

The document has moved here.