ພິທີເປີດງານແລກປ່ຽນກິລາລະຫວ່າງ ສານປະຊາຊົນ ສສ. ຫວຽດນາມ ແລະ ສານປະຊາຊົນ ສປປ. ລາວ

07:01 | 16/09/2019

ຍສໝ - ຕອນເຊົ້າວັນທີ 13 ກັນຍາ, ຢູ່ແຂວງເງ້ອານ, ດ້ວຍບັນຍາກາດເບີກບານມ່ວນຊື່ນ ເພື່ອສະເຫຼີມສະຫຼອງ 74 ປີແຫ່ງວັນປະເພນີ ສານປະຊາຊົນ ສສ. ຫວຽດນາມ (13 ກັນຍາ 1945 - 13 ກັນຍາ 2019), ສານປະຊາຊົນສອງປະເທດຫວຽດນາມ ແລະ ລາວໄດ້ເປີດງານແລກປ່ຽນກິລາຮ່ວມກັນ ລະຫວ່າງສອງລະບົບສານ.

ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນ, ເປັນຄັ້ງທຳອິດທີ່ ສານປະຊາຊົນ ຂອງສອງປະເທດໄດ້ປະສານຈັດຕັ້ງງານ ເພື່ອປະກອບສ່ວນເຮັດໃຫ້ສາຍພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອພິເສດລະຫວ່າງສອງຊົນເຜົ່າຫວຽດນາມ - ລາວ ໄດ້ເລິກເຊິ່ງກວ່າເກົ່າ.

ຕາງໜ້າຄະນະພັກ, ຄະນະການນຳ ສານປະຊາຊົນ ລາວ, ທ່ານ ຄຳຜາ ແສງດາລາ, ຫົວໜ້າສານສານປະຊາຊົນສູງສຸດ ລາວ ໄດ້ສະແດງຄວາມເປັນກຽດໃນເວລາທີ່ທ່ານ ໄດ້ເຊີນເຂົ້າຮ່ວມກອງປະຊຸມຄົບຮອບ 74 ປີແຫ່ງວັນສ້າງຕັ້ງສານປະຊາຊົນຫວຽດນາມ ແລະ ການແລກປ່ຽນກິລາລະຫວ່າງ ສານຂອງສອງປະເທດ. ການພົບປະແລກປ່ຽນຄັ້ງນີ້ ໃຫ້ເຫັນຈຸດປ່ຽນແປງປະຫວັດສາດຂອງສານປະຊາຊົນສອງປະເທດຫວຽດນາມ - ລາວນັບມື້ນັບຍືນຍົງ.

ພິທີເປີດງານແລກປ່ຽນກິລາລະຫວ່າງ ສານປະຊາຊົນ ສສ. ຫວຽດນາມ ແລະ ສານປະຊາຊົນ ສປປ. ລາວ

ທ່ານ ຄຳຜາ ແສງດາລາ, ຫົວໜ້າສານສານປະຊາຊົນສູງສຸດ ລາວ ມອບທຸງເຄື່ອງທີ່ລະນຶກໃຫ້ຄະນະຜູ້ແທນກິລາສານປະຊາຊົນຫວຽດນາມ. (ພາບ: congly.vn)

ທ່ານ ຄຳຜາ ແສງດາລາ ສະແດງຫວັງວ່າ ໃຫ້ນັກກິລາທຸກໆຄົນທີ່ເຂົ້າຮ່ວມການແຂ່ງຂັນສ້າງບັນຍາກາດຄຶກຄຶ້ນ, ມີຄວາມສາມັກຄີ ແລະ ມິດຕະພາບ. ຫຼັງຈາກພິທີເປີດ, ທີ່ສູນອົບຮົມກິລາ ແລະ ວັດທະນະທຳ ທີ່ເມືອງ ເກື໋ອລໍ (ເງ້ອານ), ມີນັກກິລາຈຳນວນ 100 ກວ່າຄົນຈາກສານຫວຽດນາມ ແລະ ລາວໄດ້ເຂົ້າຮ່ວມໂດຍກົງໃນ 5 ປະເພດກິລາລວມມີ: ບານເຕະ , ຕີດອກປີກໄກ່, ບານສົ່ງ, ປິງປັອງ ແລະ ດຶງເຊືອກ.

ກ່າວຄໍາເຫັນທີ່ພິທີ, ທ່ານນາງ ຫງວຽນຖຸ໊ຍຮ່ຽນ, ຮອງປະທານສານປະຊາຊົນສູງສຸດຫວຽດນາມ ຢືນຢັນວ່າ, ລາຍການພົບປະແລກປ່ຽນດັ່ງກ່າວບໍ່ພຽງແຕ່ແມ່ນການແຂ່ງຂັນກິລາເທົ່ານັ້ນ ຫາກຜ່ານນັ້ນ, ແມ່ນແນໃສ່ເສີມຂະຫຍາຍຈິດໃຈສາມັກຄີ, ເປີດກວ້າງການພົບປະແລກປ່ຽນ, ຖອດຖອນບົດຮຽນລະຫວ່າງລັດຖະກອນ, ພາລະກອນສານປະຊາຊົນຂອງສອງປະເທດຫວຽດນາມ-ລາວ. ປະກອບສ່ວນປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

ພິທີເປີດງານແລກປ່ຽນກິລາລະຫວ່າງ ສານປະຊາຊົນ ສສ. ຫວຽດນາມ ແລະ ສານປະຊາຊົນ ສປປ. ລາວ

ທ່ານນາງ ຫງວຽນຖຸ໊ຍຮ່ຽນ, ຮອງປະທານສານປະຊາຊົນສູງສຸດຫວຽດນາມ ກ່າວຄໍາເຫັນທີ່ພິທີ. (ພາບ: congly.vn)

ໃນສະພາບການດັ່ງກ່າວ, ສາຍພົວພັນຮ່ວມມືລະຫວ່າງສານປະຊາຊົນສອງປະເທດ ພວມນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ. ໃນແຕ່ລະໄລຍະ, ສານປະຊາຊົນຂອງສອງປະເທດມີຫຼາຍກິດຈະກຳ ເພື່ອ ນຳເອົາຜົນປະໂຫຍດຕົວຈິງມາໃຫ້ສານປະຊາຊົນຂອງສອງປະເທດ, ເຊັ່ນ: ການແລກປ່ຽນຄະນະຜູ້ແທນຂັ້ນສູງ; ສົ່ງເສີມຄວາມຮູ້ດ້ານວິຊາຊີບ ແລະ ທັກສະດ້ານຕຸລາການໃຫ້ແກ່ຜູ້ພິພາກສາ ແລະ ພະນັກງານສານປະຊາຊົນລາວ; ປະສານສົມທົບຢ່າງ ແໜ້ນແຟ້ນໃນການຈັດຕັ້ງກອງປະຊຸມສານຢູ່ບັນດາແຂວງຊາຍແດນ...

(ຄຳຮຸ່ງ)