ຍສໝ-ຕອນເຊົ້າວັນທີ 26 ພຶດສະພາ ທີ່ ຮ່າໂນ້ຍ, ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ ແລະ ສະພາກ່ຽວກັບບັນດາບັນຫາໂລກຂອງ ອິນເດຍ ໄດ້ສົມທົບກັນຈັດຕັ້ງການໂອ້ລົມສົນທະນາຄັ້ງທີສາມ ດ້ວຍຫົວຂໍ້ວ່າ: “ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ”.
ຍສໝ - ຫວ່າງແລ້ວນີ້, ຈາກຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບູຍແທັງເຊີນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານຮອງປະທານຄະນະກຳມະການເອີລົບ, ຜູ້ຕາງໜ້າຂັ້ນສູງ ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງ EU ທ່ານ Josep Borrell.
ຍສໝ - ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາງລອງ ຢືນຢັນວ່າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ ແລະ ຍືນຍົງ.
ຍສໝ - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງປະທານາທິບໍດີ ເກຣັກ ແມ່ນບາດກ້າວສຳຄັນ, ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານລະຫວ່າງ 2 ປະເທດ.
ແຂວງເງະອານ ກໍາລັງຜັນຂະຫຍາຍຫຼາຍມາດຕະການເພື່ອແນໃສ່ເສີມຂະຫຍາຍ ແລະເພີ່ມທະວີການພົວພັນກັບແຂວງຊຽງຂວາງ, ໃນນັ້ນມີການຊາບຊຶມແຜນນະໂຍບາຍ, ແນວທາງ, ທັດສະນະການນໍາຂອງສອງພັກ, ສອງລັດຫວຽດນາມ-ລາວ; ເອົາໃຈໃສ່ຊີ້ນໍາທຸກຂັ້ນ, ທຸກຂະແໜງການໃນແຂວງຕັ້ງໜ້າ, ເປັນເຈົ້າການສົມທົບກັນ, ຮ່ວມມືຢ່າງແໜ້ນແຟ້ນກັບທຸກຂັ້ນ, ຂະແໜງການຂອງແຂວງຊຽງຂວາງ ໃນທຸກຂົງເຂດຢ່າງເປັນປະຈໍາ; ຫັນບັນດາໂຄງການກະທໍາທີ່ໄດ້ລົງນາມ, ຮ່ວມມືເປັນລະອຽດ.
2 ຝ່າຍເຫັນດີຄວນສືບຕໍ່ມານະພະຍາຍາມຊອກຫາວິທີແກ້ໄຂບຸກທະລຸ ເພື່ອຍົກສູງລະດັບການຮ່ວມມືທາງດ້ານເສດຖະກິດໃຫ້ກາຍເປັນເສົາຄ້ຳຂອງການພົບພັນລະຫວ່າງ 2 ປະເທດຢ່າງແທດຈິງ ແລະ ສອດຄ່ອງກັບສາຍພົວພັນແບບພິເສດ ຫວຽດນາມ - ລາວ
ຍສໝ - ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ແລະ ຄະນະຜູ້ແທນຫວຽດນາມ ໄດ້ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການປະຕິບັດແນວທາງພົວພັນຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ ແລະ ຫຼາຍຮູບຫຼາຍແບບ...
ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ເດີນທາງມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 30 ເມສາຫາວັນທີ 1 ພຶດສະພາປີ 2022. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານ Kishida Fumio ໃນຖານະເປັນນາຍົກລັດຖະມົນຕີ ຍີ່ປຸ່ນ ນັບແຕ່ເມື່ອຮັບດຳລົງຕຳແໜ່ງ (ເມື່ອເດືອນຕຸລາປີ 2021). ຊື່ງເປັນຂີດໝາຍສຳຄັນໃໝ່ ໃນວິວັດການປັບປຸງ, ເພີ່ມທະວີ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງ ຫວຽດນາມ-ຍີ່ປຸ່ນ
ທ່ານຮອງນາຍົກລັດຖະມົນຕີ ຟ້າມມິງມິນ ເນັ້ນໜັກວ່າ, ບັນດາການຢ້ຽມາມ, ພົບປະຂອງການນຳຂັ້ນສູງ, ກອງປະຊຸມຂອງກຸ່ມປະຕິບັດງານປະສົມ ຫວຽດນາມ - Vantican ໄດ້ປະກອບສ່ວນເພີ່ມທະວີ ແລະ ຕອບສະໜອງຜົນປະໂຫຍດລວມຂອງ 2 ຝ່າຍ
ຕອນບ່າຍວັນທີ 19/4, ຢູ່ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາຕ່ຳ ອິນເດຍ Om Birla ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5 ກັນຍາ 1962 – 5 ກັນຍາ 2022) ແລະ ຄົບຮອບ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 - 18 ກໍລະກົດ 2022), ສູນຂໍ້ມູນຂ່າວສານ ພົວພັນການຕ່າງປະເທດ ແລະ ສົ່ງເສີມການຊ່ວຍເຫຼືອ, ພະແນກພົວພັນການຕ່າງປະເທດແຂວງຫວີງຟຸກ ໄດ້ດຳເນີນການປຸກລະດົມການປະກວດອອນລາຍ “ຊອກຮູ້ກ່ຽວກັບການພົວພັນຫວຽດນາມ - ລາວ”.
ຍສໝ - ວັນທີ 10 ເມສາ 2022, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ, ສະມາຄົມຊາວ ຫວຽດນາມ ປະຈຳ ສ.ເກົາຫຼີ (AVCK) ແລະ ອົງການ KVFFA ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືບັນດາການເຄື່ອນໄຫວໃນການສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ສ.ເກົາຫຼີ. ແລະ ຫວຽດນາມ (22 ທັນວາ 1992 - 22 ທັນວາ 2022).
ຍສໝ - ຫວຽດນາມ ແລະ ອາເມລິກາ ແມ່ນສອງພື້ນຖານເສດຖະກິດທີ່ມີຄຸນລັກສະນະເພີ່ມເຕີມໃຫ້ກັນ, ສະນັ້ນມີຄວາມສາມາດບົ່ມຊ້ອນຫລາຍດ້ານໃນການຮ່ວມມື, ບໍ່ພຽງແຕ່ດ້ານພະລັງງານ ແລະ ການປ່ຽນແປງຂອງດິນຟ້າອາກາດເທົ່ານັ້ນ ຫາກຍັງໃນຫລາຍຂົງເຂດອື່ນໆອີກ...
ຕອນບ່າຍວັນທີ 23/3, ຈາກທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການເຈາລະຈາ ທາງໂທລະສັບກັບ ປະທານາທິບໍດີ ຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງຂອງ ສເກົາຫຼີ ທ່ານ Yoon Suk-yeol.
ຕອນບ່າຍວັນທີ 16/3, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ເຊຍລາ ເລອອນ Julius Maada Bio ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 14-20/3.
ຍສໝ - ວັນທີ 9 ມີນາ, ທີ່ສໍານັກງານສູນກາງພັກ, ທ່ານ ຫວໍວັນເຖືອງ ກໍາມະການກົມ ການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໄດ້ຕ້ອນຮັບທ່ານ Takebe Tsutomu ທີ່ປຶກສາພິເສດສໍາພັນທະມິດ ສະມາຊິກລັດ ຖະສະພາມິດຕະພາບ ຍີ່ປຸ່ນ-ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 9 ມີນາ, ທ່ານພົນເອກ ຟານວັນຢາງ ລັດ ຖະມົນຕີກະຊວງປ້ອງກັນປະເທດ ໄດ້ສົນທະນາທາງໄກກັບທ່ານ Peeni Henare ລັດຖະມົນຕີກະຊວງປ້ອງກັນປະເທດ ນິວຊີແລນ.
ຍສໝ - ຕອນເຊົ້າວັນທີ 8 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດວິສາຫະກິດຫວຽດນາມ - ອາເມລິກາ ຄັ້ງທີ 5 ດ້ວຍຫົວຂໍ້ “ປັບປຸງການພົວພັນເສດຖະກິດ 2 ຝ່າຍ”.
ຍສໝ - ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ຝະລັ່ງ ດີງຕ່ວານຖັງ ໄດ້ໃຫ້ການຕ້ອນຮັບທ່ານ Fabien Gay, ຫົວໜ້າບັນນາທິການໃຫຍ່ ໜັງສືພິມມະນຸດສະທຳ - l’Humanité, ທັງເປັນສະມາຊິກສະພາສູງ ແລະ ສະມາຊິກສະພາທົ່ວປະເທດພັກກອມມູນິດ ຝະລັ່ງ.
ຍສໝ - ຕອນບ່າຍວັນທີ 2 ມີນາ, ສະຫະພັນການຈັດຕັ້ງມິດຕະພາບນະຄອນເກິນເທີ (ສະຫະພັນເກິນເທີ) ໄດ້ມີວາລະປະຊຸມເຮັດວຽກຮ່ວມກັບຄະນະບໍຫານງານສະມາຄົມມິດຕະພາບ ຫວຽດນາມ-ລາວ ນະຄອນເກິນເທີ, ສົນທະນາແຜນການຈັດກິດຈະກຳການເຄື່ອນໄຫວຕ່າງໆເພື່ອລະນຶກຄົບຮອບ 60 ປີ ວັນສ້າງການພົວພັນການທູດ (5/9/1962-5/9/2022) ແລະ ຄົບຮອບ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ (18/7/1977-18/7/2022).