ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຮຸງກາຣີ

06:30 | 27/06/2022

ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ການນຳຂັ້ນສູງຫວຽດນາມ ແລະ ຮຸງກາຣີ ຢືນຢັນຄືນໃໝ່ ຄຳໝັ້ນສັນຍາດ້ານການເມືອງກ່ຽວກັບການຖືເປັນສຳຄັນ ແລະ ສືບຕໍ່ຍູ້ແຮງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຮຸງກາລີ.

ຫວຽດນາມ ຖືເປັນສຳຄັນການພົວພັນກັບ EU ແລະ ຮຸງກາຣີ ຫວຽດນາມ ຖືເປັນສຳຄັນການພົວພັນກັບ EU ແລະ ຮຸງກາຣີ
ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ຮັບຊາວຫວຽດນາມ 290 ຄົນ ຈາກ ຢູ​​ແກຼນ ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ຮັບຊາວຫວຽດນາມ 290 ຄົນ ຈາກ ຢູ​​ແກຼນ
ທ່ານນາງ ຫງວຽນຖິບິກຖາວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮຸງກາລີ (ພາບ: ສະຖານທູດຫວຽດນາມ ປະຈຳ ຮຸງກາລີ)
ທ່ານນາງ ຫງວຽນຖິບິກຖາວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮຸງກາລີ (ພາບ: ສະຖານທູດຫວຽດນາມ ປະຈຳ ຮຸງກາລີ)

ໃຫ້ສຳພາດກ່ອນການຢ້ຽມຢາມ ຮຸງກາລີ ຢ່າງເປັນທາງການ ຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ (ແຕ່ວັນທີ 26-28 ມິຖຸນາ), ທ່ານນາງ ຫງວຽນຖິບິກຖາວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮຸງກາລີ ຢືນຢັນວ່າ ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ການນຳຂັ້ນສູງຫວຽດນາມ ແລະ ຮຸງກາຣີ ຢືນຢັນຄືນໃໝ່ ຄຳໝັ້ນສັນຍາດ້ານການເມືອງກ່ຽວກັບການຖືເປັນສຳຄັນ ແລະ ສືບຕໍ່ຍູ້ແຮງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຮຸງກາລີ, ປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດ ແລະ ພັດທະນາແບບຍືນຍົງ ພາຍຫຼັງໂລກລະບາດໂຄວິດ-19, ພ້ອມທັງເປັນການເພີ່ມທະວີການຮ່ວມມືໃນບັນດາບັນຫາທົ່ວໂລກຄືການປ່ຽນແປງຂອງດິນຟ້າອາກາດ.

ກ່ຽວກັບບັນດາເນື້ອໃນຈຸດສຸມຂອງການຢ້ຽມຢາມ, ທ່ານ ນາງ ຫງວຽນຖິບິກຖາວ ໃຫ້ຮູ້ວ່າ: ປະທານສະພາແຫ່ງຊາດ 2 ປະເທດຈະລົງນາມຂໍ້ຕົກລົງເພື່ອແນໃສ່ເພີ່ມທະວີການຮ່ວມມືຢ່າງເປັນປົກກະຕິ ແລະ ແທດຈິງລະຫວ່າງສະພາແຫ່ງຊາດສອງປະເທດໃນໄລຍະໃໝ່ (ແທນໃຫ້ຂໍ້ຕົກລົງທີ່ລົງນາມໃນປີ 2018); ທາບທາມບົດຮຽນປະສົບການຂອ ງຮຸງກາລີ ກ່ຽວກັບການຮັບມືຢ່າງປອດໄພ ແລະ ຟື້ນຟູເສດຖະກິດຫລັງໂລກລະບາດ. ປະທານສະພາແຫ່ງຊາດທັງສອງ ທ່ານ ຈະເຂົ້າຮ່ວມການໂອລົມສົນທະນາກ່ຽວກັບ “ການປັບປຸງກອບກົດໝາຍກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ພະລັງງານທົດແທນ ແລະ ເສດຖະກິດສີຂຽວ ໃຫ້ສົມບູນແບບ”; ຍູ້ແຮງການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍ, ຍາດແຍ່ງເອົາບັນດາກາລະໂອກາດທີ່ສັນຍາ EVFTA ນຳມາສູ່, ສູ້ຊົນຍົກວົງເງິນການຄ້າສອງສົ້ນ ລະຫວ່າງຫວຽດນາມ ແລະ ຮຸງກາລີ ໃຫ້ໄດ້ເພີມຂຶ້ນ 10%/ປີ. ທ່ານ ປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ຈະເຂົ້າຮ່ວມການໂອ້ລົມສົນທະນາດ້ານ ເສດຖະກິດ, ການຄ້າ ແລະ ການລົງທຶນຫວຽດນາມ - ຮຸງກາລີ, ພົບປະກັບປະຊາຄົມນັກທຸລະກິດຊາວ ຫວຽດນາມ ຢູ່ ເອີລົບ. ທ່ານນາງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສ. ຫວຽດນາມ ປະຈຳ ຣຸງກາລີ ຫງວຽນທິບິກທາວ, ຢືນຢັນວ່າ:

“ການຢ້ຽມຢາມນີ້ມີຄວາມສຳຄັນຍິ່ງ, ແມ່ນການເດີນທາງໄປຢ້ຽມຢາມຂອງການນຳຂັ້ນສູງ ຫວຽດນາມ ເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຢ່າງຮອບດ້ານ ຄືການພົວພັນລັດຖະສະພາອັນດີງາມທີ່ສຸດລະຫວ່າງ ຮຸງກາລີ ແລະ ຫວຽດນາມ ໃນໄລຍະຜ່ານມາ. ເນື່ອງໃນໂອກາດການຢ້ຽມຢາມນີ້ ຈະຊຸກຍູ້ການພົວພັນທາງດ້ານເສດຖະກິດ, ການຄ້າລະຫວ່າງ 2 ປະເທດ, ຊຸກຍູ້ການພົວພັນໃນຂົງເຂດທີ່ເປັນມູນເຊື້ອກ່ອນນີ້, ຄືການຮ່ວມມືດ້ານການສຶກສາ, ຮ່ວມມືດ້ານຕຸລາການ ແລະ ກົດໝາຍ ກໍຄືການຮ່ວມມືທາງດ້ານວັດທະນະທຳ ແລະ ບາງຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃນຂົງເຂດທ່ອງທ່ຽວ, ແຮງງານ”.

vovworld.vn

ເຫດການ
302 Found

Found

The document has moved here.