ຊຸກຍູ້ການພົວພັນເສດຖະກິດ, ການຄ້າ, ວັດທະນະທຳລະຫວ່າງຫວຽດນາມ ແລະຝລັ່ງ

07:50 | 14/06/2022

ໃນລະຫວ່າງວັນທີ 9-10 ມິຖຸນາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ຝລັ່ງ ດິງຕວ່ານຖັ໊ງ ມີການຢ້ຽມຢາມ ແລະເຮັດວຽກຢູ່ເຂດ Auvergne-Rhone-Alpes.

ຊຸກຍູ້ການພົວພັນເສດຖະກິດ - ການຄ້າ ລະ​ຫວ່າງ ຫວຽດນາມ - ລັດເຊຍ ຊຸກຍູ້ການພົວພັນເສດຖະກິດ - ການຄ້າ ລະ​ຫວ່າງ ຫວຽດນາມ - ລັດເຊຍ
ຫວຽດນາມຫວັງວ່າ ຍີ່ປຸ່ນຈະແມ່ນຄູ່ຮ່ວມມືດ້ານການລົງທຶນ, ການຄ້າ ແລະການທ່ອງທ່ຽວອັນດັບໜຶ່ງ ຂອງຫວຽດນາມ ຫວຽດນາມຫວັງວ່າ ຍີ່ປຸ່ນຈະແມ່ນຄູ່ຮ່ວມມືດ້ານການລົງທຶນ, ການຄ້າ ແລະການທ່ອງທ່ຽວອັນດັບໜຶ່ງ ຂອງຫວຽດນາມ
ຊຸກຍູ້ການພົວພັນເສດຖະກິດ, ການຄ້າ, ວັດທະນະທຳລະຫວ່າງຫວຽດນາມ ແລະຝລັ່ງ
ການນຳສະພາເຂດ Auvergne-Rhone-Alpes ເຮັດວຽກກັບຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳ ຝລັ່ງ. ພາບ: ສຳນັກຂ່າວສານຫວຽດນາມ.

ຢູ່ນະຄອນ Lyon, ທ່ານເອກອັກຄະລັດຖະທູດ ດິງຕວ່ານຖັ໊ງ ໄດ້ເຮັດວຽກກັບທ່ານ Philippe Meunier, ຮອງປະທານສະພາເຂດ Auvergne-Rhone-Alpes; ທ່ານ Philippe Valentin, ຫົວໜ້າຫ້ອງການຄ້າ ແລະອຸດສາຫະກໍາ Lyon ແລະທ່ານ Bruno Bernard ປະທານເຂດຕົວເມືອງນະຄອນ Lyon. ໃນບັນດາການເຮັດວຽກ, ທ່ານເອກອັກຄະລັດຖະທູດ ດິງຕວ່ານຖັ໊ງ ຢັ້ງຢືນວ່າ ການເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຫວຽດນາມ-ຝລັ່ງ ແມ່ນທ່າແຮງ ແລະຄວາມຕ້ອງການຂອງທັງສອງຝ່າຍ, ແມ່ນການພົວພັນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ຄູ່ຮ່ວມມືຂອງເຂດ Auvergne-Rhone-Alpes ເຂົ້າຮ່ວມກອງປະຊຸມຮ່ວມມືລະຫວ່າງບັນດາທ້ອງຖິ່ນຫວຽດນາມ-ຝລັ່ງ ຄັ້ງທີ 12 ຢູ່ຮ່າໂນ້ຍໃນເດືອນ ທັນວາ 2022, ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຂອງສອງປະເທດໃນປີ 2023.

ຕີລາຄາກ່ຽວກັບໝາກຜົນຂອງການໄປຢ້ຽມຢາມ ແລະເຮັດວຽກຢູ່ເຂດ Auvergne-Rhone-Alpes, ທ່ານເອກອັກຄະລັດຖະທູດ ດິງຕວ່ານຖັ໊ງ ຖືວ່າ ການໄປຢ້ຽມຢາມສວມບົດບາດສໍາຄັນໃນການເຊື່ອມຕໍ່, ຊຸກຍູ້ການພົວພັນເສດຖະກິດ, ການຄ້າ, ວັດທະນະທຳ ກໍ່ຄືການພົບປະແລກປ່ຽນລະຫວ່າງສອງປະເທດຫວຽດນາມ ແລະຝລັ່ງ. ສອງຝ່າຍຕັ້ງຄວາມຫວັງຕໍ່ບາດກ້າວພັດທະນາທີ່ຈະມາເຖິງຂອງການພົວພັນຮ່ວມມືສອງຝ່າຍ, ພິເສດແມ່ນຂົງເຂດອຸດສາຫະກຳ, ການຢາ, ການສຶກສາກໍ່ສ້າງ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.