ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ

11:04 | 29/05/2022

ຍສໝ-ຕອນ​ເຊົ້າ​ວັນ​ທີ 26 ພຶດສະພາ ທີ່ ​ຮ່າ​ໂນ້ຍ, ສະຖາບັນ​ບັນດິດ​ວິທະຍາສາດ​ສັງຄົມ ຫວຽດນາມ ​ແລະ ສະພາກ່ຽວກັບບັນດາ​ບັນ​ຫາ​ໂລກຂອງ ອິນ​ເດຍ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການໂອ້ລົມ​ສົນທະນາ​ຄັ້ງ​ທີສາມ ດ້ວຍ​ຫົວ​ຂໍ້ວ່າ: “​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ອິນ​ເດຍ”.

ຫວຽດນາມ ແລະ ອິນເດຍ ຊຸກຍູ້ການພົວພັນຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ແລະ ອິນເດຍ ຊຸກຍູ້ການພົວພັນຮ່ວມມືຍຸດທະສາດຮອບດ້ານ
ການຄ້າ ຫວຽດນາມ - ອິນເດຍ ອາດຈະບັນລຸເປົ້າໝາຍ 15 ຕື້ USD ໃນປີ 2022 ການຄ້າ ຫວຽດນາມ - ອິນເດຍ ອາດຈະບັນລຸເປົ້າໝາຍ 15 ຕື້ USD ໃນປີ 2022
ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ
ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳ ຫວຽດນາມ Rranay Verma (ພາບ:hvufo.org.vn)

ກ່າວ​ຄຳ​ປາໄສໃນການ​ເປີດ​ງານ, ທ່ານ ປອ. ດັ້ງ​ຊວນ​ແທັງ, ຮອງ​ຫົວໜ້າສະຖາບັນ​ບັນດິດ​ວິທະຍາສາດ​ສັງຄົມ ຫວຽດນາມ ​ໃຫ້ຮູ້ວ່າ ການ​ໂອ້ລົມສົນທະນາ​ປະຈຳ​ປີ ​ແມ່ນ​ການ​ເຄື່ອນ​ໄຫວທີ່​ສຳຄັນ​ໃນ​ການ​ຮ່ວມ​ມື​ລະຫວ່າງສະຖາບັນ​ບັນດິດ​ວິທະຍາສາດ​ສັງຄົມ ​ແລະ ສະພາກ່ຽວກັບບັນດາ​ບັນ​ຫາ​ໂລກຂອງ ອິນ​ເດຍ ການໂອ້ລົມສົນທະນາຄັ້ງນີ້ ແມ່ນການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ.

ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳ ຫວຽດນາມ Rranay Verma ໄດ້ກ່າວວ່າ ສອງປະເທດລ້ວນແຕ່ໃຫ້ຄຳໝັ້ນສັນຍາທີ່ຈະຜ່ານຜ່າບັນດາສິ່ງທ້າທາຍລວມຄື ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມທຸກຍາກເພື່ອພັດທະນາແບບຍືນຍົງ ແລະ ກ່ອນອື່ນໝົດແມ່ນການເຕີບໂຕກວມລວມ. ທັງສອງຝ່າຍ​ມີ​ທັດສະນະ​ທີ່​ຄ້າຍຄື​ກັນ​ກ່ຽວ​ກັບ​ຫຼາຍ​ບັນຫາ​ພາກ​ພື້ນ ​ແລະ ສາກົນ, ເຊິ່ງສິ່ງເຫຼົ່ານີ້​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກວ່າອີກລະຫວ່າງ ສອງປະ​ເທດ​ໃນ​ພາກ​ພື້ນ ​ແລະ ສາກົນ.

ສອງຝ່າຍ​ຕ້ອງ​ສືບ​ຕໍ່​ເພີ່ມ​ທະວີ​ການ​ເຈລະຈາ, ການພົບປະແລກປ່ຽນ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການພົບ​ປະ​ແລກປ່ຽນກັບ​ປະຊາຊົນ ​ແລະ ​ການຮ່ວມ​ມື​ແມ່ນໍ້າຄົງຄາ - ​ແມ່​ນ້ຳຂອງ;

ທີ່​ການ​ໂອ້ລົມສົນທະນາ, ບັນດາຜູ້​ແທນ​ຂອງສອງ​ປະ​ເທດ​ໄດ້ໂອ້ລົມສົນທະນາກັນ ​ກ່ຽວ​ກັບ​ບັນຫາເພີ່ມ​ທະວີ​ວົງເງິນ​ການ​ຄ້າ, ການ​ພົບປະແລກປ່ຽນ​ວັດທະນະທຳ, ການປະສານ​ສົມທົບ​ການ​ເຄື່ອນ​ໄຫວ​ຢູ່​ບັນດາ​ອົງການ​ຈັດ​ຕັ້ງ​ ​ແລະ ​ເວທີປາໄສ​ພາກພື້ນ.

ຫອມມາລາ

ເຫດການ
302 Found

Found

The document has moved here.