ການພົວພັນຫວຽດນາມ-ລາວ: ອາດສາມາດພັນລະນາດ້ວຍຄໍາສັບທີ່ວ່າ “ຄວາມຜູກພັນຮັກໄຄ່”

10:05 | 18/06/2022

ທ່ານ ຫງວຽນແມ້ງຮຸ່ງ ອະດີດເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ຢັ້ງຢືນວ່າ ການພົວພັນຫວຽດນາມ-ລາວ ອາດສາມາດພັນລະນາດ້ວຍຄໍາສັບທີ່ວ່າ “ຄວາມຜູກພັນຮັກໄຄ່”.

ການພົວພັນຫວຽດນາມ - ກູບາ ນັບມື້ນັບປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ ການພົວພັນຫວຽດນາມ - ກູບາ ນັບມື້ນັບປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ
ການພົວພັນຫວຽດນາມ - ລາວ ພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະຮອບດ້ານໃນປີ 2021 ການພົວພັນຫວຽດນາມ - ລາວ ພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະຮອບດ້ານໃນປີ 2021
ການພົວພັນຫວຽດນາມ-ລາວ: ອາດສາມາດພັນລະນາດ້ວຍຄໍາສັບທີ່ວ່າ “ຄວາມຜູກພັນຮັກໄຄ່”
ທ່ານ ຫງວຽນແມ້ງຮຸ່ງ ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສປປ ລາວ. ພາບ: vov.vn

ວັນທີ 4 ກັນຍາ 1945, 2 ວັນ ພາຍຫຼັງທີ່ ລຸງໂຮ່ ອ່ານບົດຖະແຫຼງປະກາດເອກະລາດ ສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ລຸງໂຮ່ ໄດ້ເຊື້ອເຊີນປະທານ ສຸພານຸວົງ ມາຢ້ຽມຢາມ ເພື່ອປຶກສາຫາລືກ່ຽວກັບເລື່ອງສອງປະເທດ ຫວຽດນາມ-ລາວ ພ້ອມກັນຕໍ່ສູ້ປົດປ່ອຍຊາດ, ຂັບໄລ່ສັດຕູຜູ້ຮຸກຮານຈາກພາຍນອກ. ນີ້ສາມາດເວົ້າໄດ້ວ່າແມ່ນການພົບປະທາງການຄັ້ງທໍາອິດລະຫວ່າງຜູ້ນໍາຂອງສອງຊາດ, ສ້າງພື້ນຖານໃຫ້ແກ່ການພົວພັນສາມັກຄີພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ. 60 ປີໄດ້ຜ່ານໄປນັບແຕ່ເມື່ອສອງປະເທດ ສ້າງຕັ້ງການພົວພັນທາງການທູດ (5/9/1962 - 5/9/2022), ມີຫຼາຍ ຜົນງານ ແລະຂີດໝາຍ ເຊິ່ງ ສອງປະເທດ ບັນລຸໄດ້. ເນື່ອງໃນໂອກາດນີ້, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ໄດ້ສໍາພາດທ່ານ ຫງວຽນແມ້ງຮຸ່ງ ອະດີດເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ກ່ຽວກັບນໍ້າໃຈໄມຕີຈິດມິດຕະພາບລະຫວ່າງ ຫວຽດນາມ-ລາວ ໃນຕະຫຼອດ 6 ທົດສະວັດທີ່ຜ່ານມາ.

ນັກຂ່າວ: ຂໍຮຽນທ່ານ ຂໍທ່ານໃຫ້ຮູ້ຄວາມຮູ້ສຶກຂອງທ່ານ ເມື່ອໄດ້ຮັບໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ?

ອະດີດເອກອັກຄະລັດຖະທູດ ຫງວຽນແມ້ງຮຸ່ງ: ຂ້າພະເຈົ້າ ຮັບໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນ ເດືອນທັນວາ ປີ 2012, ນີ້ກໍ່ແມ່ນປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະລາວ ເຊິ່ງ ສອງພັກ, ສອງລັດ ໄດ້ກໍານົດວ່າເປັນປີສາມັກຄີພິເສດ ກ່ອນນີ້ 10 ປີແລ້ວ. ໄລຍະເວລາທີ່ ຂ້າພະເຈົ້າ ປະຕິບັດໜ້າທີ່ການທູດຢູ່ລາວ, ຄວາມຜາສຸກຂອງຂ້າພະເຈົ້າ ນັ້ນແມ່ນເປັນເອກອັກຄະລັດຖະທູດຄົນໜຶ່ງທີ່ໄດ້ສືບ ທອດມູນເຊື້ອໄມຕີຈິດມິດຕະພາບ, ສືບທອດການພົວພັນສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ເຊິ່ງບັນດາຄົນຮຸ່ນກ່ອນ ໄດ້ຄູນສ້າງ. ຂ້າພະເຈົ້າ ຖືວ່ານັ້ນແມ່ນພື້ນຖານອັນລໍ້າຄ່າ ເພື່ອໃຫ້ຂ້າພະເຈົ້າ ສາມາດຜັນຂະຫຍາຍ, ປະຕິດບັດສໍາເລັດພາລະໜ້າທີ່ ເຊິ່ງ ພັກ, ລັດ ແລະປະຊາຊົນເຮົາມອບໝາຍໃຫ້ໃນຖານະເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ. ຂ້າພະເຈົ້າ ປະຕິບັດໜ້າທີ່ການທູດຢູ່ ລາວ ແຕ່ເດືອນທັນວາ ປີ 2012 ເຖິງເດືອນທັນວາ ປີ 2016.

ໃນ 4 ປີນັ້ນ ຂ້າພະເຈົ້າ ໄດ້ໄປຢ້ຽມຢາມທົ່ວທຸກແຖບຖິ່ນຂອງປະເທດ ລາວ, ແຂວງໃດ ຂ້າພະເຈົ້າ ກໍໄປຢ້ຽມຢາມ, ຢ່າງໜ້ອຍແມ່ນ 2 ເທື່ອ. ເມື່ອໄປຢ້ຽມຢາມຄືແນວນັ້ນ, ສິ່ງທີ່ຂ້າພະເຈົ້າ ຮູ້ສຶກຢ່າງເລິກເຊິ່ງນັ້ນແມ່ນອາລົມຈິດພິເສດຂອງປະຊາຊົນລາວ ບັນດາເຜົ່າ ທີ່ສະຫງວນໃຫ້ແກ່ຫວຽດນາມ. ເມື່ອໂອ້ລົມກັບໃຜ ເຂົາເຈົ້າກໍເວົ້າເຖິງບັນດາອະນຸສອນ, ສຳລັບຜູ້ເຖົ້າຜູ້ແກ່ແມ່ນເວົ້າເຖິງອະນຸສອນ ແຕ່ສະໄໝຕໍ່ຕ້ານ, ອະນຸສອນທີ່ໄດ້ພ້ອມກັບທະຫານຫວຽດນາມ ຂັບໄລ່ສັດຕູຜູ້ຮຸກຮານ, ນັບແຕ່ການຂັບໄລ່່ພວກລ່າເມືອງຂຶ້ນຝຣັ່ງຈົນເຖິງຈັກກະພັດອາເມລິກາ. ສຳລັບໄວກາງຄົນນັ້ນ ເຂົາເຈົ້າເຄີຍເວົ້າເຖິງອະນຸສອນຕອນຮໍ່າຮຽນຢູ່ຫວຽດນາມ, ເລົ່າຄືນການຮໍ່າຮຽນຢູ່ຫວຽດນາມ ຄືແນວໃດ, ໄດ້ຮັບການເບິ່ງແຍງດູແລຈາກຄອບຄົວ, ປະຊາຊົນຫວຽດນາມ ຄືແນວໃດ.

ການຮ່ວມມືຂອງລາວ ກັບຕ່າງປະເທດ ແມ່ນມີຫຼາຍ, ຍົກຕົວຢ່່າງຄືດ້ານເສດຖະກິດ, ການລົງທຶນຂອງຫວຽດນາມ ເຂົ້າລາວ ພຽງແຕ່ຢືນອັນດັບທີ 3, ທີ 4 ເທົ່ານັ້ນ ຫາກບໍ່ແມ່ນອັນດັບທີໜຶ່ງ ແຕ່ໃນໝາກຫົວໃຈຂອງປະຊາຊົນ ລາວ, ຫວຽດນາມ ຍາມໃດກໍຢືນອັນດັບໜຶ່ງ, ນີ້ແມ່ນທຶນຮອນອັນລໍ້າຄ່າ ເຊິ່ງພວກເຮົາຕ້ອງເຄົາລົບນັບຖື ແລະເພີ່ມພູນຄູນສ້າງ.

ນັກຂ່າວ: ໃນອາຍຸການເປັນເອກອັກຄະລັດຖະທູດຂອງຕົນ, ທ່ານ ເຄີຍໄປຫຼາຍເຂດ ແລະພົບປະກັບຫຼາຍຄົນ, ຈັ່ງຊັ້ນມີໃຜ, ມີອະນຸສອນໃດແດ່ທີ່ສ້າງຄວາມປະທັບໃຈທີ່ສຸດໃຫ້ທ່ານ?

ອະດີດເອກອັກຄະລັດຖະທູດ ຫງວຽນແມ້ງຮຸ່ງ: ອະນຸສອນ ເຊິ່ງຂ້າພະເຈົ້າ ຕ້ອງເວົ້າເຖິງໃນມື້ນີ້ແມ່ນການທ້ອນໂຮມອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ ລາວ. ສອງຝ່າຍໄດ້ສ້າງຕັ້ງຄະນະປະຕິບັດງານພິເສດຂອງລັດຖະບານ ເພື່ອຜັນຂະຫຍາຍວຽກງານທ້ອນໂຮມ. ພວກເຮົາ ໄດ້ຍົກອອກຂີດໝາຍສູ້ຊົນຮອດປີ 2017 ແມ່ນສໍາເລັດວຽກງານທ້ອນໂຮມນີ້.

ເມື່ອແຈ້ງໃຫ້ເພື່ອນລາວ ແຜນນະໂຍບາຍນີ້ເພື່ອໃຫ້ສອງຝ່າຍພ້ອມກັນຂຸດຄົ້ນ, ທ້ອນໂຮມ, ເວລານັ້ນລຸງ ບຸນຍັງ ວໍລະຈິດ ແມ່ນເລຂາທິການໃຫຍ່, ປະທານປະເທດລາວ ໄດ້ເວົ້າກັບຂ້າພະເຈົ້າວ່າ: “ພວກຂ້າພະເຈົ້າຮູ້ຄວາມປາດຖະໜາຂອງຄົນຫວຽດນາມ, ບັນດາພໍ່, ແມ່ຫວຽດນາມ ທີ່ຢາກນໍາອັດຖິລູກນ້ອງຂອງຕົນກັບຄືນປະເທດ, ແຕ່ພວກຂ້າພະເຈົ້າ ກໍປາດຖະໜາຢາກຮັກສາອັດຖິບັນດາວິລະຊົນຫວຽດນາມໄວ້ຢູ່ດິນແດນປະເທດລາວ, ພວກຂ້າພະເຈົ້າ ກໍມີຄວາມປາດຖະໜາຄືແນວນັ້ນ, ເພື່ອໃຫ້ພວກອ້າຍ ສືບຕໍ່ນອນຢູ່ທີ່ນີ້ ແລະພ້ອມກັບພວກຂ້າພະເຈົ້າ ປົກປັກຮັກສາປະເທດຊາດ”.

ນັກຂ່າວ: ຕາມທ່ານແລ້ວ, ສາມາດໃຊ້ຄໍາສັບໃດແດ່ເພື່ອພັນລະນາກ່ຽວກັບການພົວພັນຫວຽດນາມ-ລາວ ໄດ້?

ອະດີດເອກອັກຄະລັດຖະທູດ ຫງວຽນແມ້ງຮຸ່ງ: ຖ້າເວົ້າສັ້ນໆ ຂ້າພະເຈົ້າ ຈະໃຊ້ຄໍາສັບທີ່ວ່າ “ຄວາມຜູກພັນຮັກໄຄ່”. ເພາະວ່າ ຂ້າພະເຈົ້າ ໄດ້ເວົ້າຫຼາຍກ່ຽວກັບການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດໃນໂລກ ສະນັ້ນກໍ່ເຫັນວ່າຄໍາສັບວ່າ ຄວາມຜູກພັນຮັກໄຄ່ ຫວຽດນາມ-ລາວ ແມ່ນບໍ່ມີສາຍພົວພັນໃດສາມາດປຽບທຽບໄດ້. ສະນັ້ນ ຊ້ອນແຝງໃນການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ນັ້ນແມ່ນຄວາມຜູກພັນຮັກໄຄ່. ຄວາມຜູກພັນຮັກໄຄ່ ເຊິ່ງສອງຝ່າຍສະຫງວນໃຫ້ກັນ. ດ້ວຍຄວາມຜູກພັນຮັກໄຄ່ນັ້ນ ໄດ້ຊ່ວຍພວກເຮົາໃນຍາມຕົກທຸກໄດ້ຍາກທີ່ສຸດ ແລະໃນຍາມຜາສຸກ ພວກເຮົາ ກໍ່ຍັງຢູ່ຄຽງຂ້າງກັນ.

ນັກຂ່າວ: ຂໍຂອບໃຈ!

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.