ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ເກຣັກ

16:59 | 26/05/2022

ຍສໝ - ທ່ານ​​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງດິ່ງເຫວະ ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເກຣັກ ແມ່ນ​ບາດ​ກ້າວ​ສຳ​ຄັນ, ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບທີ່ເປັນມູນເຊື້ອ ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດ.

ທ່ານປະທານສະພາແຫ່ງຊາດກຳປູເຈຍ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຕັງ ເຂົ້າຢ້ຽມຂຳ່ນັບຢ່າງສົມກຽດ ທ່ານປະທານສະພາແຫ່ງຊາດກຳປູເຈຍ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຕັງ ເຂົ້າຢ້ຽມຂຳ່ນັບຢ່າງສົມກຽດ
ການພົວພັນມິດຕະພາບ ຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ ການພົວພັນມິດຕະພາບ ຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ

ຫວ່າງ​ມໍ່ໆ​ນີ້, ຢູ່​ຮ່າ​ໂນ້ຍ, ທ່ານ​​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງດິ່ງເຫວະ ໄດ້​ມີ​ການ​ພົບ​ປະ​ກັບ ​ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີປະ​ເທດເກຣັກ Katerina Sakellaropoulou.

ຕ້ອນຮັບ​ທ່ານນາງ​ປະ​ທາ​ນາ​ທິ​ບໍ​ດີປະ​ເທດເກຣັກ Katerina Sakellaropoulou ​ໃນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ທ່ານ​​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງດິ່ງເຫວະ ​ໄດ້ສະແດງຄວາມ​ຊົມ​ເຊີຍ ​ທ່ານນາງ Katerina Sakellaropoulou ​ທີ່ໄດ້​ກາຍ​ເປັນ​ປະທານາທິບໍດີ​ແມ່ຍິງ​ຜູ້​ທຳ​ອິດ​ຂອງ ສາທາລະນະ​ລັດ ເກຣັກ. ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງດິ່ງເຫວະ ຖື​ວ່າ: ການ​ຢ້ຽມ​ຢາມ​ແມ່ນ​ບາດ​ກ້າວ​ສຳ​ຄັນ, ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່ເປັນມູນເຊື້ອ ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ເກຼັກ.

ທ່ານປະທານ​ສະພາ​ແຫ່ງ​ຊາດຫວຽດ​ນາມ ພູມໃຈທີ່​ເຫັນ​ວ່າ ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ ລະຫວ່າງ​ສອງ​ປະ​ເທດ ​ໄດ້​ຮັບ​ການ​ຮັດ​ແໜ້ນ ​ແລະ ພັດທະນາ​ຢ່າງ​ດີງາມ​ໃນ​ໄລຍະ​ຜ່ານ​ມາ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ.

ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ​ໄດ້​ພັດທະນາ​ຢ່າງ​ຕັ້ງໜ້າ, ພິ​ເສດ​ແມ່ນ​ນັບ​ແຕ່​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ (EVFTA) ​ໄດ້​ຮັບ​ການ​ປະຕິບັດ.

ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ເກຣັກ
ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ເກຣັກ. (ພາບ: VGP)

ທ່ານປະທານ​ສະພາ​ແຫ່ງ​ຊາດຫວຽດ​ນາມ ​ສະ​ເໜີ​ໃຫ້ 2 ປະ​ເທດ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່ປະ​ເທດເກຣັກ ມີ​ກຳລັງ​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ​ ຄື: ​ເສດຖະກິດ​ທາງ​ທະ​ເລ, ສ້າງ​ກຳ​ປັ່ນ, ທ່າ​ກຳ​ປັ່ນ, ການທ່ອງທ່ຽວ...; ​ແລະ​ໃນ​ຂະນະ​ດຽວ​ກັນ ​ກໍ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ ແລະ ​ລົງ​ນາມ​ໃນ​ສັນຍາ​ຫຼີກ​ລ່ຽງການ​ເກັບ​ພາສີຊ້ອນ​ ແລະ ​ສັນຍາ​ການ​ຂົນ​ສົ່ງທາງທະເລ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ແລກປ່ຽນ​ດ້ານ​ເສດຖະກິດ​ການ​ຄ້າ ​ລະຫວ່າງ​ສອງ​ຝ່າຍ.

ໂດຍສະແດງຄວາມຂອບໃຈທີ່ສະພາ​ແຫ່ງ​ຊາດ​ເກຣັກ ​ໄດ້ອະນຸມັດສັນຍາ EVFTA ​ໂດຍ​ໄວ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວັງ​ວ່າ ສະພາ​ແຫ່ງ​ຊາດ ​ເກຣັກ ຈະ​ຊຸກຍູ້​ການ​ໃຫ້​ສັດຕະຍາບັນ​ສັນຍາອາລັກຂາການ​ລົງທຶນ EU - ຫວຽດນາມ ( EVIPA), ​​ຍົກ​ເລີກບັດ​ເຫຼືອງ​ສຳລັບສິນໃນນ້ຳ​ຫວຽດນາມ.

2 ຝ່າຍ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຍາດ​ແຍ່ງ​ເອົາ​ຜົນ​ປະ​ໂຫຍ​ດທີ່ EVFTA ​ແລະ EVIPA ນຳ​ມາ​ໃຫ້, ພິ​ເສດ​ແມ່ນ​ປົກ​ປັກ​ຮັກສາ​ສິດ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ວິ​ສາ​ຫະກິດ 2 ປະ​ເທດ​ ໃນ​ການ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່​ຕະຫຼາດ​ຂອງ​ແຕ່ລະ​ຝ່າຍ ​ໃນ​ໄລຍະ​ຫຼັງ Covid-19. 2 ຝ່າຍ​ຊຸກຍູ້​ການ​ສ້າງ​ການ​ພົວພັນ​ແຮກສ່ຽວ​ ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ, ​ໃນ​ນັ້ນ​ມີ​ການປະຕິບັດ​ບັນດາລະບຽບການ​ແຮກສ່ຽວ ​ລະຫວ່າງ Sparta ​ແລະ ນະຄອນເຫວ້ ໃຫ້ສຳເລັດ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ປະຊາຊົນ.

ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກໍ່​ຂອບ​ອົກ​ຂອບ​ໃຈ ​ແລະ ຫວັງ​ວ່າ ທ່ານ​ນາງປະທານາທິບໍດີ Katerina Sakellaropoulou ​ແລະ ລັດຖະບານ ເກຼັກ ຈະສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ເກຼັກ ດຳລົງ​ຊີວິດ, ສຶກສາ ​ແລະ ​ເຮັດ​ວຽກ​ຢ່າງເປັນປົກກະຕິ.

ທ່ານ​ນາງປະທານາທິບໍດີ ເກຼັກ Katerina Sakellaropoulou ຕີ​ລາຄາ​ສູງ​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຂອງ​ຫວຽດນາມ. ທ່ານ​ນາງ ​ກ່າວ​ວ່າ, ​ເຖິງ​ວ່າ​ສອງ​ປະ​ເທດ​ຢູ່​ຫ່າງ​ໄກກັນດ້ານພູມສາດ, ​ແຕ່ກໍ່​ສາມາດ​ຍູ້ແຮງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປະຫວັດສາດ, ວັດທະນະທຳ ​ແລະ ບັນດານະ​ໂຍບາຍ​ລວມ.

ທ່ານ​ປະທານາທິບໍດີໄດ້​ເຫັນ​ດີເປັນເອກະພາບ​ກັບ​ຄຳ​ເຫັນ​ຂອງ​ປະທານ​ສະພາ​ແຫ່ງ​ຊາດ​ວ່າ ບົນ​ພື້ນຖານ EVFTA, 2 ປະ​ເທດ​ຕ້ອງ​ອີງ​ໃສ່​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ປະ​ເທດ​ເພື່ອ​ຊຸກຍູ້​ການ​ເພີ່ມ​ທະວີ​ວົງເງິນການ​ຄ້າ.

ທ່ານ​ປະທານາທິບໍດີ ​ເນັ້ນ​ໜັກ​ວ່າ ການ​ຢ້ຽມຢາມ ຫວຽດນາມ ​ຢ່າງເປັນ​ທາງ​ການ​ຄັ້ງ​ນີ້ ກໍ່​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ປາດ​ຖະໜາ​ວ່າ ​ເມື່ອ​ສັນຍາ​ການ​ຂົນ​ສົ່ງ​ທາງ​ທະ​ເລ ​ແລະ ສັນຍາ​ຫຼີກລ່ຽງການ​ເກັບ​ພາສີຊ້ອນ ໄດ້ຮັບການລົງນາມ ຈະ​ຊຸກຍູ້​ການ​ຄ້າ ແລະ ເສດຖະກິດ​ສອງ​ປະ​ເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.