ການປຸກລົະດົມການປະກວດ “ຊອກຮູ້ກ່ຽວກັບປະຫວັດສາດການພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022

21:00 | 13/06/2022

ຍສໝ- ວັນທີ 13 ມິຖຸນາ, ທີ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກເປັນປະທານ ໄດ້ຈັດຕັ້ງ ການປະກວດ “ຊອ​ກ​ຮູ້​ກ່ຽວ​ກັບປະ​ຫວັດ​ສາດການ​ພົວ​ພັນ​ພິ​ເສດ ​ຫວຽດ​ນາມ-ລາວ, ລາວ-ຫວຽດ​ນາມ” ປີ 2022.

ຮັດແໜ້ນສາຍພົວພັນລະຫວ່າງແຂວງກວ້າງນາມ (ຫວຽດນາມ) ແລະແຂວງເຊກອງ (ລາວ) ຮັດແໜ້ນສາຍພົວພັນລະຫວ່າງແຂວງກວ້າງນາມ (ຫວຽດນາມ) ແລະແຂວງເຊກອງ (ລາວ)
ສັບປະດາ Festival ເຫວ້ ປີ 2022 ສັບປະດາ Festival ເຫວ້ ປີ 2022
ການປຸກລົະດົມການປະກວດ “ຊອກຮູ້ກ່ຽວກັບປະຫວັດສາດການພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022

ການປະກວດ “ຊອກຮູ້ກ່ຽວກັບປະຫວັດສາດການພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022 (ພາບ: ເທ໋ເຢືອງ)

ການ​ປະ​ກວດ​ເພື່ອ​ແນ​ໃສ່​ປະກອບສ່ວນ​ເຂົ້າ​ໃນສຳ​ເລັດ​ຜົນ​ຂອງ “ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ 2022”, ​​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ລາວ (5 ກັນຍາ 1962 - 5 ກັນຍາ 2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 - 18 ກໍລະກົດ 2022) ຢ່າງ​ແທດ​ຈິງ.

ຈຸດປະສົງຂອງການປະກວດແມ່ນເພື່ອແນໃສ່ສຶກສາອົບຮົມມູນເຊື້ອການປະຕິວັດ, ເຮັດໃຫ້ປະຊາຊົນແຕ່ລະຄົນ, ໂດຍສະເພາະແມ່ນລຸ້ນໜຸ່ມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການພົວພັນມິດຕະພາບ ແລະ ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃນວິວັດການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສັງຄົມນິຍົມຢູ່ແຕ່ລະປະເທດ.

ການປະກວດກໍເພື່ອແນໃສ່ສື່ສານຢ່າງກວ້າງຂວາງ, ມີການແຜ່ກະຈາຍເຖິງປະຊາຊົນທຸກຊັ້ນຄົນທີ່ຢູ່ພາຍໃນປະເທດ ແລະ ວົງຄະນະຍາດຊາວຫວຽດນາມຢູ່ຕ່າງປະເທດ, ໝູ່ເພື່ອນສາກົນ ກ່ຽວກັບຄວາມໝາຍປະຫວັດສາດ, ຄວາມສໍາຄັນຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ.

ເນື້ອ​ໃນ​ຂອງ​ການ​ປະ​ກວດ​ໄດ້​ສຸມ​ໃສ່​ຫົວ​ຂໍ້​ດັ່ງ​ນີ້: ການ​ພົວ​ພັນ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຜ່ານ​ບັນດາໄລ​ຍະ​ປະ​ຫວັດ​ສາດ, ສຸມ​ໃສ່ເນັ້ນໜັກໃນ​ໄລ​ຍະ​ປີ 1962 ເຖິງ​ປະ​ຈຸ​ບັນ; ບັນດາການ​ນຳ​ພັກ ​ແລະ ລັດ ຫວຽດນາມ - ລາວ ​ຜ່ານແຕ່ລະ​ສະໄໝ; ບັນດາ​ບຸກຄົນທີ່ໄດ້​ປະກອບສ່ວນອັນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ການພົວພັນການ​ຮ່ວມ​ມື ​ຫວຽດນາມ - ລາວ; ບັນດາຜົນງານ​ແຫ່ງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ທີ່​ສອງ​ປະ​ເທດ​ບັນລຸ​ໄດ້​ໃນພາລະກິດແຫ່ງການ​ປ່ຽນໃໝ່ ​ແລະ ພັດທະນາ​ປະ​ເທດຊາດ ​ໃນ​ໄລຍະ​ປະຈຸ​ບັນ; ບັນດຂອບເຂດຂອງການຮ່ວມມືສອງຝ່າຍລະຫວ່າງສອງພັກ, ສອງລັດ, ສອງປະເທດ; ລະຫວ່າງບັນດາແຂວງ, ນະຄອນຂອງຫວຽດນາມ ແລະ ບັນດາທ້ອງຖິ່ນຂອງລາວ; ແນະນຳຄວາມສວຍງາມຂອງທຳມະຊາດ, ປະເທດ ແລະ ປະຊາຊົນ; ມູນເຊື້ອວັດທະນະທໍາ, ປະຫວັດສາດ; ບັນດາຜົນງານຂອງການພັດທະນາເສດຖະກິດ-ສັງຄົມລາວ.

ຫອມມາລາ

ເຫດການ
302 Found

Found

The document has moved here.