ຫວຽດນາມ ຖືເປັນສຳຄັນການພົວພັນກັບ EU ແລະ ຮຸງກາຣີ

23:14 | 26/05/2022

ຍສໝ - ຫວ່າງ​ແລ້ວ​ນີ້, ຈາກ​ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບູຍ​ແທັງ​ເຊີນ ​ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ເອີ​ລົບ, ຜູ້​ຕາງ​ໜ້າຂັ້ນສູງ ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງ EU ທ່ານ Josep Borrell.

ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ຮັບຊາວຫວຽດນາມ 290 ຄົນ ຈາກ ຢູ​​ແກຼນ ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ຮັບຊາວຫວຽດນາມ 290 ຄົນ ຈາກ ຢູ​​ແກຼນ
ເຄື່ອງເທດ, ໝາກມ່ວງ, ເຂົ້າສານ ຂອງຫວຽດນາມ ສົ່ງອອກຢ່າງເປັນປະຈຳໄປຍັງ ອາເມລິກາ ແລະ EU ເຄື່ອງເທດ, ໝາກມ່ວງ, ເຂົ້າສານ ຂອງຫວຽດນາມ ສົ່ງອອກຢ່າງເປັນປະຈຳໄປຍັງ ອາເມລິກາ ແລະ EU
ຫວຽດນາມ ຖືເປັນສຳຄັນການພົວພັນກັບ EU ແລະ ຮຸງກາຣີ

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບູຍ​ແທັງ​ເຊີນ ​ກໍາລັງ​ມີ​ການ​ໂອ້​ລົມ​ທາງ​ໂທລະສັບ (ພາບ:TTXVN) ​

ທີ່ການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ບູຍ​ແທັງ​ເຊີນ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນການພົວພັນກັບ EU ແລະ ປາດຖະໜາຢາກໃຫ້ການພົວພັນລະຫວ່າງ ສອງ ຝ່າຍມີຄວາມເລິກ​ເຊິ່ງກ່ວາ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ.

ສອງຝ່າຍ​ເຫັນ​ດີເປັນເອກະພາບ ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​​ຂັ້ນ​ສູງ, ຜັນຂະຫຍາຍ​ບັນດາ​ກົນ​ໄກໃນການ​ຮ່ວມ​ມື​ທີ່​ມີ​ຢູ່ແລ້ວນັ້ນຢ່າງ​ມີ​ປະສິດທິ​ຜົນ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ; ຊຸກຍູ້​ການ​ຮ່ວມ​ມື​ອາ​ຊຽນ - ອີ​ຢູ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນທຸກ​ຂົງ​ເຂດ​ພະລັງງານ, ມີການປັບຕົວເຂົ້າກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຫັນປ່ຽນ​ສີຂຽວ, ​ເສດຖະກິດ​ດີ​ຈີ​ຕອນ, ພື້ນຖານ​ໂຄງ​ລ່າງ...

ຜູ້ຕາງໜ້າ​ຂັ້ນ​ສູງ EU ​ໄດ້ຮັບຮູ້ການສະເໜີ​​ຂອງ​ຫວຽດນາມ ​ກ່ຽວກັບການ​ຍົກ​ເລີກ​ບັດ​ເຫຼືອງ IUU ​ສໍາລັບສິນ​ໃນ​ນໍ້າ ຫວຽດນາມ ​ໂດຍ​ໄວ ​ແລະ ຊຸກຍູ້​ບັນດາ​ປະ​ເທດ​ສະມາຊິກ​ໃຫ້​ສັດຕະຍາບັນ ​ສັນຍາ​ອາລັກຂາ​ການ​ລົງທຶນ ຫວຽດນາມ - EU (EVIPA). ປຶກສາ​ຫາລືກ່ຽວກັບ​ບັນດາ​ບັນຫາ​ສາກົນ, ພາກ​ພື້ນ​ທີ່​ຕ່າງຝ່າຍຕ່າງມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ສະພາບ​ການ​ຢູ່ ຢູ​ແກຼນ, ທ່ານ​ລັດຖະມົນຕີ ບູຍແທັງເຊີນ ຢືນຢັນ​ຫຼັກ​ໝັ້ນຢ່່າງສະເໝີຕົ້ນສະເໝີປາຍ​ຂອງ ຫວຽດນາມ, ນັ້ນ​ແມ່ນ​ຢືດໝັ້ນ​ສະໜັບສະໜູນ​ການ​ແກ້​ໄຂ​ການ​ຄັດແຍ່ງກັນ, ບໍ່ລົງຮອຍກັນ ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ເຄົາລົບ​ກົດ​ບັດ ສະຫະປະຊາຊາດ ແລະ ຫຼັກການພື້ນຖານຂອງກົດໝາຍສາກົນ; ຮັບປະກັນ​ຄວາມ​ໝັ້ນຄົງ, ​ຄວາມ​ປອດ​ໄພ​ຂອງ​ສາມັນຊົນ, ປົກ​ປັກ​ຮັກສາ​ພື້ນຖານ​ໂຄງ​ລ່າງ​ພົນລະ​ເຮືອນ​ທີ່​ຈໍາເປັນ; ສະໜັບສະໜູນ ​ແລະ ​ພ້ອມ​ແລ້ວ​ທີ່​ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ບັນດາກິດຈະກໍາ​ໜູນ​ຊ່ວຍ​ດ້ານ​ມະນຸດສະທຳ, ​ຂະ​ບວນການ​ທາງ​ການ​ທູດ, ການໂອ້ລົມສົນທະນາ ​ແລະ ​ເຈລະຈາ ກໍຄືໃນການ​ການກໍ່​ສ້າງ ​ແລະ ຟື້ນ​ຟູຄືນໃໝ່​​ຢູ່ ຢູ​ແກຼນ.

ກໍ່ໃນ​ວັນ​ດຽວ​ກັນນັ້ນ, ທ່ານ​ລັດຖະມົນຕີ ບູຍແທັງເຊີນ ​ໄດ້​ມີ​ໂອ້ລົມທາງໂທລະສັບ​ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ເສດຖະກິດການຕ່າງປະເທດ ຮຸງ​ກາຣີ Szijjártó Péter. ທັງສອງຝ່າຍ​ຢືນຢັນ ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານລະຫວ່າງ​ຫວຽດນາມ - ຮຸງ​ກາຣີ​; ​ເຫັນ​ດີ​ເປັນເອກະພາບຈະສືບ​ຕໍ່​ຂຸດ​ຄົ້ນ​ບັນດາ​ທ່າ​ແຮງ ແລະ ຄວາມສາມາດບົ່ມຊ້ອນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ​ແທ້ຈິງ​ໃນ​ໄລຍະ​ຈະ​ມາ​ເຖິງນີ້, ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ໃນ​ການ​ກະກຽມ​ເນື້ອໃນໃຫ້​ແກ່​ກອງ​ປະຊຸມ​ຄັ້ງ​ທີ 10 ຂອງ​ຄະນະ​ກຳມະປະສົມກ່ຽວກັບການ​ຮ່ວມ​ມື​ເສດຖະກິດ ຫວຽດນາມ - ຮຸງ​ກາຣີ ​ໃນ​ໄລຍະ​ຈະ​ມາ​ເຖິງນີ້.

ທ່ານ​ລັດຖະມົນຕີ ບູຍແທັງເຊີນ ຂອບ​ອົກ​ຂອບ​ໃຈ ຮຸງ​ກາຣີ ທີ່​ໄດ້​ໃຫ້​ການບຸລິມະສິດ​ແກ່ ຫວຽດນາມ ​ໃນ​ການ​ໜູນ​ຊ່ວຍ​ພັດທະນາ, ຕີ​ລາຄາ​ສູງ​ຕໍ່​ຄວາມ​ມານະ​ພະຍາຍາມ​ຂອງທັງສອງຝ່າຍ​ໃນ​ການ​ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມືທີ່​ນຳ​ໃຊ້ ODA ຂອງ​ລັດຖະບານ​ຮຸງ​ກາຣີ, ໃນນັ້ນມີ​ໂຄງການ​ໂຮງໝໍ​ມະ​ເຮັງຄໍໜຽງ ເກີນເທີ.

ຫອມມາລາ

ເຫດການ
302 Found

Found

The document has moved here.