ສືບຕໍ່ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ໄອແລນ

23:09 | 26/05/2022

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮ່ວາງ​ລອງ ຢືນຢັນວ່າ​ຈະມານະພະຍາຍາມ​ຈົນສຸດຄວາມສາມາດຂອງຕົນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການຮ່ວມມື ລະຫວ່າງ​ສອງ​ປະ​ເທດສືບຕໍ່ພັດທະນາ​ຢ່າງ​ເລິກເຊິ່ງກວ້າງຂວາງ, ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ.

ການເຊື່ອມຕໍ່ທຸລະກິດ ແລະ ການແລກປ່ຽນວັດທະນະທຳ ຫວຽດນາມ ແລະ ໄອແລນ ການເຊື່ອມຕໍ່ທຸລະກິດ ແລະ ການແລກປ່ຽນວັດທະນະທຳ ຫວຽດນາມ ແລະ ໄອແລນ
ການຮ່ວມມື ແລະ ພັດທະນາລະບົບປະກັນສຸຂະພາບຢູ່ຫວຽດນາມໃຫ້ຍືນຍົງ ການຮ່ວມມື ແລະ ພັດທະນາລະບົບປະກັນສຸຂະພາບຢູ່ຫວຽດນາມໃຫ້ຍືນຍົງ
ສືບຕໍ່ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ໄອແລນ

ທ່ານເອກອັກຄະລັດຖະທູດ ຫງວຽນຮວ່າງລອງ ໄດ້ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີ ໄອແລນ (ພາບ:TTXVN) ​

ວັນທີ 24 ພຶດສະພາ, ຢູ່ທຳນຽບປະທານາທິບໍດີ ໄອແລນ ທີ່ນະຄອນ Dublin, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ອັງກິດ ທັງຮັບຜິດຊອບໄອແລນ ຫງວຽນຮວ່າງລອງ ໄດ້ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີ ໄອແລນ Michael D. Higgins ຕາມພິທີການຂອງລັດ.

ທີ່​ການ​ຕ້ອນຮັບສະເພາະ ​ທ່ານ​ເອກ​ອັກຄະ​ລັດຖະທູດ ພາຍຫຼັງ​ພິທີ​ຍື່ນສານຕາຕັ້ງ​, ທ່ານປະທານາທິບໍດີ Michael D. Higgins ຕີ​ລາຄາ​ສູງຕໍ່​ການ​ພັດທະນາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງສອງປະ​ເທດ, ໂດຍສະເພາະ​ແມ່ນ​ໃນຂົງ​ເຂດ​ເສດຖະກິດ, ການ​ຮ່ວມ​ມື​​ພັດ​ທະ​ນາ,​ ການ​ສຶກສາ ​ແລະ ວັດທະນະທຳ, ພ້ອມກັນນັ້ນ ກໍ່ສະເໜີໃຫ້ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

ສ່ວນທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮ່ວາງ​ລອງ ຢືນຢັນວ່າ​ຈະ​​ມານະພະຍາຍາມຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຊຸກຍູ້​ການ​ພົວພັນມິດຕະພາບ ​ແລະ​ ການຮ່ວມ​ມື ​ລະຫວ່າງ​ສອງ​ປະ​ເທດໄດ້ສືບຕໍ່ພັດທະນາ​ຢ່າງ​ເລິກເຊິ່ງກວ້າງຂວາງ, ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ແຈ້ງ​ໃຫ້​ທ່ານປະທານາທິບໍດີ ​ Higgins ​ຊາບ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ວຽກງານການ​ຕ່າງປະ​ເທດ​ຂອງ ຫວຽດນາມ, ກໍຄື​ບັນດາ​ຜົນງານ​ໃນ​ການ​ຮ່ວມ​ມືສອງຝ່າຍ ນັບ​ແຕ່ຄັ້ງ​ທ່ານ​ປະທານາທິບໍດີ ໄປຢ້ຽມຢາມ ຫວຽດນາມ ​ໃນ​ປີ 2016.

ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ ທ່ານ​ປະທານາທິບໍດີ Higgins ຈະ​ສະໜັບສະໜູນໃຫ້ສອງປະ​ເທດ​ໄດ້​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ໃໝ່​ຄື ປ່ຽນແປງໃໝ່ຫົວຄິດປະດິດສ້າງ ແລະ start up, ພະລັງງານທົດແທນ, ກະສິກຳ​ສີຂຽວ, ການທ່ອງທ່ຽວ, ວັດທະນະທຳ ​ແລະ ການພົບປະ​ແລກປ່ຽນປະຊາຊົນ.

ຫອມມາລາ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.