ງານພົວພັນແລກປ່ຽນວັດທະນະທຳມິດຕະພາບ ຫວຽດນາມ - ລາວ ຢູ່ຝລັ່ງ

07:30 | 27/06/2022

2 ຝ່າຍຄວນເສີມຂະຫຍາຍມູນເຊື້ອການຮ່ວມມື, ປົກປັກຮັກສາ ແລະ ເພີ່ມພູນຄຸນສ້າງສາຍພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາຢ່າງແຮງ, ແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ.

ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຮຸງກາຣີ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຮຸງກາຣີ
ກໍາປັ່ນທະຫານເຮືອອິນເດຍ ຢ້ຽມຢາມຫວຽດນາມ ກໍາປັ່ນທະຫານເຮືອອິນເດຍ ຢ້ຽມຢາມຫວຽດນາມ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ດິງຕ່ວານທັງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)
ທ່ານເອກອັກຄະລັດຖະທູດ ຫວຽດນາມ ດິງຕ່ວານທັງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ວັນທີ 25 ມິຖຸນາ, ຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ, ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ໄດ້ຈັດງານພົວພັນແລກປຽນວັດທະນະທຳ ເພື່ອແນໃສ່ສະເຫຼີມສະຫຼອງ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະຄວາມສາມັກຄື ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2022).

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດິງຕ່ວານທັງ ໄດ້ເນັ້ນໜັກເຖິງຄວາມໝາຍພິເສດຂອງປີ 2022, ເມື່ອ ຫວຽດນາມ ແລະ ລາວ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 45 ປີແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ຄວາມສາມັກຄື ຫວຽດນາມ - ລາວ. ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງປະຊາຊົນ 2 ປະເທດ ລາວ ແລະ ຫວຽດນາມ ໄດ້ຜ່ານຜ່າສິ່ງທົດສອບນາໆປະການ, ເພີ່ມພູນຄຸນສ້າງຜ່ານຫຼາຍລຸ້ນຄົນ, ກາຍເປັນສັບສົມບັດອັນລ້ຳຄ່າຂອງ 2 ຊາດ. 2 ຝ່າຍຄວນເສີມຂະຫຍາຍມູນເຊື້ອການຮ່ວມມື, ປົກປັກຮັກສາ ແລະ ເພີ່ມພູນຄຸນສ້າງສາຍພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາຢ່າງແຮງ, ແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ; ສົມທົບກັນ, ໜູນຊ່ວຍເຊິ່ງກັນແລະກັນຢູ່ບັນດາອົງການຕາງໜ້າຂອງ 2 ປະເທດ; ພ້ອມກັນປະເທດໜ້າທີ່ໃຫ້ເປັນຢ່າງດີ ເພື່ອຮັບໃຊ້ຜົນປະໂຫຍດຂອງແຕ່ລະປະເທດ ແລະ ຂອງປະຊາຄົມອາຊຽນ.

vovworld.vn

ເຫດການ
302 Found

Found

The document has moved here.