ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບມາດຕະການໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ຂຶ້ນວັນທີ 6 ມີນາ 2020 ຢູ່ສຳນັກງານນາຍົກລັດຖະມົນຕີໂດຍເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19.
ໃນວັນທີ 6 ມີນາ 2020, ທີ່ກະຊວງພາຍໃນ ນະຄອນຫລວງວຽງຈັນ, ທ່ານ ຄໍາໝັ້ນ ສູນວິເລີດ ລັດຖະມົນຕີ ກະຊວງພາຍໃນແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ປີເຕີ ເຮມ໋ອນ (Peter M.Haymond) ເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ຄົນໃໝ່ປະຈໍາ ສປປ ລາວ.
ຍສໝ - ໃນລະຫວ່າງວັນທີ 4-8 ມີນາ 2020, ແຂວງເງະອານ ໄດ້ຕ້ອນຮັບຄະນະ Famtrip ແມ່ນສະມາຊິກຂອງ 60 ວິສາຫະກິດທ່ອງທ່ຽວພາຍໃນປະເທດເພື່ອສໍາຫຼວດສັງລວມກ່ຽວກັບລາຍການທ່ອງທ່ຽວລາວ ດ້ວຍທາງບົກຜ່ານແຂວງເງະອານ.
ວັນທີ 3 ມີນາ 2020, ການປະກອບສ່ວນຊ່ວຍເຫຼືອດ້ານສະບຽງອາຫານ ຂອງກະຊວງປະເມີນສະຖານະການສຸກເສີນປະເທດຣັດເຊຍ ຜ່ານອົງການອາຫານໂລກໄດ້ລຳລຽງມາຮອດ ສປປ ລາວ ເຊິ່ງພິທີມອບ-ຮັບ ໄດ້ຈັດຂຶ້ນ ໂດຍການກ່າວມອບຂອງທ່ານ ວາລາດີເມຍ ການິລີນ ເອກອັກຄະລັດຖະທູດຣັດເຊຍປະຈຳລາວ ແລະ ຮັບໂດຍທ່ານ ຢານ ເດວບາເຣີ ຜູ້ຕາງໜ້າຂອງອົງການອາຫານໂລກປະຈຳລາວ ມີທ່ານ ສົມໄຊ ສີຊານົນ ຫົວໜ້າກົມແຜນການ ແລະ ການເງິນ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຍສໝ - ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ (DCDC), ກະຊວງສາທາລະນະສຸກລາວ ເນັ້ນໜັກວ່າ ກະຊວງສາທາລະນະສຸກ ແລະອົງການອະນາໄມໂລກ (WHO) ແມ່ນສອງແຫຼ່ງຂ່າວທາງການທີ່ອັບເດັດບັນດາຂໍ້ມູນຂ່າວສານກ່ຽວກັບເຊື້ອພະຍາດ COVID-19 ແລະບັນດາຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານເຊື້ອພະຍາດ.
ຍສໝ - ຄ້າຍທະຫານຊາຍແດນ ຫົງວັນ, ແຂວງ ເທືອທຽນເຫວ້ ໄດ້ມອບຂອງຂວັນ ຈຳນວນ 60 ສ່ວນປະກອບມີເຄື່ອງທີ່ຈຳເປັນເຊັ່ນ: ເຂົ້າ, ນ້ຳມັນປຸງແຕ່ງ, ນ້ຳປາ, ເຄື່ອງນຸ່ງ ... ເຊິ່ງລວມມູນຄ່າທັງໝົດຫຼາຍກ່ວາ 50 ລ້ານດົ່ງ ໃຫ້ແກ່ປະຊາຊົນ ເມືອງສະໝ້ວຍ, ແຂວງສາລະວັນ, ປະເທດລາວ.
ກວ່າ 5 ປີຜ່ານມາ, ປະຊາຊົນບ້ານທົ່ງແປ, ເມືອງຄໍາເກີດ, ແຂວງບໍລິຄໍາໄຊ (ປະເທດລາວ) ໄດ້ມີຄວາມລື້ງເຄີຍກັບຮູບພາບທ່ານພັນຕີ, ທ່ານໝໍ ຫງວຽນຫວຽດດຶກ ແລະນາຍໝໍອີກສອງຄົນຢູ່ສຸກສາລາບ້ານທົ່ງແປ ທີ່ຂະຫຍັນໝັ່ນພຽນກວດ, ປິ່ນປົວພະຍາດ ແລະແຈກຢາຍຢຸກຢາໃຫ້ແກ່ພໍ່ແມ່ປະຊາຊົນໃນແຕ່ລະວັນ.
ວັນທີ 28 ກຸມພາ, ຢູ່ຕາແສງ ຈ້ຽວອານ, ເມືອງ ຈ້ຽວຟອງ, ແຂວງກວ໋າງຈິ ຂອງຫວຽດນາມ ໄດ້ດໍາເນີນພິທີເລີ່ມລົງມືກໍ່ສ້າງສາງເກັບສະສົມນໍ້າມັນ ຫວຽດນາມ - ລາວ.
ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານພັກແຂວງ ກໍຄື ປະຊາຊົນບັນດາເຜົ່າ ແຂວງບໍລິຄຳໄຊ ນຳເອົາເງິນ 100 ລ້ານກີບ ມາມອບໃຫ້ລັດຖະບານເພື່ອສົມທົບທຶນໃນການຕ້ານການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19).
ຍສໝ - ເພື່ອສະກັດກັ້ນ covid-19, ເຈົ້າຫນ້າທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ ຈະເພີ່ນທະວີກວດກາສຸຂະພາບຢ່າງບັງຄັບສຳລັບຄົນອອກເເຮງງານຈີນຢູ່ລາວ.
ຍສໝ - ສາຍການບິນແຫ່ງຊາດລາວ ໄດ້ປະກາດຈະໂຈະໄວ້ຢຸດການບິນຈາກປະເທດນີ້ ໄປຫາ ເກົາຫລີໃຕ້ ນັບແຕ່ຕົ້ນເດືອນມີນາ.
ວັນທີ 26 ກຸມພາ 2020, ຢູ່ທີ່ ກະຊວງປ້ອງກັນປະເທດ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນວິທະຍາຄານເສນາທິການກໍາລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ເຊິ່ງນໍາໂດຍ ສະຫາຍ ພົນໂທ ຊາຣຸດ ນີສະກີ ວະລາດີມິຣ໌ ໂບຮີໂຊວິດຈ໌, ຫົວໜ້າ ວິທະຍາຄານເສນາທິການກໍາລັງປະກອບອາວຸດ ແຫ່ງ ສ.ຣັດ ເຊຍ ໃນໂອກາດທີ່ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງທີ 25-28 ກຸມພານີ້.
ຍສໝ - ຕອນບ່າຍວັນທີ 22 ກຸມພາ, ອົງຄະນະພັກກອມມູນິດ ຫວຽດນາມ ຢູ່ ລາວ ໄດ້ຈັດພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຢູ່ລາວ ທີ່ສະຖານທູດ ຫວຽດນາມ ປະຈຳ ລາວ. ເຂົ້າຮ່ວມມີ ທ່ານ ຫງວຽນປ໋າຫູ່ງ, ເລຂາຄະນະພັກ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ; ບັນດາຜູ້ຕາງໜ້າ 20 ໜ່ວຍພັກຢູ່ບັນດາແຂວງ, ນະຄອນຂອງລາວ ແລະ ສະມາຊິກພັກຫຼາຍຮ້ອຍຄົນຢູ່ນະຄອນຫຼວງວຽງຈັນ, ລາວ.
ລັດຖະບານລາວ ໄດ້ມີຄວາມເປັນຫ່ວງ ແລະ ໄດ້ແຕ່ງຕັ້ງຄະນະກຳມະການສະເພາະກິດ ເພື່ອຕິດຕາມເຝົ້າລະວັງສະພາບຢ່າງໃກ້ຊິດ ແລະ ວາງມາດຕະການໃນການປ້ອງກັນ ເພື່ອບໍ່ໃຫ້ພະຍາດດັ່ງກ່າວລະບາດຢູ່ລາວ, ທັງຕິດຕາມສະພາບນັກສຶກສາລາວ ທີ່ກຳລັງສຶກສາຢູ່ ສປ ຈີນ ຢ່າງເປັນປົກກະຕິ.
ວັນທີ 22 ກຸມພາ, ຢູ່ແຂວງ Stung Treng, ທາງທິດຕາເວັນອອກສ່ຽງເໜືອ ກຳປູເຈຍ ໄດ້ດຳເນີນກອງປະຊຸມສາກົນຄັ້ງທີ II, ລະຫວ່າງຄະນະກຳມະການແນວໂຮມ ກຳປູເຈຍ - ລາວ.
ຜົນປະໂຫຍດຕົວຈິງທີ່ ສປປ ລາວ ໄດ້ຮັບຈາກຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໂດຍຜ່ານໂຄງການຮ່ວມມື 2 ຮູບແບບເປັນຕົ້ນແມ່ນ ໂຄງການເຫັນຜົນໄວ ຊຶ່ງເປັນໂຄງການທີ່ ສປປ ລາວ ໄດ້ຮັບລວມທັງໝົດ 36 ໂຄງການ ໂດຍກວມເອົາຂົງເຂດບູລິມະສິດ ຂອງການຮ່ວມມືຕ່າງໆ, ແນໃສ່ພັດທະນາ ເສດຖະກິດ-ສັງຄົມ ແລະ ຫລຸດຜ່ອນຄວາມທຸກຍາກ. ສຳລັບໂຄງການກອງທຶນພິເສດ ເລີ່ມແຕ່ປີ 2017, ບັນດາ ຂະແໜງການຂອງ ສປປ ລາວ ໄດ້ຮັບ 13 ໂຄງການ ລວມມູນຄ່າ 3,4 ລ້ານໂດລາສະຫະລັດ ແລະ ປີ 2018 ໄດ້ຮັບ 21 ໂຄງການລວມມູນຄ່າ 4,5 ລ້ານໂດລາສະຫະລັດ ທັງນີ້ບັນດາໂຄງການຮ່ວມມືບູລິມະສິດດັ່ງກ່າວ ແມ່ນໄດ້ແນໃສ່ຍົກລະດັບ ດ້ານເຕັກນິກວິຊາການ ໃຫ້ແກ່ບັນດາປະເທດແມ່ນ້ຳຂອງ ເພື່ອສົ່ງເສີມການເຊື່ອມໂຍງ ເສດຖະກິດ ແລະ ການເຊື່ອມຈອດ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Qu Dongyu ຜູ້ອຳນວຍການໃຫຍ່ອົງ ການອາຫານ ແລະ ການກະເສດ (FAO) ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງໂຣມ ປະເທດອີຕາລີ ພ້ອມຄະນະ ວັນທີ 19 ກຸມພາ 2020 ຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 18-20 ກຸມພາ ນີ້ ເຊິ່ງການຢ້ຽມຢາມ ສປປ ລາວ ຄັ້ງທຳອິດ ພາຍຫຼັງທ່ານໄດ້ຮັບຕຳແໜ່ງເປັນຜູ້ອຳນວຍການໃຫຍ່ຂອງອົງການ FAO ຄົນໃໝ່.
ຍສໝ - ໃນການພົບປະກັບລັດຖະມົນຕີການຕ່າງປະເທດຈີນ ແລະ ລາວ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ໄດ້ແຈ້ງຂ່າວກ່ຽວກັບສະພາບ ແລະ ຄວາມບຸກບືນໃນວຽກງານປ້ອງກັນເຊື້ອພະຍາດ Covid-19.
ຍສໝ - ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການເປັນປະທານອາຊຽນ ໃນປີ 2020 ຂອງ ຫວຽດນາມ, ກົນໄກການຮ່ວມມືຂອງ ADMM ແລະ ADMM + ຈະສືບຕໍ່ຢືນຢັນບົດບາດສຳຄັນຂອງຕົນໃນໂຄງປະກອບຄວາມໝັ້ນຄົງພາກພື້ນ.
ຍສໝ - ຕອນເຊົ້າວັນທີ 18 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ສສ.ຫວຽດນາມ ສົມທົບກັບກະຊວງປ້ອງກັນປະເທດ ສປປ.ລາວ ໄດ້ຈັດພິທີມອບຫຼຽນໄຊມິດຕະພາບຢ່າງສົມກຽດ ຂອງລັດ ຫວຽດນາມ ແລະ ລັດລາວ ໃຫ້ໝູ່ຄະນະນຳ ແລະ ບຸກຄົນທີ່ມີຜົນງານດີເດັ່ນຂອງສອງປະເທດ.