ລັດຖະບານຣັດເຊຍ ຊ່ວຍ ສປປ.ລາວ ສ້າງຊຸມຊົນໃຫ້ເຂັ້ມແຂງ

16:38 | 04/03/2020

ວັນ​ທີ 3 ມີ­ນາ 2020, ການ​ປະ­ກອບ­ສ່ວນ​ຊ່ວຍ­ເຫຼືອ​ດ້ານ​ສະ­ບຽງ​ອາ­ຫານ ຂອງ​ກະ­ຊວງ​ປະ​ເມີນ​ສະ­ຖາ­ນະ​ການ​ສຸກ​ເສີນ​ປະ­ເທດ​ຣັດ​ເຊຍ ຜ່ານ​ອົງ­ການ​ອາ­ຫານ​ໂລກ​ໄດ້​ລຳ­ລຽງ​ມາ​ຮອດ ສປປ ລາວ ເຊິ່ງ​ພິ­ທີ​ມອບ-ຮັບ ​ໄດ້​ຈັດ​ຂຶ້ນ ໂດຍ​ການ​ກ່າວ​ມອບ​ຂອງ​ທ່ານ ວາ​ລາ​ດີ​ເມຍ ກາ​ນິ​ລີນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຣັດ​ເຊຍປະ­ຈຳ​ລາວ ແລະ ຮັບ​ໂດຍ​ທ່ານ ຢານ ເດວ​ບາ​ເຣີ ຜູ້­ຕາງ­ໜ້າ​ຂອງ​ອົງ­ການ​ອາ­ຫານ​ໂລກປະ­ຈຳ​ລາວ ມີ​ທ່ານ ສົມ​ໄຊ ສີ​ຊາ​ນົນ ຫົວ­ໜ້າ​ກົມ​ແຜນ­ການ ແລະ ການ​ເງິນ ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ການ​ຊ່ວຍ­ເຫຼືອ​ຄັ້ງ​ນີ້​ປະ­ກອບ​ມີ ນ້ຳ­ມັນ​ພືດ 36 ໂຕນ ແລະ ປາ­ກະ­ປ໋ອງ 110 ໂຕນ ເພື່ອ​ໃຫ້​ອົງ­ການ​ດັ່ງ­ກ່າວ ນຳ­ໄປ​ຈັດ​ຕັ້ງ​ປະ­ຕິ­ບັດ​ເຂົ້າ​ໃນ​ວຽກ​ງານ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ແກ່​ຊຸມ​ຊົນ ແລະ ຮັບ​ມື​ກັບ​ການ​ປ່ຽນ­ແປງ​ຂອງ​ດິນ​ຟ້າ​ອາ­ກາດ ແລະ ການ​ຕອບ​ສະ­ໜອງ​ທາງ​ດ້ານ​ສະ­ບຽງ​ອາ­ຫານ​ໃນ​ລາວ ໃຫ້​ມີ​ຄວາມ​ໝັ້ນ­ຄົງ ໂດຍ​ສະ­ເພາະ​ການ​ຊ່ວຍ­ເຫຼືອ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ໃນ​ບັນ­ດາ​ແຂວງ​ພາກ​ເໜືອ​ຂອງ​ລາວ ໄດ້​ຢ່າງ​ທົ່ວ​ເຖິງ.

ລັດຖະບານຣັດເຊຍ ຊ່ວຍ ສປປ.ລາວ ສ້າງຊຸມຊົນໃຫ້ເຂັ້ມແຂງ

ທ່ານ ຢານ ເດວ​ບາ​ເຣີ ມອບຂອງຂວັນ ໃຫ້​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ໃນ​ບັນ­ດາ​ແຂວງ​ພາກ​ເໜືອ​ຂອງ​ລາວ. (ພາບ: vientinemai)

ທ່ານ ເອກ​ອັກ​ຄະ​ຣາ​ຊະ​ທູດ ວາ​ລາ​ດີ​ເມຍ ກາ​ນີ​ລິນ ກ່າວ​ວ່າ: ການ​ສະ­ໜັບ­ສະ­ໜູນ​ຂອງ​ຣັດ​ເຊຍ​ແມ່ນ​ສ່ວນ​ໜຶ່ງ ຂອງ​ການ​ຂະ­ຫຍາຍ​ການ​ພົວ­ພັນ​ລະ­ຫວ່າງ ສປປ ລາວ ແລະ ຣັດ​ເຊຍ ພ້ອມ​ນັ້ນ ຣັດ​ເຊຍ ຍັງ​ໃຫ້​ຄວາມ​ສຳ­ຄັນ​ສູງ​ໃນ​ການ​ໃຫ້­ການ​ຊ່ວຍ­ເຫຼືອ​ດ້ານ​ມະ­ນຸດ­ສະ­ທຳ ແລະ ໄພ­ພິ­ບັດ​ໃຫ້​ແກ່​ບັນ­ດາ​ເຂດ​ທີ່​ປະ­ສົບ​ໄພ­ພິ­ບັດ​ໃນ​ໂລກ ໂດຍ​ສະ­ເພາະ​ໃນ​ປີ 2018 ໄດ້​ສະ­ໜອງ​ເຄື່ອງ​ຊ່ວຍ­ເຫຼືອ ກໍ​ຄື ປະ­ເພດ​ອາ­ຫານ​ພື້ນ­ຖານ​ຫຼາຍ​ກວ່າ 36 ໂຕນ ໃຫ້​ແກ່​ປະ­ຊາ­ຊົນ​ລາວ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ທີ່​ຮ້າຍ​ແຮງ​ຢູ່​ແຂວງ ອັດ​ຕະ​ປື ແລະ ອື່ນໆ.

ທ່ານ ຢານ ເດວ​ບາ​ເຣີ ກ່າວ​ຕື່ມ​ວ່າ: ຣັດ​ເຊຍ ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ຜ່ານ​ອົງ­ການ​ອາ­ຫານ​ໂລກ ຫຼາຍ​ກວ່າ 1 ລ້ານ​ໂດ​ລາ​ສະ­ຫະ­ລັດ ໃນ​ນັ້ນ ອົງ­ການ​ອາ­ຫານ​ໂລກ​ໄດ້​ນຳ​ໃຊ້​ການ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ​ຈັດ​ຊື້​ນ້ຳ­ມັນ​ພືດ ປາ­ກະ­ປ໋ອງ ແລະ ວັດ​ສະ​ດຸ​ກໍ່­ສ້າງ ເຊິ່ງ​ເຄື່ອງ​ຊ່ວຍ­ເຫຼືອ​ເຫຼົ່າ​ນີ້​ແມ່ນ​ໄດ້​ເປັນ​ປະ­ໂຫຍດ​ໃຫ້​ແກ່​ປະ­ຊາ­ຊົນ​ລາວ​ຫຼາຍ​ກວ່າ 27.500 ຄົນ ໃນ​ບັນ­ດາ​ບ້ານ​ເປົ້າ​ໝາຍ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ​ນ້ຳ​ຖ້ວມ ໄພ​ແຫ້ງ­ແລ້ງ ແລະ ການ​ລະ­ບາດ​ຂອງ​ສັດ­ຕູ​ພືດ​ໃນ​ສອງ​ປີ​ທີ່​ຜ່ານ​ມາ​ອີກ​ດ້ວຍ.

(ແຫຼ່ງ​ຂໍ້​ມູນ​: vientinemai)

ເຫດການ
302 Found

Found

The document has moved here.