ກະຊວງສາທາລະນະສຸກລາວ ກ່າວເຕືອນປະຊາຊົນລະມັດລະວັງຕໍ່ຂ່າວປອມກ່ຽວກັບເຊື້ອພະຍາດ COVID-19

16:22 | 04/03/2020

ຍສໝ - ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ (DCDC), ກະຊວງສາທາລະນະສຸກລາວ ເນັ້ນໜັກວ່າ ກະຊວງສາທາລະນະສຸກ ແລະອົງການອະນາໄມໂລກ (WHO) ແມ່ນສອງແຫຼ່ງຂ່າວທາງການທີ່ອັບເດັດບັນດາຂໍ້ມູນຂ່າວສານກ່ຽວກັບເຊື້ອພະຍາດ COVID-19 ແລະບັນດາຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານເຊື້ອພະຍາດ.

ກະຊວງສາທາລະນະສຸກລາວ ກ່າວເຕືອນປະຊາຊົນລະມັດລະວັງຕໍ່ຂ່າວປອມກ່ຽວກັບເຊື້ອພະຍາດ COVID-19

ພາບປະກອບ

ລັດຖະບານ ແລະວົງການເຈົ້າໜ້າທີ່ສາທາລະນະສຸກປະເທດລາວ ຍັງກ່າວເຕືອນປະຊາຊົນຮັກສາສຸຂະພາບຂອງຕົນເປັນປະຈໍາດ້ວຍວິທີຈໍາກັດການສໍາຜັດກັບຜູ້ຕິດເຊື້ອພະຍາດອັກເສບປອດ. ບໍ່ວ່າກໍລະນີໃດມີອາການຄືກັບໄຂ້ຫວັດ, ເຄີຍມາເຂດເກີດເຊື້ອພະຍາດ ຫຼືສໍາຜັດກັບກຸ່ມຜູ້ສົງໄສຕິດເຊື້ອພະຍາດ COVID-19 ໃນລະດັບສູງຄວນຕິດຕໍ່ກັບບັນດາພາລະກອນການແພດຢ່າງຮີບດ່ວນ.

ສະຖານະ​ການ ​ແຜ່​ລະບາດ ​ເຊື້ອ​ພະຍາດ ​ໂຄ​ໂຣນາ ສາ​ຍພັນ​ໃໝ່ ຫລື ​ໂຄ​ວິດ-19 ​ໃນ​ຫລາຍ ​ປະ​ເທດ ທົ່ວ​ໂລກ ຍັງ​ມີ​ ແນວ​ໂນ້ມ ​ເພີ່ມ​ຂຶ້ນ ​ຢ່າງຮຸນ​ແຮງ​ ​ໂດຍ​ສະ​ເພາະ ຍອດ​ຈຳນວນ ​ຜູ້​ເສຍ​ຊີວິດ ​ແລະ ຜູ້​ຕິດ​ເຊື້ອ​ ​ໄດ້ເພີ່ມ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ ​ແຕ່​ກົງກັນຂ້າມ ​ຢູ່​ຈີນ, ບັນຫາ ດັ່ງກ່າວ​ ມີ​ທ່າ​ອຽງ ຫລຸດຜ່ອນ​ ລົງ​ແລ້ວ. ຂະນະ​ທີ່ ສ.​ເກົາຫລີ ມີ​ຜູ້​ຕິດ​ເຊື້ອ ​ລາຍ​ໃໝ່ ​ເພີ່ມ​ຂຶ້ນ​ອີກ 476 ຄົນ ​​ເປັນ 4.212 ຄົນ, ​ເສຍ​ຊີວິດ ​ເພີ່ມ​ໃໝ່ 2 ຄົນ ​ເຮັດ​ໃຫ້​ ຍອດ​ລວ​ມ ຜູ້​ເສຍ​ ຊິວິດ ທັງ​ໝົດ 22 ຄົນ.

​ທີ່ ອີ​ຕາ​ລີ ຈຳນວນ ​ຜູ້​ຕິດ​ເຊື້ອ​ເພີ່ມ​ຂຶ້ນ 2 ​ເທົ່າ​ເທື່ອ ​ໃນ​ເວລາ​ພຽງ 48 ຊົ່ວ​ໂມງ ​ເຮັດ​ໃຫ້​ມີ ​ຜູ້​ຕິດ​ເຊື້ອ​ ລາຍ​ໃໝ່ ​ເພີ່ມ​ຂຶ້ນ 888 ຄົນ ມາ​ເປັນ 1.694 ຄົນ, ​ເສຍ​ຊີວິດ ​​ເພີ່ມ​ອີກ 5 ຄົນ ເປັນ 34 ຄົນ ທັງ​ໝົດ​ ຢູ່​ເຂດ​ ລອນ​ບາຣດີ ​ເອມີ​ເລຍ-​ໂຣມາຍາ ​ແລະ ​ເວ​ເນ​ໂຕ້ ທາງ​ພາກ​ເໜືອ. ສ່ວນ​ຜູ້​ຕິດ​ເຊື້ອ ​ໄດ້​ຮັບ​ການ ​ປິ່ນປົວ​ ດີ​ແລ້ວ 83 ຄົນ. ອີຣານ ມີ​ຜູ້​ຕິດ​ເຊື້ອ ​ທົ່ວ​ປະ​ເທດ 978 ຄົນ ​ແລະ ​ເສຍ​ຊີວິດ 54 ຄົນ.

ຂະນະ​ທີ່ ທົ່ວ​ພາກ ຕາ​ເວັນ​ ອອກ​ກາງ ມີ​ຜູ້​ຕິດ​ເຊື້ອ​ແລ້ວ 1.100 ຄົນ ສ່ວນ​ໃຫຍ່​ ເປັນ​ການ​ ຕິດ​ເຊື້ອ​ ມາ​ຈາກ​ ອີຣານ. ສຳລັບ ສ.ອາ​ເມ​ລິ​ກາ ມີ​ຜູ້​ເສຍ ​ຊີວິດ​ ຈາກ​ໂຄ​ວິດ-19 ຈຳນວນ 6 ຄົນ ​ຢູ່​ລັດວໍ​ຊີງ​ຕັນ ແລະ ຕິດ​ເຊື້ອ​ເພີ່ມ​ ມາ​ເປັນ 100 ຄົນ​ແລ້ວ. ປັດຈຸບັນ ຕົວ​ເລກ ​ຜູ້​ຕິດ​ເຊື້ອ​ ໂຄ​ວິດ-19 ທົ່ວ​ໂລກ ​ເພີ່ມ​ຂຶ້ນ 90.000 ກວ່າ​ຄົນ, ​ເສຍ​ຊີວິດ​ແລ້ວ 3.000 ກວ່າ​ຄົນ ​​ແລະ ໄດ້​ຮັບ​ການ ​ປິ່ນປົວ​ດີ​ແລ້ວ 45.000 ຄົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.