ເພີ່ມທະວີການຮ່ວມມື ແລະ ສົ່ງເສີມວິຊາສະເພາະທະຫານລະຫວ່າງ ກອງທັບລາວ - ລັດເຊຍ

11:35 | 27/02/2020

ວັນທີ 26 ກຸມພາ 2020, ຢູ່ທີ່ ກະຊວງປ້ອງກັນປະເທດ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນວິທະຍາຄານເສນາທິການກໍາລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ເຊິ່ງນໍາໂດຍ ສະຫາຍ ພົນໂທ ຊາຣຸດ ນີສະກີ ວະລາດີມິຣ໌ ໂບຮີໂຊວິດຈ໌, ຫົວໜ້າ ວິທະຍາຄານເສນາທິການກໍາລັງປະກອບອາວຸດ ແຫ່ງ ສ.ຣັດ ເຊຍ ໃນໂອກາດທີ່ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງທີ 25-28 ກຸມພານີ້.

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນອັນເຕັມໄປດ້ວຍນໍ້າໃຈໄມຕີຈິດມິດຕະພາບ ແລະ ຕີລາຄາສູງຕໍ່ຫົວໜ້າວິທະຍາຄານເສນາທິການກໍາລັງປະກອບອາວຸດ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ, ເຊິ່ງການມາຢ້ຽມຢາມຄັ້ງນີ້ ແມ່ນເປັນການເສີມສ້າງສາຍພົວພັນ ມິດຕະພາບທີ່ດີ, ເປັນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໂດຍສະເພາະແມ່ນການພັດທະ ນາເສດຖະກິດ-ສັງຄົມຢູ່ ໃນຂົງເຂດວຽກງານດ້ານມະນຸດສະທໍາ, ເຊິ່ງຍາມໃດ ສ ຣັດເຊຍ ກໍໄດ້ ໃຫ້ການຊ່ວຍເຫຼືອ, ການສະໜັບສະໜູນກ່ຽວກັບວຽກງານປ້ອງຊາດ, ວຽກງານຕ້ານໄພພິບັດທາງທໍາມະຊາດ, ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ແລະ ວຽກງານອື່ນໆ, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ຫວ່າງສອງປະເທດ ລາວ-ຣັດເຊຍໃຫ້ນັບມືນັບຂະຫຍາຍຕົວຍິ່ງໆຂຶ້ນ.

ເພີ່ມທະວີການຮ່ວມມື ແລະ ສົ່ງເສີມວິຊາສະເພາະທະຫານລະຫວ່າງ ກອງທັບລາວ - ລັດເຊຍ

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບຄະນະຜູ້ແທນວິທະຍາຄານເສນາທິການກອງທັບ ສ ຣັດເຊຍ. (ພາບ: kongthap.la)

ໂອກາດນີ້, ສະຫາຍ ພົນໂທ ຊາຣຸດນີສະກີວະລາດີມິຣ໌ ໂບຮີ ໂຊວິດຈ໌ ກໍໄດ້ກ່າວສະແດງຄວາມດີໃຈ, ຂອບໃຈຕໍ່ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ທົບທວນຄືນເຖິງສາຍພົວພັນມິດຕະພາບ, ການຮ່ວມມືທີ່ດີລະຫວ່າງສອງປະເທດ ຣັດເຊຍ-ລາວ ໃນໄລຍະຜ່ານມາ, ເຊິ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງປະເທດ ເປັນຕົ້ນແມ່ນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນດ້ານຕ່າງໆ ໃນແຕ່ລະໄລຍະທັງໝົດລ້ວນແຕ່ ແມ່ນການປະກອນສ່ວນເຮັດໃຫ້ການພົວພັນ, ການຮ່ວມມືຂອງ ສອງປະເທດໃຫ້ມີຄວາມແໜ້ນແຟ້ນຂະຫຍາຍຕົວຂຶ້ນຫຼາຍກວ່າເກົ່າ, ພ້ອມທັງໄດ້ສະເໜີແຜນການເຄື່ອນໄຫວໃຫ້ສະຫາຍ ລັດຖະມົນຕີໄດ້ຊາບ.

ໃນມື້ດຽວກັນນີ້, ຄະນະຜູ້ແທນວິທະຍາຄານເສນາທິການກໍາລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ກໍໄດ້ໄປຢ້ຽມຢາມວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ເຊິ່ງເປັນກຽດຕ້ອນຮັບ ໂດຍ ສະຫາຍ ພົນຕີ ຄໍາຫຼ້າພັນໄຊຍະສຸກ ຫົວໜ້າການເມືອງ ວປກ, ເຊິ່ງທັງສອງຝ່າຍໄດ້ປຶກສາຫາລືກັນກ່ຽວກັບວຽກງານການສຶກສາດ້ານວິຊາປ້ອງກັນຊາດ, ຖອດຖອນບົດຮຽນ, ວິທີການຮຽນ-ການສອນ ແລະ ອື່ນໆ, ຈາກນັ້ນຫົວໜ້າ ວປກ ໄດ້ນໍາພາຄະນະຜູ້ແທນວິທະຍາຄານເສນາທິການກໍາລັງປະກອບອາ ວຸດແຫ່ງ ສ ຣັດເຊຍ ໄປເບິ່ງການຮຽນ-ການສອນບາງຫ້ອງຮຽນ ຂອງ ວປກ ອີກດ້ວຍ.

(ແຫຼ່ງ​ຂໍ້​ມູນ​: kongthap.la)

ເຫດການ
302 Found

Found

The document has moved here.