ລາວ: ມອບເງິນປະກອບສ່ວນ ສະກັດກັ້ນ ແລະ ຕ້ານໄວຣັສໂຄວິດ-19

16:27 | 28/02/2020

ທ່ານ ກອງ​ແກ້ວ ໄຊ​ສົງ­ຄາມ ເຈົ້າ­ແຂວງ​ບໍ​ລິ​ຄຳ​ໄຊ ພ້ອມ​ຄະ­ນະ ໄດ້​ຕາງ­ໜ້າ​ໃຫ້​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ແຂວງ ກໍ​ຄື ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ແຂວງ​ບໍ​ລິ​ຄຳ​ໄຊ ນຳ​ເອົາ​ເງິນ 100 ລ້ານ​ກີບ ມາ​ມອບ​ໃຫ້​ລັດ­ຖະ­ບານ​ເພື່ອ​ສົມ­ທົບ​ທຶນ​ໃນ​ການ​ຕ້ານ​ການ​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19).

ລາວ: ມອບເງິນປະກອບສ່ວນ ສະກັດກັ້ນ ແລະ ຕ້ານໄວຣັສໂຄວິດ-19

ມອບເງິນປະກອບສ່ວນ ສະກັດກັ້ນ ແລະ ຕ້ານໄວຣັສໂຄວິດ-19.(ພາບ: vientianemai.net)

ໂອ­ກາດ​ນີ້ ທ່ານ ສົມ​ດີ ດວງ​ດີ ກໍ​ໄດ້​ຕີ​ລາ­ຄາ​ສູງ ແລະ ສະ­ແດງ​ຄວາມ​ຊົມ­ເຊີຍ​ຕໍ່​ການ​ນຳ​ຂອງ​ແຂວງ​ບໍ​ລິ​ຄຳ​ໄຊ ໂດຍ​ສະ­ເພາະ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ທົ່ວ​ແຂວງ​ບໍ​ລິ​ຄຳ​ໄຊ ທີ່​ໄດ້​ປະ­ກອບ­ສ່ວນ​ທຶນ­ຮອນ​ໃຫ້​ລັດ​ຖະ ບານ ແລະ ເປັນ​ແຂວງ​ທຳ​ອິດ​ທີ່​ໄດ້​ສົມ­ທົບ​ທຶນ ລັດ­ຖະ­ບານ​ລາວ​ຈະ​ນຳ​ເອົາ​ເງິນ​ຈຳ­ນວນ​ນີ້​ໄປ​ມອບ​ໃຫ້​ລັດ ຖະ​ບານ​ຈີນ ເພື່ອ​ສົມ­ທົບ​ທຶນ​ຕ້ານ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ຢູ່​ເມືອງ​ອູ​ຮັ່ນ ແຂວງ​ຫູ​ເປີຍ ສປ ຈີນ ເພື່ອ​ສະ­ແດງ​ເຖິງ​ຄວາມ​ສາ­ມັກ­ຄີ​ເພື່ອນ​ມິດ​ຍຸດ​ທະ​ສາດ ລະ­ຫວ່າງ ລາວ-ຈີນ ທີ່​ມີ​ສາຍ​ພົວ­ພັນ​ອັນ​ດີ­ງາມ​ຕໍ່​ກັນ​ຕະ­ຫຼອດ​ມາ ລັດ­ຖະ­ບານ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຈາກ​ຫຼາຍ​ພາກ­ສ່ວນ​ໃນ​ໄລ­ຍະ​ຜ່ານ​ມາ ເປັນ­ຕົ້ນ​ທະ­ນາ­ຄານ​ພັດ­ທະ­ນາ​ລາວ ບໍ­ລິ­ສັດ​ເອ­ກະ​ຊົນ​ຈຳ­ນວນ​ໜຶ່ງ ເຊິ່ງ​ສະ­ມາ­ຄົມ​ມິດ­ຕະ­ພາບ ລາວ-ຈີນ ໄດ້​ລະ­ດົມ​ທຶນ ເພື່ອ​ນຳ​ເງິນ​ວັດ­ຖຸ​ປັດ​ໄຈ​ເພື່ອ​ສະ­ແດງ​ເຖິງ​ນ້ຳ­ໃຈ​ຊ່ວຍ­ເຫຼືອ​ປະ­ເທດ​ເພື່ອນ​ບ້ານ ທີ່​ມີ​ສາຍ​ພົວ­ພັນ​ຮັກ­ແພງ​ກັນ​ຢ່າງ​ຊະ​ໜິດ​ແໜ້ນ.

ລາວ: ມອບເງິນປະກອບສ່ວນ ສະກັດກັ້ນ ແລະ ຕ້ານໄວຣັສໂຄວິດ-19

ຄະ­ນະ​ກວດ­ກາ​ສູນ​ກາງ​ພັກ ແລະ ອົງ­ການ​ກວດ­ກາ​ລັດ­ຖະ­ບານ ນຳ​ໂດຍ ທ່ານ ທຸມ​ມີ ທຳ​ມະ​ວົງ ຫົວ­ໜ້າ​ຫ້ອງ­ການ ຄະ­ນະ​ກວດ­ກາ​ສູນ​ກາງ​ພັກ ແລະ ອົງ­ການ​ກວດ­ກາ​ລັດ­ຖະ­ບານ ໄດ້​ນຳ​ເງິນ 100 ລ້ານ​ກີບ ໄປ​ມອບ​ໃຫ້​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່. (ພາບ: vientianemai.net)

ວັນ​ທີ 24 ກຸມ­ພາ 2020 ຄະ­ນະ​ກວດ­ກາ​ສູນ​ກາງ​ພັກ ແລະ ອົງ­ການ​ກວດ­ກາ​ລັດ­ຖະ­ບານ ນຳ​ໂດຍ ທ່ານ ທຸມ​ມີ ທຳ​ມະ​ວົງ ຫົວ­ໜ້າ​ຫ້ອງ­ການ ຄະ­ນະ​ກວດ­ກາ​ສູນ​ກາງ​ພັກ ແລະ ອົງ­ການ​ກວດ­ກາ​ລັດ­ຖະ­ບານ ໄດ້​ນຳ​ເງິນ 100 ລ້ານ​ກີບ ໄປ​ມອບ​ໃຫ້​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ແລະ ຮັບ​ໂດຍ​ທ່ານ ຄຳ​ມະ­ນີ ອິນ​ທິ​ລາດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ປະ­ທານ​ສະ­ມາ­ຄົມ​ມິດ­ຕະ­ພາບ ລາວ-ຈີນ ຂັ້ນ​ສູນ​ກາງ ເພື່ອ​ເປັນ​ການ​ປະ­ກອບ­ສ່ວນ​ຊ່ວຍ­ເຫຼືອ​ເຂົ້າ​ໃນ​ການ​ປ້ອງ​ກັນ​ການ​ສະ­ກັດ​ກັ້ນ ແລະ ຕ້ານ​ການ​ລະ­ບາດ​ຂອງ​ພະ­ຍາດ​ປອດ​ອັກ­ເສບ​ສາຍ​ພັນ​ໃໝ່ ໄວ​ຣັສ​ໂຄ​ວິດ-19 ພ້ອມ​ທັງ​ສະ­ແດງ​ຄວາມ​ເຫັນ­ໃຈ​ຕໍ່​ລັດ ຖະ​ບານ ແລະ ປະ­ຊາ­ຊົນ​ຈີນ ໂດຍ​ສະ­ເພາະ ບັນ­ດາ​ຍາດ​ພີ່­ນ້ອງ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ຄັ້ງ​ນີ້.

ລາວ: ມອບເງິນປະກອບສ່ວນ ສະກັດກັ້ນ ແລະ ຕ້ານໄວຣັສໂຄວິດ-19

ຍີ່ປຸ່ນໃຫ້ການຊ່ວຍເຫລືອ ຄວາມພາຍະຍາມປ້ອງກັນການແຜ່ກະຈາຍຂອງໂຄໂຣນາໄວຣັດ COVID-19.(ພາບ: kpl.gov.la/)

ໃນວັນທີ 25 ກຸມພາ 2020 ທີ່ນະຄອນຫລວງວຽງຈັນ ທ່ານ ທາເກວາກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ມອບອຸປະກອນປ້ອງກັນ ອັນຕະລາຍແບບສ່ວນບຸກຄົນ (PPE) ໃຫ້ແກ່ ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໂດຍມີ ທ່ານ ດຣ. ມາກ ເຈຄອບ ຜູ້ຕາງໜ້າອົງການອານະໄມໂລກ ປະຈຳສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຮ່ວມເປັນສັກຂີພິຍານ.

ເພື່ອປ້ອງກັນການແຜ່ກະຈາຍ ຂອງໂຄໂຣນາໄວຣັດ COVID-19 ໄປທົ່ວໂລກ, ຍີ່ປຸ່ນໄດ້ມອບຊຸດແພດໃຍສັງເຄາະ 4.680 ຊຸດ, ໜ້າກາກກັນເຊື້ອ 6.000 ອັນ, ໜ້າກາກອານະໄມ 13.200 ອັນ, ນ້ຳຢາອານໂກນ ສຳລັບລ້າງມື 240 ຕຸກ, ແວ່ນຕາກັນເຊື້ອ 270 ອັນ ແລະ ຖົງມືອະນາໄມແບບໃຊ້ແລ້ວຖິ້ມ 12.200 ຖົງ ໃຫ້ແກ່ ສປປ ລາວ. ສຳລັບອຸປະກອນເຫລົ່ານີ້ ແມ່ນໄດ້ຮັບມາຈາກຄັງສຳຮອງສຳລັບເຄື່ອງມື ແລະອຸປະກອນຄວາມປອດໄພ ໂດຍອົງການມູນລະນິທິ ອາຊີ-ເອີຣົບ (ASEF) ແລະ ເຄື່ອງບໍລິຈາກ ຈາກລັດຖະບານຍີ່ປຸ່ນ. ອຸປະກອນດັ່ງກ່າວ, ຈະຖືກສົ່ງໄປປະເທດລາວ ຜ່ານຫ້ອງສາງທີ່ປະເທດສິງກະໂປ ໂດຍເປັນການປະສານງານ ຮ່ວມມືກັບຫ້ອງ ການທ້ອງຖິ່ນ ສຳລັບເຂດປາຊີຟິກຕາເວັນຕົກ ຂອງອົງການອານະໄມໂລກ (WPRO).

ກະຊວງ​ສາທາລະນະສຸກ​ ໄດ້​ອອກ​ມາ​ແຈ້ງ​ຂ່າວ​ເພື່ອສະແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ຕໍ່​ປະຊາຊົນ​ລາວ ກ່ຽວ​ກັບ​ພະຍາດ​ອັກເສບ​ປອດ​ໄວ​ຣັດ​ສາຍ​ພັນ​ໃໝ່​ ຫຼື​ ໂຄ​ວິດ 19 ໃນ​ວັນ​ທີ 26 ກຸມພາ​ນີ້ ທີ່​ກະຊວງ​ດັ່ງກ່າວ, ທ່ານ ດຣ ພູທອນ ເມືອງ​ປາກ ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ແລະ ທ່ານ ສະຫວັນ​ຄອນ ຣາ​ຊ​ມຸນຕຣີ ຮອງ​ລັດຖະມົນຕີ​ກະຊວງ​ຖະ ແຫຼງ​ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້​ອອກ​ມາ​ແຈ້ງ​ຂ່າວ​ກ່ຽວ​ກັບ​ພະຍາດ​ອັກເສບ​ປອດ​ໄວ​ຣັດ​ສາຍ​ພັນ​ໃໝ່​ ຫຼື​ ໂຄ​ວິດ 19 ຂ້າພະເຈົ້າ ​ຂໍ​ໃຫ້​ຂໍ້​ມູນ​ຕື່ມໃນ​ວັນ​ທີ 25 ກຸມພາ​ຜ່ານ​ມາ ສະ​ພາບ​ພະຍາດ​ອັກເສບ​ປອດ​ໄວ​ຣັດສາຍ ​ພັນ​ໃໝ່​ ຫຼື​ ໂຄ​ວິດ 19 ສະເພາະ​ຢູ່ ສປ ​ຈີນ​ ມີ​ທ່ວງ​ທ່າ​ຫຼຸດຜ່ອນ​ລົງສັງ​ລວມ​ແລ້ວ​ສາມາດ​ຄວບ​ຄຸມ​ສະຖານະ​ການ​ໄດ້ ຊຶ່ງ​ໂຕ​ເລກ​ຫຼ້າ​ສຸດ​ຮອດ​ວັນ​ທີ 25 ກຸມ​ພາ ​ມີ​ຜູ້​ຕິດເຊື້ອ​ກໍລະນີ​ໃໝ່​ ລວມ​ທັງ​ໝົດ​ແມ່ນ 78.064 ກໍລະນີ, ກໍລະນີ​ໃໝ່ 406 ຄົນ, ກໍລະນີ​ເສຍ​ຊີວິດ​ມາ​ຮອດ​ປັດ ຈຸບັນ 2.715 ກໍລະນີ ຫຼຸດ​ລົງ​ຈາກ​ມື້​ຜ່ານ​ມາ, ໂຕ​ເລກ​ມີ​ການ​ປ່ຽນແປງ​ໄປ​ແຕ່​ລະ​ຊົ່ວໂມງ, ສະເພາະ​ບັນຫາ​ໃໝ່​ທີ່​ເກີດ​ຂຶ້ນ​ ຊຶ່ງ​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ເອົາໃຈໃສ່​ແມ່ນ​ຢູ່​ສາທາລະນະ​ລັດ​ເກົາຫຼີ ກໍລະນີ​ການ​ຕິດເຊື້ອ​ຢູ່​ເມືອງ​ແດ​ກູ​ ແມ່ນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວເຊື້ອ​ພະຍາດໂຄ​ວິດ 19 ມີ​ການ​ແຜ່​ຂະຫຍາຍຕົວໄວ​ເປັນ​ວົງ​ກວ້າງ ມາ​ຮອດ​ປັດ ຈຸບັນ​ຂໍ້​ມູນ​ຫຼ້າ​ສຸດ​ມີ​ເຖິງ 977 ກໍລະນີ, ເສຍ​ຊີວິດ​ແລ້ວ 10 ກໍລະນີ. ນອກຈາກ​ນັ້ນ, ​ຢູ່​ໃນ​ເຂດ​ຢູໂ​ຣບ ເປັນຕົ້ນ​ປະເທດ ​ອີຕາ​ລີ​ ມີ​ອັດຕາ​ການຕິດເຊື້ອ​ມີເຖິງ 322 ກໍລະນີ, ເສຍ​ຊີວິດ 10 ກໍລະນີ ໂດຍ​ລວມ​ແລ້ວ ​ພະຍາດ​ໄດ້​ແຜ່​ຂະຫຍາຍ. ນອກຈາກ​ຢູ່​ ສປ​ ຈີນ ​ຍັງຂະ ຫຍາຍໄປ​ປະເທດ​ອື່ນໆ ໃນ​ທົ່ວ​ໂລກກວມ ​ເອົາ 37 ປະ​ເທດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.