ແພດທະຫານຊາຍແດນຫວຽດນາມຢູ່ປະເທດເພື່ອນມິດລາວ

16:52 | 01/03/2020

ກວ່າ 5 ປີຜ່ານມາ, ປະຊາຊົນບ້ານທົ່ງແປ, ເມືອງຄໍາເກີດ, ແຂວງບໍລິຄໍາໄຊ (ປະເທດລາວ) ໄດ້ມີຄວາມລື້ງເຄີຍກັບຮູບພາບທ່ານພັນຕີ, ທ່ານໝໍ ຫງວຽນຫວຽດດຶກ ແລະນາຍໝໍອີກສອງຄົນຢູ່ສຸກສາລາບ້ານທົ່ງແປ ທີ່ຂະຫຍັນໝັ່ນພຽນກວດ, ປິ່ນປົວພະຍາດ ແລະແຈກຢາຍຢຸກຢາໃຫ້ແກ່ພໍ່ແມ່ປະຊາຊົນໃນແຕ່ລະວັນ.

ບ້ານທົ່ງແປ ແມ່ນບ້ານມີຊາຍແດນຕິດກັບປະເທດຫວຽດນາມ. ປະຈຸບັນມີກວ່າ 400 ຄອບຄົວດ້ວຍປະຊາກອນກວ່າ 3.000 ຄົນ. ກ່ອນທີ່ຈະມີສຸກສາລາບ້ານທົ່ງແປ ຫຼັງນີ້, ແຕ່ລະເທື່ອທີ່ເຈັບປ່ວຍນັ້ນ, ພໍ່ແມ່ປະຊາຊົນຢູ່ທີ່ນີ້ມັກເຊີນໝໍເຢົາມາຂ້າຄວາຍ, ຂ້າໝູເພື່ອບູຊາ “ຜີປ່າ”, ສິ້ນເປືອງເງິນຄຳແຕ່ພະຍາດກໍ່ບໍ່ເຊົາ.

ແພດທະຫານຊາຍແດນຫວຽດນາມຢູ່ປະເທດເພື່ອນມິດລາວ
ແພດໝໍສຸກສາລາບ້ານທົ່ງແປ ກວດພະຍາດໃຫ້ແກ່ພໍ່ແມ່ປະຊາຊົນໃນບ້ານ. ພາບ: qdnd.vn.

ໂດຍໄດ້ຮັບການເຫັນດີເປັນເອກະພາບຂອງອໍານາດການປົກຄອງທຸກຂັ້ນຂອງສອງປະເທດຫວຽດນາມ ແລະລາວ, ປີ 2007, ສຸກສາລາບ້ານທົ່ງແປ ໄດ້ຮັບການເປີດນໍາໃຊ້ (ໂດຍກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ກໍ່ສ້າງ) ເພື່ອແນໃສ່ຊ່ວຍເຫຼືອພໍ່ແມ່ປະຊາຊົນບັນດາເຜົ່າຢູ່ທີ່ນີ້ຮັກສາສຸຂະພາບ, ປິ່ນປົວພະຍາດ. ສຸກສາລາມີເນື້ອທີ່ 500m2, ດ້ວຍຕຽງຄົນເຈັບ 8 ຕຽງ, ຫ້ອງກວດພະຍາດ, ຫ້ອງເອໂກ, ຫ້ອງປິ່ນປົວພ້ອມກັບອຸປະກອນຫຼາຍຢ່າງຮັບປະກັນມາດຕະຖານຂອງຮາກຖານການແພດ. ສຸກສາລາບ້ານທົ່ງແປ ຕົ້ນຕໍແມ່ນກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນ 9 ບ້ານ, ຂຶ້ນກັບແຂວງບໍລິຄໍາໄຊ. ທ່ານພັນຕີ, ທ່ານໝໍ ຫງວຽນຫວຽດດຶກ, ຫົວໜ້າສຸກສາລາໃຫ້ຮູ້ວ່າ: “ບໍ່ພຽງແຕ່ ປິ່ນປົວພະຍາດເທົ່ານັ້ນ ຫາກພວກຂ້າພະເຈົ້າຍັງໄປເຖິງບ້ານເພື່ອໂຄສະນາ, ຂົນຂວາຍພໍ່ແມ່ປະຊາຊົນຫຼີກລ້ຽງການສົມລົດກັບຜູ້ທີ່ຮ່ວມເຊື້ອສາຍດຽວກັນ; ແນະນໍາໃຫ້ປະຊາຊົນກ່ຽວກັບບັນດາມາດຕະການປ້ອງກັນ, ຕ້ານເຊື້ອພະຍາດ, ເຮັດອານາໄມໝູ່ບ້ານ ແລະກໍ່ສ້າງຫ້ອງນໍ້າ, ວິດຖ່າຍ, ຄອກລ້ຽງສັດໃຫ້ຢູ່ຫ່າງໄກກັບເຮືອນຊານເພື່ອຮັກສາສຸຂະພາບອີກດ້ວຍ”.

ໂດຍໄດ້ຮູ້ວ່າ, ບັນດາແພດໝໍ, ທ່ານໝໍຂອງສຸກສາລາລ້ວນແຕ່ຮຽນເອງ ແລະມີຄວາມຊຳນິຊຳນານດ້ານພາສາເຜົ່າມົ້ງ, ພາສາລາວນຸ່ງ, ພາສາລາວໄທ ເພື່ອສົນທະນາ ແລະຮັບໃຊ້ວຽກງານກວດ, ປິ່ນປົວພະຍາດ. ທ່ານ ອຸໄດ, ນາຍບ້ານທົ່ງແປ ແບ່ງປັນຄວາມໃນໃຈວ່າ: “ແພດທະຫານຊາຍແດນຫວຽດນາມ ມີຄວາມດີຕໍ່ພໍ່ແມ່ປະຊາຊົນໃນບ້ານທີ່ສຸດ. ກິນຢາຂອງແພດທະຫານສະໜອງໃຫ້, ພວກຂ້າພະເຈົ້າເຊົາໄວ ແລະມີສຸຂະພາບແຂງແຮງເພື່ອເຮັດວຽກ. ສໍາລັບພໍ່ແມ່ປະຊາຊົນໃນບ້ານແລ້ວບັນດາແພດໝໍຫວຽດນາມ ປຽບເໝືອນດັ່ງຄົນໃນຄອບຄົວດຽວກັນ”.

(ແຫຼ່ງ​ຂໍ້​ມູນ​: https://la.qdnd.vn)

302 Found

Found

The document has moved here.