ກຳ​ປູ​ເຈຍ - ລາວ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ເສັ້ນ​​ຊາຍ​ແດນ​ລວ​ມ​ແຫ່ງ​ສັນ​ຕິ​ພາບ - ມິດ​ຕະ​ພາບ ແລະ ​ຮ່ວມ​ມື

17:34 | 23/02/2020

ວັນທີ 22 ກຸມພາ, ຢູ່ແຂວງ Stung Treng, ທາງທິດຕາເວັນອອກສ່ຽງເໜືອ ກຳປູເຈຍ ໄດ້ດຳເນີນກອງປະຊຸມສາກົນຄັ້ງທີ II, ລະຫວ່າງຄະນະກຳມະການແນວໂຮມ ກຳປູເຈຍ - ລາວ.


ກຳ​ປູ​ເຈຍ - ລາວ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ເສັ້ນ​​ຊາຍ​ແດນ​ລວ​ມ​ແຫ່ງ​ສັນ​ຕິ​ພາບ - ມິດ​ຕະ​ພາບ ແລະ ​ຮ່ວມ​ມື

ກຳປູເຈຍ - ລາວຮ່ວມແຮງຮ່ວມໃຈສ້າງເສັ້ນຊາຍແດນລວມແຫ່ງສັນຕິພາບ - ມິດຕະພາບ ແລະ ຮ່ວມມື

ເຂົ້າຮ່ວມກອງປະຊຸມມີທ່ານ Sim ka, ຮອງປະທານຜູ້ທີໜຶ່ງສະພາສູງ ກຳປູເຈຍ, ແລະ ທ່ານ ຄຳໃບ ດຳລັດ ຮອງປະທານຄະນະກຳມະການສູນກາງແນວລາວສ້າງຊາດ, ພ້ອມກັບຜູ້ຕາງໜ້າຄະນະກຳມະການແນວໂຮມບັນດາແຂວງຢູ່ເຂດຊາຍແດນລະຫວ່າງ ສອງປະເທດ ແລະ ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Sim ka, ຮອງປະທານຜູ້ທີໜຶ່ງ ສະພາສູງກຳປູເຈຍ ຢັ້ງຢືນວ່າ ນີ້ແມ່ນກາລະໂອກາດເພື່ອໃຫ້ທັງສອງຝ່າຍພ້ອມກັນສະຫຼຸບວຽກງານທີ່ໄດ້ປະຕິບັດແລ້ວໃນໄລຍະທີ່ຜ່ານມາ ແລະ ສ້າງແຜນການກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ກຳປູເຈຍ - ລາວໃນໄລຍະຈະມາເຖິງ. ທ່ານກໍ່ຢັ້ງຢືນວ່າ ກອງປະຊຸມຄັ້ງນີ້ ແມ່ນການພິສູດໃຫ້ເຫັນ ເລື່ອງພ້ອມກັນປັບປຸງ ແລະ ສ້າງການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມື ອັນດີງາມລະຫວ່າງ ປະຊາຊົນສອງປະເທດ ກຳປູເຈຍ - ລາວ.

(ແຫຼ່ງ​ຂໍ້​ມູນ​: vovworld.vn)

ເຫດການ
302 Found

Found

The document has moved here.