ຢຸດການບິນຈາກປະເທດລາວໄປ ເກົາຫຼີໃຕ້ ຢ່າງຊົ່ວຄາວ ຍ້ອນການລະບາດຂອງໄວຣັດ Covid-19

06:53 | 28/02/2020

ຍສໝ - ສາຍການບິນແຫ່ງຊາດລາວ ໄດ້ປະກາດຈະໂຈະໄວ້ຢຸດການບິນຈາກປະເທດນີ້ ໄປຫາ ເກົາຫລີໃຕ້ ນັບແຕ່ຕົ້ນເດືອນມີນາ.

ຍ້ອນສະຖານະການທີ່ສັບສົນຂອງການລະບາດຂອງ Covid-19 ໃນເກົາຫຼີໃຕ້, ສາຍການບິນແຫ່ງຊາດລາວ ໄດ້ປະກາດຈະໂຈະໄວ້ຢຸດການບິນຈາກປະເທດນີ້ໄປຫາ ເກົາຫຼີໃຕ້ ຕັ້ງແຕ່ຕົ້ນເດືອນມີນາ ເພື່ອຫລີກລ້ຽງການຕິດເຊື້ອໄວຣັດ Covid-19 ຈາກບໍລິເວນລະບາດນີ້.

ປະເທດເກົາຫຼີ ແມ່ນ ໜຶ່ງໃນບັນດາຕະຫຼາດທ່ອງທ່ຽວທີ່ມີທ່າແຮງຂອງລາວ. ໃນຊຸມປີມໍ່ໆມານີ້, ຈຳນວນນັກທ່ອງທ່ຽວເກົາຫຼີໃຕ້ ທີ່ເດີນທາງມາລາວໄດ້ເພີ່ມຂື້ນ, ໃນປີ 2019, ມີນັກທ່ອງທ່ຽວເຂົ້າມາທ່ຽວລາວຫຼາຍກ່ວາ 175,000 ຄົນ. ແຕ່ວ່າ, ເນື່ອງຈາກຈຳນວນຄົນທີ່ຕິດເຊື້ອ Covid-19 ເພີ່ມຂື້ນຢ່າງໄວວາໃນປະເທດເກົາຫຼີໃຕ້, ຫຼາຍຖ້ຽວບິນຈາກ ນະຄອນຫຼວງເຊອຸນ ໄປ ນະຄອນຫຼວງວຽງຈັນ ແລະ ກົງກັນຂ້າມ ແມ່ນປະເຊີນກັບການຂາດຜູ້ໂດຍສານ, ເຊິ່ງເຮັດເກີດຂຶ້ນໃຊ້ຈ່າຍເພີ່ມຂຶ້ນຢ່າງແຮງ.

ຢຸດການບິນຈາກປະເທດລາວໄປ ເກົາຫຼີໃຕ້ ຢ່າງຊົ່ວຄາວ ຍ້ອນການລະບາດຂອງໄວຣັດ Covid-19

ລັດຖະບານ ລາວ ປະກາດຈະໂຈະໄວ້ຢຸດການບິນຈາກປະເທດນີ້ ໄປຫາ ເກົາຫລີໃຕ້ ນັບແຕ່ຕົ້ນເດືອນມີນາ. (ພາບ: vov.vn)

ທ່ານ ບຸນມາ ຈັນທະວົງສາ, ຜູ້ອຳນວຍການໃຫຍ່ສາຍການບິນລາວ ກ່າວວ່າ ສາຍການບິນມີແຜນທີ່ຈະໂຈະຢຸດເສັ້ນທາງ ວຽງຈັນ - ເຊອຸນ ຕັ້ງແຕ່ຕົ້ນເດືອນມີນາ, ແລະ ຍັງບໍ່ໄດ້ກຳນົດເວລາຢ່າງເປັນທາງການເພື່ອເລີ່ມການບິນຄືນ ຈົນກ່ວາການລະບາດ Covid-19 ໃນເກົາຫຼີ ໄດ້ຖືກຄວບຄຸມໄວ້.

ກ່ອນໜ້ານີ້, ໃນຕົ້ນເດືອນກຸມພາ, ລັດຖະບານ ລາວ ຫ່ວງການແຜ່ລະບາດຂອງພະຍາດໂດຍຜ່ານເສັ້ນທາງການທ່ອງທ່ຽວ, ປະເທດລາວ ຍັງໄດ້ຢຸດໂຈະການບິນສ່ວນໃຫຍ່ຈາກປະເທດນີ້ໄປ ສສ.ຈີນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.