ກອງປະຊຸມແຮກສ່ຽວກຸ່ມບ້ານທີ່ຢູ່ສອງຝັ່ງຊາຍແດນຫວຽດນາມ - ລາວ

ກອງປະຊຸມແຮກສ່ຽວກຸ່ມບ້ານທີ່ຢູ່ສອງຝັ່ງຊາຍແດນຫວຽດນາມ - ລາວ

ຍສໝ - ຕອນບ່າຍວັນທີ 9 ພະຈິກ, ຄູ່ບ້ານທີ່ຢູ່ສອງຝັ່ງຊາຍແດນລະຫວ່າງບ້ານກະຕັງ (ເທດສະບານລາວບາວ, ເມືອງເຮືອງຮ່ວາ, ແຂວງກວາງຈິ) ແລະບ້ານແດນສະຫວັນ (ເມືອງເຊໂປນ, ແຂວງສະຫວັນນະເຂດ, ລາວ); ບ້ານກະຕູບ (ເທດສະບານລາວບາວ, ເມືອງເຮືອງຮ່ວາ, ແຂວງກວາງຈິ) ແລະບ້ານກະຕູບ 2 (ເມືອງເຊໂປນ, ແຂວງສະຫວັນນະເຂດ, ລາວ) ໄດ້ຈັດຕັ້ງກອງປະຊຸມແຮກສ່ຽວກຸ່ມບ້ານທີ່ຢູ່ສອງຝັ່ງຊາຍແດນຂຶ້ນໃນໄຕມາດທີ 4 ປີ 2024.

ຫວຽດນາມ - ລາວ: ຮ່ວມ​ແຮງຮ່ວມໃຈ​ປົກ​ປັກ​ຮັກສາ​ປ່າ​ໄມ້, ອະນຸລັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ​ຢູ່ເຂດ​ຊາຍ​ແດນ

ຫວຽດນາມ - ລາວ: ຮ່ວມ​ແຮງຮ່ວມໃຈ​ປົກ​ປັກ​ຮັກສາ​ປ່າ​ໄມ້, ອະນຸລັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ​ຢູ່ເຂດ​ຊາຍ​ແດນ

ຍສໝ​ - ປ້ອງກັນ, ຕ້ານໄຟໄໝ້ປ່າ, ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ; ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ຄວາມເປັນລະບຽບ​ຮຽບຮ້ອຍ​ຄວາມ​ປອດ​ໄພ, ອະທິປະ​ໄຕຄວາມໝັ້ນຄົງເຂດຊາຍ​ແດນ, ຫຼັກ​ໝາຍ​ຂອງ​ແຕ່ລະ​ປະ​ເທດ... ນີ້​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມແຮງຮ່ວມໃຈປົກ​ປັກ​ຮັກສາ​ປ່າ​ໄມ້, ອະນຸລັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ​ຢູ່​ເຂດ​ຊາຍ​ແດນ ຫວຽດນາມ - ລາວ.

ກິລາ​ເຊື່ອມ​ຕໍ່​ນ້ຳໃຈມິດຕະພາບ​ຫວຽດນາມ - ລາວ - ກຳປູ​ເຈຍ

ກິລາ​ເຊື່ອມ​ຕໍ່​ນ້ຳໃຈມິດຕະພາບ​ຫວຽດນາມ - ລາວ - ກຳປູ​ເຈຍ

ຍສໝ -​ ບັນດາງານ​ແຂ່ງ​ຂັນ​ກິ​ລາ​ໄດ້​ສ້າງ​ສະໜາມທີ່ດີ, ​ຟົດຟື້ນເພື່ອ​ໃຫ້​ປະ​ຊາ​ຊົນ​ຂອງ 3 ປະ​ເທດ​ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ມີ​ການ​ພົບປະແລກປ່ຽນ, ຮັດແໜ້ນນ້ຳໃຈຄວາມ​ສາ​ມັກ​ຄີ.

ວິທະຍາໄລການແພດ ຮ່າຕິ້ງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ສປປ ລາວ

ວິທະຍາໄລການແພດ ຮ່າຕິ້ງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ສປປ ລາວ

ຍສໝ - ລາຍການສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢູ່ວິທະຍາໄລການແພດ ຮ່າຕິ້ງ ໄດ້ປະກອບສ່ວນຮັດມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ.

ເຂດຊາຍແດນ ຫວຽດນາມ-ລາວ ທີ່ໝັ້ນແກ່ນ ປັບປຸງການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ

ເຂດຊາຍແດນ ຫວຽດນາມ-ລາວ ທີ່ໝັ້ນແກ່ນ ປັບປຸງການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ

ຍສໝ - ໃນປີ 2024, ທະຫານຊາຍແດນແຂວງກວ໋າງບິ່ງ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ໄດ້ເພີ່ມທະວີການສົມທົບກັນ, ສ້າງກໍາລັງແຮງສັງລວມໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນຂອງສອງແຂວງ, ສອງປະເທດ; ຮັກສາ ແລະເສີມຂະຫຍາຍການພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມື ແລະພັດທະນາໃຫ້ເປັນຢ່າງດີ.

ສະມາຄົມມິດຕະພາບ ຫວຽດນາມ-ລາວ ຊົມເຊີຍວັນຊາດ ລາວ ຄົບຮອບ 49 ປີ

ສະມາຄົມມິດຕະພາບ ຫວຽດນາມ-ລາວ ຊົມເຊີຍວັນຊາດ ລາວ ຄົບຮອບ 49 ປີ

ຍສໝ - ຫວ່າງມໍ່ໆມານີ້, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ-ລາວ ໂດຍທ່ານພົນຕີ ເລວັນເຮິນ, ຮອງປະທານສະມາຄົມນຳໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ອວຍພອນສະຖານທູດ ລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ.

ແຂວງ ຫາຍຟ່ອງ ແລະ ເຊີນລາ ໄດ້ຈັດຕັ້ງການພົບປະແລກປ່ຽນຂ່ຳນັບຮັບຕ້ອນວັນຊາດ ລາວ

ແຂວງ ຫາຍຟ່ອງ ແລະ ເຊີນລາ ໄດ້ຈັດຕັ້ງການພົບປະແລກປ່ຽນຂ່ຳນັບຮັບຕ້ອນວັນຊາດ ລາວ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 – 2 ທັນວາ 2024), ແຂວງ ຫາຍຟ່ອງ ແລະ ເຊີນລາ ໄດ້ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ສະໜິດຕິດພັນຄວາກຮັກແພງອັນແໜ້ນແຟ້ນລະຫວ່າງປະຊາຊົນສອງຊາດ ​ຫວຽດນາມ - ລາວ.

ສືບຕໍ່ເສີມສ້າງນໍ້າໃຈມິດຕະພາບແບບພິເສດລະຫວ່າງເຊີນລາກັບບັນດາແຂວງປະເທດເພື່ອນລາວ

ສືບຕໍ່ເສີມສ້າງນໍ້າໃຈມິດຕະພາບແບບພິເສດລະຫວ່າງເຊີນລາກັບບັນດາແຂວງປະເທດເພື່ອນລາວ

ຍສໝ - ການພົວພັນແບບພິເສດລະຫວ່າງເຊີນລາ ແລະບັນດາແຂວງພາກເໜືອລາວ ສ້າງຂີດໝາຍດ້ວຍຫຼາຍລາຍການຮ່ວມມືສຳຄັນ, ຮອບດ້ານໃນທຸກຂົງເຂດ. ພົ້ນເດັ່ນ, ແຂວງເຊີນລາ ໄດ້ຫັກເງິນຈາກງົບປະມານຂອງແຂວງນັບຮ້ອຍຕື້ດົ່ງ ເພື່ອຊ່ວຍບັນດາແຂວງພາກເໜືອລາວ ສ້າງພື້ນຖານໂຄງລ່າງ, ຄື: ສຳນັກງານເຮັດວຽກ; ຫໍວັດທະນະທຳ; ສະຖານີຮັບ-ສົ່ງສັນຍານໂທລະພາບ; ໂຮງຮຽນ, ຫ້ອງຮຽນ, ຮາກຖານສອນວິຊາຊີບ, ຫໍພັກນັກສຶກສາ; ໂຮງໝໍ, ສຸກສາລາ...

ຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ ຢ້ຽມຢາມ, ພົບປະແລກປ່ຽນຢູ່ກອງພົນນ້ອຍລົດຕັງ 201

ຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ ຢ້ຽມຢາມ, ພົບປະແລກປ່ຽນຢູ່ກອງພົນນ້ອຍລົດຕັງ 201

ຍສໝ - ວັນທີ 4 ພະຈິກ, ທີ່ຮ່າໂນ້ຍ, ຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ ນໍາໂດຍ ທ່ານພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບປະຊາຊົນລາວ, ຫົວໜ້າຄະນະຝຶກອົບຮົມ ໄດ້ມາຢ້ຽມຢາມ, ພົບປະ, ແລກປ່ຽນບົດຮຽນການເຄື່ອນໄຫວວຽກງານແມ່ຍິງຢູ່ກອງພົນນ້ອຍລົດຕັງ 201, ເຫຼົ່າຮົບລົດຕັງ-ຍານເກາະ.

ເຍົາວະຊົນ - ບັນດາທູດນ້ອຍເຊື່ອມຕໍ່ນ້ຳໃຈມິດຕະພາບ

ເຍົາວະຊົນ - ບັນດາທູດນ້ອຍເຊື່ອມຕໍ່ນ້ຳໃຈມິດຕະພາບ

ຍສໝ - ຮ້ອງ​ເພງ ​ແລະ ເຕັ້ນ​ລຳ​ພ້ອມ​ກັນ, ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ລົງພຶດຕິກຳຕົວຈິງ​ຢູ່​ເມືອງ ​ເກີ່ນ​ເຢີ່, ຢ້ຽມຢາມ​ຫໍພິພິທະ​ພັນ ​ໂຮ່ຈີ​ມິນ ສາຂາ​ນະຄອນ ​ໂຮ່ຈີ​ມິນ, ພື້ນທີ່ລຸງ​ ໂຮ່ ກັບ​ເຍົາວະຊົນ... ນັ້ນ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ຟຢດຟື້ນ​ຂອງງານມະໂຫລານເຍົາວະຊົນ ຫວຽດນາມ - ລາວ - ກຳປູ​ເຈຍ ປີ 2024 (Festival). ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດານ້ອງໆເດັກນ້ອຍ​ໄດ້​ແລກປ່ຽນ, ຮ່ຳຮຽນ ​ແລະ ພ້ອມທັງສືບ​ຕໍ່​ສາຍ​ພົວພັນ​ມິດຕະພາບ​​ອັນ​ແໜ້ນ​ແຟ້ນລະຫວ່າງ 3 ປະ​ເທດ​ອິນ​ດູ​ຈີນ.

ສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 49 ປີ: ເພີ່ມທະວີສາຍພົວພັນແບບພິເສດຫວຽດນາມ-ລາວ

ສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 49 ປີ: ເພີ່ມທະວີສາຍພົວພັນແບບພິເສດຫວຽດນາມ-ລາວ

ຍສໝ - ຊົມເຊີຍບັນດາຜົນງານທີ່ມີຄວາມໝາຍປະຫວັດສາດ ທີ່ປະເທດລາວ ບັນລຸໄດ້ໃນໄລຍະ 49 ປີຜ່ານມາ, ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນກິດຈະການປ່ຽນແປງໃໝ່ຂອງລາວຢ່າງແຂງແຮງ ແລະຮອບດ້ານ; ເຊື່ອໝັ້ນວ່າ, ໂດຍສືບຕໍ່ມູນເຊື້ອຂອງລຸ້ນກ່ອນ ແລະ ເສີມຂະຫຍາຍຜົນງານທີ່ບັນລຸໄດ້, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນງານໃໝ່ ແລະໃຫຍ່ຫຼວງກວ່າອີກ, ສ້າງສາປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ສາມັກຄີ, ສະເໝີພາບ, ສີວິໄລ, ຮັ່ງມີເຂັ້ມແຂງຕາມເປົ້າໝາຍສັງຄົມນິຍົມໃຫ້ປະສົບຜົນສໍາເລັດ.

ສືບຕໍ່ຮັກສາ, ເພີ່ມພູນຄູນສ້າງ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ

ສືບຕໍ່ຮັກສາ, ເພີ່ມພູນຄູນສ້າງ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ

ຍສໝ - ທ່ານເລຂາທິການໃຫຍ່ ໂຕເລິມ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ສາຍພົວພັນຫວຽດນາມ - ລາວ ພວມພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ, ໃນນັ້ນ ການພົວພັນດ້ານການເມືອງນັບມື້ນັບພັດທະນາ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການຊຸກຍູ້ຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ການສຶກສາ, ວິທະຍາສາດ-ເຕັກນິກ ໄດ້ມີການພັດທະນາທີ່ຕັ້ງໜ້າ.

ເງະອານ ຈັດພິທີສົ່ງກໍາລັງໄປຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ

ເງະອານ ຈັດພິທີສົ່ງກໍາລັງໄປຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ

ຍສໝ - ຄະນະຊີ້ນໍາກ່ຽວກັບການຊອກຫາ, ທ້ອນໂຮມ, ຢັ້ງຢືນຊື່ ແລະນາມສະກຸນອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ (ຄະນະຊີ້ນໍາ 515) ແຂວງເງະອານ ຫາກໍ່ຈັດພິທີສົ່ງກໍາລັງ ແລະມອບໜ້າທີ່ໃຫ້ກອງຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ກອງບັນຊາການທະຫານແຂວງເງະອານ ລະດູແລ້ງ 2024-2025.

ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ

ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ

ຍສໝ - ວັນທີ 9 ພຶດສະພາ 2024, ແຂວງ ລາວກາຍ, ແຂວງ ເຊີນລາ ພ້ອມກັນກັບສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ເລີ່ມປະຕິບັດໄລຍະທີ 2 ຂອງໂຄງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໂດຍຜ່ານການຍົກສູງປະສິດທິຜົນດ້ານເສດຖະກິດໃນກະສິກຳ ແລະ ການທ່ອງທ່ຽວ (GREAT).

ກອງບັນຊາການທະຫານຊາຍແດນແຂວງເງະອານ: ຍູ້ແຮງວຽກງານພົວພັນຕ່າງປະເທດເຂດຊາຍແດນ ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ

ກອງບັນຊາການທະຫານຊາຍແດນແຂວງເງະອານ: ຍູ້ແຮງວຽກງານພົວພັນຕ່າງປະເທດເຂດຊາຍແດນ ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ

ຍສໝ - ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ເປັນເຈົ້າການ, ຕັ້ງໜ້າເປັນເສນາທິການໃຫ້ແກ່ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງເງະອານ ວາງອອກມາດຕະການໃນການຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ; ຮັກສາການປະຕິບັດສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກ; ອະນຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນສອງປະເທດ ຫວຽດນາມ-ລາວ; ...

ຫວຽດນາມ - ລາວ ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດຊັບສິນສາທາລະນະ

ຫວຽດນາມ - ລາວ ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດຊັບສິນສາທາລະນະ

ຍສໝ - ​ໃນ​ຂອບ​ເຂດ​ລາຍການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ເງິນ ​ຫວຽດນາມ ​ແລະ ກະຊວງ​ການ​ເງິນ ​ລາວ, ​ແຕ່​ວັນ​ທີ 25 – 29 ພະຈິກ, ຢູ່​ລາວ, ກົມ​ຄຸ້ມ​ຄອງ​ຊັບ​ສິນສາທາລະນະ​ ຂຶ້ນກັບ​ກະຊວງ​ການ​ເງິນ​ຂອງ​ສອງ​ປະ​ເທດ​ ໄດ້​ຈັດ​ຕັ້ງ​ການເຮັດ​ວຽກ​ເພື່ອແນ່ໃສຕີລາຄາບັນດາການເຄື່ອນໄຫວໃນໄລ​ຍະ​ຜ່ານ​ມາ ແລະ ຜັນຂະຫາຍບັນດາການເຄື່ອນໄຫວໃນໄລ​ຍະຈະມາເຖິງ.

ສ້າງກຳລັງແຮງສັງລວມໃນການປ້ອງກັນ ແລະ ຕ້ານອາດຊະຍາກຳການຄ້າມະນຸດຢູ່ຊາຍແດນ ຫວຽດນາມ - ລາວ

ສ້າງກຳລັງແຮງສັງລວມໃນການປ້ອງກັນ ແລະ ຕ້ານອາດຊະຍາກຳການຄ້າມະນຸດຢູ່ຊາຍແດນ ຫວຽດນາມ - ລາວ

ຍສໝ - ປະສົບຜົນສຳ​ເລັດ​ໃນການ​ຕໍ່ສູ້ ​ແລະ ທຳລາຍລ້າງ​​ອົງກອນ​ອາດຊະຍາ​ກຳ​ທີ່ເຄື່ອນໄຫວ​ການ​ຄ້າ​ມະນຸດ ​ແລະ ການ​ສໍ້​ໂກງ​ທາງ​ອອນ​ລາຍ​ເປັນ​ຂອບຂະໜາດ​ໃຫຍ່... ​ການເຄື່ອນໄຫວນີ້ໄດ້​ປະກອບສ່ວນ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ທາງ​ການ​ເມືອງ ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຢູ່​ເຂດ​ຊາຍ​ແດນ, ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ - ສັງຄົມ, ​ເພີ່ມ​ທະວີ​ການພົວພັນ​ຮ່ວມ​ມື, ມິດຕະພາບ ​ແລະ ຄວາມ​ສາມັກຄີ​ລະຫວ່າງ ຫວຽດນາມ ແລະ ລາວ.

ຄ່ອງແຄ້ວພາສາຂອງປະເທດເພື່ອນ, ພ້ອມກັນປົກປັກຮັກສາສັນຕິພາບຊາຍແດນ

ຄ່ອງແຄ້ວພາສາຂອງປະເທດເພື່ອນ, ພ້ອມກັນປົກປັກຮັກສາສັນຕິພາບຊາຍແດນ

ຍສໝ - ການຮຽນຮູ້ ແລະ ການນຳໃຊ້ພາສາບ້ານໃກ້ເຮືອນຄຽງບໍ່ພຽງແຕ່ແມ່ນຄວາມຕ້ອງການດ້ານວຽກງານເທົ່ານັ້ນ, ຫາກຍັງແມ່ນຂົວຕໍ່ໃນການເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ປະເທດເພື່ອນບ້ານ. ການ​ແຂ່ງ​ຂັນພາສາ​ບ້ານໃກ້ເຮືອນຄຽງໃນທະຫານຊາຍ​ແດນ ປີ 2024 ໄດ້​ຢືນຢັນ​ບົດບາດ​ຂອງ​ພາສາ​ຕ່າງປະ​ເທດ​ອີກເທື່ອໜຶ່ງໃນ​ການ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ສັນຕິພາບ, ປະກອບສ່ວນ​ສ້າງສາຍພົວພັນ​ສາມັກຄີ, ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ.

ການເດີນທາງຊອກຄົ້ນຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ປະເທດເພື່ອນ ລາວ

ການເດີນທາງຊອກຄົ້ນຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ປະເທດເພື່ອນ ລາວ

ຍສໝ - ແຕ່ລະປີ, ພະນັກງານ ແລະ ນາຍທະຫານ 80 ຄົນຂອງກອງເຕົ້າໂຮມ ໄດ້ໄປສູ່ປະເທດເພື່ອນ ລາວ ເພື່ອຊອກຄົ້ນຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ແຕ່ວ່າ, ພູມສັນຖານສ່ວນຫຼາຍແມ່ນເປັນພູຜາປ່າດົງ ແລະ ຂໍ້ມູນກ່ຽວກັບຂຸມຝັງສົບແມ່ນນັບມື້ນັບຫນ້ອຍລົງ, ເຮັດໃຫ້ການເຕົ້າໂຮມປະສົບກັບຄວາມຫຍຸ້ງຍາກ.