ດັກລັກ ລົງນາມໃນຂໍ້ຕົກລົງຮ່ວມມືຫຼາຍສະບັບກັບຄູ່ຮ່ວມມືຈາກ ລາວ, ຍີ່ປຸ່ນ

10:00 | 13/03/2025

ຍສໝ - ແຂວງ ດັກລັກ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືສອງຝ່າຍໃນ 9 ຂົງເຂດກັບອຳນາດການປົກຄອງແຂວງ ອັດຕະປື (ສປປ ລາວ), ລົງນາມໃນບົດ​ບັນທຶກ​ຊ່ວຍຈຳການຮ່ວມມືກັບຄູ່ຮ່ວມມືມາຈາກ ຍີ່ປຸ່ນ. ພ້ອມ​ກັນ​ນັ້ນ, ໄດ້​​ຕ້ອນຮັບມະນຸດສຳພັນຄະນະປະຕິບັດງານ​ຂອງທ່ານ​ເອກ​ອັກຄະ​ລັດຖະທູດ ​ອາ​ເມ​ລິ​ກາ ​ແລະ ​ຜູ້​ແທນ​ສາກົນ​ເຂົ້າ​ຮ່ວມ​ງານ​ບຸນ​ກາ​ເຟ ບວນເມຖວດ ​ຄັ້ງ​ທີ 9.

ດັກລັກ: ຂອງຂວັນຫຼາຍຢ່າງມອບໃຫ້ບັນດາຄອບຄົວທີ່ມີຄຸນງາມຄວາມດີ, ຜູ້ປະສົບກັບຄວາມຫຍຸ້ງຍາກ
CTFK (ອາເມລິກາ) ຊ່ວຍເຫຼືອເດັກນ້ອຍ 4,000 ຄົນຢູ່ ດັກລັກ ຮຽນລອຍນໍ້າຢ່າງປອດໄພ

ຕອນ​ບ່າຍ​ວັນ​ທີ 11 ມີນາ​, ຢູ່​ນະຄອນ ບວນເມຖວດ ໄດ້ດຳເນີນພິທີ​ລົງ​ນາມ​ໃນຂໍ້ຕົກລົງ​ຮ່ວມ​ມື​ລະຫວ່າງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ດັກ​ລັກ (ຫວຽດນາມ) ​ແລະ ອຳນາດການປົກຄອງ​ແຂວງ ​ອັດ​ຕະປື (ສປປ ລາວ).

ທີ່ພິທີ, ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືສອງຝ່າຍໃນ 9 ຂົງເຂດ: ມິດຕະພາບ, ການພົບປະແລກປ່ຽນປະຊາຊົນ; ການຄ້າ ແລະ ການລົງທຶນ; ການສຶກສາ ແລະ ບຳລຸງສ້າງ; ກະສິກຳ; ການແພດ; ວັດທະນະທໍາ, ກິລາ, ການທ່ອງທ່ຽວ ແລະ ຂໍ້ມູນຂ່າວສານ - ສື່ມວນຊົນ; ປ້ອງກັນຕ້ານອາດຊະຍາກຳການຄ້າຂາຍຢາເສບຕິດ; ວຽກ​ງານ​ການ​ຕ່າງ​ປະ​ເທດ​ທ້ອງ​ຖິ່ນ.

ດັກລັກ ລົງນາມໃນຂໍ້ຕົກລົງຮ່ວມມືຫຼາຍສະບັບກັບຄູ່ຮ່ວມມືຈາກ ລາວ, ຍີ່ປຸ່ນ

ພິທີ​ລົງ​ນາມ​ຂໍ້​ຕົກລົງ​ການ​ຮ່ວມ​ມື​ລະຫວ່າງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ ດັກ​ລັກ (ຫວຽດນາມ) ​ແລະ ອຳນາດການປົກຄອງ​ແຂວງ ອັດ​ຕະປື (ສປປ ລາວ)

ທ່ານ ເຈືອງ​ກົງ​ຖາຍ - ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດັກ​ລັກ ​ໃຫ້​ຮູ້​ວ່າ, ຂໍ້​ຕົກລົງ​​ຮ່ວມ​ມື​ທີ່​ໄດ້​ລົງ​ນາມ​ແມ່ນ​ພື້ນຖານ​ສຳຄັນມຸ່ງໄປເຖິງ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ພັດທະນາ​ເຊິ່ງກັນ ກັນ​ລະຫວ່າງ​ແຂວງ ດັກ​ລັກ ​ແລະ ອັດ​ຕະປື ​ໃນ​ຫຼາຍ​ຂົງ​ເຂດ. ສອງ​ແຂວງ​ຈະ​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ດ້ວຍມີ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ສູງ​ສຸດ, ສົມທົບ​ກັນ​ສ້າງ​ບັນດາ​ຜົນງານ​ທີ່​ມີ​ຄວາມ​ໝາຍ, ​ແທດ​ຈິງ, ປະກອບສ່ວນ​ນຳ​ສາຍ​ພົວພັນ​ມິດຕະພາບ​ທີ່ຍິ່ງໃຫຍ່​, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ດັກລັກ ລົງນາມໃນຂໍ້ຕົກລົງຮ່ວມມືຫຼາຍສະບັບກັບຄູ່ຮ່ວມມືຈາກ ລາວ, ຍີ່ປຸ່ນ

ຄະນະ​ກຳມະການ​ປະຊາຊົນ​ແຂວງ ດັກ​ລັກ ​ໃຫ້ການ​ຕ້ອນຮັບ​ມະນຸດສຳພັນຄະນະປະຕິບັດງານ​ຂອງ​ທ່ານ ເອກ​ອັກຄະ​ລັດຖະທູດ​ ອາ​ເມ​ລິ​ກາ.

ໃນ​ວັນ​ດຽວ​ກັນ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ດັກ​ລັກ ຈັດຕັ້ງ​ການ​ຕ້ອນຮັບມະນຸດສຳພັນຄະນະປະຕິບັດງານ​ຂອງ​​ທ່ານ​ເອກ​ອັກຄະ​ລັດຖະທູດ ​ອາ​ເມ​ລິ​ກາ ​ແລະ ຜູ້​ແທນ​ສາກົນ​ເຂົ້າ​ຮ່ວມ​ງານ​ບຸນ​ກາ​ເຟ ບວນເມຖວດ ຄັ້ງ​ທີ 9.

ສ່ວນທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ອາເມລິກາ ປະຈຳ ຫວຽດນາມ Marc Evans Knapper ໃຫ້ຮູ້ວ່າ, ໃນໄລຍະທີ່ຜ່ານມາ, ການພົວພັນ ຫວຽດນາມ - ອາເມລິກາ ບັນລຸໄດ້ບັນດາບາດກ້າວທີ່ສຳຄັນໃນທຸກຂົງເຂດ, ພິເສດແມ່ນເມື່ອສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ດັກລັກ ລົງນາມໃນຂໍ້ຕົກລົງຮ່ວມມືຫຼາຍສະບັບກັບຄູ່ຮ່ວມມືຈາກ ລາວ, ຍີ່ປຸ່ນ

ແຂວງ​ ດັກ​ລັກ ​ໄດ້ຮັບຕ້ອນມະນຸດສຳພັນ​ຄະ​ນະ​ຜູ້​ແທນ​ສາກົນທີ່​ເຂົ້າ​ຮ່ວມ​ງານ​ບຸນ​ກາ​ເຟ ບວນເມຖວດ ຄັ້ງ​ທີ 9

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຫວຽດນາມ ເວົ້າ​ລວມ ແລະ ແຂວງ ດັກ​ລັກ ເວົ້າ​ສະ​ເພາະ ຈະ​ນັບມື້ນັບພັດ​ທະ​ນາ​ຢ່າງ​ລວງເລິກກວ່າ; ​ເປີດ​ກວ້າງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ​ທີ່​ມີ​ຄວາມສາມາດບົ່ມຊ້ອນ​ຄື: ການ​ສຶກສາ, ການແພດ, ຂົງເຂດ​ຜະລິດ​ເຕັກ​ໂນ​ໂລ​ຊີ​ສູງ, ພະລັງງານ... ​ແລະ ບັນດາ​ຂົງ​ເຂດ​ປາຍແຫຼມ​ທີ່​ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ກຳນົດ.

ດັກລັກ ລົງນາມໃນຂໍ້ຕົກລົງຮ່ວມມືຫຼາຍສະບັບກັບຄູ່ຮ່ວມມືຈາກ ລາວ, ຍີ່ປຸ່ນ

ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະຫວ່າງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຍີ່ປຸ່ນ ​ແຂວງ ດັກ​ລັກ ​ແລະ ສະຫະພັນ​ບັນດາ​ສະມາຄົມຊາວ​ຫວຽດນາມ ປະຈຳ ຍີ່ປຸ່ນ

​ໃນ​ວັນ​ດຽວ​ກັນ, ສະມາຄົມ​ມິດຕະພາບ ​ຫວຽດນາມ - ຍີ່ປຸ່ນ ​ແຂວງ ດັກ​ລັກ ​ແລະ ສະຫະພັນ​ບັນດາ​ສະມາຄົມຊາວ​ຫວຽດນາມ ຢູ່ຍີ່ປຸ່ນ ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື. ຕາມ​ເນື້ອ​ໃນ​ຂອງ​ບົດ​ບັນທຶກ​ຊ່ວຍ​ຈຳ, 2 ຝ່າຍ​ຈະ​ຮ່ວມ​ມື​ເພື່ອ​ແນ​ໃສ່​ໂຄສະນາ​ພາບ​ພົດ​ທຳ​ມະ​ຊາດ, ວັດທະນະທຳ​ຂອງ​ແຂວງ ດັກ​ລັກ ​ໃຫ້​ເຖິງ​ປະຊາ​ຄົມ​ຊາວ ຍີ່ປຸ່ນ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ, ງານ​ວາງສະ​ແດງ​ສິລະ​ປະ ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ.

ນອກຈາກນັ້ນ, ສອງຝ່າຍກໍ່ແບ່ງປັນຂໍ້ມູນຂ່າວສານເພື່ອຮຽກຮ້ອງບັນດາແຫຼ່ງກໍາລັງຈາກປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ ກໍ່ຄືບັນດາແຫຼ່ງກໍາລັງຖືກກົດໝາຍຕ່າງໆເພື່ອປະກອບສ່ວນໜູນຊ່ວຍ, ຍົກສູງຊີວິດການເປັນຢູ່ໃຫ້ປະຊາຊົນແຂວງ ດັກລັກ, ຜ່ານການຈັດຕັ້ງບັນດາລາຍການອາສາສະໝັກ, ໂຄງການຮັບປະກັນສັງຄົມ ດ້ວຍການເຂົ້າຮ່ວມຂອງທັງສອງຝ່າຍ.

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຍສໝ - ທ່ານ ຮວ່າງ​ບິ່ງ​ກວນ, ອະດີດ​ກຳມະການ​ສູນ​ກາງ​ພັກ, ອະດີດ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້​ຮັບ​ຫຼຽນ​ໄຊອາທິດອຸໄທ ​ໂດຍ​ລັດຖະບານ​ຍີ່ປຸ່ນ ມອບໃຫ້ ຍ້ອນມີ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ.

ເປີດໂຄງການເດືອນຊາວໜຸ່ມ ແລະ ເດືອນມີນາຊາຍແດນຢູ່ແຂວງ ດັກລັກ

ເປີດໂຄງການເດືອນຊາວໜຸ່ມ ແລະ ເດືອນມີນາຊາຍແດນຢູ່ແຂວງ ດັກລັກ

ຍສໝ - ໃນຕອນບ່າຍວັນທີ 25 ກຸມພາ, ຢູ່ເມືອງບ່ວນໂດນ, ຄະນະຊາວໜຸ່ມແຂວງ ດັກລັກ ໄດ້ຈັດພິທີປະກາດເດືອນຊາວໜຸ່ມ ແລະ ເດືອນ​ມີນາ​ຊາຍ​ແດນ 2024 ດ້ວຍການເຂົ້າຮ່ວມຂອງບັນດາການນໍາທ້ອງຖິ່ນ, ພ້ອມດ້ວຍສະມາຊິກສະຫະພັນ ແລະ ເດັກນ້ອຍໃນຂອບເຂດທົ່ວປະເທດເປັນຈໍານວນຫຼວງຫຼາຍ.

ແທັງຮັ່ງ