ລາຍການສິລະປະ "ເອກະລັກ ຫວຽດນາມ-ລາວ ອ້າຍນ້ອງ" ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ
ຍສໝ - ວັນທີ 9 ມັງກອນ 2020, ທີ່ສູນວັດທະນະທໍາຫວຽດນາມ ປະຈໍາລາວ ໄດ້ຈັດຂຶ້ນລາຍການສິລະປະ "ເອກະລັກ ຫວຽດນາມ-ລາວ ອ້າຍນ້ອງ" ເພື່ອແລກປ່ຽນວັດທະນະທໍາເນື່ອງໃນໂອກາດສະຫຼອງປີໃໝ່ຫວຽດນາມ.
ຍສໝ - ວັນທີ 9 ມັງກອນ 2020, ທີ່ສູນວັດທະນະທໍາຫວຽດນາມ ປະຈໍາລາວ ໄດ້ຈັດຂຶ້ນລາຍການສິລະປະ "ເອກະລັກ ຫວຽດນາມ-ລາວ ອ້າຍນ້ອງ" ເພື່ອແລກປ່ຽນວັດທະນະທໍາເນື່ອງໃນໂອກາດສະຫຼອງປີໃໝ່ຫວຽດນາມ.
ຍສໝ - ສອງຊາດຫວຽດນາມ ແລະລາວ ຍາມໃດກໍ່ຄຽງບ່າຄຽງໄຫຼ່ນຳກັນ, ຮ່ວມທຸກຮ່ວມສຸກ, ເສີມສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ, ກາຍເປັນຊັບສົມບັດອັນລ້ຳຄ່າ, ແຫຼ່ງກຳລັງອັນລ້ຳຄ່າ ແລະແມ່ນປັດໄຈສຳຄັນຮັບປະກັນຜົນສຳເລັດຂອງການປະຕິວັດຢູ່ແຕ່ລະປະເທດ.
ຍສໝ - ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຈະນໍາໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາວ ມາຢ້ຽມຢາມ ແລະເປັນປະທານຮ່ວມກອງປະຊຸມຄັ້ງທີ 42 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລາວ ຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 2-4 ມັງກອນ 2020.
ຍສໝ - ງານບຸນໂຍນໝາກຄອນຫວຽດນາມ-ລາວ-ຈີນ ຄັ້ງທີ VI ປີ 2019 ໄດ້ຈັດຕັ້ງຢູ່ເມືອງເມື່ອງແຕ່ (ລາຍເຈົາ) ດ້ວຍບັນດາກິດຈະກໍາຫຼາຍຮູບຫຼາຍແບບ ແລະມີການເຂົ້າຮ່ວມຂອງຜູ້ແທນ, ນັກກິລາ, ນັກສະແດງ, ສິລະປະກອນ, ຜູ້ນໍາທ່ຽວເກືອບ 1.000 ຄົນຂອງ 5 ຄະນະທີ່ມາຈາກ 3 ປະເທດ. ງານບຸນໄດ້ດໍາເນີນຢ່າງເປັນທາງການໃນລະຫວ່າງວັນທີ 29-31 ທັນວາ ດ້ວຍຫົວຂໍ້ “ສີສັນໄມຕີຈິດມິດຕະພາບ”.
ຍສໝ - ດ້ວຍຄວາມເອົາໃຈໃສ່ຂອງລັດຖະບານ, ຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການສອງຝ່າຍ, ປີ 2019, ວົງເງິນການຄ້າຫວຽດນາມ-ລາວ ໄດ້ມີບາດກ້າວພັດທະນາໃໝ່.
ຍສໝ - ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ, ນຳໂດຍສະຫາຍພັນເອກ ຄຳສາວ ແກ້ວວິເສດ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວພ້ອມດ້ວຍຄະນະໄດ້ສຳເລັດການເຄື່ອນໄຫວເຮັດວຽກກັບບັນດາອົງການສື່ມວນຊົນກອງທັບປະຊາຊົນຫວຽດນາມ ໃນລະຫວ່າງວັນທີ 9-14 ທັນວາ 2019.
ຍສໝ - ຄະນະຜູ້ແທນຄະນະຊາວໜຸ່ມນະຄອນໂຮ່ຈີ໊ມິນ ນຳໂດຍທ່ານ ຟ້າມຮົ່ງເຊິນ, ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນໂຮ່ຈີ໊ມິນ ໄດ້ເດີນທາງໄປຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 3-7 ທັນວາ 2019.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 44 ປີ (2-12-1975 - 2-12-2019), ຕອນບ່າຍວັນທີ 29 ພະຈິກ, ຢູ່ນະຄອນຫວູງເຕົ່າ, ສະຫະພັນບັນດາອົງການມິດຕະພາບແຂວງບ່າເຣ້ຍ-ຫວູງເຕົ່າ ໄດ້ຈັດຕັ້ງລາຍການ “ພົບປະແລກປ່ຽນມິດຕະພາບຫວຽດນາມ-ລາວ”.
ຍສໝ - ເມື່ອບໍ່ດົນມານີ້, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຫົວພັນ ແຫ່ງ ສປປ ລາວ ແລະ ພະແນກຖະແຫຼງຂ່າວ ແລະ ການສື່ສານ ແຂວງແທັງຮວາ ແຫ່ງ ສສ ຫວຽດນາມ ໄດ້ ຈັດກອງປະຊຸມພົບປະແລກ ປ່ຽນບົດຮຽນດ້ານວິຊາການສື່ມວນຊົນ ຢູ່ ຫໍວັດທະນະທຳແຂວງຫົວພັນ.
ຍສໝ - ໃນວັນທີ 26 ພະຈິກ 2019, ທີ່ສໍານັກງານຕໍາຫຼວດແຂວງເຊີນລາ ສສ ຫວຽດນາມ, ໄດ້ດໍາເນີນກອງປະຊຸມແລກປ່ຽນສະພາບການ, ວຽກງານສົມທົບກັນຮັບປະກັນຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍ ປີ 2019 ລະຫວ່າງຕໍາຫຼວດແຂວງເຊີນລາ ກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງພະບາງ, ແຂວງບໍ່ແກ້ວ.
ຍສໝ - ເນື່ອງໃນໂອກາດ ມະຫາວິທະຍາໄລ ທາຍຫງວຽນ ເປັນເຈົ້າພາບ ຈັດງານແຂ່ງຂັນ ຮອບຊີງຊະນະເລີດລາຍການ “ນັກສຶກສາລາວຮໍ່າຮຽນຢູ່ຫວຽດນາມ ແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ ປີ 2019”.
ຍສໝ - ຕອນເຊົ້າວັນທີ 4 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ກະຊວງປ້ອງກັນປະເທດຫວຽດນາມ ແລະ ລາວ ໄດ້ສົມທົບກັນຈັດຕັ້ງພິທີປະດັບຫຼຽນໄຊຂອງພັກ, ລັດຫວຽດນາມ ທີ່ສະຫງວນໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນສັງກັດ ກອງທັບປະຊາຊົນລາວ.
ບໍ່ມີຄວາມຫຍຸ້ງຍາກດ້ານພາສາ, ວັດທະນະທໍາ, ມີນັກສຶກສາລາວຮຽນຢູ່ໂຮງຮຽນວິທະຍາໄລເຕັກນິກຫວຽດດຶກ-ຮ່າຕິງ ກວ່າ 100 ຄົນໄດ້ເຊື່ອມຕົວເຂົ້າກັບສະພາບແວດລ້ອມຂອງການດໍາລົງຊີວິດຢູ່ນະຄອນຮ່າຕິງ ດ້ວຍການຕ້ອນຮັບ, ຊ່ວຍເຫຼືອຢ່າງສຸດຈິດສຸດໃຈຈາກຄະນະອຳນວຍການໂຮງຮຽນ ແລະບັນດາສະມາຊິກສະໂມສອນຫວຽດ-ລາວ.
ຍສໝ - ຕອນບ່າຍວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຂ່າວກ່ຽວກັບລາຍການ “ນໍ້າໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ” ປີ 2019.
ຍສໝ - ຜ່ານໄລຍະ 70 ປີ, ນໍ້າໃຈມິດຕະພາບ ແລະສາຍພົວພັນແບບພິເສດຫວຽດນາມ-ລາວ ໄດ້ພິສູດໃຫ້ເຫັນໃນປະຫວັດສາດຕົວຈິງ, ເຊິ່ງຜູ້ນໍາຂອງສອງປະເທດໄດ້ສ້າງເປັນພື້ນຖານພ້ອມກັບບັນດາການນໍາຮຸ່ນຕ່າງໆ ແລະປະຊາຊົນສອງປະເທດໄດ້ຜ່ານຜ່າຄວາມຫຍຸ້ງຍາກທາງດ້ານປະຫວັດສາດ, ເພີ່ມພູນຄູນສ້າງເພື່ອໃຫ້ກາຍເປັນການພົວພັນທີ່ມີຄວາມສັດຊື່ບໍລິສຸດ ແລະຫາຍາກ.
ໃນຕະຫຼອດໄລຍະປະຫວັດສາດອັນຍາວນານຂອງສອງປະເທດຫວຽດນາມ-ລາວ, ພິເສດ, ໃນສະໄໝໂຮ່ຈີມິນ ກ່ຽວກັບສາຍພົວພັນຊົນຊາດ ແລະລັດທິສາກົນທີ່ປອດໃສບໍລິສຸດຜຸດຜ່ອງນັ້ນໄດ້ກາຍເປັນກົດເກນພາວະວິໄສເພື່ອໃຫ້ສອງປະເທດພ້ອມກັນສາມັກຄີຜ່ານຜ່າຄວາມດຸເດືອດຫຼາຍຢ່າງຂອງການສົງຄາມສອງຄັ້ງຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະຈັກກະພັດອາເມລິກາ, ໄປເຖິງໄຊຊະນະຢ່າງສົມບູນ, ຄຽງບ່າຄຽງໄຫຼ່ກັນບົນເສັ້ນທາງສ້າງສາປະເທດຊາດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງຕາມເສັ້ນທາງເຊິ່ງສອງພັກ ແລະປະຊາຊົນສອງປະເທດໄດ້ເລືອກເອົາ.
ຍສໝ - ເມື່ອບໍ່ດົນມານີ້, ທີ່ນະຄອນຕາມກີ່, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງກວ໋າງນາມ ແລະແນວລາວສ້າງຊາດແຂວງເຊກອງ (ລາວ) ຈັດຕັ້ງການພົບປະເຈລະຈາປະຈໍາປີ 2019.
ຍສໝ - ວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນພິທີສ້າງຕັ້ງສະມາຄົມມູນເຊື້ອມິດຕະພາບຫວຽດນາມ-ລາວ ອົງການກະຊວງປ້ອງກັນປະເທດ.
ຍສໝ - ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ໃນລະຫວ່າງວັນທີ 01 – 03 ຕຸລາ ຂອງທ່ານນາຍົກລັດຖະມົນຕີ ສປປ.ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ສປປ.ລາວ. ວັນທີ 01 ຕຸລາ, 2 ຝ່າຍໄດ້ “ອອກຖະແຫຼງການຮ່ວມລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ ກ່ຽວກັບການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໃນສະພາບການໃໝ່”.
ຍສໝ - ໃນວັນທີ 30 ກັນຍາ 2019, ທະຫານຊາຍດ່ານຊາຍແດນສາກົນລາວບາວ, ກອງບັນຊາການທະຫານຊາຍແດນແຂວງກວ້າງຈີ ປະສານງານກັບ ກອງຮ້ອຍທະຫານຊາຍແດນ 320, ກອງບັນຊາການທະຫານແຂວງສະຫວັນນະເຂດ (ສປປ ລາວ) ເພື່ອຈັດຕັ້ງການລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນຮ່ວມຂອງສອງປະເທດ.