ລາຍການສິລະປະ "ເອກະລັກ ຫວຽດນາມ-ລາວ ອ້າຍນ້ອງ" ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ

11:30 | 11/01/2020

ຍສໝ - ວັນທີ 9 ມັງກອນ 2020, ທີ່ສູນວັດທະນະທໍາຫວຽດນາມ ປະຈໍາລາວ ໄດ້ຈັດຂຶ້ນລາຍການສິລະປະ "ເອກະລັກ ຫວຽດນາມ-ລາວ ອ້າຍນ້ອງ" ເພື່ອແລກປ່ຽນວັດທະນະທໍາເນື່ອງໃນໂອກາດສະຫຼອງປີໃໝ່ຫວຽດນາມ.

ຄະນະສິລະປະກອນ 19 ພຶດສະພາຂອງສະມາຄົມຜູ້ສູງອາຍຸ ຫວຽດນາມ ໄດ້ມາສະແດງຢູ່ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດສະຫຼອງປີໃໝ່ຫວຽດນາມ ເພື່ອແລກປ່ຽນວັດທະນະທໍາ. ລາຍການສິລະປະ ໄດ້ຈັດຂຶ້ນວັນທີ 9 ມັງກອນ 2020 ທີ່ສູນວັດທະນະທໍາຫວຽດນາມ ປະຈໍາລາວ.

ເຂົ້າຮ່ວມພິທີ ມີສະຫາຍ ບົວເງິນ ຊາພູວົງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ລາວ; ສະຫາຍ ຫງວຽນຝຸກຊິງ, ຜູ້ອໍານວຍການໃຫຍ່ປະຈໍາສູນວັດທະນະທໍາ ສສ ຫວຽດນາມ ປະຈໍາລາວ; ແຂກຖືກເຊີນພ້ອມດ້ວຍນັກສຶກສາເຂົ້າຊົມ. ມູນເຊື້ອຄວາມສາມັກຄີ, ມິດຕະພາບ ລະຫວ່າງ ລາວ - ຫວຽດນາມ ທີ່ມີມາແຕ່ຍາວນານຫຼາຍເຊັ່ນຄົນ, ມິດຕະພາບອັນສະໜິດແໜ້ນ ແລະ ເລິກຍິ່ງກວ່າແມ່ນໍ້າແດງ ແລະ ແມ່ຂອງ, ຮ່ວມກັນຕໍ່ສູ້ຄຽງບ່າຄຽງໄຫຼ່ຢູ່ສາຍພູຫຼວງໃນບັ້ນຮົບກູ້ຊາດ, ຮ່ວມກັນສ້າງສາພັດທະນາປະເທດຊາດພາຍຫຼັງປະເທດຊາດ ມີຄວາມສະຫງົບສຸກການເພີ່ມພູນສາຍສໍາພັນມິດຕະພາບລະຫວ່າງສອງຊາດເຮົາໃຫ້ນັບມື້ນັບຂຽວສົດງົດງາມ.

ລາຍການສິລະປະ

ລາຍການສິລະປະ "ເອກະລັກ ຫວຽດນາມ-ລາວ ອ້າຍນ້ອງ" ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ. (ພາບ: baovanhoa.vn)

ຄະນະສະແດງສິນລະປະກອນ 19 ພຶດສະພາ, ສູນກາງສະມາຄົມຜູ້ສູງອາຍຸ ຫວຽດນາມ ນັບແຕ່ມື້ສ້າງຕັ້ງມາຮອດມື້ນີ້ໄດ້ຄົບຮອບ 16 ປີພໍດີ, 16 ປີແຫ່ງການສ້າງສາພັດທະນາທີ່ບໍ່ຢຸດຢັ້ງ, ຄະນະສິລະປະກອນ 19 ພຶດສະພາ ໄດ້ໄປທໍາການສະແດງຢູ່ທົ່ວທຸກເຂດແຂວງຂອງ ຫວຽດນາມ. ປີ 2008 ຄະນະຂອງພວກເຮົາໄດ້ຮັບເຊີນມາທໍາການສະແດງຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ແລະ ໄດ້ຮັບໃບຍ້ອງຍໍຈາກ ສະຫາຍນາຍົກລັດຖະມົນຕີ, ບັນດາສິນລະປິນດີເດັ່ນ, ບັນດາສິນລະປິນທີ່ເຄີຍໄດ້ເຂົ້າຮ່ວມການສະແດງໃນຄະນະສິນລະປະກອນແຫ່ງຊາດ ແລະ ສິນລະປະກອນກອງທັບ, ມື້ນີ້ກໍໄດ້ກັບມາທໍາການສະແດງຮັບໃຊ້ ຢູ່ດິນແດນລ້ານຊ້າງ, ດິນແດນຈໍາປາທີ່ສວຍງາມອີກຄັ້ງ. ການມາສະແດງຂອງຄະນະສິລະປະ 19 ພຶດສະພາ ແຫ່ງ ສສ ຫວຽດນາມຄັ້ງນີ້, ນໍາໂດຍສະຫາຍ ໂດຄັດທຽນ ເປັນຫົວໜ້າຄະນະ ພ້ອມດ້ວຍນັບສະແດງທັງໝົດ 30 ສະຫາຍ, ປະກອບມີການ ຮ້ອງເພງ, ຟ້ອນ, ເສບ ແລະ ອື່ນໆລວມທັງໝົດ 18 ລາຍການ ເຊິ່ງແຕ່ລະລາຍການແມ່ນໄດ້ສ້າງ ຄວາມເບີກບານມ່ວນຊື່ນໃຫ້ແກ່ຜູ້ຊົມໄດ້ເປັນຢ່າງດີພາຍໃຕ້ຫົວຂໍ້ "ເອກະລັກ ຫວຽດນາມ-ລາວ ອ້າຍນ້ອງ".

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.